ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົງຄາມລະຫວ່າງ ຣັດເຊຍ ແລະ ຢູເຄຣນ ໄດ້ກາຍມາເປັນໄພຄຸກຄາມຕໍ່ການຟື້ນໂຕຄືນຂອງລະບົບເສດຖະກິດຢູ່ໃນທົ່ວໂລກ


ຜູ້ຊາຍຄົນນຶ່ງ ລົມໂທລະສັບມືຖືໃນຂະນະທີ່ລາວຍ່າງເຂົ້າໄປສໍານັກງານໃຫຍ່ຂອງອົງການການຄ້າໂລກ (WTO). ໃນນະຄອນຫຼວງເຈເນວາ, ເມື່ອວັນທີ 12 ເມສາ 2022.
ຜູ້ຊາຍຄົນນຶ່ງ ລົມໂທລະສັບມືຖືໃນຂະນະທີ່ລາວຍ່າງເຂົ້າໄປສໍານັກງານໃຫຍ່ຂອງອົງການການຄ້າໂລກ (WTO). ໃນນະຄອນຫຼວງເຈເນວາ, ເມື່ອວັນທີ 12 ເມສາ 2022.

ອົງການການຄ້າໂລກລາຍງານວ່າ ສົງຄາມຢູ່ໃນ ຢູເຄຣນ ໄດ້ສົ່ງຜົນກະ ທົບທີ່ຮຸນແຮງ ຕໍ່ລະບົບເສດຖະກິດ ຢູ່ໃນທົ່ວໂລກ, ອັນໄດ້ທໍາລາຍຄວາມຄາດຫວັງໃນການຟື້ນ​ໂຕ​ຄືນ ຈາກຜົນກະທົບ ທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຍ້ອນການລະບາດຄັ້ງໃຫຍ່ຂອງພະຍາດໂຄວິດ-19 ຕໍ່ການຄ້າໂລກ ແລະຄວາມເຊື່ອໝັ້ນທາງດ້ານທຸລະກິດ. ລິຊາ ສໄລນ໌ ມີລາຍງານໃຫ້ VOA ຈາກນະຄອນເຈເນວາ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຄວາມຂັດແຍ້ງລະຫວ່າງ ຣັດເຊຍ-ຢູເຄຣນ ໄດ້ເຮັດໃຫ້ລະບົບເສດຖະກິດຢູ່ໃນທົ່ວໂລກ ພົບກັບຄວາມເສຍຫາຍຢ່າງຮຸນແຮງ. ແລະສິ່ງນີ້ ມັນໄດ້ເຮັດໃຫ້ນັກເສດຖະສາດແຫ່ງອົງການການຄ້າໂລກ ປັບຫຼຸດການຄາດຫວັງຂອງພວກເຂົາ ເຈົ້າ ກ່ຽວກັບການຄ້າໂລກໃນອີກສອງປີຂ້າງໜ້ານັ້ນລົງຢ່າງໄວວາ. ປັດຈຸບັນ ພວກເຂົາເຈົ້າຄາດການວ່າ ການຄ້າຂາຍ​ກ່ຽວ​ກັບ​ສິນ​ຄ້າ​ຕ່າງໆນັ້ນ ຈະເພີ້ມຂຶ້ນ 3 ເປີເຊັນໃນປີນີ້ ແລະຄ່ອຍໆເພີ້ມຂຶ້ນ 3.2 ເປີເຊັນພາຍໃນປີ 2023, ເຊິ່ງມັນໄດ້ຫຼຸດລົງຈາກທີ່ຄາດການໄວ້ທີ່ 4.7 ເປີເຊັນ.

ພວກເຂົາເຈົ້າກ່າວວ່າ ໂຕເລກເຫຼົ່ານີ້ມີທ່າ​ທາງວ່າຈະ​ມີ​ການ​ປັບ​ປ່ຽນໃໝ່ອີກຄັ້ງ ເນື່ອງຈາກຄວາມບໍ່ແນ່ນອນຈາກຜົນກະທົບຂອງສົງຄາມທີ່ເກີດຂຶ້ນຢູ່ໃນຢູເຄຣນ. ຜູ້ອໍານວຍການຂອງອົງການການຄ້າໂລກ ທ່ານນາງ ນໂກຊີ ໂອກົນໂຈ-ອິວີລາ (Ngozi Okonjo-Iweala) ກ່າວວ່າ ການສະທ້ອນຂອງຄວາມຂັດແຍ້ງຕໍ່ລະ ບົບເສດຖະກິດນີ້ ໄດ້ຂະຫຍາຍໄປໄກເກີນຂອບເຂດຊາຍແດນຂອງ ຢູເຄຣນ.

