ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາຕໍ່າ ຮັບ​ຜ່ານ ຮ່າງ​ກົດໝາຍ ວ່າດ້ວຍ​ການລົງ​ໂທດ ສະບັບ​ໃໝ່ ຕໍ່ຣັດ​ເຊຍ


House Moves to Check Trump Russia Sanction Powers
please wait

No media source currently available

0:00 0:00:41 0:00

ສະພາຕໍ່າຮັບ​ຜ່ານ​ຮ່າງ​ກົດໝາຍ ວ່າດ້ວຍ​ການລົງ​ໂທດສະບັບ​ໃໝ່ ຕໍ່ຣັດ​ເຊຍ ໃນວັນ​ອັງຄານ​ ທີ 25 ກໍລະກົດ 2017

ມາດຕະການ​ລົງ​ໂທດສະບັບ​ໃໝ່ຕໍ່ຣັດ​ເຊຍ ​ທີ່ປະ​ເທດ​ດັ່ງກ່າວ​ໄດ້​ແຊກ​ແຊງ​ເຂົ້າ​ໃນ
ການ​ເລືອກ​ຕັ້ງ ປະທານາທິບໍດີ​ສະຫະລັດ ເມື່ອ​ປີ​ກາຍ​ນີ້ ​ໄດ້​ຜ່ານ​ຂັ້ນຕອນທີ່​ສຳຄັນ
ໃນ​ວັນ​ອັງຄານ​ວານ​ນີ້ ເມື່ອ​ສະມາຊິກ​ສະພາ​ຕ່ຳ ໄດ້​ຮັບ​ຜ່ານ​ຮ່າງ​ກົດໝາຍທີ່​ຂະ
ຫຍາຍການກວດກາຂອງ​ສະພາອອກ ຕໍ່​ການ​ທີ່ປະທານາທິບໍດີ​ທຣໍາອາດ​ຈະ​ຜ່ອນ
ຜັນການ​ລົງ​ໂທດ​ເຫຼົ່າ​ນັ້ນ​ໃຫ້​ເບົາບາງ​ລົງ. Katherine Gypson ນັກ​ຂ່າວ VOA ມີ
​ລາຍ​ລະອຽດ​ເພີ້ມ​ເຕີມ​ກ່ຽວກັບ​ເລື້ອງນີ້ ຊຶ່ງ​ບົວ​ສະຫວັນ ຈະ​ນໍາ​ມາສະ​ເໜີທ່ານ​ໃນ​ອັນ​
ດັບ​ຕໍ່​ໄປ.

ຣັດ​ເຊຍ, ອີຣ່ານ ແລະ​ເກົາຫລີ​ເໜືອ ​ໄດ້​ຮັບຄຳ​ເຕືອນ​ທີ່​ຮຸນ​ແຮງ​ຈາກ​ລັດຖະສະພາ
​ສະຫະລັດ.

ທ່ານ Ed Royce, ປະທານ​ຄະ​ນະ​ກໍາມະການ​ດ້ານ​ການ​ພົວພັນ​ຕ່າງປະ​ເທດຂອງ
ສະພາ​ຕ່ຳ ທີ່​ສັງກັດ​ພັກຣີພັບບ​ລິກັນ ​ກ່າວ​ວ່າ “ລະບອບ​ການ​ປົກຄອງ​ທັງ​ສາມ​ນີ້ ທີ່
ຢູ່​ຄົນ​ລະ​ພາກ​ຂອງ​ໂລກ​ແມ່ນ​ເປັນ​ໄພ​ຂົ່ມຂູ່​ຕໍ່ຜົນ​ປະ​ໂຫຍ​ດຂອງ​ສະຫະລັດ ​ແລະ
ເຮັດ​ໃຫ້​ບັນດາ​ປະ​ເທດ​ໃກ້​ຄຽງ ຂາດ​ສະຖຽນລະ​ພາບ.”

