ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຄວບຄຸມໂຕ ນັກຂ່າວສະຫະລັດ ທີ່ເຮັດວຽກໃຫ້ ວິທະຍຸຢູໂຣບເສລີ


ແຟ້ມພາບ - ຕຳຫຼວດ ແລະພວກທະຫານພິທັກຊາດ ທີ່ເອີ້ນວ່າ Rosguardia ຍ່າງຢູ່ໃນຈະຕຸລັດແດງ ຫຼື Red Square, ທີ່ໄດ້ຖືກປິດໄວ້ ສຳລັບການສະເຫຼີມສະຫຼອງ ວັນກ່ອນປີໃໝ່, ພ້ອມກັບ ພະວິຫານ ຂອງເຊັງ ບາສຊີລ (St. Basil's Cathedral), ໃນນະຄອນຫຼວງ ມົສກູ, ວັນທີ 31 ທັນວາ 2022.
ແຟ້ມພາບ - ຕຳຫຼວດ ແລະພວກທະຫານພິທັກຊາດ ທີ່ເອີ້ນວ່າ Rosguardia ຍ່າງຢູ່ໃນຈະຕຸລັດແດງ ຫຼື Red Square, ທີ່ໄດ້ຖືກປິດໄວ້ ສຳລັບການສະເຫຼີມສະຫຼອງ ວັນກ່ອນປີໃໝ່, ພ້ອມກັບ ພະວິຫານ ຂອງເຊັງ ບາສຊີລ (St. Basil's Cathedral), ໃນນະຄອນຫຼວງ ມົສກູ, ວັນທີ 31 ທັນວາ 2022.

ນັກຂ່າວອາເມຣິກັນເຊື້ອສາຍຣັດເຊຍ ທີ່ເຮັດວຽກໃຫ້ ວິທະຍຸຢູໂຣບເສລີ/ວິທະຍຸ ເສລີພາບ (RFE/RL) ໄດ້ຖືກຄວບຄຸບໂຕຢູ່ໃນຣັດເຊຍ ແລະໄດ້ຖືກຕັ້ງຂໍ້ຫາວ່າ ບໍ່ໄດ້ລົງທະບຽນເປັນຕົວແທນຕ່າງປະເທດ, ຜູ້ຈ້າງງານຂອງທ່ານນາງ ແລະ ທັງເປັນນັກຂ່າວຂອງກຸ່ມສິ້ງຊອມ ໄດ້ກ່າວໃນວັນພຸດວານນີ້ ອີງຕາມອົງການ ຂ່າວເອແອັຟພີ.

ທ່ານນາງ ອາລຊູ ຄູຣມາເຊວາ ເປັນບັນນາທິການຂອງເຄືອຂ່າຍພະແນກ ຕາທາ-ບາສເກຍ ທີ່ໄດ້ຮັບທຶນຈາກລັດຖະສະພາສະຫະລັດ, ຊຶ່ງປະທານຮັກສາການຂອງອົງການຂ່າວ RFE/RL ທ່ານແຈັບຟຣີ ແກດມິນ (Jeffrey Gedmin) ໄດ້ກ່າວໃນຖະແຫລງການວ່າ “ຕ້ອງປ່ອຍໂຕເພື່ອທີ່ນາງຈະສາມາດ ກັບຄືນໄປຫາຄອບຄົວຂອງນາງໃນທັນທີ.”

ທ່ານແກດມິນ ໄດ້ກ່າວອີກວ່າ “ທ່ານນາງອາລຊູ ເປັນເພື່ອນຮ່ວມງານທີ່ໜ້ານັບ ຖືຢ່າງສູງ, ເປັນພັນລະຍາທີ່ອຸທິດຕົນ ແລະເປັນແມ່ທີ່ທຸ້ມເທເອົາໃຈໃສ່ລູກນ້ອຍ ສອງຄົນ.”

ທ່ານນາງເປັນນັກຂ່າວສະຫະລັດຄົນທີສອງທີ່ຖືກຈັບຢູ່ສູນກັກຂັງຊົ່ວຄາວເມື່ອ ຂ້າມຄືນວານນີ້, ຊຶ່ງຄະນະກຳມະການເພື່ອປົກປ້ອງບັນດານັກຂ່າວ ຫຼື CPJ ທີ່ມີຫ້ອງການຢູ່ໃນນະຄອນນິວຢອກ ໄດ້ກ່າວໃນຖະແຫລງການ ໂດຍອ້າງເຖິງ ສື່ມວນຊົນ ຕາທາ ຂອງທາງການທີ່ແຈ້ງໃຫ້ຊາບ.

ຜູ້ຕາງໜ້າຂອງເວັບໄຊຂ່າວເພື່ອສິດທິມະນຸດຂອງຣັດເຊຍ OVD-Info ໄດ້ກ່າວ ຕໍ່ CPJ ວ່າ ທ່ານນາງ ຄູຣມາເຊວາ “ເປັນໄປໄດ້ສູງທີ່ສຸດ” ຈະຖືກສົ່ງໄປສະ ຖານທີ່ກັກຂັງກ່ອນ-ການດຳເນີນຄະດີບໍ່​ດົນ​ຈາກ​ນັ້ນ.

A Russian American journalist working for Radio Free Europe/Radio Liberty has been detained in Russia and charged with failing to register as a foreign agent, her employer and a journalist watchdog group said Wednesday.

Alsu Kurmasheva, an editor with the U.S. Congress-funded outlet's Tatar-Bashkir service, "needs to be released so she can return to her family immediately," RFE/RL acting President Jeffrey Gedmin said in a statement.

"Alsu is a highly respected colleague, devoted wife and dedicated mother to two children," Gedmin said. RFE/RL, like VOA, is an independent news organization that is part of the U.S. Agency for Global Media.

She is the second U.S. journalist to be held by Russia in recent months. Evan Gershkovich, a reporter for The Wall Street Journal, has been detained since March, accused of spying.

Kurmasheva was being held at a temporary detention center overnight, the New York-based Committee to Protect Journalists said in a statement, citing state media Tatar-Inform.

A representative of Russian human-rights news website OVD-Info told CPJ that Kurmasheva would "most likely" be transferred to pre-trial detention shortly.

XS
SM
MD
LG