ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ຖືກຈັດ ເປັນປະເທດ ທີ່ໜ້າເປັນຫ່ວງ ພິເສດ ເປັນຄັ້ງທຳອິດ


Russia a Country of Particular Concern for Religious Freedom for First Time
please wait

No media source currently available

0:00 0:02:58 0:00

ມີ 16 ປະເທດ ທີ່ຖືກ​ລະບຸ​ວ່າ ​ເປັນປະເທດທີ່ມີຄວາມເປັນຫ່ວງພິເສດ ໂດຍຄະນະກຳມາ
ທິການ ຮັບຜິດຊອບເລື່ອງສິດເສລີພາບທາງສາສະໜາສາກົນຂອງ ສະຫະລັດ. ຄະນະກຳ
ມະທິການ ຈາກທັງສອງພັກການເມືອງໃຫຍ່ ຂອງລັດຖະບານ ສະຫະລັດ ນີ້ ໄດ້ເກັບກຳຂໍ້
ມູນກ່ຽວກັບສິດເສລີພາບທາງສາສະໜາ ຢູ່ໃນທົ່ວໂລກ, ແລະ ໄດ້ສະເໜີແນະຕໍ່ປະທານາ
ທິບໍດີ, ລັດຖະມົນຕີການຕ່າງປະເທດ ແລະ ລັດຖະສະພາ. ນັກຂ່າວວີໂອເອ Mariama
Diallo ໄດ້ອະທິບາຍວ່າ ເປັນຫຍັງບາງປະເທດຈຶ່ງມີຊື່ ຢູ່ໃນບັນຊີນີ້, ລວມທັງປະເທດມະ
ຫາອຳນາດປະເທດນຶ່ງ. ໃນອັນດັບຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ເປັນເວລາເກືອບ 20 ປີ​ແລ້ວ ທີ່ຖືກສ້າງຕັ້ງຂຶ້ນມາ, ຄະນະກຳມະທິການຮັບຜິດຊອບ​ ກ່ຽວ​
ກັບ ເສລີພາບທາງສາສະໜາສາກົນ ໄດ້ຈັດໃຫ້ ຣັດເຊຍ ເປັນປະເທດ ທີ່ມີຄວາມເປັນຫ່ວງ
ພິເສດ ຍ້ອນມີການນຳໃຊ້ເພີ່ມຂຶ້ນ ນະໂຍບາຍກົດຂີ່ປາບປາມ ທີ່ພວກເຂົາເຈົ້າເວົ້າວ່າ ມີ
ນັບຈາກການລົບກວນຮາວີຂອງລັດຖະບານ ໄປຫາການຈັບກຸມຄຸມຂັງຕາມລຳພັງໃຈ.

ທ່ານ Daniel Mark ຈາກຄະນະກຳມະທິການ ຮັບຜິດຊອບ​ກ່ຽວ​ກັບເສລີພາບທາງສາສະ
ໜາສາກົນ ສະຫະລັດ ກ່າວວ່າ “ສິ່ງທຳອິດກໍແມ່ນເຮັດໃຫ້ມັນມີຄວາມກະຈ່າງແຈ້ງ ດ້ວຍ
ຄຳເວົ້າຕໍ່ລັດຖະບານ ຣັດເຊຍ, ໂດຍກົງ, ຕາມຫຼັກການຈາກປະທານາທິບໍດີແຫ່ງ ສະຫະ
ລັດ ວ່າ ພວກເຮົາມີຄວາມເປັນຫ່ວງຢ່າງຍິ່ງ ກ່ຽວກັບ ທິດທາງຂອງເສລີ ພາບທາງສາສະ
ໜາ. ບໍ່ແມ່ນພຽງແຕ່ກົດລະບຽບຕ່າງໆ ແຕ່ແມ່ນວິທີການ, ເຊິ່ງມັນໄດ້ກາຍເປັນຄວາມເປັນ
ຫ່ວງແທ້ໆ ແລະ ມັນກໍໄດ້ມີສ່ວນຮ່ວມໃນການຕັດສິນໃຈຂອງພວກເຮົາ.”

ໃນເດືອນແລ້ວນີ້, ສານສູງສຸດຂອງ ຣັດເຊຍ ໄດ້ຕັດສິນ​ໃຫ້ກຸ່ມສາສະໜາ Jehovah
Witnesses ເປັນອົງການ “ຫົວຮຸນແຮງ” ແລະຕ້ອງ ໄດ້ມອບຊັບສິນທັງໝົດ ຂອງພວກ
ເຂົາເຈົ້າໃຫ້ລັດ. ທ່ານ Robert Warren ລົມນຳພວກເຮົາທາງ Skype.

ທ່ານ Robert Warren ກ່າວວ່າ “ການທີ່ຖືກລະບຸ​ຊື່ໃຫ້ເປັນແນວນັ້ນ ທີ່ວ່າພວກເຮົາແມ່ນ
ພວກຫົວຮຸນແຮງ ແມ່ນການໃຊ້ກົດໝາຍ ກ່ຽວກັບ ລັດທິກໍ່ການຮ້າຍໃນວິທີທີ່ບໍ່ຖືກຕ້ອງ
ຢ່າງຊັດເຈນ. ເຫັນໄດ້ຢ່າງຈະແຈ້ງວ່າອົງການ Jenovah Witnesses ບໍ່ຄວນຕົກເປັນ
ເປົ້າໝາຍ ເພາະ ວ່າ ພວກເຮົາບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ ຣັດເຊຍ ຫຼື ປະເທດອື່ນໃດໃນໂລກ.
ພວກເຮົາປະຕິບັດໜ້າທີ່ໃນດິນແດນຫຼາຍກວ່າ 240 ແຫ່ງ.”

ທ່ານ Warren ກ່າວວ່າ ປະຊາຊົນໃນ ຣັດເຊຍ 175,000 ຄົນມີຄວາມສັດທາກັບ​ກຸ່ມ​ສາ
ສະໜາດັ່ງກ່າວ, ແລະນັບຕັ້ງແຕ່ມີການຕັດສິນ, ເວັບໄຊຂອງອົງການແມ່ນໄດ້ຖືກຫ້າມ
ແລະ ບໍ່ມີຄຳພີໄບເບີລຂອງກຸ່ມ Jenovah Witnesses ໃດໆ ໄດ້ຮັບອະນຸຍາດ ໃຫ້ສົ່ງ
ເຂົ້າໄປໃນປະ ເທດດັ່ງກ່າວ.

ປະເທດສາທະລະນະລັດ ອາຟຣິກາກາງ ກໍແມ່ນອີກປະເທດໜຶ່ງທີ່ມີຄວາມເປັນຫ່ວງເປັນ
ພິເສດ ຍ້ອນ “ການກວາດລ້າງຊົນເຜົ່າ ທີ່ເປັນຊາວມຸສລິມ ແລະ ຄວາມຮຸນແຮງຕໍ່ຄົນນອກສາສະໜາ” ໃນຄວາມຂັດແຍ້ງທີ່ມີມາຫຼາຍປີ. ໃນສັບປະດານີ້, ພົນລະເຮືອນຫຼາຍຮ້ອຍ
ຄົນໄດ້ພະຍາຍາມທີ່ຈະໄປລີ້ໄພຢູ່ໃນວັດມຸສລິມ ຢູ່ເມືອງ Banguassou ໃນສາທາລະນະ
ລັດ ອາຟຣິກາກາງ, ຖ່າມກາງການໂຈມຕີໂດຍພວກທະຫານບ້ານ ຄຣິສຕຽນ ທີ່ກຳລັງດຳ
ເນີນຢູ່ ເຊິ່ງໄດ້ເຮັດໃຫ້ພວກພົນລະເຮືອນ ແລະ ກອງກຳລັງຮັກສາສັນຕິພາບຂອງອົງການ
ສະຫະປະ ຊາຊາດເສຍຊີວິດ.

ທ່ານ Parfait Onanga-Anyanga ຫົວໜ້າກອງກຳລັງຮັກສາສັນຕິ ພາບສະຫະ​ປະຊາ​
ຊາດ ໃນສາທາລະນະລັດ ອາຟຣິກາກາງ ກ່າວວ່າ “ຂ້າພະເຈົ້າເສຍໃຈ ໂດຍສະເພາະກັບ
ການກໍ່ອາຊະຍະກຳຕ່າງໆທີ່ໄດ້ແນເປົ້າໃສ່ຄົນກຸ່ມນ້ອຍ ໂດຍບໍ່ຢ້ານວ່າມັນຈະກໍ່ໃຫ້ເກີດ
ຄວາມຮຸນແຮງເພີ່ມຂຶ້ນ, ບໍ່ພຽງແຕ່ໃນເມືອງ Banguassou ເທົ່ານັ້ນ ແຕ່ຢູ່ໃນທົ່ວປະເທດ
ເຊັ່ນກັນ.”

ໃນປະເທດ ມຽນມາ, ລັດຖະບານ ແລະການແບ່ງແຍກສັງຄົມ ໄດ້ເຮັດໃຫ້ຊາວ ມຸສລິມ ໂຣ
ຮິງຢາ ມີຄວາມສ່ຽງຕົກຢູູ່ໃນອັນຕະລາຍ, ແມ່ນກະທັ້ງບາງຄົນຕ້ອງໄດ້ຫຼົບໜີອອກຈາກປະ
ເທດ. ຊາວຄຣິສຕຽນ ໄດ້ຖືກຫ້າມຈາກການປະຕິບັດສາສະໜາກິດຢ່າງເປັນການເປີດເຜີຍ
ແລະ ໄດ້ຖືກບັງຄັບໃຫ້ປ່ຽນໄປນັບຖືສາສະໜາພຸດ, ປະເທດດັ່ງກ່າວນີ້ຈຶ່ງໄດ້ຖືກລະບຸໃຫ້
ເປັນປະເທດທີ່ມີຄວາມເຫັນຫ່ວງພິເສດ. ແຕ່ລັດຖະບານ ແລະ ທະຫານ ໄດ້ປະຕິເສດຕໍ່
ການກ່າວຫາທັງໝົດ.

