ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດ​ເຊຍ ​ຖືກ​ໂຈະ​ການ​ເປັນ​ສະ​ມາ​ຊິກ ໃນ​ສະ​ພາ​ສິດ​ທິ​ມະ​ນຸດ​ ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ


ສະມັດຊາໃຫຍ່ສະຫະຊາຊາດ, ຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, 7 ເມສາ, 2022. ສະມັດຊາດດັ່ງກ່າວໄດ້ລົງຄະແນນສຽງເພື່ອປົດ ຣັດເຊຍ ອອກຈາກອົງການສິດທິມະນຸດດັ່ງກ່າວຊົ່ວຄາວ ຍ້ອນການກ່າວຫາວ່າ ທະຫານ ຣັດເຊຍ ໄດ້ສັງຫານພົນລະເຮືອນ ເວລາຖອນອອກຈາກພື້ນທີ່ອ້ອມນະຄອນຫຼວງຂອງ ຢູເຄຣນ.
ສະມັດຊາໃຫຍ່ສະຫະຊາຊາດ, ຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, 7 ເມສາ, 2022. ສະມັດຊາດດັ່ງກ່າວໄດ້ລົງຄະແນນສຽງເພື່ອປົດ ຣັດເຊຍ ອອກຈາກອົງການສິດທິມະນຸດດັ່ງກ່າວຊົ່ວຄາວ ຍ້ອນການກ່າວຫາວ່າ ທະຫານ ຣັດເຊຍ ໄດ້ສັງຫານພົນລະເຮືອນ ເວລາຖອນອອກຈາກພື້ນທີ່ອ້ອມນະຄອນຫຼວງຂອງ ຢູເຄຣນ.

ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ລົງຄະແນນສຽງໃນວັນພະຫັດວານນີ້ເພື່ອປົດ ຣັດເຊຍ ອອກຈາກສະພາສິດທິມະນຸດຂອງອົງການດັ່ງກ່າວຊົ່ວຄາວ ຍ້ອນຄວາມໂຫດຮ້າຍທີ່ເຂົາເຈົ້າຖືກກ່າວຫາວ່າໄດ້ກະທຳໃນປະເທດຢູເຄຣນ.

ໃນການລົງຄະແນນສຽງ 93 ຕໍ່ 24 ເຊິ່ງ​ມີ 58 ປະເທດບໍ່ອອກສຽງ, ສະມັດຊາສະ​ຫະ​ປະ​ຊາ​ຊາດໄດ້ປົດຣັດເຊຍອອກຊົ່ວຄາວສຳລັບ “ການລ່ວງລະເມີດຢ່າງເຫັນໄດ້ຊັດ ແລະເປັນລະບົບຕໍ່ສິດທິມະນຸດ” ແລະ ການລ່ວງລະເມີດກົດໝາຍສາກົນທີ່ໄດ້້ກະທຳຕໍ່ຢູເຄຣນ.

ມະຕິດັ່ງກ່າວຮຽກຮ້ອງຄະແນນສຽງສ່ວນຫຼາຍສອງສ່ວນສາມເພື່ອທີ່ຈະຖືກຮອງຮັບເອົາ, ເຊິ່ງການບໍ່ອອກສຽງແມ່ນບໍ່ຖືກນັບ.

ທູດພິເສດຢູເຄຣນທ່ານເຊີກີ ຄິສລິດເຊຍໄດ້ກ່າວກ່ອນການລົງຄະແນນສຽງວ່າ “ພວກເຮົາພິຈາລະນາການປົດຊົ່ວຄາວສິດທິຂອງລັດນຶ່ງໃນສະພາສິດທິມິມະນຸດວ່າຫາໄດ້ຍາກ ແລະເປັນການດຳເນີນການທີ່ພິເສດ.”

ທ່ານກ່າວວ່າ “ແນວໃດກໍ່ຕາມ, ການກະທຳຂອງຣັດເຊຍແມ່ນເກີນທີ່ຈະຮັບໄດ້, ຣັດເຊຍ ບໍ່ພຽງແຕ່ໄດ້ທຳການລະເມີດສິດທິມະນຸດເທົ່ານັ້ນ, ເຂົາເຈົ້າໄດ້ສັ່ນຄອນພື້ນຖານຂອງສັນຕິພາບແລະຄວາມໝັ້ນຄົງສາກົນ.

47 ປະເທດ ແມ່ນຢູ່ໃນສະພາສິດທິມະນຸດ ທີ່ມີຫ້ອງການຕັ້ງຢູ່ນະຄອນເຈນີວາ ປະເທດສວິດເຊີແລນ. ເຂົາເຈົ້າໄດ້ຖືກເລືອກໃນການປ່ອນບັດລົງຄະແນນສຽງລັບໂດຍສະມັດຊາໃຫຍ່. ຣັດເຊຍ ປັດຈຸບັນນແມ່ນກຳລັງປະຕິບັດໜ້າທີ່ໃນເວລາທີ່ຖືກກຳນົດ 3 ປີ ທີ່ຈະໝົດອາຍຸໃນວັນທີ 31 ທັນວາ 2023.

ທ່ານຄິສລິດເຊຍໄດ້ກ່າວຢໍ້າວ່າວັນທີ 7 ເມສາແມ່ນເວລາທີ່ການຂ້າລ້າງເຜົ່າພັນ ຣວັນດາ ຈະຖືກລະນຶກເຖິງ, ແລະໄດ້ກ່າວວ່າການສັງຫານໝູ່ນັ້ນແມ່ນເປັນຍ້ອນການຂາດການດຳເນີນການຂອງສາກົນ ແລະ ຄວາມລົ້ມແຫຼວ ຂອງອົງການສະ ຫະປະຊາຊາດ ທີ່ຈະຕອບໂຕ້ຕໍ່ຄຳເຕືອນຕ່າງໆຈາກພື້ນທີ່.

ທູດພິເສດຢູເຄຣນໄດ້ກ່າວວ່າ “ໃນວັນແຫ່ງຄວາມໂສກເສົ້ານີ້ ແລະ ການແບກຫາບໂສກນາດຕະກຳຂອງຊາວຢູເຄຣນຫຼາຍພັນຄົນທີ່ຖືກຂ້າຕາຍໂດຍພວກບຸກລຸກຣັດເຊຍນັ້ນ, ຢູເຄຣນຢືນຄຽງຄູ່ກັບຣວັນດາ ແລະ ຮຽກຮ້ອງເພື່ອກ່າວຢໍ້າຄຳສັນຍາຂອງພວກເຮົາ ທີ່ຈະບໍ່ມີວັນລືມ ແລະ ບໍ່ມີວັນອະນຸຍາດໃຫ້ ການຂ້າລ້າງເຜົ່າພັນເກີດຂຶ້ນອີກ, ເຊິ່ງໄດ້ເປັນຜົນຂອງຄວາມບໍ່ເອົາໃຈໃສ່ຂອງປະຊາຄົມສາກົນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG