ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ​ປະ​ສົບ​ກ​ັບ​ຄວາມ​ລົ້ມ​ແຫຼວ ໃນ​ການ​ອ້າງ​ເອົາ​ບ່ອນ​ນັ່ງ ຢູ່​ສະ​ພາ​ສິດ​ທິ​ມະ​ນຸດ ສະ​ຫະ​ປະ​ຊາ​ຊາດ ຄືນ


ປະ​ທານ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທ່ານ​ເດັນ​ນິ​ສ ແຟ​ຣ​ສ​ຊິ​ສ ອ່ານ​ຜົນ​ການ​ເລືອກ​ຕັ້ງ​ເອົາ​​ສະ​ມາ​ຊິກສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ​​ໃໝ່ ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ ໃນ​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 10 ຕຸ​ລາ 2023.
ປະ​ທານ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທ່ານ​ເດັນ​ນິ​ສ ແຟ​ຣ​ສ​ຊິ​ສ ອ່ານ​ຜົນ​ການ​ເລືອກ​ຕັ້ງ​ເອົາ​​ສະ​ມາ​ຊິກສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ​​ໃໝ່ ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ ໃນ​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 10 ຕຸ​ລາ 2023.

ຣັດ​ເຊຍ​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຮຽກ​ຮ້ອງ​ເອົາ​ບ່ອນ​ນັ່ງ ທີ່​ເປັນ​ບັນ​ຫາ​ໂຕ້​ແຍ້ງ​ຂອງ​ຕົນ​ ຢູ່​ໃນ​ສະ​ພາ​ສິດ​ທິ​ມະ​ນຸດ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄືນ ຫຼັງ​ຈາກ​ໄດ້​ຖືກ​ໂຈະ​ໂດຍກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ເດືອນ​ເມ​ສາ​ປີ 2022 ຫຼັງ​ຈາກ​ຣັດ​ເຊຍ​ໄດ້​ຮຸກ​ຮານ​ຢູ​ເຄ​ຣນ.

“ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ສົ່ງ​ສັນ​ຍານ​ທີ່​ແຂງ​ຂັນ​ຕໍ່​ຄະ​ນະ​ນຳ​ພາ​ຂອງ​ຣັດ​ເຊຍ​ໃຫ້​ຮູ້​ວ່າ ລັດ​ຖະ​ບານ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມແລະ​ອາ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດໃນ​ຈຳ​ນວນ​ທີ່​ນັບ​ບໍ່​ຖ້ວນນັ້ນ ບໍ່​ມີ​ສິດ ​ທີ່​ຈະ​ເຂົ້າ​ມາຢູ່​ໃນສະ​ພາ​ສິດ​ທິ​ມະ​ນຸດ” ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ທ່ານ​ຫຼຸຍ ຊາ-​ບອນໂນ ຜູ້​ອຳ​ນວຍ​ການ​ ກຸ່ມປົກ​ປ້ອງ​ສິ​ດ​ທິ​ມະ​ນຸດ Human Rights Watch ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ໃນ​ການ​ລົງ​ຄະ​ແນນ​ສຽງ ​ຢ່າງ​ເປັນ​ທາງ​ລັບ ອາ​ລ​ບາ​ເນຍ ບຸລກາ​ເຣຍ ແລະ​ຣັດ​ເຊຍ ຕ່າງ​ກໍ​ແຂ່ງ​ກັນ ​ເພື່ອ​ຍາດ​ເອົາ​ບ່ອນ​ນັ່ງ​ສອງ​ບ່ອນ ທີ່​ອະ​ນຸ​ມັດ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ໃນ​ຂົງ​ເຂດ​ຢູ​ໂຣບ​ຕາ​ເວັນ​ອອກ. ຄະ​ແນນ​ສ່ວນ​ຫຼາຍ 97 ສຽງ​ແມ່ນ​ເປັນ​ທີ່​ຕ້ອງ​ການ. ມົ​ສ​ກູ​ໄດ້​ຮັບ 83 ສຽງ ໃນ​ຂະ​ນະ​ທີ່​ບຸນ​ກາ​ເຣຍ​ ໄດ້​ຮັບ 160 ສຽງ ແລະ​ອາ​ລ​ບາ​ເນຍ​ໄດ້​ຮັບ 123 ສຽງ.

ກ່ອນ​ການ​ລົງ​ຄະ​ແນນ​ສຽງ ພວກ​ສະ​ໜັບ​ສະ​ໜຸນ​ສິດ​ທິ​ມະ​ນຸດ​ໄດ້​ເຕືອນ​ວ່າ ນອກ​ຈາກ​ການ​ກໍ່​ໂທດ​ກຳ ​ທີ່​ໄດ້​ມີ​ຂຶ້ນ​ໃນ​ຢູ​ເຄ​ຣນ​ແລ້ວ ຣັດ​ເຊຍ​ຍັງ​ໄດ້ຈຳ​ກັດ​ຮັດ​ແຄບ ສິດ​ທິ​ແລະ​ເສ​ລີ​ພາບ​ພາຍ​ໃນ​ປະ​ເທດ​ນັບ​ແຕ່​ໄດ້​ທຳ​ການ​ຮຸກ​ຮານ ແລະ​ບໍ່​ສົມ​ຄວນ
ທີ່​ຈະ​ກັບ​ຄືນ​ເຂົ້າ​ໄປ​ນັ່ງ​ໃນ​ສະ​ພາ​ສິດ​ທິ​ມະ​ນຸດ.

ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ມີ​ບ່ອນ​ນັ່ງ​ທັງ​ໝົດ 15 ບ່ອນສຳ​ລັບ​ຕຳ​ແໜ່ງ​ເປັນເວ​ລາ 3 ປີ ໃນ​ສະ​ພາ​ສິດ​ທິມ​ະ​ນຸດ​ ທີ່​ມີ​ສະ​ມາ​ຊິກ 47 ປະ​ເທດ​ຢູ່​ທີ່​ນະ​ຄອນ​ເຈ​ນີ​ວາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG