ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ການດໍາເນີນທຸລະກິດ ຕັດຫຍິບ ແລະຕໍ່າຜ້າແພ


ເຈົ້າຂອງຮ້ານຕັດເຄື່ອງ ໄໝ ດໍດາຣາ, ຢູ່ທີ່ງານສະແດງເຄື່ອງຫັດຖະກໍາແຫ່ງນຶ່ງ.
ເຈົ້າຂອງຮ້ານຕັດເຄື່ອງ ໄໝ ດໍດາຣາ, ຢູ່ທີ່ງານສະແດງເຄື່ອງຫັດຖະກໍາແຫ່ງນຶ່ງ.

ຖ້າທ່ານມັກທຸລະກິດ ກ່ຽວກັບການບໍລິການ ແລະພົວພັນກັບລູກຄ້າປະຈໍາ ທ່ານສາມາດດໍາເນີນກິດຈະການ ການຕັດຫຍິບໄດ້, ແຕ່ຂັ້ນຕອນການບໍລິ ການແບບຄົບວົງຈອນ ເພື່ອໃຫ້ລູກຄ້າສົນໃຈແລະໄວ້ວາງໃຈທຸລະກິດຂອງທ່ານ ແມ່ນສາມາດຕິດຕາມລາຍລະອຽດໄດ້ ຈາກ ທິບສຸດາ.

ການຕັດຫຍິບ ບາງຄັ້ງພວກທ່ານອາດຈະເຄີຍເຫັນທີ່ຜ່ານມາວ່າ ພວກທ່ານເອົາຜ້າໄປໃຫ້ທາງຮ້ານຕັດ ຫຼືທາງຮ້ານເອງ ມີຜ້າບໍລິການໃຫ້ທ່ານເລືອກ.

ແຕ່ສໍາລັບຮ້ານຕັດຫຍິບ ໄໝ ດໍດາຣາ ເຊິ່ງຕັ້ງຢູ່ນະຄອນປາກເຊ ແຂວງຈໍາປາສັກ, ເພິ່ນມີຜ້າແພໄວ້ບໍລິການລູກຄ້າເຊັ່ນກັນ ແຕ່ເປັນລັກສະນະຜ້າຝ້າຍ ຜ້າ
ໄໝພື້ນເມືອງ, ໂດຍເພິ່ນຈະມີບ່ອນສັ່ງຈອງເປັນພິເສດ. ສ່ວນຜືນສິ້ນ ເພິ່ນຈະມີຫູກຂອງເພິ່ນເອງ.

ນາງດໍດາຣາ ພົມມະຈັກ, ເຈົ້າຂອງຮ້ານຕັດຫຍິບ ໄໝດໍດາຣາ ບອກວ່າ ເພິ່ນເປີດຮ້ານມາໄດ້ 15 ປີແລ້ວ, ທໍາອິດກໍເປີດຮ້ານຕັດຫຍິບ ແລະບໍລິການ ຕັດ ຫຍິບທົ່ວໄປ ເມື່ອເຫັນຊ່ອງທາງ ແລະຄວາມຕ້ອງການຂອງລູກຄ້າ ເພິ່ນຈຶ່ງໄດ້ເພີ້ມຄວາມສະດວກໃຫ້ແກ່ລູກຄ້າ ດ້ວຍການຈໍາໜ່າຍຜ້າຝ້າຍ, ຜ້າໄໝ, ໄໝຊໍາເໜືອ, ໄໝທ້ອງຖິ່ນ, ສິ້ນ ແລະອື່ນໆ...ສໍາລັບຜ້າທີ່ເພິ່ນສັ່ງເຂົ້າມາໃນຮ້ານນັ້ນ ເພິ່ນຈະສັ່ງຈາກໂຮງງານປະຈໍາ ໂດຍເພິ່ນໄດ້ກ່າວກ່ຽວກັບຈຸດນີ້ໃຫ້ຟັງວ່າ:

