ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍໂຈມຕີ ຢູເຄຣນ ດ້ວຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ 46 ລຳ


ພວກນັກກູ້ໄພ ພວກເຮັດວຽກຢູ່ສະຖານທີ່ຖືກໂຈມຕີໂດຍໂດຣນຂອງຣັດເຊຍ, ທ່າມກາງການໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ, ໃນຂົງເຂດໂອເດຊາ ຂອງຢູເຄຣນ, ວັນທີ 27 ທັນວາ 2023. (Press service of the State Emergency Service of Ukraine in Odesa region/Handout via REUTERS)
ພວກນັກກູ້ໄພ ພວກເຮັດວຽກຢູ່ສະຖານທີ່ຖືກໂຈມຕີໂດຍໂດຣນຂອງຣັດເຊຍ, ທ່າມກາງການໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ, ໃນຂົງເຂດໂອເດຊາ ຂອງຢູເຄຣນ, ວັນທີ 27 ທັນວາ 2023. (Press service of the State Emergency Service of Ukraine in Odesa region/Handout via REUTERS)

ຣັດເຊຍໄດ້ໂຈມຕີຢູເຄຣນ ດ້ວຍເຮືອບິນບໍ່ມີຄົນຂັບຫຼືໂດຣນ 46 ລຳ ທີ່ສົ່ງອອກໄປຫຼາຍຮອບ ໃນຕອນຂ້າມຄືນ ກອງທັບຂອງຢູເຄຣນ ໄດ້ກ່າວໃນວັນພຸດມື້ນີ້.

ສ່ວນກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ລະບົບປ້ອງກັນໄພທາງ​ອາ​ກາດຂອງຕົນ ໄດ້ທຳລາຍພວກໂດຣນດັ່ງກ່າວ 32 ລຳ ໃນຂະນະທີ່ພວກທີ່ລອດໄປໄດ້ສ່ວນນຶ່ງ ສາມາດບິນໄປໂຈມຕີເຂດແນວໜ້າໄດ້ຫຼາຍແຫ່ງ ສ່ວນຫຼາຍແມ່ນຢູ່ໃນຂົງເຂດເຄີສັນ.

​ລັດ​ຖະ​ມົນ​ຕີກະຊວງພາຍໃນຂອງຢູເຄຣນ ທ່ານອີຮໍ ຄລາຍເມັນໂກ ຍັງໄດ້ລາຍງານວ່າ ການຍິງ​ປືນ​ໃຫຍ່ໂຈມຕີຂອງຣັດເຊຍ ເມື່ອຕອນແລງວັນອັງຄານວານນີ້ ໃນເຄີສັນ ທີ່ຖືກສະຖານີລົດໄຟແຫ່ງນຶ່ງ ໃນຂະນະທີ່ປະຊາຊົນຄອຍຖ້າລົດໄຟທີ່ຈະຍົກຍ້າຍ ອອກໄປຈາກພື້ນທີ່ຢູ່ນັ້ນ.

ທ່ານຄລາຍເມັນໂກ ໄດ້ກ່າວວ່າ ການຍິງໂຈມຕີນັ້ນ ໄດ້ສັງຫານເຈົ້າໜ້າທີ່ຕຳ ຫຼວດຄົນນຶ່ງ ແລະອີກສີ່ຄົນໄດ້ຮັບບາດເຈັບ.

ການໂຈມຕີຫຼ້າສຸດເກີດຂຶ້ນພາຍຫຼັງຈາກການໂຈມຕີຂອງຢູເຄຣນໃນວັນອັງຄານວານນີ້ ທີ່ຖືກກຳປັ່ນລຳ​ລຽງພົນຂອງກອງທັບເຮືອຣັດເຊຍ ໃນແຫຼມຄຣາຍເມຍ.

ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ຕົນໄດ້ໃຊ້ລູກສອນໄຟນຳວິຖີຫຼາຍລູກ ແລະວ່າ ການໂຈມຕີນັ້ນ ໄດ້ທຳລາຍ ກຳປັ່ນຊື່ວ່າ ໂນໂວເຊີຣຄາສຄ໌ (Novocherkassk).

Russia attacked Ukraine with 46 drones launched in several waves overnight, Ukraine’s military said Wednesday.

The Ukrainian air force said its defenses destroyed 32 of the drones, while most of the remainder were able to strike front-line areas, mainly in the Kherson region.

Ukrainian Interior Minister Ihor Klymenko also reported Russian shelling Tuesday evening in Kherson that hit a train station as people awaited the departure of a train to evacuate them.

Klymenko said the shelling killed a police officer and injured four people.

The latest attacks followed a Ukrainian strike Tuesday that hit a Russian naval landing ship in Crimea.

The Ukrainian air force said it used cruise missiles and that the attack destroyed the Novocherkassk.

XS
SM
MD
LG