ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວັນອົບພະຍົບໂລກ: ປະຊາຊົນຫຼາຍກວ່າ 100 ລ້ານຄົນ ຊອກຫາທີ່ຢູ່ອາໄສທີ່ປອດໄພໃນທົ່ວໂລກ


ລາຍງານກ່ຽວກັບ ວັນຜູ້ອົບພະຍົບໂລກ, ປະຊາຊົນຫຼາຍກວ່າ 100 ລ້ານຄົນຢູ່ໃນທົ່ວໂລກ ຊອກຫາສະຖານເພື່ອຄວາມປອດໄພ.

ໃນມື້ວັນຈັນ ວັນທີ 20 ມິຖຸນາ, ອົງການສະຫະປະຊາຊາດ ຈະສະຫຼອງ ວັນຊາວອົບພະຍົບໂລກ ພາຍໃຕ້ເງົາຂອງສິ່ງທີ່ອົງການສະຫະປະຊາຊາດກ່າວວ່າ ເປັນການຍົກຍ້າຍຖິ່ນຖານທີ່ໃຫຍ່ທີ່ສຸດ ນັບຕັ້ງແຕ່ຊ່ວງສົງຄາມໂລກຄັ້ງທີສອງ. ນັກຂ່າວ VOA ປະຈໍາອົງການສະຫະປະຊາຊາດ ມາກາເຣັດທ໌ ບາເຊຍ (Margaret Basheer) ມີລາຍງານເພີ້ມເຕີມກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ກ່ອນການຮຸກຮານ ຢູເຄຣນ ຂອງ ຣັດເຊຍ ໃນເດືອນກຸມພາຜ່ານມາ, ອົງການເພື່ອອົບພະຍົບແຫ່ງອົງການສະຫະປະຊາຊາດ ກ່າວວ່າ ມີຜູ້ຖືກບັງຄັບໃຫ້ຕ້ອງພັດພາກຈາກຖິ່ນຖານຢູ່ໃນທົ່ວໂລກແລ້ວເຖິງ 89 ລ້ານຄົນ, ເຊິ່ງໃນນີ້ ມີປະຊາຊົນຊາວຢູເຄຣນ ທີ່ອົບພະຍົບຫລົບໜີ ຫຼາຍທີ່ສຸດເຖິງ 100 ລ້ານຄົນ.

ຂ້າຫຼວງໃຫຍ່ປະຈໍາອົງການເພື່ອອົບພະຍົບແຫ່ງອົງການສະຫະປະຊາຊາດ ທ່ານຟີລິປໂປ ກຣານດີ (Filippo Grandi) ກ່າວວ່າ:

“ຈົ່ງຈື່ວ່າ ປັດຈຸບັນນີ້ ພວກເຮົາທັງໝົດ ແມ່ນສຸມໃສ່ ຢູເຄຣນ ຫຼາຍຢ່າງຍິ່ງ, ແຕ່ສະຖານະການຂອງ ຢູເຄຣນ ແມ່ນເກີດຂຶ້ນລຸນຫຼັງເຫດການສຸກເສີນອື່ນໆອີກ.”

ລາຍງານທ່າອ່ຽງຂອງໂລກສະບັບໃໝ່ ຂອງອົງການນີ້ ກ່າວວ່າ 5 ວິກິດການທີ່ເກີດຂຶ້ນໃນປີກາຍນີ້ ກວມເອົາເກືອບ 70 ເປີເຊັນ ຂອງປະຊາກອນທີ່ຍົກຍ້າຍຖິ່ນຖານທັງໝົດ. ພວກເຂົາເຈົ້າເຫຼົ່ານັ້ນມາຈາກ ຊີເຣຍ, ເວເນຊູເອລາ, ອັຟການິສຖານ, ຊູດານໃຕ້ ແລະ ມຽນມາ.

