ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຣັດເຊຍ ຂັບໄລ່ນັກການທູດ ເຊັກ 20 ຄົນອອກຈາກປະເທດ ຫຼັງຈາກລະເບີດແຕກ ຖືກຖິ້ມໂທດໃສ່ ຜູ້ຕ້ອງສົງໄສ ວາງຢາພິດ ສກຣິປາລ


ເຈົ້າໜ້າທີ່ ຕຳຫຼວດຢືນຢູ່ນອກສະຖານທູດ ຣັດເຊຍ ໃນລະຫວ່າງການປະທ້ວງຕໍ່ໜ່ວຍສືບລັບ ຣັດເຊຍ ທີ່ຖືກກ່າວຫາມີສ່ວນຮ່ວມໃນການລະເບີດເກັບສາງລູກປືນໃນເຂດ ເວີເບທິສ ເມື່ອປີ 2014, ໃນນະຄອນຫຼວງ ປຣາກ, ປະເທດ ສາທາລະນະລັດ ເຊັກ. 18 ເມສາ, 2021.
ເຈົ້າໜ້າທີ່ ຕຳຫຼວດຢືນຢູ່ນອກສະຖານທູດ ຣັດເຊຍ ໃນລະຫວ່າງການປະທ້ວງຕໍ່ໜ່ວຍສືບລັບ ຣັດເຊຍ ທີ່ຖືກກ່າວຫາມີສ່ວນຮ່ວມໃນການລະເບີດເກັບສາງລູກປືນໃນເຂດ ເວີເບທິສ ເມື່ອປີ 2014, ໃນນະຄອນຫຼວງ ປຣາກ, ປະເທດ ສາທາລະນະລັດ ເຊັກ. 18 ເມສາ, 2021.

ລັດຖະບານ ມົສກູ ໄດ້ຂັບໄລ່ນັກການທູດ ສາທາລະນະລັດ ເຊັກ 20 ຄົນ ອອກຈາກປະເທດເມື່ອວັນອາທິດວານນີ້ ໃນການປະເຊີນໜ້າ ກ່ຽວກັບ ການກ່າວຫາໂດຍ ສາທາລະນະລັດ ເຊັກ ວ່າ ນັກ ສືບລັບຊາວ ຣັດເຊຍ ສອງຄົນທີ່ຖືກກ່າວຫາ ກ່ຽວກັບ ການວາງຢາພິດທຳລາຍເສັ້ນປະສາດໃນ ອັງກິດ ໃນປີ 2018 ນັ້ນ ແມ່ນຢູ່ເບື້ອງຫຼັງການລະເບີດເມື່ອບໍ່ດົນມານີ້ຢູ່ສາງເກັບລູກປືນ ທີ່ໄດ້ເຮັດໃຫ້ສອງຄົນເສຍຊີວິດ.

ໃນວັນເສົາທີ່ຜ່ານມາ, ລັດຖະບານ ປຣາກ ໄດ້ສັ່ງໃຫ້ນັກການທູດ ຣັດເຊຍ 18 ຄົນອອກຈາກປະ ເທດ, ຈົນໄດ້ກໍ່ໃຫ້ ຣັດເຊຍ ປະຕິຍານໃນວັນອາທິດວານນີ້ວ່າ “ຈະບັງຄັບຜູ້ລິເລີ່ມການຍຸແຍ່ນີ້ ໃຫ້ເຂົ້າໃຈຢ່າງເຕັມທີ່ ກ່ຽວກັບ ຄວາມຮັບຜິດຊອບຂອງເຂົາເຈົ້າ ສຳລັບການທຳລາຍພື້ນຖານຂອງສາຍພົວພັນທີ່ປົກກະຕິລະຫວ່າງສອງປະເທດຂອງພວກເຮົາ.”

ມົສກູ ໄດ້ໃຫ້ເວລານັກການທູດ ເຊັກ ພຽງນຶ່ງວັນເພື່ອອອກຈາກປະເທດ, ໃນຂະນະທີ່ ປຣາກ ໄດ້ໃຫ້ ຣັດເຊຍ 3 ວັນ.

ສາທາລະນະລັດ ເຊັກ ເວົ້າວ່າ ເຂົາເຈົ້າໄດ້ແຈ້ງອົງການ NATO ແລະ ບັນດາພັນທະມິດສະຫະພາບຢູໂຣບວ່າ ເຂົາເຈົ້າສົງໄສວ່າ ຣັດເຊຍ ເປັນຜູ້ກໍ່ໃຫ້ເກີດການລະເບີດໃນປີ 2014 ແລະ ບັນດາລັດຖະມົນຕີການຕ່າງປະເທດ ສະຫະພາບຢູໂຣບ ແມ່ນມີກຳນົດທີ່ຈະປຶກສາຫາລື ກ່ຽວກັບ ບັນຫາດັ່ງກ່າວ ໃນກອງ ປະຊຸມຂອງເຂົາເຈົ້າໃນວັນຈັນມື້ນີ້.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ຍົກຍ້ອງການຕອບໂຕ້ທີ່ເດັດດ່ຽວຂອງ ປຣາກ ຕໍ່ “ການກະທຳທີ່ຊຶ່ງບ່ອນທຳລາຍຂອງ ຣັດເຊຍ ໃນດິນແດນຂອງ ເຊັກ.”

ຄວາມຂັດແຍ້ງດັ່ງກ່າວແມ່ນໃຫຍ່ທີ່ສຸດລະຫວ່າງ ປຣາກ ກັບ ມົສກູ ນັບຕັ້ງແຕ່ທ້າຍທົດສະວັດຂອງການຄອບງຳຢູໂຣບຕາເວັນອອກຂອງ ໂຊວຽດ ໃນປີ 1989.

ມັນຍັງໄດ້ເພີ່ມເຂົ້າໃສ່ຄວາມເຄັ່ງຕຶງທີ່ກຳລັງເພີ່ມຂຶ້ນລະຫວ່າງ ຣັດເຊຍ ແລະ ປະເທດຕາເວັນຕົກໂດຍທົ່ວໄປ, ທີ່ເພີ່ມຂຶ້ນສ່ວນນຶ່ງຍ້ອນການຕັ້ງກອງທັບຂອງ ຣັດເຊຍ ໃນເຂດຊາຍແດນພາກຕາ ເວັນຕົກຂອງເຂົາເຈົ້າ ແລະ ໃນແຫຼມ ໄຄຣເມຍ, ເຊິ່ງ ມົສກູ ໄດ້ຍຶດຈາກ ຢູເຄຣນ ໃນປີ 2014, ຫຼັງ ຈາກການຕໍ່ສູ້ ທີ່ເພີ່ມຂຶ້ນລະຫວ່າງລັດຖະບານ ແລະ ກອງກຳລັງທີ່ສະໜັບສະໜູນ ຣັດເຊຍ ໃນພາກຕາເວັນອອກຂອງ ຢູເຄຣນ.

ຣັດເຊຍ ໄດ້ກ່າວວ່າ ການກ່າວຫາຂອງ ປຣາກ ແມ່ນບໍ່ມີເຫດຜົນ ໃນຂະນະທີ່ກ່ອນໜ້ານີ້ເຂົາເຈົ້າໄດ້ຖິ້ມໂທດການລະເບີດໃສ່ເຈົ້າຂອງສາງໃນໝູບ້ານ ເວີເບທິສ (Vrbetice) ຕັ້ງຢູ່ 300 ກິໂລແມັດທາງພາກຕາເວັນອອກຫ່າງຈາກນະຄອນຫຼວງ.

ເຂົາເຈົ້າໄດ້ເອີ້ນການຂັບໄລ່ນີ້ວ່າ “ການສືບຕໍ່ການກະທຳຕໍ່ຕ້ານ ຣັດເຊຍ ຢ່າງຕໍ່ເນື່ອງໂດຍສາທາະລະນະລັດ ເຊັກ ໃນບໍ່ເທົ່າໃດປີທີ່ຜ່ານມາ,” ໂດຍກ່າວຫາ ປຣາກ ກ່ຽວກັບ “ການດີ້ນຮົນເພື່ອສ້າງຄວາມປະທັບໃຈຕໍ່ ສະຫະລັດທ່າມກາງການວາງມາດຕະການລົງໂທດເມື່ອບໍ່ດົນມານີ້ຕໍ່ ຣັດເຊຍ ໂດຍ ສະຫະລັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG