ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ຮ່ວມ​ກັບ ສະ​ຫະ​ລັດ ຈະ​ຢຸດສົນ​ທິ​ສັນ​ຍາ ນິ​ວ​ເຄ​ລຍ​ໄລ​ຍະ​ໄກ ໄວ້​ຊົ່ວ​ຄາວ


ປະ​ທາ​ນາ​ທິ​ບໍ​ດີ​ ຣັດ​ເຊຍ ທ່ານ ວ​ລາ​ເດີ​ເມຍ ປູ​ຕິນ ພົບ​ປະ​ກັບ ທ່ານ​ເຊີ​ເກ ຊົວ​ກູ ແລະ​ ລັດ​ຖະ​ມົນ​ຕີ​ເຊີ​ເກ ລາ​​ຟ​ຣອ​ຟ ທີ່​ວັ​ງເຄຣັ​ມ ລິນ ໃນ​ນ​ະ​ຄອນຫຼວງ ​ມົ​ສ​ກູ ວັນ​ທີ 2 ກຸມ​ພາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ ຣັດ​ເຊຍ ທ່ານ ວ​ລາ​ເດີ​ເມຍ ປູ​ຕິນ ພົບ​ປະ​ກັບ ທ່ານ​ເຊີ​ເກ ຊົວ​ກູ ແລະ​ ລັດ​ຖະ​ມົນ​ຕີ​ເຊີ​ເກ ລາ​​ຟ​ຣອ​ຟ ທີ່​ວັ​ງເຄຣັ​ມ ລິນ ໃນ​ນ​ະ​ຄອນຫຼວງ ​ມົ​ສ​ກູ ວັນ​ທີ 2 ກຸມ​ພາ 2019.

ສະ​ຫະ​ລັດ ແລະ ​ຣັດ​ເຊຍ ກຳ​ລັງເຄື່ອນ​ໄຫວ​ຖົກ​ຖຽງ​ກັນ​ໄປ​ມາ ກັບ​ການເຂົ້າ​ຮ່ວມໃນ
ສົນ​ທິ​ສັນ​ຍາ​ນິວ​ເຄ​ລຍ, ທີ່​ພວກ​ນັກ​ການ​ເມືອງ​ ແລະ​ນັກ​ວິ​ເຄາະເຫັນ​ວ່າເປັນ​ການ​ແຂ່ງ
​ຂັນ​ຂະ​ຫຍາຍອາ​ວຸດ.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ ໄດ້​ປະ​ກາດ​ໃນ​ວັນ​ເສົາ​ວານ​ນີ້​ວ່າ
ຣັດ​ເຊຍ​ໄດ້​ລົບ​ຢຸດການ​ເຂົ້າ​ຮ່ວມຂອງ​ເຂົາ​ເຈົ້າໃນ ສົນ​ທິ​ສັນ​ຍາ​ກຳ​ລັງ​ນິວ​ເຄ​ລຍໄລ​
ຍະ​ໄກປານ​ກາງ ຈາກສະ​ໄໝ​ສົງ​ຄາມ​ເຢັນນັ້ນ​ໄວ້​ຊົ່ວ​ຄາວ. ການ​ເຄື່ອນ​ໄຫວ​ຂອງ​
ຣັດ​ເຊຍ​ ຕິດ​ຕາມ​ມາ​ດ້ວຍ​ການ​ປະ​ຕິ​ບັດ​ທີ່​ຄ້າຍ​ຄື​ກັນຈາກ ສະ​ຫະ​ລັດ ​ໃນ​ວັນ​ສຸກ
​ທີ່​ຜ່ານ.

ປະ​ທາ​ນາ​ທິບໍ​ດີ​ປູ​ຕິນ ຖະ​ແຫຼງ​ຜ່ານ​ທາງ​ໂທ​ລະ​ພາບ​ໃນ​ວັນ​ເສົາ​ວານ​ນີ້​ວ່າ “ຄູ່​ຮ່ວມ
​ ອາ​ເມ​ຣິ​ກັນ ໄດ້​ປະ​ກາດ​ວ່າ​ເຂົາ​ເຈົ້າ​ໄດ້ຢຸດ​ການ​ເຂົ້າ​ຮ່​ວມ​ໃນ​ຂໍ້​ຕົກ​ລົງໄວ້​ຊົ່ວ​ຄາວ,
ພວກ​ເຮົາ​ກໍໄດ້ຢຸດ​ໄວ້​ຊົ່ວ​ຄ​າວ​ເຊັ່ນ​ກັນ.”

ປະ​ທາ​ນາ​ທິ​ດີ​ປູ​ຕິນ​ ກ່າວ​ວ່າ ​ຣັດ​ເຊຍ ​ຈະ​ເລີ້ມເຮັດ​ວຽກໃນ​ການສ້າງລູກ​ສອນ​ໄຟ
​ສະ​ນິດ​ໃໝ່ ຮວ​ມທັງສະ​ນິດ​ໄວ​ກວ່າ​ສຽງ. ທ່ານ​ໄດ້​ກ່າວ​ຕໍ່​ບັນ​ດາລັດ​ຖະ​ມົນ​ຕີ​ຕ່າງ​
ປະ​ເທດ ແລະປ້ອງ​ກັນ​ປະ​ເທດ​ຂອງ​ທ່ານວ່າ ຢ່າເລີ້ມ​ສົນ​ທະ​ນາກ​ານປົດ​ອາ​ວຸດ
​ກັບ​ວໍ​ຊິງ​ຕັນ.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຮ່ວ​ມ​ທົບ​ທວນ ປະ​ກາດອາ​ວຸດ​ນິວ​ເຄ​ລຍ ທີ່​ທຳ​ນຽບ​ຫ້າ​ແຈ ວັນ​ທີ 17 ມັງ​ກອນ 2019.
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຮ່ວ​ມ​ທົບ​ທວນ ປະ​ກາດອາ​ວຸດ​ນິວ​ເຄ​ລຍ ທີ່​ທຳ​ນຽບ​ຫ້າ​ແຈ ວັນ​ທີ 17 ມັງ​ກອນ 2019.

​ໃນ​ຖະ​ແຫຼງ​ການ​ເມື່ອວັນ​ສຸກ​ທີ່​ຜ່ານ​ມາ ປະ​ທາ​ນາ​ທິ​ບໍ​ດີ ​ສະ​ຫະ​ລັດ ທ່ານດໍໂນ​ລ
ທ​ຣຳ ໄດ້​ປະ​ກາດ​ວ່າ ສະ​ຫະ​ລັດ​ ໄດ້​ຢຸດ​ການ​ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ​ທີ່​ມີ​ມາ​ຫຼາຍ
​ຫົດ​ສະ​ວັດນັ້ນ​ໄວ້​ຊົ່ວ​ຄາວ ໂດຍກ່າວ​ຫາ​ວັງ ​ເຄັຣມ​ລິນ ວ່າ​ຕັ້ງໃຈ​ທັບ​ມ້າງ​ຂໍ້​ຕົກ​ລົງ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ “ເປັນ​ເວ​ລາດົນ​ເກີນ​ໄປແລ້ວ​ທີ່ ​ຣັດ​ເຊຍ ​ໄດ້​ລະ​ເມີດ
ສົນ​ທິ​ສັນ​ຍາ​ກຳ​ລັງ​ນິວ​ເຄ​ລຍ​ໄລ​ຍະ​ໄກປານ​ກາງ (INF) ດ້ວຍ​ການ​ໄດ້​ຮັບ​ການ​ຍົກ
​ເວັ້ນ​ໂທດ, ແອບພັດ​ທະ​ນາ​ ແລະ ຕັ້ງ​ລະ​ບົບ​ລູກ​ສອນ​ໄຟທີ່​ຫວງ​ຫ້າມ ທີ່​ເປັນ​ໄພ​ຂົ່ມ​
ຂູ່ໂດຍ​ກົງ​ຕໍ່​ບັນ​ດາ​ພັນ​ທະ​ມິດ ແລະ ​ກຳ​ລັງ​ທະ​ຫານຂອງ​ພວກ​ເຮົາຢູ່​ຕ່າງ​ປະ​ເທດ.

What's the INF Treaty Dispute About?
please wait

No media source currently available

0:00 0:01:28 0:00

ທ່ານ​ກ່າ​ວ​ເພີິ້ມ​ອີກວ່າ “ພວກ​ເຮົາ​ຈະ​ບໍ່​ປ່ອນ​ໃຫ້​ຖືກ​ບັງ​ຄັບ​ໃນກໍ​ລະ​ນີ​ດັ່ງ​ກ່າວ ໃນ​
ຂະ​ນະ​ທີ່​ ຣັດ​ເຊຍ ​ບິດ​ເບືອນ​ການ​ກະ​ທຳ​ຂອງ​ເຂົາ​ເຈົ້າ.”

US to Leave INF Arms Control Treaty Signed by Reagan and Gorbachev
please wait

No media source currently available

0:00 0:02:23 0:00

ແຕ່ໃນ​ຕອນ​ແລງວັນ​ສຸກ​ທີ່​ຜ່ານ​ມາ ​ໃນ​ການກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ປະ​ທາ​ນາ​ທິ​ບໍ​ດີ​
ທຣຳ ໄດ້ເປີດໂອກາດ ກ່ຽວກັບ ຂໍ້ຕົກລົງບາງຢ່າງໄວ້.

ທ່ານ​ກ່າວ​ວ່າ “ຂ້າ​ພ​ະ​ເຈົ້າ​ຫວັງ​ວ່າ​ພວກ​ເຮົາ​ສາ​ມາດ​ທີ່​ຈະ​ເຮັດ​ໃຫ້​ທຸກ​ຄົນ​ເຂົ້າ​ໄປ​ຢູ່​
ໃນ​ຫ້ອງ​ໃຫຍ່​ງາມ ແລະ​ເຮັດ​ສົນ​ທິ​ສັນ​ຍາສ​ະ​ບັບໃໝ່ ທີ່ດີກວ່າ​ເກົ່າ. ແນ່ນອນ ຂ້າ​ພະ​
ເຈົ້າ​ຢາກ​ເຫັນ​ສິ່ງ​ດັ່ງ​ກ່າ​ວ. ແຕ່​ທ່ານ​ຕ້ອງ​ໃຫ້ການ​ສະ​ໜັບ​ສະ​ໜູນ​ຕໍ່​ມັນ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG