ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຣັດເຊຍ ປົກປ້ອງ ການໂຈມຕີ ທາງອາກາດ ຂອງຕົນ ໃນຊີເຣຍ


US Russia Syria
please wait
Embed

No media source currently available

0:00 0:01:27 0:00

ຊົມວີດີໂອ ລາຍງານນີ້

ລັດຖະມົນຕີ​ຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergei Lavrov ​ໄດ້​
ປະຕິ​ເສດ​ຕໍ່​ການກ່າວ​ຫາ​ທີ່ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ ຂອງ
ຣັດ​ເຊຍ ​ໃນ​ຊີ​ເຣຍນັ້ນ ​ແມ່ນ​ແນ​ເປົ້າໝາຍ​ໃສ່ ນອກ​ເໜືອ​ໄປຈາກ
​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ທ່ານ Lavrov ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ນະຄອນ New York
ວ່າ ລາຍ​ງານ​ຕ່າງໆ​ເຫຼົ່າ​ນັ້ນ ​ແມ່ນ​ຂ່າວ​ລື​ ທີ່​ບໍ່​ມີ​ມູນ​ຄວາມ​ຈິງ. ລາຍ​ງານຂ່າວບາງກະແສທີ່
ແຈ້ງວ່າ ການ​ໂຈມ​ຕີ​ທາງ​ອາກາດ​ບາ​ງສ່ວນ​ໄດ້​ຖືກ​ພົນລະ​ເຮືອນນັ້ນ ທ່ານ Lavrov ໄດ້ກ່າວ​ວ່າ ທ່ານ​ບໍ່​ມີ​ຂໍ້​ມູນ​ເລີຍ.

ທ່ານໄດ້ໃຫ້ຄວາມເຫັນດັ່ງກ່າວ ຫຼັງຈາກ​ເຂົ້າຮ່ວມ​ກອງ​ປະຊຸມ ກັບລັດ ຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ໃນ​ວັນ​ພຸດ​ວານ​ນີ້ ​ທີ່​ໄດ້​ກ່າວວ່າ ກອງທັບ​ຂອງ ສະຫະລັດ ​ແລະຣັດ​ເຊຍ ຈະ​ເຈລະຈາ ​ກັນ ໂດຍໄວເທົ່າທີ່ຈະໄວໄດ້ບາງ​ທີອາດຈະແມ່ນໃນ​ວັນ​ພະຫັດ​ມື້​ນີ້​ເພື່ອ ​ຫລີກ​ເວັ້ນ ການ​ປະ​ເຊີນໜ້າກັນ ຢູ່​ໃນ​ຊີ​ເຣຍ.

ຢູ່​ທີ່​ທຳນຽບຫ້າ​ແຈ ໃນ​ວັນ​ພຸດ​ວານ​ນີ້ ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍໃນ​ຊີ​ເຣຍ ໄດ້ຖືກບໍລິ​ເວນ​ທີ່​ “ອາດ​ຈະ” ບໍ່ມີພວກ​ລັດ​ອະສລາມ​ເລີຍ.

ທ່ານ Carter ​ເວົ້າວ່າ “ມັນປາ​ກົດ​ວ່າ ການ​ໂຈມ​ຕີ​ ​ແມ່ນ​ມີຂຶ້ນ​ໃນ​ບໍລິ​ເວນ ​ທີ່​ອາດ​ເປັນ
ໄປ​ໄດ້​ວ່າ ບໍ່​ແມ່ນ​ກອງ​ກຳລັງ ຂອງກຸ່ມລັດ​ອິສລາມຫຼື ISIL.”

Russian Warplanes Hit Targets in Syria
please wait

No media source currently available

0:00 0:02:02 0:00

​ແຫ​ລ່ງຂ່າວ​ໜຶ່ງ​ຂອງທຳນຽບຫ້າແຈທີ່​ບໍ່​ປະສົງ​ອອກ​ຊື່ ກ່າວ​ຕໍ່​ວີ​ໂອ​ເອ ວ່າ ກຸ່ມ​ຫົວ​ຮຸນ​ແຮງ​ຈັດ ແມ່ນ​ໂຮມຊຸມນຸມກັນ ຢູ່​ໃນ​ເມືອງ Raqqa ​ແລະ Aleppo ​ແລະ ຢູ່​ໃນ​ເມືອງ Deir al-Zour ​ທາງ​ພາກ​ຕາ​ເວັນ​ອອກຂອງຊີເຣຍ. ​ໃນ​ທາງ​ກົງກັນຂ້າມ ພວກນັກ​ລົບ ທີ່ຕໍ່ຕ້ານລັດຖະ ບານຂອງປະ​ທາ​ນາ​ທິບໍດີຊີ​ເຣຍ ທ່ານ Bashar al-Assad ​ອື່ນໆນັ້ນ ​ແມ່ນ​ຢູ່​ໃນ​ເມືອງ Homs.

