ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນໄປໄດ້​ຍາກ ທີ່ຣັດເຊຍ ຈະນຳເອົາຫົວລະເບີດນິວເຄລຍ ຂຶ້ນໄປໃນອະວະກາດ ບັນດານັກວິເຄາະ ກ່າວ


ແຟ້ມພາບ - ໂຄສົກສະພາຄວາມໝັ້ນຄົງ ທ່ານຈອນ ເຄີບີ ກ່າວໃນລະຫວ່າງກອງປະຊຸມສະຫລຸບໂດຍຫຍໍ້ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ກັນຍາ 2023.
ແຟ້ມພາບ - ໂຄສົກສະພາຄວາມໝັ້ນຄົງ ທ່ານຈອນ ເຄີບີ ກ່າວໃນລະຫວ່າງກອງປະຊຸມສະຫລຸບໂດຍຫຍໍ້ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ກັນຍາ 2023.

ບັນດານັກວິເຄາະກ່າວໃນວັນພະຫັດວານນີ້ ວ່າ ອົງການສືບລັບຂອງສະຫະລັດ ເຊື່ອວ່າ ອາດເປັນໄປໄດ້ສູງ ຣັດເຊຍກຳລັງພັດທະນາອາວຸດປະເພດອະວະກາດທີ່ເປັນອຸປະກອນໃຊ້ພະລັງງານນິວເຄລຍ ເພື່ອເຮັດໃຫ້ດາວທຽມທັງຫຼາຍ ບອດ ຕິດຄັດ ຫຼື ທຳລາຍເຄື່ອງອີເລັກໂທຣນິກພາຍໃນ ຫຼາຍກວ່າການລະເບີດຂອງຫົວນິວເຄລຍ ທີ່ໃຊ້ເພື່ອຍິງພວກດາວທຽມລົງ ອີງຕາມອົງການຂ່າວຣອຍເຕີສ໌.

ຂ່າວສືບລັບຖືກເຜີຍແບອອກມາ ໃນວັນພຸດຜ່ານມາ ຫຼັງຈາກສະມາຊິກສະພາຕ່ຳ ທ່ານໄມຄ໌ ເທີເນີ ສັງກັດພັກຣີພັບບລີກັນ ປະທານຄະນະກຳມະການດ້ານສືບລັບຂອງສະພາຕ່ຳ ໄດ້ອອກຖະແຫລງການ ແບບຜິດປົກກະຕິທີ່ເຕືອນເຖິງ “ໄພຂົ່ມຂູ່ດ້ານຄວາມໝັ້ນຄົງແຫ່ງຊາດຢ່າງຮ້າຍແຮງ.”

ແຫລ່ງຂ່າວໄດ້ຮັບການແຈ້ງໃຫ້ຊາບກ່ຽວກັບເລື້ອງດັ່ງກ່າວ ບອກອົງການຂ່າວ ຣອຍເຕີສ໌ ວ່າ ວໍຊິງຕັນ ມີຂ່າວສືບລັບໃໝ່ ທີ່ກ່ຽວຂ້ອງກັບສັກກະຍາພາບດ້ານນິວເຄລຍຂອງຣັດເຊຍ ແລະຄວາມພະຍາຍາມເພື່ອພັດທະນາອາວຸດປະ ເພດອະວະກາດ ແຕ່ກ່າວຕື່ມວ່າ ຄວາມອາດສາມາດໃໝ່ຂອງຣັດເຊຍ ບໍ່ເປັນໄພຂົ່ມຂູ່ທີ່ຮີບດ່ວນຕໍ່ສະຫະລັດ. ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ສະທ້ອນທັດສະນະແບບດຽວກັນ ໃນວັນພະຫັດວານນີ້ ໂດຍກ່າວວ່າ “ອັນນີ້ບໍ່ແມ່ນຄວາມອາດສາມາດທີ່​ພວມ​ມີ​ຢູ່.”

ບັນດານັກວິເຄາະ ທີ່ຕິດຕາມເບິ່ງໂຄງການອະວະກາດຂອງຣັດເຊຍ ກ່າວວ່າ ໄພຂົ່ມຂູ່ດ້ານອະວະກາດ ບາງທີບໍ່ແມ່ນຫົວລະເບີດນິວເຄລຍ ແຕ່ເປັນອຸປະ ກອນທີ່ມີພະລັງງານສູງທີ່ຕ້ອງໃຊ້ພະລັງນິວເຄລຍ ເພື່ອທີ່ຈະດຳເນີນການໂຈມຕີໃນຫລາຍຮູບແບບ ຕໍ່ພວກດາວທຽມທັງຫຼາຍໄດ້.

The space-based weapon U.S. intelligence believes Russia may be developing is more likely a nuclear-powered device to blind, jam or fry the electronics inside satellites than an explosive nuclear warhead to shoot them down, analysts said on Thursday.

The intelligence came to light on Wednesday after Representative Mike Turner, Republican chair of the U.S. House of Representatives intelligence committee, issued an unusual statement warning of a "serious national security threat."

A source briefed on the matter told Reuters that Washington had new intelligence related to Russian nuclear capabilities and attempts to develop a space-based weapon, but added that the new Russian capabilities did not pose an urgent threat to the United States. U.S. Secretary of State Antony Blinken echoed this view on Thursday, saying "this is not an active capability."

Analysts tracking Russia's space programs say the space threat is probably not a nuclear warhead but rather a high-powered device requiring nuclear energy to carry out an array of attacks against satellites.

FILE - Rep. Mike Turner, R-Ohio, speaks during a House Intelligence Committee hearing on Capitol Hill in Washington, Nov. 20, 2019.
FILE - Rep. Mike Turner, R-Ohio, speaks during a House Intelligence Committee hearing on Capitol Hill in Washington, Nov. 20, 2019.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG