ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຣັດ​ເຊຍ ​ກໍ​ປະ​ກາດ ໂຈະ​ການ​ປະ​ຕິ​ບັດ ສົນ​ທິ​ສັນ​ຍາ ອາຍ​ແອັນ​ແອ​ັ​ຟ ດັ່ງ​ດຽວ ກັບ ສ​ຫລ


ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ພົບ​ກັບ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ເຊີ​ເກ ຊອຍ​ກູ ແລະ ລັດ​ຖະ​ມົນ​ຕີ ຕ່າງ​ປະ​ເທດ ທ່ານ​ເຊີ​ເກ ລາວ​ຣັອບ ທີ່​ວັງ​ເຄ​ຣັມ​ລິນ ໃນ​ວັນ​ທີ 2 ກຸມ​ພາ.
ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ພົບ​ກັບ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ເຊີ​ເກ ຊອຍ​ກູ ແລະ ລັດ​ຖະ​ມົນ​ຕີ ຕ່າງ​ປະ​ເທດ ທ່ານ​ເຊີ​ເກ ລາວ​ຣັອບ ທີ່​ວັງ​ເຄ​ຣັມ​ລິນ ໃນ​ວັນ​ທີ 2 ກຸມ​ພາ.

ສະ​ຫະ​ລັດ​ແລະ​ຣັດ​ເຊຍ ພວມ​ທຳ​ການ​ເຄື່ອນ​ໄຫວ ​ແບບ​ຕອບ​ໂຕ້​ກັນ ກ່ຽວ​ກັບການ​ເຂົ້າ​ຮ່ວມ​ໃນ​ສົນ​ທະ​ສັນ​ຍາ​ນິວ​ເຄ​ລຍ ໃນ​ອັນ​ທີ່​ພວກ​ນັກ​ການ​ເມືອງ ແລະ​ນັກ​ວິເຄາະ​ບາງ​ຄົນ​ ມອງ​ເຫັນ​ວ່າ ເປັນ​ການ​ເລີ້ມ​ຕົ້ນ​ ​ການ​ແຂ່ງ​ຂັນ​ອາ​ວຸດນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ປະ​ກາດ​ໃນ​ວັ​ນ​ເສົາ​ມື້ນີ້​ວ່າ ຣັດ​ເຊຍ​ໄດ້​ໂຈະ​ການ​ເຂົ້າ​ຮ່ວມ ໃນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ກຳ​ລັງອາ​ວຸດ​ນິວ​ເຄ​ລຍ​ໄລ​ຍະ​ປານ​ກາງ ທີ່​ມີ​ມາ​ແຕ່​ສະ​ໄໝ​ສົງ​ຄາມ​ເຢັນ. ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ ຂອງ​ຣັດ​ເຊຍແມ່ນ​ມີ​ຂຶ້ນ​ຫຼັງ​ຈາກ​ການ​ເຄື່ອນ​ໄຫວ​ໃນ​ທຳ​ນອງ​ດຽວ​ກັນ​ນີ້ຂອງ​ຝ່າຍ​ສະ​ຫະລັດ.

ທ່ານ​ປູ​ຕິນ​ກ່າວ​ໃນ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ ໃນ​ວັນ​ເສົາ​ມື້ນີ້​ວ່າ “ຄູ່​ຮ່ວມ​ງານຝ່າຍ​ອາ​ເມ​ຣິ​ກັນ ໄດ້​ປະ​ກາດ​ວ່າ ເຂົາ​ເຈົ້າ​ໄດ້​ໂຈະ​ການ​ເຂົ້າ​ຮ່ວມ​ໃນ​ສົນ​ທິ​ສັນຍານີ້ ພວກ​ເຮົາ​ກໍ​ຈະ​ໂຈະ​ການ​ເຂົ້າ​ຮ່ວມ​ເຊັ່ນ​ດຽວ​ກັນ.”

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເຂົ້​ຮ່ວມ ການ​ທົບ​ທວນ​ຄືນ ກ່ຽວ​ກັບ​ລະ​ບົບ​ປ້ອງ​ກັນ ລູກ​ສອນ​ໄຟ ທີ່​ທຳ​ນຽບ​ຫ້າ​ແຈ ເມື່ອ​ວັນ​ທີ 17 ມັງ​ກອນ 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເຂົ້​ຮ່ວມ ການ​ທົບ​ທວນ​ຄືນ ກ່ຽວ​ກັບ​ລະ​ບົບ​ປ້ອງ​ກັນ ລູກ​ສອນ​ໄຟ ທີ່​ທຳ​ນຽບ​ຫ້າ​ແຈ ເມື່ອ​ວັນ​ທີ 17 ມັງ​ກອນ 2019.

​ທ່ານ​ປູ​ຕິນ​ກ່າວ​ວ່າ ຣັດ​ເຊຍ​ຈະ​ເລີ້ມ​ວຽກ​ງານ​ໃນ​ການ​ສ້າງ​ລູກ​ສອນ​ໄຟ​ຊະ​ນິດໃໝ່ຮວມ​ທັງ​ຊະ​ນິດ​ທີ່​ໄວ​ກວ່າ​ສຽງ. ທ່ານ​ກ່າວ​ຕໍ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດແລະ​ປ້ອງ​ກັນ​ປະ​ເທດ​ຂອງ​ຣັດ​ເຊຍ​ວ່າ ບໍ່​ໃຫ້​ເປັນ​ຜູ້​ລິ​ເລີ້ມ​ການ​ເຈ​ລະ​ຈາ​ຫລຸດກຳ​ລັງ​ອາ​ວຸດໃດໆ​ກັບ​ວໍ​ຊິງ​ຕັນ.

ໃນ​ຖະ​ແຫຼງ​ການ​ ທີ່​ອອກ​ໃນ​ວັນ​ສຸກວານນີ້ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ວ່າ ສະ​ຫະ​ລັດ​ຈະ​ໂຈະ ​ການ​ປະ​ຕິ​ບັດ​ຕາມ ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ກຳ​ລັງ​ອາ​ວຸດ​ນິວ​ເຄ​ລຍ​ໄລ​ຍະ​ປານ​ກາງ ທີ່​ເອີ້ນ​ຫຍໍ້​ວ່າ INF ທີ່​ມີ​ມາ​ເປັນ​ເວ​ລາ​ຫຼາຍໆ​ທົດ​ສະ​ວັດ ແລ້ວນັ້ນໂດຍ​ກ່າວ​ຫາ​ວັງ​ເຄ​ຣັມ​ລິນ​ວ່າ ຕັ້ງ​ໃຈ​ທີ່​ຈະ​ທັບ​ມ້າງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ “ນັບ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ ຣັດ​ເຊຍ​ໄດ້​ລະເມີດ​ສົນ​ທິ​ສັນ​ຍາ ​ວ່າ​ດ້ວຍ​ກຳ​ລັງ​ອາ​ວຸດ​ນິວ​ເຄ​ລຍ​ໄລ​ຍະ​ປານ​ກາງ ຫຼື INF ແບບ​ບໍ່​ມີການ​ຖືກ​ລົງ​ໂທດ ໂດຍ​ໄດ້​ປິດ ​ບັງ​ການ​ພັດ​ທະ​ນາ ແລະ​ຕິດ​ຕັ້ງ​ລະ​ບົບ​ລູກ​ສອນໄຟ​ທີ່​ຕ້ອງ​ຫ້າມ ທີ່​ເປັນ​ໄພ​ຂົ່ມ​ຂູ່​ໂດຍ​ກົງ ຕໍ່​ພັນ​ທະ​ມິດ ແລະ​ທະ​ຫານ​ຂອງ​ພວກເຮົາ​ທີ່​ຢູ່​ໃນ​ຕ່າງ​ປະ​ເທດ.”

ເບິ່ງວີ​ດີ​ໂອ: ສ​ຫລ ຖອນ​ໂຕ ຈາກ​ສົນ​ທິ​ສັນ​ຍາ ທີ່​ລົງ​ນາມ​ໂດຍ ທ່ານ​ເຣ​ແກນ ແລະ ກໍ​ບາ​ຊັອບ

US to Leave INF Arms Control Treaty Signed by Reagan and Gorbachev
please wait

No media source currently available

0:00 0:02:23 0:00

ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ບໍ່​ຖືກ​ບັງ​ຄັບ​ອີກ​ຕໍ່​ໄປ​ແລ້ວ ໂດຍ​ເງື່ອນ​ໄຂ​ຂອງ​ສົນ​ທິ​ສັນ​ຍານີ້ ໃນ​ຂະ​ນະ​ທີ່​ຣັດ​ເຊຍ ບໍ່​ໄດ້ແຈ້ງ​ໃຫ້​ຊາບ​ຢ່າງຖືກ​ຕ້ອງ ກ່ຽວ​ກັບ​ການກະ​ທຳ​ຂອງ​ຕົນ.”

ແຕ່​ຕໍ່​ມາ​ໃນ​ວັນ​ສຸກວານນີ້ ເມື່ອ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວນັ້ນ ທ່ານ​ທ​ຣຳ​ຍັງ​ເປີດ​ປະ​ຕູ​ໄວ້​ຢູ່ ສຳ​ລັບ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ທີ່​ຈະ​ຕົກ​ລົງ​ກັນ​ແບບ​ໃດ​ແບບ​ນຶ່ງກ່ຽວ​ກັບ​ເລື້ອງນີ້.

“ຂ້າ​ພະ​ເຈົ້າ​ຫວັງ​ວ່າ ພວກ​ເຮົາ​ຈະ​ສາ​ມາດ​ນຳ​ເອົາ​ທຸກໆ​ຄົນ ເຂົ້າ​ມາ​ນັ່ງ​ຢູ່​ໃນ​ຫ້ອງ​ຂະ​ໜາດ​ໃຫຍ່​ແລະ​ສວຍ​ງາມ ແລະ​ເຮັດ​ຂໍ້​ຕົກ​ລົງ​ສະ​ບັບ​ໃໝ່ ທີ່​ດີກວ່າ​ເກົ່າ” ນັ້ນຄື​ຄຳ​ເວົ້າ​ ຂອງ​ທ່ານ​ທ​ຣຳ ແລະ​ ທ່ານ​ກໍ​ກ່າວ​ຕື່ມ​ວ່າ “ແນ່ນອນ​ ຂ້າ​ພະ​ເຈົ້າ​ຢາກ​ເຫັນ​ແບບນັ້ນ ແຕ່​ທ່ານ​ຕ້ອງ​ໄດ້​ໃຫ້​ທຸກໆ​ຄົນ​ປະ​ຕິ​ບັດ​ຕາມ​ຂໍ້​ຕົກ​ລົງ​ນັ້ນ.”

ພວກ​ທູດ​ທະ​ຫານ ແລະ​ນັກ​ຂ່າວ​ຕ່າງ​ປະ​ເທດ ໄປ​ຮ່ວມ ການ​ຖະ​ແຫຼງ​ຂ່າວ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ໃກ້ໆ​ກັບ​ລູກ​ສອນ​ໄຟ​ຄ​ຣູ​ສ 9M729 ທີ່​ເມືອງ​ກູ​ບິງ​ກາ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 23 ມັງ​ກອນ 2019.
ພວກ​ທູດ​ທະ​ຫານ ແລະ​ນັກ​ຂ່າວ​ຕ່າງ​ປະ​ເທດ ໄປ​ຮ່ວມ ການ​ຖະ​ແຫຼງ​ຂ່າວ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ໃກ້ໆ​ກັບ​ລູກ​ສອນ​ໄຟ​ຄ​ຣູ​ສ 9M729 ທີ່​ເມືອງ​ກູ​ບິງ​ກາ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 23 ມັງ​ກອນ 2019.

ກະ​ຊວງກ​ານ​ຕ່າງ​ປະ​ເທດ​ຈີນກ່າວ​ໃນ​ວັນ​ເສົາ​ມື້ນີ້​ວ່າ ປັກ​ກິ່ງ​ຄັດ​ຄ້ານ​ຕໍ່​ການ​ຖອນ​ໂຕຂອງ​ສະ​ຫະ​ລັດ ແລະຮຽກ​ຮ້​ອງ​ໃຫ້​ສະ​ຫະ​ລັດ​ກັບ​ຣັດ​ເຊຍ ແກ້​ໄຂ​ຂໍ້​ຂັດ​ແຍ້ງຂອງ​ຕົນ ດ້ວຍ​ການ​ເຈ​ລະ​ຈາ​ແບບ​ສ້າງ​ສັນ.

ສົນ​ທິ​ສັນ​ຍາ INF ທີ່​ລົງ​ນາມ​ໂດຍ​ສະ​ຫະ​ລັດ ແລະ​ສະ​ຫະ​ພາບ​ໂຊ​ຫວຽດ ເມື່ອປີ 1987 ນັ້ນ ແມ່ນ​ສົນ​ທິ​ສັນ​ຍາ​ຄວບ​ຄຸມ​ອາ​ວຸດສະ​ບັບ​ທຳ​ອິດ​ຂອງ​ໂລກ ທີ່​ໄດ້ຫ້າມ​ອາ​ວຸດ​ໝົດ​ທັງ​ປະ​ເພດ ນັ້ນ​ກໍ​ຄື​ລູກ​ສອນ​ໄຟ​ຄ​ຣູ​ສທີ່​ຍິງ​ຈາກ​ພາກ​ພື້ນ​ດິນ​ໃນລັດ​ສະ​ໝີແຕ່ 500 ຫາ 5,500 ກິ​ໂລ​ແມັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG