ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຮືອບິນຮົບ ຣັດເຊຍ ບິນລົບກວນ ນ່ານຟ້າ ຂອງປະເທດ ສະມາຊິກ ອົງການ NATO


Russian Jets Buzz NATO Airspace as ‘Close Encounters’ Rise Sharply
please wait

No media source currently available

0:00 0:02:11 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ກອງກຳລັງ NATO ໃນ ຢູໂຣບ ໄດ້ສົ່ງເຮືອບິນຮົບເຂົ້າສະກັດກັ້ນເຮືອບິນ ຣັດເຊຍ ເກືອບ
800 ຄັ້ງ ໃນປີກາຍນີ້, ເຊິ່ງເປັນຕົວເລກເກືອບ 2 ເທົ່າຈາກປີ 2014. ນັ້ນແມ່ນ ອີງຕາມ
ລາຍງານສະບັບໃໝ່, ເຊິ່ງຮຽກຮ້ອງໃຫ້ມີຂໍ້ຕົກລົງໃໝ່ ແລະ ປັບປຸງການສື່ສານກັນລະ
ຫວ່າງອົງການ NATO ແລະ ຣັດເຊຍ ເພື່ອຫຼີກລ່ຽງເຫດການທີ່ເປັນອັນຕະລາຍທີ່ອາດ
ເກີດຂຶ້ນໄດ້. ນັກຂ່າວວີໂອເອ Henry Ridgwell ມີລາຍງານເພີ່ມເຕີມຈາກນະຄອນຫຼວງ ລອນດອນ, ຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ໃນສະໄໝສົງຄາມເຢັນມັນແມ່ນກິດຈະວັດປະຈຳວັນ, ທີ່ເຮືອບິນ ຣັດເຊຍ ໄດ້ບິນລ່ວງ​
ລ້ຳເຂດນ່ານຟ້າ ຂອງບັນດາສະມາຊິກ ອົງການ NATO ໃນຢູໂຣບຕາເວັນຕົກ. ລາຍ
ງານຈາກກຸ່ມວິໄຈ Henry Jackson Society, ທີ່ສະໜັບສະໜູນປະຊາທິປະໄຕນັ້ນ,
ໄດ້ໃຫ້ຂໍ້ມູນການປະເມີນ ຕໍ່ກົນລະຍຸດທີ່ ມົສກູ ໄດ້ນຳກັບມາໃຊ້ຄືນອີກ.

ອັງກິດ ໄດ້ສົ່ງເຮືອບິນຮົບເພື່ອສະກັດກັ້ນ ເຮືອບິນ ຣັດເຊຍ 21 ມື້ ໃນລະຫວ່າງ ປີ 2014
ຫາ 2016. ກອງກຳລັງອື່ນໆຂອງອົງການ NATO ໃນ ຢູໂຣບ ທີ່ພົບເຫັນຢູ່ທີ່ນີ້ ແມ່ນຝຶກ
ຊ້ອມໃນສິ່ງທີ່ເອີ້ນວ່າ ການຕອບຮັບຢ່າງວ່ອງໄວຕໍ່ຄຳເຕືອນ ຫຼື ປະຕິບັດການ QRA
ໃນຕອນນີ້ ໄດ້ສົ່ງເຮືອບິນເຂົ້າສະກັດເກືອບ 800 ຄັ້ງໃນປີ 2016.

ທ່ານ Andrew Foxall ຈາກຄະນະວິໄຈ Henry Jackson Society ໄດ້ກ່າວວ່າ “ຕົວ
ເລກສູງສຸດພວກນັ້ນ ແມ່ນກວມກັນກັບທີ່ເກີດຄວາມເຄັ່ງຕຶງ ຫຼື ໄລຍະທີ່ມີຄວາມເຄັ່ງຕຶງ
ເພີີ່ມຂຶ້ນ.”

ພາບພົດແນວນີ້ມີປະສິດທິຜົນຢ່າງດີຢູ່ໃນປະເທດ.

ທ່ານ Andrew Foxall ກ່າວວ່າ “ຣັດເຊຍ ສາມາດທີ່ຈະວາດພາບຕົນເອງຕາມທິດສະ
ດີວ່າ ຕົນເອງເຂັ້ມແຂງ ແລະ ບັນດາສະມາຊິກອົງການ NATO ແລະ ອົງການ NATO
ໂດຍລວມ ອ່ອນແອ. ແລະ ເລື່ອງນີ້ເປັນຜົນດີຫຼາຍພາຍໃນປະເທດ ກັບປະທານາທິບໍດີ
ປູຕິນ.”

ແຕ່ການບິນ​ເຫລົ່ານີ້ ຍັງອຳນວຍໃຫ້ ຣັດເຊຍ ​ເກັບ​ກຳ​ຂໍ້​ມູນສືບລັບ.

ທ່ານ Andrew Foxall ກ່າວວ່າ “ໃນຊ່ອງທາງການສື່ສານຂອງຂໍ້ມູນລະຫວ່າງ ປະ
ເທດສະມາຊິກອົງການ NATO ນັ້ນ. ພວກເຂົາເຈົ້າສາ ມາດທີ່ຈະໄດ້ຮັບຂໍ້ມູນ ກ່ຽວກັບ
ຄວາມສາມາດ ຂອງກອງກຳລັງ ທະ ຫານເຮືອ ແລະນັກບິນຂອງກອງທັບອາກາດ
ອັງກິດ. ຕົວຢ່າງ ພວກເຂົາເຈົ້າສາມາດທີ່ຈະຮັບຂໍ້ມູນ ກ່ຽວກັບລະບົບເຕືອນໄພລ່ວງ
ໜ້າຂອງພວກເຮົາ.”

