ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ກ່າວວ່າ ການແຊກແຊງ ຂອງຣັດເຊຍ ກໍ່ໃຫ້ເກີດ 'ຄວາມບໍ່ໄວ້ວາງໃຈ ຢ່າງຮ້າຍແຮງ'


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson,ຂວາ, ແລະ ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov, ກຳລັງຈະເຂົ້າໄປໃນຫ້ອງປະຊຸມ ກ່ອນໜ້າທັງສອງຈະເຂົ້າຮ່ວມການເຈລະຈາ ໃນນະຄອນຫຼວງ ມົສກູ ຂອງຣັດເຊຍ, ວັນທີ 12 ເມສາ 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson,ຂວາ, ແລະ ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov, ກຳລັງຈະເຂົ້າໄປໃນຫ້ອງປະຊຸມ ກ່ອນໜ້າທັງສອງຈະເຂົ້າຮ່ວມການເຈລະຈາ ໃນນະຄອນຫຼວງ ມົສກູ ຂອງຣັດເຊຍ, ວັນທີ 12 ເມສາ 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ກ່າວໃນວັນຈັນ
ມື້ນີ້ ວ່າ ການແຊກແຊງເຂົ້າໃນການເລືອກຕັ້ງ ປະທານາທິບໍດີ ເມື່ອປີກາຍນີ້ ຂອງ
ຣັດເຊຍ ໄດ້ສ້າງ “ຄວາມບໍ່ໄວ້ວາງໃຈຢ່າງຮ້າຍແຮງ” ແລະ ວ່າ ທ່ານ ແລະ ລັດຖະ
ມົນຕີ ການຕ່າງປະເທດ ຂອງຣັດເຊຍ ທ່ານ Sergei Lavrov ໄດ້ປຶກສາຫາລືກັນ
ກ່ຽວກັບ “ວຽກງານຫຼາຍຢ່າງ” ທີ່ຈະຕ້ອງໄດ້ເຮັດໃນດ້ານຂອງສາຍພົວພັນລະຫວ່າງ
ສະຫະລັດ ກັບ ຣັດເຊຍ.

ນັກການທູດຂັ້ນສູງ ທັງສອງທ່ານ ໄດ້ທຳການເຈລະຈາກັນ ຕ່າງຫາກ ຢູ່ນອກກອງ
ປະຊຸມ ພາກພື້ນ ໃນປະເທດຟີລິບປິນ ບ່ອນທີ່ທ່ານ Tillerson ໄດ້ກ່າວວ່າ ທ່ານໄດ້
ບອກ ທ່ານ Lavrov ວ່າ ສະຫະລັດ ຈະໃຫ້ຄຳຕອບ ພາຍໃນ ວັນທີ 1 ກັນຍາ ຕໍ່ຄຳສັ່ງ
ຂອງຣັດເຊຍ ທີ່ໃຫ້ເອົາບັນດານັກການທູດ ແລະ ພະນັກງານອື່ນໆ ຫຼາຍຮ້ອຍຄົນ
ອອກຈາກສະຖານການທູດທັງຫຼາຍ ຂອງສະຫະລັດ ຢູ່ໃນຣັດເຊຍນັ້ນ.

ທ່ານ Tillerson ກ່າວວ່າ “ຂ້າພະເຈົ້າ ໄດ້ບອກທ່ານລັດຖະມົນຕີການຕ່າງປະເທດ
ແລ້ວວ່າ ພວກເຮົາບໍ່ທັນໄດ້ຕັດສິນໃຈເທື່ອ ກ່ຽວກັບວ່າ ພວກເຮົາຈະຕອບ ຄຳຮຽກ
ຮ້ອງຂອງຣັດເຊຍ ທີ່ໃຫ້ຕັດຈຳນວນເຈົ້າໜ້າທີ່ນັກການທູດ ອອກ ດ້ວຍວິທີໃດ.”

ການພົບປະກັນດັ່ງກ່າວ ເປັນການຕິດຕໍ່ພົວພັນ ຂັ້ນສູງ ຄັ້ງທຳອິດ ລະຫວ່າງສອງ
ປະເທດ ນັບຕັ້ງແຕ່ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ບໍ່ຄ່ອຍເຕັມໃຈ
ທີ່ຈະລົງນາມ ໃນມາດຕະການລົງໂທດຊຸດໃໝ່ ເມື່ອສັບປະດາແລ້ວນີ້ ທີ່ເຮັດໃຫ້ເປັນ
ກົດໝາຍ ເພື່ອລົງໂທດ ຣັດເຊຍ ສຳລັບ ການແຊກແຊງ ເຂົ້າໃນການເລືອກຕັ້ງປະທາ
ນາທິບໍດີ ປີ 2016 ທີ່ໄດ້ຊ່ອຍໃຫ້ທ່ານ ໄດ້ຮັບໄຊຊະນະ.

ເຖິງແມ່ນວ່າ ຈະມີມາດຕະການລົງໂທດ ຂອງສະຫະລັດ ຮອບຫຼ້າສຸດ ກໍຕາມ ແຕ່
ທ່ານ Lavrov ກໍໄດ້ກ່າວວ່າ “ພວກເຮົາຮູ້ສຶກວ່າ ຄູ່ຕຳແໜ່ງຂອງພວກເຮົາ ຈາກ
ອາເມຣິກາ ຈະຕ້ອງໄດ້ເປີດການເຈລະຈາໄວ້. ບໍ່ມີທາງເລືອກອື່ນໃດເລີຍ.”

ລັດຖະສະພາ ສະຫະລັດ ໄດ້ລົງຄະແນນສຽງ ຢ່າງຖ້ວມລົ້ນ ສຳລັບ ມາດຕະການ
ລົງໂທດດັ່ງກ່າວນັ້ນ. ທ່ານທຣຳ ໄດ້ປະເຊີນ ກັບຄວາມເປັນໄປໄດ້ສູງ ທີ່ ລັດຖະສະພາ
ຈະໃຊ້ສິດລົບລ້າງ ອຳນາດຍັບຍັ້ງ ຫຼື veto ຂອງທ່ານ ຖ້າທ່ານຈະປະຕິເສດ ຕໍ່ຮ່າງ
ກົດໝາຍນັ້ນ ທ່ານທຣຳ ຈຶ່ງໄດ້ຮັບຮອງເອົາ ມາດຕະການລົງໂທດນັ້ນ ແມ່ນກະທັງທີ່
ທ່ານໄດ້ເອີ້ນມັນວ່າ “ເປັນຂໍ້ບົກພ່ອງຢ່າງຍິ່ງໃຫຍ່” ໂດຍ “ເປັນຂໍ້ກຳນົດທີ່ບໍ່ຖືກຕ້ອງ
ຕາມລັດຖະທຳມະນູນ ຢ່າງຈະແຈ້ງ”
ກໍຕາມ.

ASEAN US Russia Talks
please wait
Embed

No media source currently available

0:00 0:01:57 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG