ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ຢ້ຽມ​ຢາມ ອີ​ຈິບ ທ່າມ​ກາງ​ສົງ​ຄາມ ຢູ​ເຄ​ຣນ


 ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາວ​ຣອ​ຟ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ເມືອງ ອານ​ຕາ​ເລຍ, ປະ​ເທດ ເທີ​ກີ, 10 ມ​ີ​ນາ, 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາວ​ຣອ​ຟ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ເມືອງ ອານ​ຕາ​ເລຍ, ປະ​ເທດ ເທີ​ກີ, 10 ມ​ີ​ນາ, 2022.

ນັກ​ການ​ທູດ​ລະ​ດັບ​ສູງ​ຂອງ ຣັດ​ເຊຍ ໄດ້​ເດີນ​ທາງ​ໄປ​ນະ​ຄອນຫຼວງ ໄຄ​ໂຣ ຂອງ​ປະ​ເທດ ອີ​ຈິບ ໃນ​ວັນ​ອ​າ​ທິ​ດ​ວານ​ນີ້​ສຳ​ລັບ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອີ​ຈິບ ໃນ​ຂະ​ນະ​ທີ່​ປະ​ເທດ​ຂອ​ງ​ທ່ານ ​ພະ​ຍາ​ຍາມ​ທີ່​ຈະ​ແກ້​ໄຂ​ການ​ຖືກໂດດ​ດ່ຽວ​ທາງ​ການ​ທູດ ແລະ ມາດ​ຕະ​ການ​ລົງ​ໂທດ​ໂດຍ​ປະ​ເທດ​ຕາ​ເວັນ​ຕົກ ຍ້ອນ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ​ເຂົາ​ເຈົ້າ, ອົງ​ການ​ຂ່າວ ຣອຍ​ເຕີ ລາຍ​ງານ.

ທ່ານ ເຊີ​ເກ ລາວ​ຣອ​ຟ ໄດ້​ເດີນ​ທາງ​ຮອດ​ນະ​ຄອນຫຼວງ ໄຄ​ໂຣ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ເປັນ​ປະ​ເທດ​ທຳ​ອິດ​ຂອງ​ການ​ຢ້ຽມ​ຢາມ​ທະ​ວີບ​ອາ​ຟ​ຣິ​ກາ ທີ່​ຈະ​ລວມ​ມີ​ການ​ຢຸດ​ແວ່​ໃນ​ປະ​ເທດ ເອ​ທິ​ໂອ​ເປຍ, ອູ​ການ​ດາ ແລະ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ, ອີງ​ຕາມ​ເຄືອ​ຂ່າຍ​ໂທ​ລະ​ພາບ RT ຂອງ ຣັ​ດ​ເຊຍ.

ໃນ​ວັນ​ອາ​ທິດ​ວານນີ້, ​ທຳ​ອິດທ່ານ​ໄດ້​ຈັດ​ການ​ເຈ​ລະ​ຈາ ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອັບ​ແດ​ລ ຟັດ​ທາ ແອ​ລ-ຊິ​ສ​ຊີ, ຫຼັງ​ຈາ​ກ​ນັ້ນ​ກັບ​ຄູ່​ຕຳ​ແໜ່ງ ອີ​ຈິບ​, ທ່ານ ຊາ​ເມ ຊູ​ຄ​ຣີ. ທ່ານ ລາວ​ຣອ​ຟ ຍັງ​ໄດ້​ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ສັນນິ​ບາດ​ອາ​ຣັບ ນາຍ​ພົນ ອາ​ເມັດ ອາ​ບູ​ລ ເກດ, ກ່ອນ​ການ​ກ່າວ​ຕຳ​ປາ​ໄສຕໍ່​ອົງ​ການ PAN-ARAB, ອີງ​ຕາມ​ສັນ​ນິ​ບາດ ອາ​ຣັບ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັບ​ທ່ານ ຊູ​ຄ​ຣີ ນັ້ນ, ທ່ານ ລາວ​ຣອ​ຟ ໄດ້​ກ່າວ​ວ່າ ທ່ານ​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​” ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອີ​ຈິບ ຜູ້​ທີ່​ໄດ້​ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ຂໍ້​ຂັດ​ແຍ້ງ ໂດຍ “ທາງ​ການ​ເມືອງ ແລະ ການ​ທູດ.”