ເກມຕອບໂຕ້ກັນຄື ແມວ ແລະ ໜູ ບໍ່ພຽງແຕ່ເກີດຂຶ້ນໃນທ້ອງຟ້ງຂອງ ຢູໂຣບ ເທົ່ານັ້ນ. ກິດຈະກຳທາງທະເລ ຂອງ ຣັດເຊຍ ກໍໄດ້ເພີ່ມຫຼາຍຂຶ້ນ ໂດຍສະເພາະຢູ່ອ້ອມຖານທັບ
ເຮືອດຳນໍ້າຕິດອາວຸດນິວເຄລຍຂອງ ອັງກິດ ທີ່ Scotland.

ທ່ານ Andrew Foxall ໄດ້ກ່າວວ່າ “ຖ້າເຮືອດຳນໍ້າ ຣັດເຊຍສາມາດ ທີ່ຈະບັນທຶກການ
ປ່ອຍສຽງທີ່ພິເສດ ຂອງເຮືອດຳນໍ້າພວກນັ້ນໄດ້ແລ້ວມັນກໍຈະເປັນໄພອັນຕະລາຍຫຼາຍ
ຕໍ່ຄວາມສາມາດ ທີ່ຈະປ້ອງກັນຕົນເອງຂອງ ອັງກິດ.”

ໃນທາງກັບກັນ, ຣັດເຊຍ ໄດ້ກ່າວຫາອົງການ NATO ລ່ວງ​ລ້ຳ​ເຂົ້າ​ໄປ​ໃນນ່ານຟ້າຂອງ
ພວກເຂົາເຈົ້າ. ວິດີໂອນີ້ໄດ້ຖືກຖ່າຍໃນເດືອນແລ້ວ ທີ່ປາກົດໃຫ້ເຫັນວ່າ ເຮືອບິນຮົບ
Typhoon ຂອງອົງການ NATO ບິນປະກົບເຮືອບິນທີ່ມີລັດຖະມົນຕີປ້ອງກັນປະເທດ
ຂອງ ມົສກູ ເດີນທາງ​ໄປ​ນຳ.

ບົດລາຍງານໄດ້ຮຽກຮ້ອງໃຫ້ປັບປຸງການສື່ສານ ແລະ ກົດລະບຽບທີ່ກະຈ່າງແຈ້ງກວ່ານີ້ ກ່ຽວກັບ ການພົວພັນກັນ ລະຫວ່າງ ມະຫາອຳ ນາດ ຢູໂຣບ ຕາເວັນຕົກ ແລະ ມົສກູ ເພື່ອ
ຫຼີກລ່ຽງເຫດການທີ່ເປັນອັນຕະລາຍທີ່ອາດເກີດຂຶ້ນໄດ້.

((INTRO))
[[NATO forces in Europe scrambled fighter jets to intercept approaching Russian aircraft close to 800 times last yearalmost double the figure from 2014. That's according to a new report, which calls for a new agreement and improved communication between NATO and Russia to avert potentially dangerous incidents. Henry Ridgwell has more from London.]]

((NARRATOR))
((Mandatory cg: UK Ministry of Defense))
In the Cold War it was routine: Russian planes buzzing the airspace of NATO members in Western Europe. The report from the Henry Jackson Society, a pro-democracy think tank, details the extent to which Moscow has revived the tactic.

Britain scrambled jets to intercept Russian aircraft on 21 days between 2014 and 2016. Other NATO forces in Europeseen here practicing a so-called Quick Reaction Alert or QRA missionscrambled jets close to 800 times in 2016.

((ANDREW FOXALL, THE HENRY JACKSON SOCIETY))
"Those peaks roughly overlap with tensions or periods of increased tension."

((Mandatory cg: UK Ministry of Defense))
Images like this play well back home.

((ANDREW FOXALL, THE HENRY JACKSON SOCIETY))
"Russia is able to portray itself theoretically as being strong and NATO members, and NATO as a whole, being weak. And this works very well domestically with President Putin."

((Mandatory cg: UK Ministry of Defense))
But the flights also allow Russia to harvest intelligence.

((ANDREW FOXALL, THE HENRY JACKSON SOCIETY))
"On channels of information between NATO member states. It's able to gain information on the abilities of the Royal Navy captains and Royal Air Force pilots. It's able to gain information on our early warning system, for example."

((NARRATOR))
The cat and mouse game is not only in the skies of Europe. Russian naval activity has also increasedespecially around the Scottish base of Britain's nuclear-armed submarine fleet.

((ANDREW FOXALL, THE HENRY JACKSON SOCIETY))
"If Russian submarines were able to in a sense record the unique acoustic signature of those submarines then that would have a very, very detrimental effect on the UK's ability to defend itself."

((NARRATOR))
In turn, Russia accuses NATO of buzzing its airspace. This video taken last month appears to show a NATO Typhoon jet shadowing a plane carrying Moscow's defense minister.

The report calls for improved communication and clearer rules of engagement between Western European powers and Moscow to avert potentially dangerous incidents.

XS
SM
MD
LG