ຢູ່ໃນອັຟການິສຖານ, ປະຊາຊົນຈໍານວນ 24 ລ້ານຄົນ ຕ້ອງການຄວາມຊ່ວຍເຫຼືອທາງດ້ານມະນຸດສະທໍາ ເຊັ່ນ: ລະບົບເສດຖະກິດທີ່ກໍາລັງພັງທະລາຍລົງ, ແລະກຸ່ມຕາລິບານ ດໍາເນີນການເພີ້ມຂໍ້ຈໍາກັດຫຼາຍໆຢ່າງຕໍ່ບັນດາແມ່ຍິງ ແລະເດັກນ້ອຍ. ອົງການຂ້າຫຼວງໃຫຍ່ເພື່ອອົບພະຍົບແຫ່ງອົງການສະຫະປະຊາຊາດ ຫຼື UNHCR ກ່າວວ່າ ຄວາມກົດດັນທັງໝົດເຫຼົ່ານີ້ ໄດ້ກາຍມາເປັນແຮງຜັກດັນໃຫ້ປະຊາຊົນຊາວອັຟການິສຖານຈໍານວນ 2 ລ້ານ 7 ແສນຄົນຕ້ອງໜີອອກຈາກປະເທດ.

ທ່ານປີເຕີ ແຄສເລີ ໂຄສົກຂອງ UNHCR ປະຈໍາອັຟການິສຖານ ກ່າວຜ່ານທາງສໄກປ໌ວ່າ:

“ດັ່ງນັ້ນ, ປະຊາຊົນຈຶ່ງພາກັນໜີຂ້າມຊາຍແດນ, ບາງຄັ້ງກໍມີວີຊາ, ແຕ່ສ່ວນຫຼາຍແມ່ນບໍ່ມີວີຊາ ແລະບໍ່ມີເອກະສານໃດໆເລີຍ, ເຊິ່ງໃນບາງຄັ້ງ ກໍມີຈໍານວນຄົນທີ່ໜີຂ້າມຊາຍແດນອອກໄປເຖິງ 2 ໝື່ນຄົນໃນແຕ່ລະວັນ.”

ປະຊາຊົນຈໍານວນຫຼາຍ ພາກັນໜີອອກໄປປະເທດເພື່ອນບ້ານຕ່າງໆ. ປະຊາຊົນຫຼາຍກວ່າ 1 ລ້ານຄົນໜີອອກຈາກ ຢູເຄຣນ ເພື່ອຄວາມປອດໄພຢູໃນ ໂປແລນ.

ທ່ານຣາຟາລ ກອສເຕຼິຊິນສກີ (Rafal Kostrzynski) ໂຄສົກຂອງ UNHCR ປະຈໍາປະເທດໂປແລນ ກ່ວາຜ່ານທາງສໄກປ໌ວ່າ:

“ປະຊາຊົນ, ຊາວອົບພະຍົບ, ພວກເຂົາເຈົ້າໜີບໍ່ໄດ້ໄກເທົ່າທີ່ຈະໄກໄດ້ຈາກບັນຫາຂັດແຍ້ງ ແຕ່ພວກເຂົາເຈົ້າຫາກຢູ່ໃກ້ເທົ່າທີ່ຈະໃກ້ໄດ້, ແລະພວກເຂົາເຈົ້າກັບຄືນມາໃນບໍ່ຊ້າ ເທົ່າທີ່ເປັນໄປໄດ້, ແຕ່ໄວທີ່ສຸດເທົ່າທີ່ຈະໄວໄດ້.”

ມີຜູ້ຍົກຍ້າຍຖິ່ນຖານພາຍໃນປະເທດ ແລະຜູ້ອົບພະຍົບພຽງແຕ່ 5 ລ້ານ 7 ແສນຄົນເທົ່ານັ້ນ ພາກັນກັບຄືນເມືອບ້ານເກີດ ຫຼື ສະຖານທີ່ເດີມຂອງພວກເຂົາເຈົ້າໃນປີ 2021.

ເປົ້າໝາຍສໍາລັບວັນຊາວອົບພະຍົບໂລກຂອງປີນີ້ ໃນວັນທີ 20 ມິຖຸນາ, ແມ່ນສິດທິໃນການຊອກຫາ ຄວາມປອດໄພ.

