ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ​ມີ​ການ​ແລກ​ປ່ຽນ ນັກ​ໂທດ​ນຳ​ກັນ ລະ​ຫວ່າງ ຣັດ​ເຊຍ ແລະ​ຢູ​ເຄ​ຣນ


ລົດ​ຕຳ​ຫລວດ​ນຳ​ທາງ​ລົດ​ເມ​ສອງ​ຄັນ ທີ່​ມີ​ປ່ອງ​ຢ້ຽມ​ທາ​ສີ​ອ່ອນໆ ອອກ​ຈາກ​ຄຸກ​ Lefortovo ທີ່​ມີ​ການ​ຄຸ້ມ​ກັນ​ຄວາມ​ປອດ​ໄພ​ຢ່າງ​ແໜ້ນ​ໜາໃນ​ມົ​ສ​ກູ ໄປ ໃນ​ວັນ​ທີ 7 ກັນ​ຍາ, 2019 ໃນ​ຂະ​ນະ​ທີ່​ເລີ້ມ​ມີ​ການ​ແລກ​ປ່ຽນ​ນັກ​ໂທດ​ກັນ​ລະ​ຫວ່າງ ຣັດ​ເຊຍ ແລະ​ຢູ​ເຄ​ຣນ.
ລົດ​ຕຳ​ຫລວດ​ນຳ​ທາງ​ລົດ​ເມ​ສອງ​ຄັນ ທີ່​ມີ​ປ່ອງ​ຢ້ຽມ​ທາ​ສີ​ອ່ອນໆ ອອກ​ຈາກ​ຄຸກ​ Lefortovo ທີ່​ມີ​ການ​ຄຸ້ມ​ກັນ​ຄວາມ​ປອດ​ໄພ​ຢ່າງ​ແໜ້ນ​ໜາໃນ​ມົ​ສ​ກູ ໄປ ໃນ​ວັນ​ທີ 7 ກັນ​ຍາ, 2019 ໃນ​ຂະ​ນະ​ທີ່​ເລີ້ມ​ມີ​ການ​ແລກ​ປ່ຽນ​ນັກ​ໂທດ​ກັນ​ລະ​ຫວ່າງ ຣັດ​ເຊຍ ແລະ​ຢູ​ເຄ​ຣນ.

ປາ​ກົດ​ວ່າ​ໄດ້ມີການ​ແລກ​ປ່ຽນ​ນັກ​ໂທດ​ເກີດ​ຂຶ້ນ ລະ​ຫວ່າງ​ຣັດ​ເຊຍ ແລະ​ຢູ​ເຄ​ຣນ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ໃນ​ທັນ​ທີ ທັນ​ໃດ​ເທື່ອ​ວ່າ ມີ​ນັກ​ໂທດ​ຈັກ​ຄົນທີ່​ຖືກ​ນຳ​ເອົາ​ໄປ​ແລກປ່ຽນ​ກັນ​ນັ້ນ.

ຫົວ​ໜ້າ​ກຸ່ມຈຳ​ເລີຍທີ່​ເປັນ​ຄົນ​ຂັບ​ເຮືອ​ຊາວ​ຢູ​ເຄ​ຣນ 24 ຄົນ ທີ່​ຖືກຣັດ​ເຊຍ​ຈັບ​ໃນ​ປີ​ກາຍນີ້ໄດ້​ກ່າວ​ຕໍ່ອົງ​ການ​ຂ່າວຝ​ຣັ່ງ ຫລື FNA ວ່າ ພວກ​ຂີ່​ເຮືອ​ໄປ​ທັງ​ໝົດ​ນັ້ນ ໄດ້​ຖືກ​ປ່ອຍ​ຕົວ. ພວກນັ້ນ​ໄດ້​ຖືກ​ຈັບ​ເມື່ອ​ຣັດ​ເຊຍ ໄດ້​ຢຶດ​ເອົາ​ກໍ​ປັ່ນ​ຂອງ​ພວກ​ເຂົາ​ເຈົ້າ ຢູ່ນອກ​ຝັ່ງ​ຂອງ​ແຫລມ​ໄຄ​ຣ​ເມຍ (Crimea).

ປະ​ທານ​າ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ ວ​ລ​ດິ​ເມຍ ປູ​ຕິນ ເວົ້າ​ໃນ​ອາ​ທິດນີ້ວ່າ ການ​ແລກ​ປ່ຽນ​ນັກ​ໂທດ​ດັ່ງ​ກ່າວ ຈະ​ເປັນ "ບາດ​ກ້າວ​ອັນ​ໃຫຍ່​ຫລວງເພື່ອ​ກ້າວ​ໄປ​ຫາ​ການ​ເຮັດ​ໃຫ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ," ນັບ​ແຕ່​ທ່ານ ໂວ​ໂລ​ດິ​ເມຍ ຊີ​ເລນ​ສະ​ກີ (Volodymyr Zelensky), ຜູ້​ນຳ​ຂອງ​ຢູ​ເຄ​ຣນ ແລະ​ອະ​ດີດ​ນັກ​ສະ​ແດງຕະ​ຫລົກໄດ້​ຂຶ້ນ​ກຳ​ອຳ​ນາດໃນ​ຕອນ​ຕົ້ນໆ​ປີນີ້ ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ຂ້າງ​ລຸ່ມນີ້

A prisoner exchange has apparently begun between Russia and Ukraine.

It was not immediately clear how many prisoners are involved in the swap.

The head of the defense team for 24 Ukrainian sailors who were captured last year by Russia told the French News Agency that all the sailors would be released. The sailors was apprehended when Russia seized their vessels off Crimea.

Russian President Vladimir Putin said this week that the exchange would be "a huge step towards normalizing relations," since Ukraine leader Volodymyr Zelensky, a former comedian, came into power in earlier this year.

XS
SM
MD
LG