ສຽງເພງ...ເຄື່ອງນຸ່ງຊຸດພື້ນເມືອງ...ແລະໜ້າຕາຂອງຊາວມົງໂກເລຍ ສະໜອງສີສັນ
ແຫ່ງຄວາມເປັນເອເຊຍ ໃຫ້ເມືອງເກົ່າແກ່ເມືອງນີ້ຂອງຣັດເຊຍ ຊຶ່ງຢູ່ຕາມເສັ້ນທາງ ນໍ້າຊາ.
ເປັນເວລາສາມສັດຕະວັດ ທີ່ເມືອງ Ulan Ude ໄດ້ເປັນຈັກກະພັດຂອງຊົນເຜົ່າບູຣີອັດ
(Buryat) ທີ່ເລ່ລ້ອນ ຊຶ່ງເປັນຊາວມົງໂກເລຍຈາກເຂດເໜືອສຸດ ທີ່ໄດ້ເຂົ້າມາອາໃສຢູ່ພາຍ
ໃນເຂດຊາຍແດນຂອງຣັດເຊຍ.
ບັດນີ້ ເອເຊຍກໍາລັງຈະເຣີນເຕີບໂຕ ແລະກຸງເຄຣມລິນ ກໍາລັງຫລຽວມອງໄປຍັງທິດຕາ
ເວັນອອກ.
ນາຍົກລັດຖະມົນຕີ ພູຕິນ
ຂອງຣັດເຊຍ ໄດ້ບິນຂ້າມຫ້າ
ເຂດເວລາ ໄປຍັງທາງທິດຕາ
ເວັນອອກຂອງມອສໂຄ ເພື່ອ
ຈະບອກພວກຜູ້ນໍາ Buryatia
ທີ່ໄປເຕົ້າໂຮມກັນຢູ່ໂຮງລະ
ຄອນແຫ່ງນຶ່ງຢູ່ທີ່ນັ້ນວ່າ ພວກ
ເຂົາເຈົ້າຈະມີບົດບາດສໍາຄັນທາງ
ຍຸທະສາດໃນການສ້າງສາຄວາມ
ສໍາພັນຂອງຣັດເຊຍ ກັບຂົງເຂດ
ເອເຊຍນັ້ນ. ຊຶ່ງທ່ານ ພູຕິນ ກ່າວວ່າ:
“ບໍ່ຕ້ອງສົງໃສຫຍັງເລີຍວ່າ
ການເຂົ້າມາຮ່ວມກັບຣັດເຊຍ
ຂອງ Buryatia ນັ້ນ ແມ່ນ
ມີຄວາມສໍາຄັນດ້ານພູມິສາດການເມືອງທີ່ໃຫຍ່ຫລວງທີ່ສຸດ ຄືມັນໄດ້ຊ່ວຍສ້າງຄວາມ
ເຂັ້ມແຂງ ໃຫ້ແກ່ເຂດຊາຍແດນທາງກໍ້າຕາເວັນອອກຂອງປະເທດຊາດຂອງພວກເຮົາ
ແລະການມີໜ້າຢູ່ໃນເອເຊຍ ຂອງຣັດເຊຍນັ້ນ.”
ພວກເຂົາເຈົ້າມາເຕົ້າໂຮມກັນທີ່ໂຮງລະຄອນແຫ່ງນີ້ ເພື່ອສະເຫລີມສະຫລອງຄົບຮອບ 350
ປີ ທີ່ Buryatia ໄດ້ເຂົ້າມາຮ່ວມກັບຣັດເຊຍ.
ຢູ່ເບື້ອງຫລັງຂອງການຮ້ອງເພງ ແລະເຕັ້ນລໍາມ່ວນຊຶ່ນນັ້ນ ແມ່ນການດໍາເນີນພູມິສາດການ
ເມືອງ.
ທ່ານ Alexei Kudrin ລັດຖະມົນຕີການເງິນຂອງຣັດເຊຍ ທີ່ເດີນທາງໄປກັບທ່ານ ພູຕິນ
ນັ້ນ ບອກເຂົາເຈົ້າວ່າ ເຄຣມລິນຈະໃຊ້ຈ່າຍເງິນ 500 ລ້ານໂດລາ ເພື່ອປັບປຸງຖະໜົນຫົນ
ທາງ ສະໜາມບິນ ແລະໂຮງແຮມຕ່າງໆໃຫ້ດີຂຶ້ນ ເພື່ອໃຫ້ພວກນັກທ່ອງທ່ຽວຊາວເອເຊຍ
ທັງຫລາຍ ທີ່ມາທ່ຽວຊົມທະເລສາບ Baikal ນັ້ນ ໄດ້ຊົມໃຊ້ສະຖານທີ່ ທີ່ໄດ້ມາດຕະຖານ
ສາກົນ.