ປະເທດທີ່ມີຮັ່ງມີກວ່າທັງຫຼາຍ ມີປະຫວັດທີ່ແຕກຕ່າງກັນຫຼາຍຢ່າງກ່ຽວກັບການຕ້ອນຮັບເອົາຊາວອົບພະຍົບ ແລະພວກຜູ້ຂໍລີ້ໄພ.

ຂ້າຫຼວງໃຫຍ່ເພື່ອອົບພະຍົບ ກ່າວວ່າ ທ່ານເອງຫວັງວ່າ ນະເວລານີ້ບັນດາປະເທດຕ່າງໆເຫຼົ່ານັ້ນ ຈະເຂົ້າໃຈເຖິງຄວາມໝາຍທີ່ພົວພັນກັນ ລະຫວ່າງ ລະເບີດ ແລະ ການບິນໜີ.

ທ່ານຟີລິປໂປ ກຣານດີ ກ່າວວ່າ:

“ປະຊາຊົນເຫຼົ່ານັ້ນພາກັນໜີ ຍ້ອນວ່າ ພວກເຂົາຢ້ານ. ມັນບໍ່ແມ່ນພຽງແຕ່ປະຊາຊົນຊາວຢູເຄຣນເທົ່ານັ້ນ, ການລົບໜີຈາກການຖິ້ມລະເບີດຂອງປະຊາຊົນຊາວຊີເຣຍ, ປະຊາຊົນຊາວທຣີເກຈໍາເປັນຕ້ອງໜີ ຍ້ອນການຖິ້ມລະເບີດ, ປະຊາຊົນໃນຂົງເຂດ ຊາເຮລ ພາກັນໜີ ເນື່ອງຈາກການຖິ້ມລະເບີດ ຫຼືບໍ່ ຈາກການໂຈມຕີທີ່ໂຫດຮ້າຍ. ດັ່ງນັ້ນ, ຄວາມຢ້ານກົວຕໍ່ຄວາມຮູ້ສຶກບໍ່ປອດໄພ ກໍຄືອັນດຽວກັນ ບໍ່ວ່າ ຈະເປັນປະຊາຊົນຊາວຢູເຄຣນ ຫຼື ນິກາຣາກົວ ກໍຕາມ.”

ເສຍຂວັນ ກໍຍ້ອນຄວາມຢ້ານກົວ ແລະຄວາມບໍ່ແນ່ນອນນັ້ນ, ນາງອີຣີນາ ໂມຣິກວາສ (Iryna Morykvas) ໜີອອກຈາກ ຢູເຄຣນ ກັບລູກຊາຍຂອງລາວ ໃນທັນທີ ລຸນຫຼັງທີ່ ຣັດເຊຍ ໄດ້ບຸກລຸກເຂົ້າມາ, ໂດຍລາວໄດ້ປະສາມີຂອງລາວໄວ້ຢູ່ເບື້ອງຫຼັງ.

ນາງອີຣີນາ ໂມຣິກວາສ, ຜູ້ອົບພະຍົບຊາວຢູເຄຣນ ກ່າວຜ່ານທາງສໄກປ໌ວ່າ:

“ພວກເຮົາເອົາແຕ່ເຄື່ອງຂອງທີ່ຈໍາເປັນເທົ່ານັ້ນ ແລ້ວກໍພາກັນໜີຂ້າມຊາຍແດນມາ.”

“ປັດຈຸບັນຢູ່ໃນປະເທດເນເທີແລນ, ນາງ ໂມຣິສວາສ ເຊິ່ງເປັນນັກຈິກຕະກອນ, ໄດ້ຮ່ວມງານກັບອົງການ UNHCR ກ່ຽວກັບຮູບອິໂມຈີ ຂອງວັນຜູ້ລີ້ໄພໂລກ ປະຈໍາປີນີ້ລົງໃນທວິດເຕີ.”

ນາງອີຣີນາ ໂມຣິກວາກ ກ່າວຜ່ານທາງສໄກປ໌ອີກຄັ້ງວ່າ:

“ເມື່ອພວກເຮົາເປີດປະຕູເຮືອນຂອງພວກເຮົາ ໃຫ້ຜູ້ຄົນທີ່ເຂົາເຈົ້າຕ້ອງການມັນ. ຕົວຢ່າງ, ສໍາລັບຊາວອົບພະຍົບ ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ, ກໍຄືກັບເຮົາເປີດໃຈຂອງພວກເຮົາ ເພາະວ່າ ເຮືອນ ກໍຄືກັບຫົວໃຈຂອງຄອບຄົວ.”

ສໍາລັບຜູ້ອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານຫຼາຍສິບລ້ານຄົນຢູ່ໃນທົ່ວໂລກ, ພວກເຂົາເຈົ້າຍັງຄົງມີຄວາມຫວັງທີ່ຈະພົບກັບສະຖານທີ່ທີ່ປອດໄພ ແລະການຕ້ອນຮັບທີ່ອົບອຸ່ນຢູ່.

((ANCHOR INTRO: On Monday (June 20) the United Nations will mark World Refugee Day in the shadow of what the United Nations says is the largest displacement crisis since World War II. VOA U.N. Correspondent Margaret Besheer has more.))

((NARRATOR))

Before Russia invaded Ukraine in February, the UN Refugee agency says there were already 89 million forcibly displaced persons worldwide. With the Ukrainian exodus, the number now tops 100 million.

((RADIO BITE INTRO: Filippo Grandi, High Commissioner for Refugees))

((Filippo Grandi, High Commissioner for Refugees))

“Remember, we are now all focused on Ukraine very much, but Ukraine comes after a line of other emergencies.”

The agency’s new Global Trends report says that five crises last year accounted for nearly 70% of all displaced people. They are from Syria, Venezuela, Afghanistan, South Sudan and Myanmar.

In Afghanistan, 24 million people need humanitarian aid; the economy is in tatters and the Taliban is imposing more restrictions on women and girls. UNHCR says all these pressures have pushed 2.7 million Afghans to leave.

Peter Kessler, UNHCR Spokesperson in Afghanistan ((SKYPE))

“So, people are crossing the borders, sometimes with visas, but most of the time without visas and without documentation, sometimes up to 20,000 people a day.”

Many people flee to neighboring countries. More than one million have left Ukraine for safety in Poland.

Rafal Kostrzynski, UNHCR Spokesperson in Poland ((SKYPE))

“People, refugees, they flee not as far as possible from the conflict but as close as possible. And they return not as late as possible, but as early as possible.”

Only 5.7 million internally displaced persons and refugees returned home or to their place of origin in 2021.

The focus for this year’s World Refugee Day on June 20 is the right to seek safety.

Richer nations have mixed records on welcoming refugees and asylum seekers.

The High Commissioner for Refugees says he hopes those nations now understand the relationship between bombs and flight.

Filippo Grandi, High Commissioner for Refugees

“People flee because they are afraid. It’s not just the Ukrainians. The Syrian’s have fled bombs, people in Tigray have fled bombs. People in the Sahel flee either bombs or vicious attacks. So, fear of insecurity is the same, whether you’re a Ukrainian or a Nicaraguan.”

Shaken by fear and uncertainty, Iryna Morykvas fled Ukraine with her son soon after Russia invaded, leaving her husband behind.

Iryna Morykvas, Ukrainian Refugee ((SKYPE))

“We took just the most important things and crossed the border.”


Now in the Netherlands, Morykvas, an artist, has collaborated with UNHCR on this year’s World Refugee Day Twitter emoji.

Iryna Morykvas, Ukrainian Refugee ((SKYPE))

“When we open a door of our house to people who need it, for refugees, for example, who need help, we like open our heart, because a house, it is the heart of the family.”

For tens of millions of refugees and displaced people worldwide, they also hope to find a safe and warm welcome.

XS
SM
MD
LG