​ແລະ​ໃນ​ຂະນະ​ທີ່​ຮ່າງ​ກົດໝາຍສະບັບ​ນີ້ ຈະ​ທຳ​ການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ແລະ​
ການ​ທູດຢ່າງ​ໜັກຢູ່​ແລ້ວນັ້ນ ມັນ​ຍັງ​ເປັນ​ການສົ່ງ​ຄຳເຕືອນ​ໄປໃຫ້ປະທານາທິບໍດີ​ທຣໍາຮູ້
​ເຊັ່ນ​ກັນ. ຫົວໜ້າສະມາ​ຊິກສະພາ​ຕໍ່າຈາກພັກ​ເດ​ໂມ​ແຄຣັດຢູ່​ໃນ​ຄະນະ​ກໍາມະການ​ພົວ
ພັນ​ຕ່າງປະ​ເທດເວົ້າວ່າ ອຳນາດ​ໃນການຄວບ​ຄຸມ​ດູ​ແລໃໝ່​ຂອງ​ລັດຖະສະພາ
​ແມ່ນການ​ກວດກາ​ທີ່​ຈໍາ​ເປັນ.

ທ່ານ Eliot Engel, ສະມາຊິກສະພາ​ຕໍ່າຈາກພັກ​ເດ​ໂມ​ແຄຣັດ​ໃນ​ຄະນະ​ກໍາມະການ​ພົວ
ພັນ​ຕ່າງປະ​ເທດໃຫ້​ຄໍາ​ເຫັນວ່າ “ຖ້າ​ຫາກ​ວ່າ ປະທານາທິບໍດີ​ທຣໍາ​ຢາກ​ໄປ​ຕີ​ກອັບຫລື​
ເຮັດ​ຫຍັງ​ກໍ​ຕາມ​ ກັບ​ທ່ານທ່ານ​ພູ​ຕິນ ​ເພື່ອນ​ສະໜິດຂອງ​ເພິ່ນ ​ເພິ່ນ​ກໍສາມາດ​ທີ່​ຈະ​ບໍ່​
ເອີ້ນເອົາ​ລັດຖະສະພາໄປ​ຫລິ້ນນໍາ ​ເພາະວ່າ​ພວກ​ເຮົາ​ກໍາ​ລົງ​ລົ​ງ​ໂທດ​ພູ​ຕິນຢູ່.”

ທ້າ​ມກາງ​ການ​ສືບສວນ​ຂອງ​ລັດຖະສະພາເພື່ອ​ກວດ​ເບິ່ງ​ການ​ພົວພັນ​ລະຫວ່າງຄະນະ​ໂຄ
ສະນາ​ຫາ​ສຽງຂອງ​ທ່ານ​ທຣໍາ ​ແລະຣັດ​ເຊຍ ທີ່​ຖືກ​ກ່າ​ວຫາ​ຢູ່ ... ກໍ​ມີ​ການ​ເຄື່ອນ​ໄຫວ​ທີ່
​ເຫັນ​ດີ​ນໍາ​ກັນ ​ຈາກ​ບັນດາ​ສະມາ​ຊິກ​ສະພາ​ຂອງທັງ​ສອງ​ພັກ ​ເພື່ອ​ຈໍາກັດ ອໍານາດ​ຂອງ
​ຝ່າຍ​ບໍລິຫານ ​ໃນ​ການ​ຍົກ​ເລີກ​ການ​ລົງ​ໂທດ​ນັ້ນ​ໄດ້.

ທ່ານ Willam Pomeranz, ຈາກສູນ​ກາງ Wilson ກ່າວ​ວ່າ “ຮ່າງ​ກົດໝາຍນີ້ ເຮັດ​ໃຫ້
​ປະທານາທິບໍດີ​ທຣໍາໜັກ​ໃຈ​ຢ່າງ​ໃຫຍ່ ​ເພາະວ່າບໍ່ມີ​ປະທາ ນາທິບໍດີຄົນ​ໃດດອກທີ່​ຢາກ​
ຈະ​ເສຍ​ອິດ​ທິພົນ​ໃນ​ການ​ເຮັດ​ການ​ລົງ​ໂທດ​ ຖື​ກຍົກ​ເລີກໄດ້.”

ມັນ​ເປັນການກີດ​ກັນອັນໜຶ່ງທີ່​ທາງ​ທໍານຽບຂາວ​ທໍາ​ອິດ​ພະຍາຍາມ​ຊອກ​ຫາສຽງ​ສະໜັບ
ສະໜຸນ​ເພື່ອ​ຕໍ່ຕ້ານມັນ ກ່ອນທີ່​ຈະ​ກັບ​ມາ​ໃຫ້ການ​ສະໜັບສະໜຸນ​ການ​ລົງ​ໂທດ​ດັ່ງກ່າວ
ໃນຕົ້ນອາທິດ​ນີ້.

​ທ່ານ​ນາງ Sarah Huckabee Sanders ​ໂຄສົກ​ປະ​ຈໍາ​ທໍານຽບຂາວເວົ້າວ່າ “ທາງ
​ຄະນະ​ລັດຖະບານ​ແມ່ນ​ສະໜັບສະໜຸນ​ໃຫ້​ເອົາ​ມາດ​ຕະການ​ອັນ​ແຂັງ​ແກ່ນ​ຕໍ່ຣັດ​ເຊຍ
ເວົ້າສະ​ເພາະ​ກໍ​ຄື​ວາງ​ມາດ​ຕະການ​ລົງ​ໂທດ​ນີ້ອອກ​ມາ.”

ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດປະ​ຈໍາ​ຢູ​ເຄຣນ​ເວົ້າວ່າ ຂໍ້​ຫຍຸ້ງຍາກ​ທີ່​ຈະມີຕໍ່
ຄວາມ​ຜິດ​ພາດ​ໃນ​ການກວດ​ສອບຂອງ​ລັດຖະສະພາ​ຕໍ່​ເລື່ອງ​ນີ້ຈະມີ​ຫຍັງ​ແດ່? ອາດ​
ຈະ​ມີ​ການ​ເສຍ​ຄວາມ​ຢືດຢຸນທາງ​ດ້ານ​ການ​ທູດ​ໄດ້.

ທ່ານ​ທູດ Steve Pifer ທີ່​ສະ​ຖາ​ບັນ Brookings ​ເວົ້າວ່າ “ການ​ລົງ​ໂທດ​ ​ເມື່ອ​ໃດ​ມີ​ການ​
ນຳ​ໃຊ້​ເປັນ​ກົດໝາຍ​ແລ້ວ ອາດ​ຈະ​ເຮັດ​ໃຫ້​ເຫັນ​ວ່າ ​ມີ​ຄວາມ​ສໍາ​ເລັດ​ໃນ​ການ​ເຮັດ​ໃຫ້​
ເກີດ​ມີ​ການ​ປ່ຽນ​ແປງ​ໃນ​ການ​ປະພຶດ​ຂອງຣັດ​ເຊຍ ໜ້ອຍກວ່າການ​ທີ່​ມັນອີງ​ໃສ່​ລັດຖະ
ດໍາລັດ.”

ອັນ​ນີ້​ເປັນ​ການ​ເສຍ​ໄຊ​ທີ່​ໄດ້​ເຮັດ​ໃຫ້ປະທານາທິບໍດີ​ທຣໍາ ຕ້ອງ​ໄດ້​ມີ​ການ​ຕັດສິນ​ໃຈ​ເລືອກ
​ເອົາ​ຢ່າງໜ້າໜັກ​ໃຈ.

ທ່ານ​ທູດ Steve Pifer ກ່າວ​ເພີ້ມອີກ​ວ່າ “ການ​ປະຕິ​ເສດ ​ບໍ່​ເຫັນ​ດີ​ຕໍ່ຮ່າງ​ກົດໝາຍດັ່ງ
ກ່າວຈະ​ເຮັດ​ໃຫ້ມີ​ການ​ເສຍ​ຫາຍ ກ່ອນ​ອື່ນໝົດ ການ​ເຮັດ​ເຊັ່ນ​ນັ້ນຈະ​ເຮັດ​ໃຫ້​ຄົນ​ເບິ່ງ
​ວ່າ ນີ້​ເປັນ​ອີກຂໍ້ນຶ່ງທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ທີ່​ແທ້​ກໍ​ມີ​ບາງ​ສິ່ງ​ບາງ​ຢ່າງ ທີ່​ບໍ່ຖືກຕ້ອງ​ເກີດ​
ຂຶ້ນລະຫວ່າງຄະນະ​ໂຄສະນາ​ຫາ​ສຽງຂອງ​ທ່ານ​ທຣໍາ ​ກັບຣັດ​ເຊຍ​ໃນໄລຍະ​ການ​ເລືອກ
​ຕັ້ງ​ໃນ​ປີ 2016 ນັ້ນ. ​ແລະ​ອັນ​ທີ​ສອງ​ກໍ​ຄື ​ມັນ​ເປັນ​ໄປ​ໄດ້​ຫລາຍ​ທີ່​ສຸດ ທີ່​ການ​ປະຕິ​ເສດ
ຕໍ່ຮ່າງ​ກົດໝາຍດັ່ງກ່າວ ຈະ​ຖືກ​ລົບ​ລ້າງໂດຍ​ລັດຖະສະພາ.”

​ແລະ​ຍັງບໍ່ພໍເທົ່າ​ໃດມື້ ກໍ​ຈະ​ຮອດ​ການ​ໄປ​ພັກຜ່ອນແລ້ວ, ບັນດາ​ສະມາຊິກ​ສະພາຕ່າງກໍ
​ພາກັນ​ຂຸ້ນຂ້ຽວ ​ເພື່ອ​ເຮັດ​ໃຫ້ນິຕິ​ກໍາ​ດັ່ງກ່າວ​ສໍາ​ເລັດ ​ເພື່ອ​ຮັບປະກັນ​ວ່າ​ຈະ​ໃຫ້ປະທານາ
ທິບໍດີເຊັນ​ຮັບ​ເອົາໄດ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

ອ່ານຂ່າວນີ້ເພີ້ມຢູ່ຂ້າງລຸ່ມນີ້ເປັນພາສາອັງກິດ

New sanctions punishing Russia for its interference in last year's US presidential election cleared a key step Tuesday as the U.S. House of Representatives passed a bill expanding Congressional checks on President Trump's ability to ease those penalties. VOA's Katherine Gypson has more from Capitol Hill.

Russia, Iran and North Korea receiving a strong message from the US Congress…

REP. ED ROYCE, (R) CHAIRMAN, HOUSE FOREIGN AFFAIRS:
"These three regimes in different parts of the world are threatening vital US interests and they are destabilizing their neighbors."

And while the bill would impose tough economic and diplomatic penalties, it also sends a message to President Trump. New Congressional oversight powers a needed check, said the top Democrat on House Foreign Affairs…

REP. ELIOT ENGEL, (D) HOUSE FOREIGN AFFAIRS:
"If President Trump wants to play golf or do something with his crony Mr. Putin, he can count the Congress out because we're punish Mr. Putin."


Amid Congressional investigations into alleged links between the Trump campaign and Russia…an unusually bi-partisan move by lawmakers to limit executive powers to lift sanctions.

WILLIAM POMERANZ, WILSON CENTER:
"This is a significant restraint on President Trump because no president wants to lose the leverage of being able to take off sanctions."

A restraint the White House initially lobbied against before coming out in support of the sanctions earlier this week.

SARAH HUCKABEE SANDERS, WHITE HOUSE PRESS SECRETARY:
"The administration is supportive of being tough on Russia - particularly in putting these sanctions in place."

The cost of Congressional oversight? The possible loss of US diplomatic flexibility, says a former US Ambassador to Ukraine.

AMB. STEVE PIFER, BROOKINGS INSTITUTION:
"Sanctions once they are embedded in law may prove less successful in eliciting a change in Russian behavior then when they are based on executive order."


A loss that sets up a tough choice for President Trump.

AMB. STEVE PIFER, BROOKINGS INSTITUTION:
"A veto would come at a price, first of all it would be seen as one more piece suggesting that in fact something improper was worked out between the Trump campaign and the Russians back during the election in 2016. And second, there's a strong likelihood that veto would be overwritten."

And with just days to go until August recess, lawmakers are racing to finish that legislation to secure the president's signature.

XS
SM
MD
LG