ຄລິກບ່ອນນີ້ເພື່ອເບິ່ງວີດີໂອ ພາສາລາວ
ໃນຂະນະພວກນັກຂ່າວຊາວຈີນທີ່ມາຢ້ຽມຢາມພາກັນຈົດບັນທຶກໄວ້ນັ້ນ. ທ່ານ Kudrin
ກ່າວວ່າ ໃນປີໜ້ານີ້ ເມືອງ Ulan Ude ຈະເປັນເຈົ້າພາບຈັດກອງປະຊຸມຂອງພວກລັດ
ຖະມົນຕີການເງິນຂອງກຸ່ມເອເພັກ ຫລືກຸ່ມພວກ 21 ປະເທດ ທີ່ຕັ້ງຢູ່ແຄມມະຫາສະມຸດ
ປາຊິຟິກ. ທ່ານກ່າວຕໍ່ໄປວ່າ ພ້ອມກັບພວກລັດຖະມົນຕີນັ້ນ ກໍຈະມີພວກນັກຂ່າວເອເຊຍ
ຫລາຍຮ້ອຍຄົນ ແລະກໍຫວັງຢ່າງຍິ່ງວ່າຈະມີການລົງທຶນແລະການທ່ອງທ່ຽວຂອງຊາວເອ
ເຊຍຕິດຕາມ ມາອີກ
ທ່ານ Kudrin ໄດ້ກ່າວຍົກຍ້ອງເມືອງ Ulan Ude ວ່າເປັນເສູນກາງຂອງສາສະໜາພຸດ
ໃນຣັດເຊຍ. ຊຶ່ງທ່ານກ່າວວ່າ
“ເພື່ອທີ່ຈະນໍາເອົາການພັດທະນາຈາກຂົງເຂດເອເຊຍເຂົ້າມາຍັງຣັດເຊຍນັ້ນ ພວກເຮົາ
ຕ້ອງສະແດງໃຫ້ເຫັນວ່າ ພວກເຮົາມີປະເພນີວັດທະນະທໍາອັນອຸດົມສົມບູນທີ່ເຊຶ່ອມໂຍງ
ພວກເຮົາເຂົ້າກັບຂົງເຂດອື່ນໆທີ່ຮ່ວມຢູ່ໃນກຸ່ມເອເພັກນັ້ນ ແລະສໍາຄັນທີ່ສຸດ ແມ່ນກັບ
ຂົງເຂດເອເຊຍຕາເວັນອອກສຽງໃຕ້.”
Buryatia ບໍ່ພຽງແຕ່ຕັ້ງຢູ່ໃນ
ເຂດເວລາດຽວກັນກັບ ຍີ່ປຸ່ນ
ແລະເກົາຫລີເທົ່ານັ້ນ ແຕ່ວ່າ
ສາທາລະນະແຫ່ງນີ້ ຍັງຢູ່ໃນ
ເຂດດຽວກັນທາງດ້ານຈິດໃຈ
ອີກ ຄືເປັນເຂດນຶ່ງທີ່ມີການ
ໂຍະຍານຜ່ອນຜັນທາງດ້ານ
ສາສະໜາ ຊຶ່ງບໍ່ຄ່ອຍມີກັນຢູ່
ໃນພາກພື້ນຢຸໂຣບ ບ່ອນທີ່
ພວກແກ໊ງຫົວຊາດນິຍົມ ເຄີຍ
ໄດ້ໂຈມຕີພວກຜູ້ຊາຍຊາວເອ
ເຊຍ ໃນບໍ່ເທົ່າໃດປີຜ່ານມານີ້.
ນັບຕັ້ງແຕ່ການພັງທະລາຍຂອງສະຫະພາບໂຊຫວຽດເມື່ອ 20 ປີຜ່ານມາ ນັ້ນ ປາກົດວ່າມີຊາວຈີນປະມານ 10,000 ພາກັນຍົກຍ້າຍເຂົ້າມາອາໃສທໍາມາຫາກິນຢູ່ທີ່ນີ້.
ຄວາມປອງດອງສາມະຄີໃນລະຫວ່າງກຸ່ມຊົນເຜົ່ານັ້ນ ແມ່ນເປັນເນື້ອໃນ ແລະຈິດໃຈຂອງການສະເຫລີມສະຫລອງເອົາຂີດໝາຍຂອງການເຂົ້າຮ່ວມກັບສະຫະພັນຣັດເຊຍຂອງບູຣີອັດເຈັຍ ໃນປີ 1661 ນັ້ນ
ຄືກັນກັບທີ່ເມືອງ St. Petersburg ເຄີຍເປັນປ່ອງອ້ຽມຂອງຣັດເຊຍ ທີ່ ມອງໄປຍັງພາກພື້ນຢຸໂຣບໃນສັດຕະວັດທີ່ 18 ນັ້ນ ວັງເຄລິນລິນກໍຢາກ ໃຫ້ເມືອງນີ້ທີ່ນັບຖືສາສະໜາພຸດ ແລະມີໂສມໜ້າເປັນເອເຊຍນັ້ນ ກາຍເປັນປະຕູຂອງເອເຊຍເຂົ້າໄປໃນຣັດເຊຍໃນສັດຕະວັດ ທີ 21 ນີ້.
ເບິ່ງວີດີໂອພາສາອັງກິດ: