ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ລາຍງານວ່າ ມີການໂຈມຕີດ້ວຍເຮືອບິນ​ບໍ່​ມີ​ຄົນ​ຂັບ ຂອງຢູເຄຣນ ຢູ່ໃນຫຼາຍຂົງເຂດຂອງຣັດເຊຍ


ພາບນີ້ ໄດ້ມາຈາກສື່ສັງຄົມ ແລະສະໜອງໃຫ້ໂດຍ Ostorozhno Novosti ສະແດງໃຫ້ເຫັນຄວັນໄຟຜຸ່ງຂຶ້ນທ້ອງຟ້າໃນຕົວເມືອງ ປສຄອບ (Pskov) ຂອງຣັດເຊຍ, ເມື່ອຕອນແລງ ວັນທີ 29 ສິງຫາ 2023. ການໂຈມຕີ ປາກົດວ່າ ມີຂະໜາດໃຫຍ່ທີ່ສຸດຢູ່ໃນດິນແດນຂອງຣັດເຊຍ ນັບຕັ້ງແຕ່ມົສກູ ໄດ້ສົ່ງທະຫານເຂົ້າໄປໃນຢູເຄຣນເມື່ອ 18 ເດືອນກ່ອນ.
ພາບນີ້ ໄດ້ມາຈາກສື່ສັງຄົມ ແລະສະໜອງໃຫ້ໂດຍ Ostorozhno Novosti ສະແດງໃຫ້ເຫັນຄວັນໄຟຜຸ່ງຂຶ້ນທ້ອງຟ້າໃນຕົວເມືອງ ປສຄອບ (Pskov) ຂອງຣັດເຊຍ, ເມື່ອຕອນແລງ ວັນທີ 29 ສິງຫາ 2023. ການໂຈມຕີ ປາກົດວ່າ ມີຂະໜາດໃຫຍ່ທີ່ສຸດຢູ່ໃນດິນແດນຂອງຣັດເຊຍ ນັບຕັ້ງແຕ່ມົສກູ ໄດ້ສົ່ງທະຫານເຂົ້າໄປໃນຢູເຄຣນເມື່ອ 18 ເດືອນກ່ອນ.

ບັນດາເຈົ້າໜ້າທີ່ຂອງຣັດເຊຍ ລາຍງານວ່າ ມີຝູງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນຂອງຢູເຄຣນ ໂຈມຕີເປົ້າໝາຍຕ່າງໆຢູ່ຫຼາຍຂົງເຂດ ໃນຕອນຂ້າມຄື້ນ ແລະໃນຂະນະດຽວກັນ ລະບົບປ້ອງກັນໄພທາງອາກາດຂອງຢູເຄຣນ ກໍສາມາດຕອບໂຕ້ການໂຈມຕີທາງອາກາດຂອງຣັດເຊຍ ຕໍ່ນະຄອນຫຼວງກີຢິບ ເມື່ອຕອນເຊົ້າວັນພຸດມື້ນີ້.

ຜູ້ປົກຄອນນະຄອນຫຼວງກີຢິບ ທ່ານວິທາລີ ກລິຈໂກ ໄດ້ກ່າວຢູ່ໃນເທເລີແກຣມວ່າ ມີເຫດລະເບີດໃນນະຄອນຫຼວງກີຢິບ ໂດຍມີຊິ້ນສ່ວນຫັກພັງຕົກລົງມາ ທີ່ກໍ່ໃຫ້ເກີດໄຟໄໝ້ ແລະສ້າງຄວາມເສຍຫາຍຢູ່ໃນຫຼາຍເຂດຂອງນະຄອນຫຼວງ. ທ່ານໄດ້ກ່າວອີກວ່າ ຍັງບໍ່ທັນມີລາຍງານກ່ຽວກັບການບາດເຈັບແລະລົ້ມຕາຍໃນທັນທີເທື່ອ.

ຢູ່ໃນຂົງເຂດ ປສຄອບ (Pskov) ຂອງຣັດເຊຍ ທີ່ຕັ້ງຢູ່ໃກ້ຊາຍແດນລະຫວ່າງ ແອັສໂທເນຍ ແລະ ລັດເວຍ ນັ້ນ ບັນດາເຈົ້າໜ້າທີ່ຣັດເຊຍ ໄດ້ກ່າວວ່າ ພວກເຮືອບິນໂດຣນຂອງຢູເຄຣນ ໄດ້ສ້າງຄວາມເສຍຕໍ່ເຮືອບິນຂົນສົ່ງຂອງທະຫານສີ່ລຳ ໃນການໂຈມຕີຕໍ່ເດີນເຮືອບິນແຫ່ງນຶ່ງ.

ທ່ານມິແຄວລ໌ ເວເດີນິຄອບ ຜູ້ປົກຄອງຂົງເຂດດັ່ງກ່າວ ໄດ້ນຳເອົາວີດີໂອໂພສລົງໃນເທເລີແກຣມ ທີ່ສະແດງໃຫ້ເຫັນໄຟໄໝ້ຂະໜາດໃຫຍ່ຢູ່ສະຖານທີ່ຂອງການໂຈມຕີ. ມີລາຍງານວ່າ ບໍ່ມີຜູ້ໃດບາດເຈັບລົ້ມຕາຍ ແລະປະຕິບັດການຂອງຖ້ຽວບິນຕ່າງໆໄດ້ຖືກຍົກເລີກຢູ່ທີ່ສະໜາມບິນ ໃນວັນພຸດມື້ນີ້ ເພື່ອປະເມີນຄວາມເສຍຫາຍ.

ຣັດເຊຍ ໄດ້ກ່າວວ່າ ກອງທັບຂອງຕົນ ໄດ້ຍິງເຮືອບິນໂດຣນຂອງຢູເຄຣນ ຫຼາຍລຳຕົກຢູ່ໃນຂົງເຂດ ໂອຣີໂຢລ ຄາລູກາ ບຣີອານສຄ໌ ຣາຢາຊານ ແລະນະຄອນຫຼວງມົສກູ.

ກອງທັບຂອງຣັດເຊຍ ຍັງໄດ້ກ່າວອີກວ່າ ກອງກຳລັງຂອງຕົນ ໄດ້ສະກັດກັ້ນການໂຈມຕີດ້ວຍເຮືອໂດຣນທາງທະເລຢູ່ໃກ້ໆກັບ ເຊີວາສໂຕໂປລ ອັນເປັນເມືອງທ່າເຮືອຢູ່ແຫຼມຄຣາຍເມຍທີ່ໄດ້ຖືກຍຶດຄອງ ແລະເປັນຖານທັບຂອງຝູງເຮືອລົບຢູ່ທະເລດຳຂອງຣັດເຊຍ.

ຢູ່ໃນພາກສ່ວນນຶ່ງຂອງທະເລດຳທີ່ບໍ່ໄດ້ລະບຸວ່າຢູ່ແຫ່ງໃດນັ້ນ ຣັດເຊຍ ຍັງໄດ້ກ່າວໃນວັນພຸດມື້ນີ້ ວ່າ ຕົນໄດ້ທຳລາຍກຳປັ່ນລົບຂອງຢູເຄຣນ ສີ່ລຳທີ່ບັນທຸກພວກທະຫານຂອງຢູເຄຣນ ຢູ່ນັ້ນ.

Russian officials reported a wave of Ukrainian drone attacks overnight targeting multiple regions, while Ukrainian air defenses responded to a Russian aerial attack on Kyiv early Wednesday.

Kyiv Mayor Vitali Klitschko said on Telegram there were explosions in Kyiv, with falling debris causing fires and damage in several districts of the Ukrainian capital. He said there were no immediate reports of casualties.

In Russia’s Pskov region, located near the border of Estonia and Latvia, Russian officials said Ukrainian drones damaged four military transport planes in an attack on an airport.

Regional governor Mikhail Vedernikov posted a video on Telegram showing a massive fire at the site. No casualties were reported, and flight operations were canceled at the airport Wednesday to assess the damage.

Russia said its military downed Ukrainian drones in the Oryol, Kaluga, Bryansk, Rayazan and Moscow regions.

The Russian military also said its forces repelled an attack by a sea drone near Sevastopol, the port city in the annexed Crimea Peninsula that is the base of Russia’s Black Sea fleet.

In an unspecified part of the Black Sea, Russia also said Wednesday it destroyed four Ukrainian military boats that were carrying Ukrainian troops.

Some information for this report came from The Associated Press, Agence France-Presse and Reuters

XS
SM
MD
LG