ທ່ານ ລາວ​ຣອ​ຟ ໄດ້​ກ່າວ​ວ່າ ຖິ້ມ​ໂທດ​ໃສ່ ຢູ​ເຄ​ຣນ ສຳ​ລັບ​ການ​ທຳ​ລາຍ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກ່ອນ​ໜ້ານີ້.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ່​ມີ​ຄວາມ​ອະ​ຄະ​ຕິ​ໃດໆ ກ່ຽວ​ກັບ ການ​ສືບ​ຕໍ່​ການ​ເຈ​ລ​ະ​ຈາ​ ກ່ຽວ​ກັບ ບັນ​ຫາ​ທີ່ກວ້າງ​ຂວາງ, ແຕ່​ບັນ​ຫາ​ດັ່ງ​ກ່າວ​ ແມ່ນບໍ່​ໄດ້​ຂຶ້ນ​ກັບ​ພວກ​ເຮົາ. ພວກ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ, ຈາກ​ປະ​ທາ​ນາ​ທິ​ບໍ​ດີ ຫາ​ທີ່​ປຶກ​ສາ​ທີ່​ນັບ​ບໍ່​ຖ້ວນ​ຂອງ​ລາວ, ມັກ​ຈະ​ເວົ້າ​ຢ່າງ​ເປັນ​ປະ​ຈຳ​ວ່າ​ມັນ​ຈະ​ບໍ່​ມີ​ການ​ເຈ​ລະ​ຈາ​ຈົນ​ກວ່າ ຢູ​ເຄ​ຣນ ຈະ​ເອົາ​ຊະ​ນະ ຣັດ​ເຊຍ ໃນ​ສະ​ໜາມ​ລົບ​ໄດ້.”

ນັກ​ການ​ທູດ ຣັດ​ເຊຍ ດັ່ງ​ກ່າວ​ໄດ້​ໃຊ້​ຄຳ​ປາ​ໄສ​ຂອງ​ລາວ ​ຢູ່​ສັນ​ນິ​ບາດອາ​ຣັບ ເພື່ອ​ກ່າວ​ຢ້ຳ​ຄຳ​ອະ​ທິ​ບາຍ​ຂອງວັງ​ເຄ​ຣັມ​ລິນ​ວ່າ ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ຜັກ​ດັນ​ປະ​ເທດ​ຂອງ​ລາວ​ໃຫ້​ບຸກ​ລຸກ​ຢູ​ເຄ​ຣນ ແລະ ໄດ້​ກ່າວ​ຫາ​ປະ​ເທດ​ຕາ​ເວັນ​ຕົກ ກ່ຽວ​ກັບ ການ​ເມີນ​ເສີນ​ຕໍ່​ບັນ​ຫາ​ດ້ານ​ຄວາມ​ປອດ​ໄພ​ຂອງ ຣັດ​ເຊຍ ທີ່​ເກີດ​ມາ​ຈາກ​ການ​ຈ​ຂະ​ຫຍາຍ​ຕົວ​ຂອງ​ອົງ​ການ NATO ໄປ​ທິດ​ຕາ​ເວັນ​ອອກ.

Russia's top diplomat was in Cairo for talks Sunday with Egyptian officials as his country seeks to break the diplomatic isolation and sanctions by the West over its invasion of Ukraine.

Sergey Lavrov landed in Cairo late on Saturday, the first leg of his Africa trip that will also include stops in Ethiopia, Uganda and the Democratic Republic of Congo, according to Russia's state-run RT television network.

On Sunday, he first held talks with President Abdel Fattah el-Sissi, then his Egyptian counterpart, Sameh Shukry. Lavrov also met with Arab League Secretary General Ahmed Aboul Gheit, before addressing the pan-Arab organization, the Arab League said.

In a joint news conference with Shukry, Lavrov said he discussed Russia's “military operation” in Ukraine with Egyptian officials who urged for “a political and diplomatic” settlement to the conflict.

Lavrov laid the blame on Ukraine for the rupture of earlier peace talks.

“We do not have any prejudices about resuming negotiations on a wider range of issues, but the matter does not depend on us,” he said. “Ukrainian authorities, from the president to his innumerable advisers, constantly say that there will be no negotiations until Ukraine defeats Russia on the battlefield.”

The Russian diplomat used his speech at the Arab League to press the Kremlin's narrative that the West pushed his country to invade Ukraine and accused the West of ignoring Russia's security concerns stemming from NATO's expansion eastward.

XS
SM
MD
LG