ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ປະກາດ ກ່ຽວກັບ ຢາວັກຊີນ COVID-19 ຂອງເຂົາເຈົ້າ, ແຕ່ຍັງມັນຍັງມີ ຄວາມສົງໄສຢູ່


COVID – Russia Vaccine USAGM
please wait

No media source currently available

0:00 0:02:24 0:00

ຣັດເຊຍ ໄດ້ປະກາດໃນເດືອນນີ້ວ່າ ເຂົາເຈົ້າໄດ້ຊະນະການແຂ່ງຂັນໃນທົ່ວໂລກ ເພື່ອພັດທະນາຢາວັກຊີນ ຕໍ່ຕ້ານໄວຣັສໂຄໂຣນາສາຍພັນໃໝ່ ຊະນິດທຳອິດ. ແຕ່ໄຊຊະນະທີ່ກ່າວອ້າງໂດຍຕົນເອງ ແລະ ແຜນການທີ່ຈະຂະຫຍາຍການຜະລິດນັ້ນ ໄດ້ມີຂຶ້ນທ່າມກາງຄຳຖາມທີ່ຍັງຄົງມີຢູ່ ກ່ຽວກັບຄວາມປອດໄພ ແລະ ປະສິດທິພາບຂອງຢາ ຣັດເຊຍ. ນັກຂ່າວວີໂອເອ ຊາລສ໌ ເມນສ໌ ມີລາຍງານ ຈາກນະຄອນຫຼວງ ມົສກູ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະ ເໜີທ່ານໃນອັນດັບຕໍ່ໄປ.


ດ້ວຍທົ່ວໂລກກຳລັງດີ້ນຮົນຊອກຫາຢາວັກຊີນກັນ COVID-19 ຢູ່ນັ້ນ, ປະທານາທິບໍດີ ວລາດິເມຍ ປູຕິນ ເວົ້າວ່າ ບັນດານັກວິທະຍາສາດ ຣັດເຊຍ ໄດ້ອອກມາຊ່ວຍເຫຼືອພວກເຮົາໄວ້ ດ້ວຍຢາວັກຊີນຊື່ວ່າ ສປັດນິກ 5.

ປະທານາທິບໍດີ ວລາດິເມຍ ປູຕິນ ໄດ້ກ່າວວ່າ “ຂ້າພະເຈົ້າຮູ້ວ່າມັນຂ້ອນຂ້າງຈະມີປະສິດທິພາບ ແລະ ສ້າງພູມຄຸ້ມກັນທີ່ຍືຍົງໄດ້. ແລະ ຂ້າພະເຈົ້າຂໍຢໍ້າ. ມັນໄດ້ຜ່ານຂັ້ນຕອນການກວດກາທີ່ຈຳ ເປັນທຸກຢ່າງ.”

ຢາວັກຊີນດັ່ງກ່າວແມ່ນວຽກງານຂອງສະຖາບັນ ກາມາເລຢາ ທີ່ດຳເນີນການໂດຍລັດຖະບານ ເຊິ່ງເວົ້າວ່າເຂົາເຈົ້າໄດ້ດຳເນີນການທົດລອງຢ່າງປະສົບຜົນສຳເລັດໃນກຸ່ມພະນັກງານ ແລະ ອາສາສະໝັກຂອງເຂົາເຈົ້າ, ລວມທັງລູກສາວຂອງປະທານາທິບໍດີ ຣັດເຊຍ, ອີງຕາມການກ່າວຂອງທ່ານເອງ.

ແຕ່ສະຖາບັນທີ່ວ່ານັ້ນຕອນນີ້ແມ່ນຫາກໍ່ໄດ້ເລີ່ມການທົດລອງທາງການແພດຂະໜາດໃຫຍ່, ເຊິ່ງແມ່ນມາດຕະຖານສຳລັບການທົດລອງຄວາມມີປະສິດທິຜົນ ແລະ ຄວາມປອດໄພຂອງຢາວັກຊີນ.

ນັ້ນໄດ້ເຮັດໃຫ້ມີຄວາມເປັນຫ່ວງເພີ່ມຂຶ້ນວ່າ ຣັດເຊຍ ໄດ້ໃຊ້ທາງລັດເພື່ອໃຫ້ໄດ້ຮັບຄວາມຍົກ ຍ້ອງ ຈາກທົ່ວໂລກ ແລະ ການຂາຍ.

ທ່ານນາງ ອານາສຕາເຊຍ ວາຊິລເຢວາ, ຈາກກຸ່ມ Doctors Alliance ໄດ້ ກ່າວວ່າ “ນີ້ບໍ່ໄດ້ກ່ຽວ ກັບການລຳອຽງຈາກຂ້າພະເຈົ້າ. ທຳການທົດລອງທາງ ດ້ານການແພດ ຂັ້ນຕອນທີ 3 ແລະ ສະ ແດງໃຫ້ເຫັນວ່າ ຢາວັກຊີນທີ່ວ່ານັ້ນປອດໄພຕໍ່ປະຊາຊົນຫຼາຍພັນຄົນໃນຂະນະທີ່ມັນຖືກຍອມຮັບຕາມມາດຕະຖານສາກົນ. ພວກເຮົາມີແຕ່ຈະດີໃຈຖ້າມັນໄດ້ຜົນ. ແຕ່ດຽວນີ້, ມັນເບິ່ງຄືວ່າເຂົາເຈົ້າ ກຳລັງເລັ່ງຂັ້ນຕອນທີ່ວ່ານັ້ນ.”

ເຖິງແມ່ນລັດຖະບານມີແຜນທີ່ຈະສົ່ງຢາວັກຊີນໄປໃຫ້ບັນດາພະນັກງານແຖວໜ້າໃນເດືອນຕໍ່ໄປນັ້ນກໍຕາມ, ການສຳຫຼວດຄວາມຄິດເຫັນເມື່ອບໍ່ດົນມານີ້ໄດ້ຄົ້ນພົບວ່າ ແພດໝໍຈຳນວນເຄິ່ງນຶ່ງຈາກທັງໝົດເວົ້າວ່າ ເຂົາເຈົ້າຈະປະຕິເສດບໍ່ຮັບເອົາຢາວັກຊີນນັ້ນ.

ອົງການອະນາໄມໂລກຍັງໄດ້ກຳນົດ ຣັດເຊຍ ໄວ້ໃນບັນຊີຂອງການຢູ່ໃນຂັ້ນຕອນຕົ້ນໆຂອງເຂົາ ເຈົ້າ ແລະ ໄດ້ເຕືອນວັງ ເຄຣັມລິນ ໃຫ້ຄ່ອຍໆດຳເນີນການກັບແຜນການທີ່ຂະຫຍາຍການຜະລິດ ໃນບໍ່ເທົ່າໃດເດືອນຈະມາເຖິງນີ້.

ໃນຂະນະດຽວກັນ, ບັນດາພະນັກງານປິ່ນປົວສຸຂະພາບ ຣັດເຊຍ ເວົ້າວ່າຄົນຂອງເຂົາເຈົ້າເອງຈຳ ນວນຫຼາຍ ແມ່ນໄດ້ຮັບຜົນກະທົບຈາກມັນແລ້ວ.

ໃນນະຄອນ ເຊັນ ປີເຕີສເບີກ, ອານຸສອນສະຖານທີ່ເຮັດຂຶ້ນມາເອງຈະຕິດຕາມການເສຍຊີວິດຂອງພະນັກງານການແພດ ທ່າມກາງຄວາມສົງໄສທີ່ມີຢູ່ໃນສາທາລະນະວ່າ ສະຖິຕິຂອງລັດຖະບານ ໄດ້ເຊື່ອງຜົນທີ່ແທ້ຈິງຂອງການຕໍ່ສູ້ກັບໄວຮັສໄວ້ຫຼືບໍ່.