ທ່ານນາງ ໂອກົນໂຈ-ອິວີລາ ກ່າວວ່າ:

“ແລະຕອນນີ້ ມັນກໍເປັນທີ່ແຈ່ມແຈ້ງແລ້ວວ່າ ການລະບາດຄັ້ງໃຫຍ່ ທີ່ເກີດຂຶ້ນເຖິງສອງຄັ້ງ ແລະການເກີດສົງຄາມນັ້ນ ມັນໄດ້ຂັດຂວາງຕໍ່ຕ່ອງໂສ້ຂອງການສະໜອງຕ່າງໆ, ຄວາມກົດດັນຈາກການເພີ້ມຂຶ້ນຂອງເງິນເຟີ້ ແລະຄວາມຄາດຫວັງທີ່ຫຼຸດລົງຕໍ່ຜົນຜະລິດ ແລະການຂະຫຍາຍໂຕທາງດ້ານກ້ານຄ້າ, ເຫດການຕ່າງໆເຫຼົ່ານີ້ ແລະຄວາມບໍ່ແນ່ນອນອັນໃຫຍ່ຫຼວງທີ່ພວກເຂົາເຈົ້າໄດ້ສ້າງມັນຂຶ້ນມາ ສໍາລັບການຄາດຫວັງໃນສະພາບແວດລ້ອມທີ່ຊັບຊ້ອນ.”

ຜູ້ອໍານວຍການອົງການການຄ້າໂລກ (WTO) ທ່ານນາງ ນໂກຊີ ໂອກົນໂຈ-ອິວີລາ ເຂົ້າຮວ່ມງານຖະແຫຼງຂ່າວກ່ຽວກັບການຄາດການທາງດ້ານການຄ້າ ຂອງອົງການ WTO ຢູ່ທີ່ອົງກອນການຄ້າຂອງລັດຖະບານ ໃນນະຄອນຫຼວງເຈເນວາ, ເມື່ອວັນທີ 12 ເມສາ 2022.
ຜູ້ອໍານວຍການອົງການການຄ້າໂລກ (WTO) ທ່ານນາງ ນໂກຊີ ໂອກົນໂຈ-ອິວີລາ ເຂົ້າຮວ່ມງານຖະແຫຼງຂ່າວກ່ຽວກັບການຄາດການທາງດ້ານການຄ້າ ຂອງອົງການ WTO ຢູ່ທີ່ອົງກອນການຄ້າຂອງລັດຖະບານ ໃນນະຄອນຫຼວງເຈເນວາ, ເມື່ອວັນທີ 12 ເມສາ 2022.

ອົງການການຄ້າໂລກພົບວ່າ ຜົນກະທົບທາງດ້ານເສດຖະກິດທີ່ເກີດຂຶ້ນຢ່າງໄວ ວາຍ້ອນສົງຄາມນັ້ນ ພ້ອງທັງການເພີ້ມຂຶ້ນຢ່າງກະທັນຫັນຂອງລາຄາອາຫານ, ພະລັງງານ, ປຸຍເຄມີ ແລະແຮ່ທາດທີ່ສໍາຄັນບາງປະເພດ.

ທ່ານນາງ ໂອກົນໂຈ-ອີວີລາ ໄດ້ຕັ້ງຂໍ້ສັງເກດວ່າ ຣັດເຊຍ ແລະ ຢູເຄຣນ ເປັນ ແຫຼ່ງສະໜອງທີ່ສໍາຄັນ ຕໍ່ສິນຄ້າຕ່າງໆຢູ່ໃນຕະຫຼາດໂລກ. ທ່ານນາງກ່າວເຕືອນວ່າ ມີຄວາມເປັນໄປໄດ້ທີ່ວິກິດການທາງດ້ານອາຫານອາດຈະເກີດຂຶ້ນ, ໂດຍທ່ານນາງຕັ້ງຂໍ້ສັງເກດວ່າ ປະເທດທີ່ມີຄວາມທຸກຍາກທັງຫຼາຍ ແມ່ນມີທ່າອ່ຽງທີ່ຈະພົບກັນຄວາມຫຍຸ້ງຍາກລໍາບາກເປັນສ່ວນຫຼາຍ ຈາກລາຄາຂອງອາຫານທີ່ແພງ ເພາະພວກເຂົາເຈົ້າ ມັກຈະໃຊ້ຈ່າຍລາຍໄດ້ເປັນສ່ວນຫຼາຍໄປກັບຄ່າອາ ຫານການກິນ.