“ເຮົາເລີ້ມຕັດຫຍິບກ່ອນ ລະເຮົາເຫັນມັນໄດ້ດີ ເຮົາກໍເລີຍອອກເຄືອຫູກເອງ ເພາະວ່າມັນຈະໄດ້ກໍາໄລດີກ່ອນວ່າຊັ້ນສາ, ສົມມຸດວ່າເຮົາຊື້ແມັດນຶ່ງ 25,000 ກີບຜ້າລາວ ເຮົາອອກເຄືອຫູກເອງຊິຕົກຢູ່ 15,000 ກີບ ບາດນີ້ເຮົາເຮັດຈໍານວນຫຼາຍເດ ມັນກໍຈະຖືກລົງ. ສາຂາເຂົາຈະສົ່ງ ສູນໃຫຍ່ມັນແມ່ນຢູ່ວຽງຈັນ ເຂົາຈໍາໜ່າຍ ເຮົາກໍສັ່ງໂລດ, ປະມານເທື່ອນຶ່ງກໍຈະບໍ່ຫຼຸດຢູ່ 70-80 ລ້ານ ແຕ່ກ່ອນເງິນຫຍັງບໍ່ຂຶ້ນ, ດຽວນີ້ກໍຊິຕົກຢູ່ 100 ກວ່າລ້ານ ກໍເກືອບ 10,000 ໂດລາ. ງວດທໍາອິດນີ້ເຮົາຈະລົງແບບວ່າ ເຮົາເຮັດຕົ້ນທຶນເນາະ ຈະເປັນທຶນຄົງທີ່ ເຮົາຈະໄດ້ຊື້ຟືມ ຊື້ອຸປະກອນ ຈະໜັກແນ່ ສົມມຸດວ່າເຮົາຊື້ຖ້ຽວທໍາອິດ 150 ລ້ານ ແລະງວດຕໍ່ມາເຮົາກະໄດ້ເປັນທຶນຄົງທີ່ 40 ລ້ານເນາະ, 110 ລ້ານລະເປັນທຶນໝຸນວຽນ.”

ເນື່ອງຈາກທາງຮ້ານມີເຄື່ອງຄົບ, ສະນັ້ນ ລູກຄ້າ 90 ເປີເຊັນ ແມ່ນຊື້ຜ້າຢູ່ຮ້ານ ແລະໃຊ້ບໍລິການຕັດເຄື່ອງຢູ່ຮ້ານໄປພ້ອມເລີຍ.

ເສື້ອຜ້າ ທີ່ຕັດຈາກຜ້າຂອງຮ້ານ ຫ້ອຍໄວ້ຕຽມໃຫ້ລູກຄ້າມາຮັບເອົາ.
ເສື້ອຜ້າ ທີ່ຕັດຈາກຜ້າຂອງຮ້ານ ຫ້ອຍໄວ້ຕຽມໃຫ້ລູກຄ້າມາຮັບເອົາ.

ນອກຈາກນັ້ນ, ຜູ້ທີ່ຮັບຕໍ່າສິ້ນ ຈະມີຢູ່ປະມານ 10 ຄົນ ໂດຍຜູ້ປະກອບການຈະເປັນຄົນອອກເຄືອຫູກ, ອອກໄໝ, ອອກຝ້າຍໃຫ້ ແລະຈະໄລ່ເປັນລາຄາດັ່ງນີ້: ສໍາລັບຜ້າຝ້າຍ 1 ເຄືອ ຈະໄດ້ຜ້າ 60 ແມັດ ໃນໄລຍະເວລາ 20 ມື້, ສໍາລັບຜືນສິ້ນ ໃນ 1 ມື້ ຈະໄດ້ສິ້ນ 2 ຜືນ, 1 ຜືນປະມານ 3 ແມັດ. ສະນັ້ນ ລາຄາຂອງຝ່າຍເພິ່ນຈະຄິດໄລ່ຄ່າແຮງເປັນແມັດໃຫ້, ສ່ວນຜືນສິ້ນ ເພິ່ນຈະໄລ່ລາຄາເປັນຜືນໃຫ້, ແຕ່ກໍຂຶ້ນຢູ່ກັບຄວາມຍາກງ່າຍຂອງກີ່ ແລະຄວາມໄວ ຫຼືຄວາມລະ ອຽດຂອງແຕ່ລະຄົນ.

ສໍາລັບຄ່າບໍລິການ, ເພິ່ນເລົ່າວ່າ ສ່ວນຫຼາຍຈະມີຄົນມາໃຊ້ບໍລິການຕັດເສື້ອ ໂດຍຈະມີທັງບຸກຄົນ ແລະບໍລິສັດ, ເຊິ່ງບໍລິສັດ ຈະມາໃຊ້ບໍລິການນໍາປີລະເທື່ອສໍາລັບເຄື່ອງແບບພະນັກງານ ສັ່ງເທື່ອລະຫຼາຍຮ້ອຍໂຕ ເຊິ່ງລາຄາເສື້ອຜືນນຶ່ງລວມທັງຄ່າແພ ແລະຄ່າຕັດ ມີລາຄາ 200.000 ກີບຕໍ່ 1 ໂຕ, ນີ້ແມ່ນເວົ້າໃນລາຄາຂອງເນື້ອຜ້າທໍາມະດາ.

ສໍາລັບຜ້າໄໝ, ຈະມີຫຼາຍລາຄາແຕກຕ່າງກັນ ເຊັ່ນໄໝຫຼາບລາວ ຈະມີລາຄາລວມທັງໝົດ 950.000 ກີບ ແລະຜ້າໄໝມ້ອນລາວ ລາຄາລວມ 850.000 ກີບ ເຊິ່ງຜ້າທັງສອງຊະນິດນີ້ມີໜ້າແຄບ ດັ່ງນັ້ນຈະໃຊ້ຜ້າໂດຍສະເລ່ຍປະມານ 2.5 ແມັດ.

ດັ່ງນັ້ນ, ເພິ່ນຈຶ່ງຕ້ອງມີພະນັກງານຫຍິບທີ່ມີຝີມືມາດຕະຖານປະຈໍາຮ້ານ 5 ຄົນ, ແລະມີພະນັກງານເກັບລາຍລະອຽດອີກ 2 ຄົນ, ເຊິ່ງທັງໝົດຈະມີເງິນເດືອນຂັ້ນພື້ນຖານ ແລະມີຄ່າຫຍິບຕ່າງຫາກ ໂດຍຈະຈ່າຍໃຫ້ພະນັກງານຄ່າຫຍິບໃນລາຄາ 80,000 ຕໍ່ 1 ຜືນ. ສ່ວນພະນັກງານເກັບລາຍລະອຽດເຊັ່ນ ສອຍຜ້າຍ່ອຍອອກ ຫຼືຕິດກະດຸມ ຈະໄດ້ຄ່າແຮງງານ 10,000 ກີບຕໍ່ຜືນ.

ນອກຈາກເສື້ອຜ້າ ແລະສິ້ນແລ້ວ, ທາງຮ້ານຍັງບໍລິການຫຍິບຜ້າກັ້ງ ເຊິ່ງລູກຄ້າສ່ວນຫຼາຍທີ່ມັກຜ້າຝ້າຍລາວ ຈະມາໃຊ້ບໍລິການຂອງທາງຮ້ານ ໂດຍເພິ່ນໄດ້ອະທິບາຍກ່ຽວກັບລາຍລະອຽດໃຫ້ຟັງດັ່ງນີ້:

