ປະເທດ ສາທາລະນະລັດ ອາຟຣິກາກາງ ອາດເບິ່ງຄືເປັນສະຖານທີ່ທີ່ບໍ່ປົກກະຕິ ສຳ
ລັບແຜນຍຸດທະສາດທີ່ລວມມີ ຣັດເຊຍ ໃນ ອາຟຣິກາ. ປະເທດ ອາຟຣິກາກາງ ບໍ່ໄດ້
ມີເສດຖະກິດທີ່ກຳລັງເຕີບໂຕຄືປະເທດ ເອທິໂອເປຍ ຫຼື ຄັງນ້ຳມັນເລິກຂອງປະເທດ
ອັງໂກລາ. ເຂົາເຈົ້າບໍ່ມີອຸດສາຫະກຳບໍ່ແຮ່ຄືປະເທດ ແຊມເບຍ ຫຼື ເປັນສະຖານທີ່ແຜນ
ຍຸດທະສາດຄືປະເທດ ຈິບູຕີ.
ແຕ່ປະເທດທີ່ບໍ່ມີທາງອອກສູ່ທະເລດັ່ງກ່າວ ທີ່ມີປະຊາກອນບໍ່ເຖິງ 5 ລ້ານຄົນນັ້ນ,
ເຊິ່ງສ່ວນໃຫຍ່ແມ່ນປະຄອງຊີວິດໄປດ້ວຍການເພາະປູກເພື່ອການຢູ່ລອດນັ້ນ, ມີສິ່ງ
ທີ່ໜ້າສົນໃຈອື່ນໆສຳລັບລັດຖະບານ ມົສກູ: ເຊິ່ງແມ່ນຄວາມຂັດແຍ້ງ.
ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ, ປະເທດ ສາທາລະນະລັດ ອາຟຣິກາກາງ ໄດ້ປະເຊີນ
ກັບສົງຄາມກາງເມືອງທີ່ຍືດເຍື້ອ. ການບໍ່ມີທີ່ຢູ່ອາໄສຂອງຄົນຈຳນວນຫຼວງຫຼາຍ,
ການເມືອງທີ່ບໍ່ໝັ້ນຄົງ, ແລະ ການຍາດແຍ່ງກັນຂອງພວກກະບົດ ແລະ ກຸ່ມທະຫານ
ບ້ານ ໄດ້ເຮັດໃຫ້ອຳນາດຂອງລັດຖະບານອ່ອນແອລົງ ແລະ ປະຊາຊົນສູນເສຍການ
ເຊື່ອຖືໃນສະຖາບັນຂອງເຂົາເຈົ້າ.
ໃນການປ່ຽນແປງທີ່ຕາມມານັ້ນ, ຣັດເຊຍ ໄດ້ຄົ້ນພົບໂອກາດຕ່າງໆ ເພື່ອໃຊ້ອຳນາດຢູ່
ນອກເໜືອຈາກຂອບເຂດຂອງເຂົາເຈົ້າ ແລະ ຟື້ນຟູແຜນຍຸດທະສາດການຮ່ວມມືໃນ
ອາຟຣິກາ ທີ່ບໍ່ໄດ້ມີການເໜັງຕີງ ນັບຕັ້ງແຕ່ການສິ້ນສຸດຂອງສົງຄາມກາງເມືອງ.
ຣັດເຊຍ ໄດ້ຂະຫຍາຍການມີໜ້າຂອງເຂົາເຈົ້າໃນປະເທດ ອາຟຣິກາກາງ ໃນລະ
ຫວ່າງສອງສາມປີທີ່ຜ່ານມາ. ແຕ່ແຜນຍຸດທະສາດຂອງເຂົາເຈົ້າຢູ່ທີ່ນັ້ນ, ເຊິ່ງອາໄສ
ການໃຊ້ສັນຍາຈ້າງເອກະຊົນ ແລະ ກຸ່ມວ່າຈ້າງແຮງງານນັ້ນ, ໄດ້ຖືກໃຊ້ນັບຕັ້ງແຕ່ສົງ
ຄາມ ຢູໂກສລາເວຍ ໃນຊຸມປີ 1990 ເປັນຕົ້ນມາ, ແລະ ຕໍ່ມາກໍແມ່ນໃນປະເທດ
ຢູເຄຣນ ແລະ ຊີເຣຍ.
ທ່ານ ຄີຣິລ ອາວຣາມອຟ ນັກຄົ້ນຄວ້າປະລິນຍາເອກ ຢູ່ມະຫາວິທະຍາໄລ ເທັກຊັສ
ໂຄງການການສຶກສາສືບລັບກ່າວວ່າ “ພວກເຮົາຄວນຄິດ ກ່ຽວກັບ ຜູ້ຮັບຈ້າງດັ່ງກັບ
ເຄື່ອງມືອັນນຶ່ງ ເຊິ່ງຈະເຮັດໃຫ້ມັນເປັນເຫດຜົນສຳລັບຄວາມສາມາດໃນການປະຕິ
ເສດຄວາມຮັບຜິດຊອບ ແຕ່ພ້ອມກັບການໃຊ້ກຳລັງດ້ວຍ, ເຊິ່ງໄດ້ຖືກໃຊ້ຫຼາຍໃນຂົງ
ເຂດທີ່ມີການຂັດແຍ້ງກັນ.”