ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ອອກ​ໝາຍ​ຈັບ ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ທ່ານ​ລີນ​ຊີ ແກ​ຣມ ໃນ​ການ​ໃຫ້​ຄວາມ​ເຫັນ ກ່ຽວ​ເລື້ອງ​ຢູ​ເຄ​ຣນ


ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໄລ​ດີ​ເມຍ ເຊ​ເລນ​ສ​ກີ ຕ້ອນ​ຮັບ​ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ທ່ານ​ລິນ​ຊີ ແກ​ຣມ (Lindsey Graham) ກ່ອນ​ການ​ພົບ​ປະ​ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 26 ພຶດ​ສະ​ພາ 2023. (Ukrainian Presidential Press Service/Handout via Reuters)
ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໄລ​ດີ​ເມຍ ເຊ​ເລນ​ສ​ກີ ຕ້ອນ​ຮັບ​ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ທ່ານ​ລິນ​ຊີ ແກ​ຣມ (Lindsey Graham) ກ່ອນ​ການ​ພົບ​ປະ​ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 26 ພຶດ​ສະ​ພາ 2023. (Ukrainian Presidential Press Service/Handout via Reuters)

ກະ​ຊວງ​ພາຍ​ໃນ​ຂອງ​ຣັດ​ເຊຍ ໄດ້​ອອກ​ໝາຍ​ຈັບ ​ສະ​ມາ​ຊິກ​ສະ​ພາ​ສູງສະ​ຫະ​ລັດ ທ່ານ​ລິນ​ຊີ ແກ​ຣມ (Lindsey Graham) ຫຼັງ​ຈາກ​ທ່ານ​ໄດ້​ໃຫ້​ຄວາມ​ເຫັນ​ທີ່​ພົວ​ພັນ​ກັບ​ການ​ສູ້​ລົບ​ໃນ​ຢູ​ເຄ​ຣນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານ​ແກ​ຣມ​ໄດ້​ພົບ​ປະ​ໃນ​ມື້​ວັນ​ສຸກ​ແລ້ວ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ. ​ໃນ​ເວ​ລາ​ຕໍ່​ມາ ຫ້ອງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ​ກີ​ໄດ້​ນຳ​ອອກ​ເຜີຍ​ແຜ່ ວີ​ດີ​ໂອ​ທີ່​ມີ​ການ​ຕັດ​ຕໍ່ ໃນ​ການ​ພົບ​ປະ​ກັບ​ທ່ານ​ແກ​ຣມ ຊຶ່ງ​ທ່ານ​ແກ​ຣມ​ໃຫ້​ຂໍ້​ສັງ​ເກດ​ວ່າ “ຊາວ​ຣັດ​ເຊຍ​ກຳ​ລັງ​ເສຍ​ຊີ​ວິດ” ແລະ​ກ່າວ​ເຖິງ​ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ລັດຕໍ່​ປະ​ເທດ​ດັ່ງ​ກ່າວ​ວ່າ “ເປັນ​ເງິນ​ທີ່​ດີ​ທີ່​ສຸດ​ທີ່​ພວກ​ເຮົາ​ໄດ້​ໃຊ້​ຈ່າຍ.”

ທ່ານ​ແກ​ຣມ​ປາ​ກົດ​ວ່​າ ໄດ້​ໃຫ້​ຄວາມ​ເຫັນ​ຢູ່​ໃນ​ບາງ​ບ່ອນ​ຂອງວີ​ດີ​ໂອ​ທີ່​ແຕກ​ຕ່າງ​ກັນ​ໃນ​ລະ​ຫວ່າງ​ການ​ສົນ​ທະ​ນາ​ຫາ​ລື​ກັນ. ແຕ່​ວີ​ດີ​ໂອ​ສັ້ນໆ​ໂດຍ​ທຳ​ນຽບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ໄດ້​ນຳ​ເອົາ​ຄຳ​ເວົ້າ​ທັງ​ສອງ​ຢ່າງ ມາ​ຢູ່​ໃກ້​ກັນ. ມັນ​ໄດ້​ສ້າງ​ຄວາ​ໂກດ​ແຄ້ນ​ໃຫ້​ແກ່​ຣັດ​ເຊຍ.

ກະ​ຊວງ​ພາຍ​ໃນ​ຂອງ​ຣັດ​ເຊຍ​ໄດ້​ອອກ​ໝາຍ​ຈັບ​ທ່ານ ໃນ​ວັນ​ຈັນ​ວານນີ້.

Russia’s Interior Ministry has issued an arrest warrant for U.S. Sen. Lindsey Graham following his comments related to the fighting in Ukraine. Graham met Friday with Ukrainian President Volodymyr Zelenskyy. Zelenskyy's office later released an edited video of the encounter in which Graham notes that “the Russians are dying" and describes the U.S. military assistance to the country as “the best money we’ve ever spent.” Graham appeared to have made the remarks in different parts of the conversation. But the short video by Ukraine’s presidential office put them next to each other. It caused outrage in Russia. The Russian Interior Ministry issued the arrest warrant Monday.

XS
SM
MD
LG