​ແຫ​ລ່ງຂ່າວ​ແຈ້ງວ່າ “ດ້ວຍ​ການ​ໄຕ່ຕອງ​ແລ້ວ ພວກ​ເຮົາ​ສາມາດ​ບອກ​ໄດ້​ວ່າ ການ​ໂຈມ​ຕີ​ທາ​ງອາກາດ​ນັ້ນ ​ບໍ່​ແມ່ນ​ການ​ຕໍ່ຕ້ານກຸ່ມ ISIL.”

​ເຊັ່ນ​ດຽວ​ກັນ​ ລັດຖະມົນຕີ​ຕ່າງປະ​ເທດຝຣັ່ງ ທ່ານ Laurent Fabius ກ່າວ​ຕໍ່​ບັນດາ​ຜູ້​ສື່​ຂ່າວ
ໃນ​ນະ​ຄອນ New York ວ່າ ມັນ​ມີ “ສັນຍານ” ວ່າ ການ​ໂຈມຕີ​ຂອງຣັດ​ເຊຍນັ້ນ ບໍ່​ແມ່ນ
ແນເປົ້າໝາຍ​ໃສ່ ກຸ່ມ​ລັດ​ອິສ ລາມ. ທ່ານ​ເວົ້າວ່າ “ດັ່ງ​ທີ່​ພວກ​ເຮົາ​ເຂົ້າ​ໃຈ ​ເຂດ​ແດນເຫຼົ່ານັ້ນ ​
ແມ່ນ​ບໍ່​ໄດ້​ຄວບ​ຄຸມ​ໂດຍ Daesh”
ຊຶ່ງເປັນ​ຄຳ​ຫຍໍ້​ໃນ​ພາສາ​ອາຣັບ ທີ່​ໝາຍ​ເຖິງກຸ່ມລັດ​
ອິສລາມນັ້ນ. ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້ຣັດ​ເຊຍ ໃຫ້ການ​ພິ ສູດແກ່ເປົ້າ ໝາຍ​ຕ່າງໆ ທີ່​ຕົນ​
ໄດ້​ທຳການໂຈມຕີ​.

ຣັດ​ເຊຍ ​ໄດ້​ເລີ້ມ​ຕົ້ນ ປະຕິບັດ​ການ ​ໂຈມ​ຕີ​ທາງ​ອາກາດ ​ໃນ​ຊີ​ເຣຍ ​ໃນ​ວັນ​ພຸດ​ວານ​ນີ້ ພຽງ​ບໍ່ເທົ່າ​ໃດ​ຊົ່ວ​ໂມງ ຫຼັງຈາກ ສະມາຊິກ​ສະພາຣັດເຊຍ ​ໄດ້​ອະນຸມັດ ​ໃຫ້​ປະທານາທິບໍດີ Vladimir Putin ສົ່ງ​ກອງກຳ​ລັງທະຫານຣັດ​ເຊຍ ​ໄປ​ຍັງປະເທດດັ່ງກ່າວໄດ້.

US Says Russian Airstrikes Hit Assad Enemies, Not IS
please wait

No media source currently available

0:00 0:01:20 0:00

Russia has rejected charges that its airstrikes in Syria were aimed at targets other than Islamic State militants, as it prepares for military talks with the U.S. to avoid possible clashes in the war-torn country.

Foreign Minister Sergei Lavrov told journalists in New York that such reports are unfounded rumors. Regarding reports that some of the strikes had hit civilians, Lavrov said he had no information.

He spoke after a Wednesday meeting with U.S. Secretary of State John Kerry, who said U.S. and Russian militaries will hold talks as soon as possible, maybe Thursday, to avoid encountering each other in Syria.

At the Pentagon Wednesday, U.S. Defense Secretary Ash Carter said Russian airstrikes in Syria hit areas that "probably" did not contain Islamic State.

"It does appear [the strikes] were in areas where there were probably not ISIL forces," Carter said, referring to an alternative acronym for the IS group.

An unnamed Pentagon source told VOA that the extremist group is concentrated in the cities of Raqqa and Aleppo and the eastern city of Deir al-Zour.In contrast, many fighters and other opponents of Syrian President Bashar al-Assad's regime are in Homs.

"By deduction, we can tell the strikes are not anti-ISIL," the source said.

Likewise, French Foreign Minister Laurent Fabius told reporters in New York there were "signs" that the Russian raids did not target the Islamic State group."As we understand, these weren't zones that were controlled by Daesh," he said, using the Arabic acronym for the group.He called for the targets of the Russian raids to be verified.

Russia began carrying out airstrkes in Syria Wednesday, just hours after Russian lawmakers gave President Vladimir Putin the permission to deploy Russian military forces there.

XS
SM
MD
LG