ໃນປະເທດ ປາກິສຖານ, ຄະນະກຳມະທິການໄດ້ສະເໜີໃຫ້ຍົກເລີກກົດໝາຍໝິ່ນປະໝາດສາສະໜາ ຍ້ອນມັນໄດ້ລະເມີດມາດຕາທີ 18 ຂອງ ຄຳ​ປະ​ກາດ​ສາກົນ​ວ່າ​ດ້ວຍສິດທິມະນຸດ
ບໍ່ທາງໃດກໍທາງໜຶ່ງ.

ບົດລາຍງານໄດ້ເກັບກຳຂໍ້ມູນຈາກ 35 ປະເທດ, ແລະ ເມື່ອມັນແມ່ນເລື່ອງເສລີພາບ ທາງສາສະໜາແລ້ວ, ພວກເຂົາເຈົ້າເວົ້າວ່າ ລັດຖະ ບານໃໝ່ຕ້ອງເລີ່ມເຮັດວຽກ.

ທ່ານ Thomas J. Reese S.J ປະທານຄະນະກຳມະທິການຮັບຜິດຊອບ ກ່ຽວ​ກັບເສລີ
ພາບທາງສາສະໜາສາກົນ ສະຫະລັດ ກ່າວວ່າ “ພວກເຮົາຢາກໃຫ້ລັດຖະບານທ່ານ ທຣຳ
ຖືເອົາເສລີພາບທາງສາສະ ໜາເປັນບັນຫາສຳຄັນ, ເປັນບູລິມະສິດໃນນະໂຍບາຍການ

ຕ່າງປະເທດຂອງພວກເຂົາເຈົ້າ.”


Sixteen countries have been designated as Countries of Particular Concern by the U.S. Commission for International Religious Freedom. The bipartisan U.S. government commission documents religious freedom around the world, and makes recommendations to the president, secretary of state and Congress. VOA's Mariama Diallo explains why some countries are on the list, including one superpower.


For the time in almost 20 years of existence, the U.S. Commission for International Religious Freedom designated Russia as a country of particular concern because of an increase in repressive policies it says ranges from administrative harassment to arbitrary imprisonment.

((DANIEL MARK, US COMMISSION FOR INTL. RELIGIOUS FREEDOM))
"The first thing is to make it clear to the Russian government in words, directly, ideally from the president of the United States that we have grave concerns about the direction of religious freedom. Not just the rules but the trajectory, which has been really concerning of late and played a big role in our decision."

Last month, Russia's Supreme Court ruled the Jehovah's Witnesses religious group was an "extremist" organization and must hand over all of its properties to the state. Via Skype, Robert Warren.

[[mandatory cg:Skype]]
((ROBERT WARREN, WORLD HEADQUARTERS FOR JEHOVAH'SWITNESSES))
"To be labeled such a way as though we are extremist is clearly a misapplication of the laws on extremism. Clearly Jehovah's Witnesses ...shouldnot really be the target because we are not a threat in Russiaor any other country in the world. We are active in over 240 lands."

Warren says 175,000 people in Russia identify with the faith, and since the ruling, the organization's website has been blocked and no Jehovah's Witnesses bibles have been allowed in the country.

The Central African Republic is also a country of particular concern because of "ethnic cleansing of Muslims and sectarian violence" in this multi-year conflict. This week, hundreds of civilians sought refuge inside a mosque in the CAR town of Banguassou, amid ongoing attacks by Christian militias that have killed civilians and U.N. peacekeepers.

((PARFAIT ONANGA-ANYANGA - HEAD OF PEACEKEEPING MISSION IN C.A.R.))
"I deplore in particular these crimes targeted a minority with the intention without a doubt to inflame the violence, not just in Banguassou but also in the whole of the territory."

In Myanmar, government and societal discrimination make the Rohingya Muslims vulnerablesome even fleeing the country. Christians are restricted from public worship and subjected to coerced conversion to Buddhism, warranting a country of particular concern designation. The government and military deny all allegations.

In Pakistan, the commission recommended the blasphemy laws be repealed because they are in one way or another a violation of Article 18 of the Universal Declaration of Human Rights.

The report covered 35 countries. And when it comes to religious freedom, the new administration has to act, they say.

((REV. THOMAS J. REESE, S.J.CHAIRMAN, US COMMISSION FOR INTL. RELIGIOUS FREEDOM))
"We want the Trump administration to make religious freedom an issue, a priority in its foreign policy."

XS
SM
MD
LG