ບໍລິສັດພະລັງງານຍັກໃຫຍ່ Gazprom ຂອງຣັດເຊຍ ກ່າວວ່າ
ຕົນຈະຕັດສະບຽງແກສທຳມະຊາດ ທີ່ສົ່ງໃຫ້ແກ່ຢູເຄຣນ ລຸນ
ຫຼັງລັດຖະບານ Kiev ບໍ່ປະຕິບັດຕາມເວລາເສັ້ນຕາຍທີ່ຕັ້ງໄວ້
ໃນວັນຈັນມື້ນີ້ ໃນການຈ່າຍໜີ້ສິນທີ່ຍັງຄ້າງຄາ ຈຳນວນເກືອບ
2 ຕື້ດອນລານັ້ນ.
ບໍລິສັດ Gazprom ກ່າວວ່າ ບັດນີ້ ຢູເຄຣນຈະຕ້ອງຈ່າຍລ່ວງໜ້າ
ສຳຫລັບຄ່າແກສໃດໆທີ່ຕ້ອງການ ຫຼັງຈາກຢູເຄຣນບໍ່ສາມາດ
ຈ່າຍໄດ້ທັນຕາມກຳນົດເວລາທີ່ຕົນໄດ້ວາງໄວ້.
ໃນມື້ນີ້ເຊັ່ນກັນ ບໍລິສັດ Gazprom ໄດ້ຍື່ນຄຳຟ້ອງຮ້ອງຕໍ່ສານໄກ່ເກ່ຍ ໃນນະຄອນ Stockhom ເພື່ອພະຍາຍາມທວງເອົາຄ່າໜີ້ທັງໝົດຈຳນວນ 4500 ລ້ານດອນລາ
ຈາກຢູເຄຣນ.
ຢູເຄຣນເປັນທາງຜ່ານສຳລັບສົ່ງສະບຽງແກສທຳມະຊາດໄປຍັງເຂດອື່ນໆໃນຢູໂຣບ.
ບໍລິສັດ Gazprom ໄດ້ແຈ້ງໄປຍັງບັນດາປະເທດໃນຢູໂຣບຊາບວ່າ ການສົ່ງສະບຽງ
ແກສຜ່ານຢູເຄຣນນັ້ນ ຈະບໍ່ໄດ້ຮັບຜົນກະທົບ ແຕ່ກໍເຕືອນວ່າ ອາດສາມາດມີການຢຸດ
ສະງັກລົງໄດ້ ຖ້າຢູເຄຣນ ຕັດສິນໃຈລັກດູດເອົາແກສນັ້ນ. ໂຄສົກບໍລິສັດ Gazprom
ກ່າວວ່າ ບໍລິສັດລັດວິສາຫະກິດ Naftogaz ຂອງຢູເຄຣນ ມີພັນທະທີ່ຈະຕ້ອງຮັບປະ
ກັນວ່າ ແກສທີ່ວ່ານີ້ໄປຮອດພວກລູກຄ້າຂອງຕົນໃນຢູໂຣບ.
ຣັດເຊຍກັບຢູເຄຣນ ໄດ້ມີການຂັດແຍ້ງກັນເລື້ອງພະລັງງານດັ່ງກ່າວມາຕັ້ງແຕ່
ເດືອນເມສາຜ່ານມາ ເວລາມົສກູຂຶ້ນລາຄາຄ່າແກສ ທີ່ສົ່ງໄປໃຫ້ຢູເຄຣນເກືອບ
ສອງເທົ່າໂຕຄືເພີ້ມຂຶ້ນເປັນ 480 ດອນລາຕໍ່ 1000 ແມັດກ້ອນ. ນັບແຕ່ນັ້ນມາ
ຣັດເຊຍໄດ້ລົດຄ່າແກສ ລົງປະມານ 20 ເປີເຊັນ ແຕ່ຝ່າຍລັດຖະບານ Kiev
ຢາກໃຫ້ຣັດເຊຍຕັດຄ່າແກສລົງອີກໃຫ້ຢູ່ໃນລະດັບໃກ້ໆກັບລາຄາເບື້ອງຕົ້ນນັ້ນ.

ພາບຫລ້າສຸດ ຈາກຢູເຄຣນ
1/10
Russia cut gas supplies to Ukraine as a payment deadline passed and negotiators failed to reach a deal on gas prices and unpaid bills amid continued fighting in eastern Ukraine, June 16, 2014.
2/10
Ukrainian Energy Minister Yuri Prodan talks to journalists as he leaves after talks with members of the Russian delegation and EU Energy Commissioner Guenther Oettinger (not pictured), June 16, 2014.
4/10
A man shows a piece of used weaponry at the site of fighting in Maruipol, Ukraine, June 13, 2014.
5/10
A policeman uses a mobile phone near an anti-tank mine at the site of fighting in the eastern Ukrainian port city of Mariupol, June 13, 2014.
6/10
Ukrainian troops riding on the back of a truck gesture to local residents gathered near the site of fighting, Mariupol, June 13, 2014.
7/10
Ukrainian troops ride on the back of a truck near the site of fighting, Mariupol, June 13, 2014.
Previous slide
Next slide