ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດ​ເຊຍ​ ຈະໃຊ້ສິດຍັບ​ຍັ້ງ ​ຍັດຕິ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ເລື່ອງຊີເຣຍ (ສະ​ໄລ​ດ໌/ວີດີໂອ)


UN Syria SOTVO
please wait
Embed

No media source currently available

0:00 0:00:33 0:00
ຣັດ​ເຊຍ​ວາງ​ແຜນ​ທີ່​ຈະ​ໃຊ້​ສິດ​ຍັບ​ຍັ້ງ ​ຕໍ່ຍັດຕິຂອງສະພາຄວາມ
​ໝັ້ນຄົງສະຫະ​ປະຊາ​ຊາດ ໃນ​ວັນ​ພະຫັດ​ມື້​ນີ້ ທີ່ຈະສົ່ງສະຖານະ
​ການ​ໃນ​ຊີ​ເຣຍ ​ໄປໃຫ້​ສານ​ອາ​ຍາ​ນາໆ​ຊາດ ພິດຈະລະນາ.

​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ
ທ່ານ Vitaly Churkin ໄດ້​ກ່າວໃນ​ວັນ​ພຸດ​ວານ​ນີ້ວ່າ ຍັດຕິ​ທີ່​ວ່າ​ນີ້
ຈະເຮັດໃຫ້ເປົ້າໝາຍໃນການຊອກຫາຊ່ອງທາງແກ້ໄຂ ທາງດ້ານ
ການເມືອງ ​ມີຄວາມ​ສະ​ລັບ​ຊັບ​ຊ້ອນ ​ແລະ​ນັ້ນ​ຄືເຫດຜົນ ຢູ່ເບື້ອງ​ຫຼັງໃນການ​ຕັດສິນ​ໃຈ​ຂອງ​ລັດຖະບານຣັດ​ເຊຍ​ ໃນ​ວັນ​ພະຫັດ​ມື້​ນີ້.

ທ່ານ Churkin ກ່າວ​ວ່າ: “ຄວາມ​ຈິງ​ກໍ​ແມ່ນ​ວ່າ ຍັດຕິທີ່ຈະມີ
ການ​ລົງ​ຄະ​ແນນ​ສຽງກັນນີ້ ພວກ​ເຮົາຖືວ່າເປັນພຽງແຜນການເພື່ອດຶງດູດຄວາມ
ສົນໃຈຂອງຜູ້ຄົນເທົ່ານັ້ນ ຊຶ່ງບໍ່ເປັນ​ຈັ່ງ​ບຸນ ມັນ​ຈະ​ເປັນຜົນກະທົບຢ່າງຮ້າຍແຮງ
ຕໍ່​ຄວາມ​ພະຍາຍາມ​ຮ່ວມກັນຂອງ​ພວກ​ເຮົາ ເພື່ອແກ້ໄຂທາງການເມືອງຕໍ່ວິ​ກິດ​ການໃນ​ຊີ​ເຣີຍ ​ແຕ່​ວ່າ ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ ມັນ​ກໍ​ຈະ​ເກີດ ຂຶ້ນ​ຢູ່​ດີ.”


ຣັດ​ເຊຍ​ແມ່ນ​ນຶ່ງ​ໃນ​ ຫ້າ ສະມາຊິກຖາວອນ​ ຂອງສະພາຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ.

ສະມາຊິກ​ແຕ່ລະ​ປະເທດ ແມ່ນ​ມີ​ຄວາມ​ສາມາດ​ທີ່ຈະໃຊ້ສິດຍັບຍັ້ງ​ຕໍ່ຮ່າງຍັດຕິຫລືການ
ຕັດ ສິນໃຈໂດຍລົງຄະແນນສຽງຄັດຄ້ານ. ຣັດ​ເຊຍ​ໄດ້ໃຊ້ສິດຍັບຍັ້ງຕໍ່ 3 ຍັດຕິ ກ່ຽວກັບ
ເລື່ອງຊີເຣຍ ​ ນັບ​ຕັ້ງ​ແຕ່​ເດືອນ​ມີນາ ປີ 2011 ​ເປັນ​ຕົ້ນ​ມາ.

ຝຣັ່ງ​ແມ່ນ​ເປັນຜູ້ຮ່າງຍັດຕິສະບັບ​ຫຼ້າ​ສຸດ ທີ່​ໄດ້​ກ່າວ​ປະນາມ “ການລະ​ເມີດ​ຕໍ່​ສິດທິ​ມະນຸດ​ໃນຂອບເຂດທີ່ກ້ວາງຂວາງ” ​ໂດຍເຈົ້າ​ໜ້າ​ທີ່​ຊີ​ເຣຍ ​ແລະ​ພວກທະຫານບ້ານ
ທີ່ນິຍົມລັດຖະບານ ພ້ອມ​ທັງ​ການລ່ວງລະ​ເມີດ ໂດຍ​ກຸ່ມ​ກຳລັງປະກອບອາວຸດທີ່​ບໍ່​ຂຶ້ນ
​ກັບ​ລັດຖະບານ​ນັ້ນນຳ.

ມີ​ຫຼາຍ​ກວ່າ 50 ປະ​ເທດອື່ນໆ ​ໄດ້​ລົງ​ນາມ​ໃນ​ຮ່າງຍັດຕິສະບັບນີ້ ​ໃນ​ຖານະ​ເປັນ​ຜູ້​ນຳສະ ເໜີຮ່ວມ.

ຊີ​ເຣຍ ບໍ່​ແມ່ນ​ພາກສ່ວນ ​ຂອງ​ສົນທິສັນຍາ ທີ່​ໄດ້​ສ້າງຕັ້ງສານ​ອາ​ຍານາໆ​ຊາດ ຫລື ICC ​ເພາະສະ​ນັ້ນ ມະຕິຂອງສະພາຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ແມ່ນ​ເປັນ​ພຽງ​ທາງ​ດຽວ ​ເທົ່ານັ້ນ ທີ່ຈະອະນຸຍາດໃຫ້ຄະນະໄອຍະການຂອງ ICC ທີ່ນະຄອນ Hague ​ດຳ​ເນີນ​ການ​
ສື​ບສວນ​ສອບ​ສວນ​ກ່ຽວກັບ​ການລະ​ເມີດສິດທິມະນຸດຕ່າງ ຕາມທີ່​ຖືກ​ກ່າວ​ຫານັ້ນໄດ້.
XS
SM
MD
LG