ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ແລະຢູເຄຣນ ມີກຳນົດ ຈະເຈລະຈາກັນ ໃນວັນອັງຄານມື້ນີ້ ຂະນະທີ່ ກອງກຳລັງຣັດເຊຍ ສືບຕໍ່ຍິງໂຈມຕີ ເມືອງຕ່າງໆ


ຕຳຫຼວດຊ່ອຍແມ່ຍິງຄົນນຶ່ງ ຫຼັງຈາກນັກດັບໄຟ ໄດ້ນຳເອົາລາວອອກມາຈາກເຮືອນພັກຂອງລາວ ທີ່ໄດ້ຖືກຍິງໂຈມຕີ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ໃນວັນອັງຄານ ທີ 15 ມີນາ 2022. (AP Photo/Felipe Dana)
ຕຳຫຼວດຊ່ອຍແມ່ຍິງຄົນນຶ່ງ ຫຼັງຈາກນັກດັບໄຟ ໄດ້ນຳເອົາລາວອອກມາຈາກເຮືອນພັກຂອງລາວ ທີ່ໄດ້ຖືກຍິງໂຈມຕີ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ໃນວັນອັງຄານ ທີ 15 ມີນາ 2022. (AP Photo/Felipe Dana)

ບັນດານັກເຈລະຈາ ຈາກຣັດເຊຍ ແລະຢູເຄຣນ ມີກຳນົດຈະຈັດການເຈລະຈາກັນຕື່ມອີກໃນວັນອັງຄານມື້ນີ້ ຂະນະທີ່ຣັດເຊຍ ​ກົດ​ດັນໃນການໂຈມຕີຂອງຕົນ ເກືອບເຂົ້າອາທິດທີ່ສາມ​ແລ້ວນັ້ນ ດ້ວຍການຍິງຖະຫຼົ່ມນະຄອນຫຼວງກີຢິບ ແລະຫົວເມືອງທີ່ສຳຄັນຕ່າງໆ.

ການເຈລະຈາໃນວັນຈັນວານນີ້ ໄດ້ຈັດຂຶ້ນໂດຍຜ່ານທາງວີດີໂອ ແທນທີ່ຈະເຂົ້າປະຊຸມດ້ວຍຕົນເອງ ໃນເບລາຣຸສ ປະເທດເພື່ອນບ້ານ ຄືກັນກັບກອງປະຊຸມທີ່ຜ່ານມານັ້ນ ກໍຍັງບໍ່ທັນມີສັນຍານທີ່ສຳຄັນ ຂອງຄວາມຄືບໜ້າເລີຍ.

ນັກເຈລະຈາຂອງຢູເຄຣນ ມິແຄ​ລໂລ ໂປໂດລີຢັກ (Mykhailo Podolyak) ໄດ້ຂຽນລົງໃນທວີດເຕີ ຫຼັງຈາກການເຈລະຈາ​ກັນໃນວັນຈັນວານນີ້ ວ່າ “ການສື່ສານໄດ້ຖືກຈັດຂຶ້ນ ແຕ່ກໍຍັງຍາກຫຼາຍ.” ທ່ານໄດ້ໃຫ້ຄວາມຫວັງ ກ່ຽວກັບຄວາມຄືບໜ້າໃນວັນອາທິດຜ່ານມາ ໂດຍກ່າວວ່າ ຣັດເຊຍໄດ້ຮັບຟັງຂໍ້ສະເໜີຕ່າງໆຂອງພວກເຮົາ ຢ່າງລະມັດລະວັງ.” ແລະໄດ້ເລີ້ມຕົ້ນເຈລະຈາ “ຢ່າງສ້າງສັນ.”

ໂຄສົກທຳນຽບຂາວ ເຈັນ ຊາກີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ສະຫະລັດສະໜັບສະໜຸນການເຈລະຈາ ແຕ່ຕົນເບິ່ງຫາສັນຍານທີ່ວ່າ ຣັດເຊຍເຕັມໃຈ ໃນການເຈ ລະຈາຮ່ວມກັນ ເພື່ອຫລຸດຜ່ອນຄວາມຮຸນແຮງ.”

“ທັດສະນະຂອງພວກເຮົາ ຍັງສືບຕໍ່ເປັນຄືແນວນັ້ນ ເຖິງແມ່ນວ່າ ຄຳເວົ້າທີ່ໄດ້ກ່າວໄປຢູ່ໃນການເຈລະຈາທັງຫຼາຍເຫຼົ່ານັ້ນ ຫຼື ທີ່ອອກມາຈາກການເຈລະຈາເຫຼົ່ານັ້ນ ທາງການທູດ ຕ້ອງການມີສ່ວນຮ່ວມດ້ວຍຄວາມຈິງໃຈທີ່ຈະຫລຸດຜ່ອນຄວາມຮຸນແຮງ” ທ່ານນາງຊາກີ ໄດ້ກ່າວໃນວັນຈັນວານນີ້. ທ່ານນາງກ່າວອີກວ່າ “ແລະສິ່ງທີ່ພວກເຮົາຢາກເຫັນແມ່ນຫຼັກຖານຂອງອັນນັ້ນ. ແລະພວກເຮົາບໍ່ເຫັນຫຼັກຖານໃດໆເລີຍ ໃນຈຸດນີ້ ທີ່ວ່າ ປະທານາທິບໍດີ ປູຕິນ ເຮັດສິ່ງໃດສິ່ງນຶ່ງເພື່ອຍຸຕິການບຸກໂຈມຕີ ຫຼືຫລຸດຜ່ອນມັນ.”

ນອກຈາກນັ້ນແລ້ວ ທ່ານນາງຊາກີ ຍັງໄດ້ປະຕິເສດທີ່ຈະຢືນຢັນລາຍງານທີ່ວ່າ ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຄາດວ່າ ຈະເດີນທາງໄປນະຄອນ ຫຼວງບຣັສເຊີລສ໌ ໃນອາທິດໜ້າ ເພື່ອພົບປະກັບຜູ້ນຳຂອງອົງການເນໂຕ້ ໃນການຫາລືກ່ຽວກັບບັນຫາຂັດແຍ້ງ. ທ່ານນາງໄດ້ກ່າວວ່າ ລັດຖະບານທ່ານໄບເດັນ ໄດ້ “ພົວພັນຢ່າງໃກ້ຊິດ” ກັບອົງການເນໂຕ້ ແລະບັນດາພັນທະມິດໃນຢູໂຣບ ກ່ຽວກັບຂັ້ນຕອນທາງການທູດເພີ້ມຕື່ມ ລວມທັງດ້ານມະນຸດສະທຳ ແລະການຊ່ອຍເຫຼືອດ້ານຄວາມປອດໄພ ແຕ່ຍັງບໍ່ທັນມີການຕັດສິນໃຈຂັ້ນສຸດທ້າຍກ່ຽວກັບການເດີນທາງໄປບຣັສເຊີລສ໌ ເທື່ອ.

ທ່ານໄບເດັນ ມີກຳນົດຈະລົງນາມ ຊຸດການຈັດສັນທຶນຊ່ອຍເຫຼືອສຸກເສີນດ້ານການທະຫານ ແລະດ້ານມະນຸດສະທຳ ມູນຄ່າ 13 ພັນ 6 ຮ້ອຍລ້ານໂດລາ ສຳລັບຢູເຄຣນ ໃນວັນອັງຄານມື້ນີ້. ທຶນອັນນັ້ນ ຈະຕິດຕາມມາດ້ວຍການກ່າວຄຳປາໄສຕໍ່ລັດຖະສະພາ ໂດຍປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສ໌ກີ ໃນວັນພຸດມື້ອື່ນ ຜູ້ທີ່ຈະຮຽກຮ້ອງໃຫ້ນານາຊາດຊ່ອຍເຫຼືອ ທີ່ລວມທັງ ເຂດຫ້າມບິນເທິງນ່ານຟ້າຂອງຢູເຄຣນ ທີ່ລັດຖະບານ ທ່ານໄບເດັນ ບໍ່ເຫັນດີດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

 Ukraine Conflict Sees Multiple Diplomatic Fronts 
please wait

No media source currently available

0:00 0:03:49 0:00
XS
SM
MD
LG