ນາງ ໄອຣີນາ ມາລໂຊວາ, ຜູ້ປະສານງານອາສາສະໝັກຂອງອະນຸສອນສະຖານກ່າວວ່າ “ມັນເຫັນໄດ້ຊັດວ່າບັນດາແພດໝໍຂອງພວກເຮົາຈະເປັນຜູ້ທຳອິດ ທີ່ຈະເສຍຊີວິດຍ້ອນໂຣກລະບາດ. ແລະ ສະນັ້ນ, ພວກເຮົາມີຄວາມຄິດ ກ່ຽວ ກັບ ການສ້າງກຳແພງອະນຸສອນສະຖານຂຶ້ນມາ. ສະນັ້ນທາງເມືອງຈະໄດ້ຈົດຈຳຜູ້ທີ່ໄດ້ປົກປ້ອງເຂົາເຈົ້າ, ຜູ້ທີ່ໄດ້ຊ່ວຍຊີວິດຂອງເຂົາເຈົ້າໄວ້.”

ປັດຈຸບັນນີ້ ຣັດເຊຍ ແມ່ນຢູ່ອັນດັບ 4 ໃນຈຳນວນຜູ້ຕິດເຊື້ອທົ່ວໂລກ ຕາມຫຼັງ ສະຫະລັດ, ບຣາຊິລ ແລະ ອິນເດຍ ໂດຍມີເກືອບ 1​ ລ້ານກໍລະນີ.

ແຕ່ມັນຍັງມີຄວາມຮູ້ສຶກ ກ່ຽວກັບ ຄວາມອິດເມື່ອຍຂອງປະຊາຊົນ ດ້ວຍການຢູ່ ຫ່າງກັນໃນສັງຄົມ, ການໃສ່ໜ້າກາກ ແລະ ມາດຕະການປ້ອງກັນອື່ນໆ.

ປະຊາຊົນ ຣັດເຊຍ ແມ່ນກຳລັງເດີມພັນ ກ່ຽວກັບ ການກັບຄືນສູ່ຊີວິດຄືກັບກ່ອນເກີດໄວຣັສ.

ແລະ ຢາວັກຊີນທີ່ບໍ່ໄດ້ຖືກກວດສອບ ເພື່ອຊ່ວຍຊີວິດຂອງເຂົາເຈົ້າ.

Russia announced this month it had won the global race to develop the first vaccine against the novel coronavirus. But that self-proclaimed victory - and plans to ramp up production - come amid lingering questions about the safety and effectiveness of the Russian drug. From Moscow, Charles Maynes reports.

With the world desperate for a vaccine for COVID-19, President Vladimir Putin says Russian scientists have come to the rescue…with a shot christened the Sputnik 5…

“I know that it’s fairly effective and forms sustainable immunity. And I repeat. It’s passed all necessary inspections.”

The vaccine is the work of the state-run Gamaleya Institute….which says it successfully carried out tests on a group of employees and volunteers…….including, says the Russian President, his daughter…

But the Institute is only now starting the large scale clinical trials…standard for testing a vaccine’s efficacy and safety.

That’s raising concerns Russia is cutting corners to score global bragging rights…and sales.

“This isn’t about any bias on my part. Do a Phase 3 stage of clinic testing and show the vaccine is safe on several thousand people as is the accepted international norm. We’ll be only happy if it works. But right now, it’s looks like they’re rushing the process.”

Despite government plans to deploy the vaccine to frontline workers next month, a recent poll finds more than half of all Russian doctors said they would refuse to take the inoculation .

The World Health Organization also lists the Russian effort as being in its early stages…and is cautioning the Kremlin to go slow with plans to ramp up production in the coming months.

Meanwhile, Russian healthcare workers say too many of their own have already paid the ultimate price.

In Saint Petersburg, a makeshift memorial tracks medical worker deaths…amid lingering public doubts that government statistics hide the true cost of fighting the virus.

“It was clear that our doctors would be the first to be felled by the pandemic. And so, we had the idea of creating a memory wall - so that the city would remember those who’ve been defending them, who have been saving lives.”

Russia currently sits 4th in the world infection count…behind the US, Brazil and India…with nearly a million cases.

But there’s also a sense of public fatigue with social distancing, masks, and other protective measures.

Russians are gambling on a return to life resembling normal before the virus…

and an unvetted vaccine to save them.

XS
SM
MD
LG