ທ່ານນາງ ໂອກົນໂຈ ອິວີລາ ກ່າວວ່າ:

“ປະເທດຂາດດຸນທາງດ້ານອາຫານ ແລະມີລາຍໄດ້ຕໍ່ານັ້ນພົບວ່າ ຄ່າອາຫານຂອງພວກເຂົາເຈົ້າເພີ້ມຂຶ້ນເປັນ 20 ເປີເຊັນໃນປີ 2021, ເຊິ່ງເພີ້ມຂຶ້ນເຖິງ 120 ຕື້ໂດລາ...35 ປະເທດໃນອາຟຣິກາ ນໍາເຂົ້າອາຫານຈາກ ຢູເຄຣນ, ຣັດເຊຍ ຫຼືໝົດທັງສອງປະເທດນີ້. ບັນຫາຂອງລາຄາອາຫານທີ່ເພີ້ມສູງຂຶ້ນ ບວກກັບລາຄານໍ້າມັນທີ່ເພີ້ມຂຶ້ນສູງ ແລະປຸຍທີ່ມີລາຄາແພງ, ມັນໄດ້ກາຍມາເປັນໄພຄຸກຄາມຕໍ່ຜົນຜະລິດຂອງພືດຜົນໃນອະນາຄົດຂ້າງໜ້າ.”

ອິຈິບ ແລະ ຕູນີເຊຍ ນໍາເຂົ້າ ເຂົ້າເບ​ລ່ຈາກ ຢູເຄຣນ ແລະ ຣັດເຊຍ ປະມານ 80 ເປີເຊັນ. ປະເທດອື່ນໆອີກເຊັ່ນ ເລບານອນ ແລະເຮຕີ ກໍຍັງເພິ່ງພາການ ນໍາເຂົ້າເຂົ້າເບ​ລ່ຢ່າງຫຼວງຫຼາຍຈາກທັງສອງປະເທດດັ່ງກ່າວນີ້. ໂຄງການອາໂລກເຕືອນວ່າ ສົງຄາມທີ່ຍັງດໍາເນີນຢູ່ຢ່າງຕໍ່ເນື່ອງຢູ່ໃນ ຢູເຄຣນ ຈະເຮັດໃຫ້ຜູ້ຄົນຢູ່ໃນທົ່ວໂລກອຶດຢາກ.

ຢູເຄຣນ ມີກໍານົດໃນການເກັບກ່ຽວພືດລະດູໜາວໃນຊ່ວງໄລຍະເດືອນກໍລະກົດ, ແລະປູກພືດໃນລະດູການຕໍ່ໄປໃນເດືອນກັນຍາ. ຜູ້ອໍານວຍການໃຫຍ່ແຫ່ງອົງ ການການຄ້າໂລກກ່າວວ່າ ມັນມີຄວາມສໍາຄັນຫຼາຍທີ່ຊາວກະສິກອນ ຄວນຈະໄດ້ຮັບອະນຸຍາດໃຫ້ດໍາເນີນການປູກຝັງ ແລະເກັບກ່ຽວເຂົ້າເບ​ລ່ຂອງພວກເຂົາເຈົ້າ ເພື່ອເຮັດໃຫ້ວິກິດການທາງດ້ານອາຫານນັ້ນຫຼຸດລົງ.

The World Trade Organization reports the war in Ukraine has dealt a severe blow to the global economy, shattering expectations of a recovery from the damaging impact of the COVID-19 pandemic on world trade and business confidence. Lisa Schlein reports for VOA from Geneva.

The Russia-Ukraine conflict has cast a pall over the global economy. This has prompted World Trade Organization economists to downgrade their forecast for world trade over the next two years. They now expect world merchandise trade to grow by 3 percent this year and pick up slightly to 3.2 percent in 2023. This is down from the previous 4.7 percent projection.

They say these figures are likely to be revised again given the uncertainty from the fallout of the war in Ukraine. WTO Director-General Ngozi Okonjo-Iweala says the economic reverberations of this conflict extend far beyond Ukraine’s borders.

OKONJO-IWEALA

“It is now clear that the double whammy of the pandemic and the war have disrupted supply chains, increased inflationary pressures, and lowered expectations for output and trade growth. These events and the enormous uncertainty they have created make for a complex forecasting environment."

The WTO finds the most immediate economic impact of the war has been a sharp rise in the price of food, energy, fertilizer and some important minerals.

Okonjo-Iweala notes Russia and Ukraine are key suppliers of these commodities in the world market. She warns a potential food crisis is looming. She notes poor countries are likely to suffer most from high food prices because they tend to spend a large proportion of their income on food.

OKONJO-IWEALA

“Low-income food deficit countries saw their food bill rise 20 percent in 2021, an increase of $120 billion…Thirty-five African countries import food from Ukraine, Russia, or both. The problem of high food prices compounded by high oil prices and expensive fertilizer represent a threat to future crop yields.”

Egypt and Tunisia import about 80 percent of their wheat from Ukraine and Russia. Other countries, such as Lebanon and Haiti, also depend heavily upon wheat imports from these countries. The World Food Program warns the ongoing war in Ukraine will increase global hunger.

Ukraine is due to harvest its winter crop in July and plant next season’s crop in September. WTO Director-General Okonjo-Iweala says it is crucial that farmers be allowed to cultivate and harvest their wheat crops to lessen a food crisis.

XS
SM
MD
LG