“ທຶນເຮົາຫັ້ນ 30 ນິ 1 ແມັດ, ຄືປະຕູປ່ອງຢ້ຽມນີ້ມັນກໍປະມານ 3 ແມັດ ມັນໃຊ້ 3 ສົ່ວເດເນາະ 3 ຄູນ 3 ລະເປັນ 9, 9 ລະຄູນ 2 ເນາະມັນມີ ສອງປ່ອງ, ເປັນ 18 ແມັດລະມາຄູນ 50 ພັນ ລະອອກ 540,000 ເນາະ, ຈະມີຜ້າຮອງຫົວໃຫ້ມັນແຂງນໍາ 5 ແມັດ, ແມັດນຶ່ງ 20,000 ກີບເປັນ 100,000 ກີບ, ມັນຈະມີບ້ວງເນາະ ບ້ວງຫັ້ນອັນນຶ່ງ 10,000 ກີບ, ຈ້າງພະນັກງານຫຍິບ ໂຕນີ້ເຮົາຕັດໃຫ້ເຂົາໝົດ, ຍັງໄມ້ຮາວອີກ ໄມ້ຮາວແມັດລະແສນ, ປ່ອງນຶ່ງຈະຕົກ 2 ແມັດ 20 ເອົາອອກຂ້າງມັນອີກ, ເຮົາກໍກໍາໄລນໍາຜ້າເນາະ ແລະກໍກໍາໄລນໍາແຮງງານທີ່ເຮົາສ້າງແບບໃຫ້ເຂົາ ຈັດສັນໃຫ້ເຂົາ ພະນັກງານມີແຕ່ໜ້າທີ່ຫຍິບ, ເອື້ອຍເອົານໍາເຂົາປະມານປ່ອງນຶ່ງ 2,000,000 ລ້ານກີບ ໄດ້ກໍາໄລຢູ່ປະມານປ່ອງນຶ່ງ 600,000 ກີບ.”

ແພຕັດເຄື່ອງຈໍານວນນຶ່ງ ຢູ່ໃນຮ້ານຕັດເຄື່ອງ ໄໝ ດໍດາຣາ.
ແພຕັດເຄື່ອງຈໍານວນນຶ່ງ ຢູ່ໃນຮ້ານຕັດເຄື່ອງ ໄໝ ດໍດາຣາ.

ສໍາລັບລູກຄ້າທີ່ມາໃຊ້ບໍລິການ ສ່ວນຫຼາຍຈະເປັນລູກຄ້າບຸກຄົນ, ເປັນຫ້າງຮ້ານຕ່າງໆ ແລະເປັນບໍລິສັດໃຫຍ່ໆຢູ່ໃນທ້ອງຖິ່ນ. ແຕ່ເນື່ອງຈາກມີການບອກຕໍ່ໆກັນຈາກລູກຄ້າເອງ ທາງຮ້ານຈຶ່ງມີລູກຄ້າຫຼາຍທັງຢູ່ຕ່າງແຂວງ ຄົນລາວຢູ່ຕ່າງປະເທດ ລວມເຖິງຜູ້ທີ່ມັກໃສ່ຊຸດໄໝ ແລະສິ້ນໄໝຢູ່ໃນປະເທດເພື່ອນບ້ານອີກດ້ວຍ.

ຜູ້ປະກອບການກ່າວຕື່ມວ່າ ຖ້າເຮົາຢາກປະສົບຄວາມສໍາເລັດໃນດ້ານທຸລະກິດ ສິ່ງທໍາອິດເຮົາຕ້ອງເປັນຄົນຊື່ສັດ ແລະຈິງໃຈ ບໍ່ສະເພາະແຕ່ນໍາລູກຄ້າເທົ່ານັ້ນ ແຕ່ນໍາຜູ້ທີ່ຮ່ວມຄ້ານໍາກັນອີກດ້ວຍ ເພາະມັນຈະເຮັດໃຫ້ທຸລະກິດຂອງຕົນຍືນຍົງ ແລະເຂັ້ມແຂງຂຶ້ນກວ່າເກົ່າ.

XS
SM
MD
LG