ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການດໍາເນີນທຸລະກິດ ກ່ຽວກັບການຂາຍປະກັນໄພ


ທ່ານ ທາຍ (Ty), ເຈົ້າຂອງບໍລິສັດໂຕແທນຂາຍປະກັນໄພ Butter Insured Now.
ທ່ານ ທາຍ (Ty), ເຈົ້າຂອງບໍລິສັດໂຕແທນຂາຍປະກັນໄພ Butter Insured Now.

ການດໍາເນີນທຸລະກິດກ່ຽວກັບການຂາຍປະກັນໄພຢູ່ໃນສະຫະລັດແມ່ນມີຫຼາຍຮູບແບບ, ແຕ່ລະຮູບແບບກໍ່ແຕກຕ່າງກັນອອກໄປແລ້ວແຕ່ນະໂຍບາຍຂອງບໍລິສັດທີ່ດໍາເນີນການ, ທິບສຸດາ ມີລາຍງານກ່ຽວກັບເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເຮັດທຸລະກິດກ່ຽວກັບການຂາຍປະກັນໄພຢູ່ໃນສະຫະລັດ ແມ່ນຕ້ອງມີໃບອະນຸຍາດ ໃນການຂາຍປະກັນໄພ, ຂັ້ນຕອນນີ້ ແມ່ນຕ້ອງໄດ້ໄປເສັງເອົາໃບອະນຸຍາດ ແລ້ວຈຶ່ງມາດໍາເນີນການຂາຍປະກັນໄພໄດ້ ໂດຍຂຶ້ນຢູ່ກັບວ່າ ຜູ້ປະກອບການນັ້ນ ຈະຕ້ອງຂາຍປະກັນຢູ່ລັດໃດລັດນຶ່ງໃນສະຫະລັດຫຼືຈະເປັນ ຕົົວແທນໃນຫຼາຍໆລັດກໍໄດ້ ເຊິ່ງແຕ່ລະລັດແມ່ນມີຄ່າລາຍເຊັນໃນລາຄາທີ່ແຕກຕ່າງກັນ ເຊິ່ງສາມາດຮຽນອອນລາຍໄດ້ໃນລາຄາຕໍ່າກວ່າ 30 ໂດລາ, ຫຼັງຈາກຮຽນໄດ້ໃບປະກາດແລ້ວ ຈຶ່ງສົ່ງໃບປະກາດນັ້ນໄປເສັງຢູ່ລັດທີ່ຕົນເອງອາໄສຢູ່ ແຕ່ຕ້ອງໄດ້ມີການຕໍ່ໃບອະນຸຍາດດັ່ງກ່າວໃນທຸກໆສອງປີ.

ທ່ານ ທາຍ (Ty) ເພິ່ນໄດ້ດໍາເນີນການເປັນຕົວແທນຂາຍປະກັນໄພກ່ຽວກັບຫຼາຍໆປະເພດ ເຊິ່ງປະກອບມີປະກັນໄພຊີວິດ, ປະກັນໄພສຸຂະພາບ ພາຍໃຕ້ ຊື່ບໍລິສັດ Better Insured ( https://hgiatlanta.org ). ໃນນີ້ປະກັນໄພຊີວິດ ຈະມີຊື່ວ່າ Life Benefit, ເຊິ່ງປະກັນໄພແບບນີ້ ບໍ່ພຽງແຕ່ຄອບຄົວຂອງຜູ້ຊື້ຈະໄດ້ຮັບຜົນປະ ໂຫຍດເທົ່ານັ້ນ ຜູ້ຊື້ເອງກໍສາມາດໄດ້ໃຊ້ປະໂຫຍດຈາກການຊື້ປະກັນໄພນີ້ນໍາດ້ວຍ, ຕົວຢ່າງວ່າ: ເວລາທີ່ຜູ້ຊື້ມີອາການເຈັບປ່ວຍຫຼືບໍ່ສາມາດໃຊ້ຊີວິດໃນການເຮັດວຽກທີ່ເປັນປົກກະຕິເໝືອນດັ່ງແຕ່ກ່ອນ ເຊັ່ນເປັນມະເຮັງ, ປ່ວຍຮຸນແຮງ, ເຈັບປ່ວຍໄລຍະຍາວ ແລະອື່ນໆ, ຜູ້ຊື້ສາມາດຖອນເອົາເງິນປະກັນດ້ານນີ້ອອກມາໃຊ້ເພື່ອປິ່ນປົວໄດ້.

ການເຮັດທຸລະກິດກ່ຽວກັບການຂາຍປະກັນໄພຊີວິດ ບໍ່ຄືກັນກັບການເຮັດທຸລະກິດດ້ານອື່ນ, ເພາະການຂາຍປະກັນໄພ ເຮົາຈະຕ້ອງເປັນຜູ້ເຂົ້າຫາລູກຄ້າ ສະ ເໜີຜົນປະໂຫຍດທີ່ລູກຄ້າຈະໄດ້ຮັບນັ້ນໃຫ້ລູກຄ້າຟັງ ແລະເຂົ້າໃຈ, ເຊິ່ງມັນບໍ່ແມ່ນເລື້ອງງ່າຍເລີຍ, ດັ່ງນັ້ນ ການເຂົ້າໄປຫາລູກຄ້າເພື່ອອະທິບາຍໃຫ້ລູກຄ້າເຂົ້າໃຈນັ້ນ ຄືສິ່ງທີ່ສໍາຄັນທີ່ສຸດ ເຊິ່ງຈະເປັນເປັນໂຫຍດທີ່ດີຕໍ່ທັງລູກຄ້າ ແລະຜູ້ປະກອບການເອງ.

ລິງໂດຍກົງ

ນອກຈາກນັ້ນ, ການຂາຍປະກັນໄພຊີວິດ, ແມ່ນຂຶ້ນຢູ່ກັບອາຍຸ, ສຸຂະພາບແລະ ໄລຍະເວລາທີ່ລູກຄ້າຊື້, ເຊິ່ງທາງທ່ານ ທາຍ ແນະນໍາມາວ່າ ຖ້າຊື້ປະກັນໄພຊີວິດແບບນີ້ເປັນເທີມ ຄວນຊື້ໃນວົງເງິນທີ່ສູງໄວ້, ແຕ່ຖ້າຊື້ໃນໄລຍະທີ່ເປັນ life time ຄວນຊື້ໃນວົງເງິນທີ່ຖືກລົງ ລູກຄ້າຈຶ່ງໄດ້ເສຍຄ່າປະຈໍາເດືອນໜ້ອຍ.

ແຕ່ ນີ້ແມ່ນສໍາລັບລູກຄ້າທີ່ມີສຸຂະພາບດີຫຼືບໍ່ມີພະຍາດປະຈໍາໂຕຫຼາຍ. ເວົ້າລວມແລ້ວ ລາຄາປະກັນໄພຊີວິດທີ່ລູກຄ້າຈະຕ້ອງເສຍໃນແຕ່ລະເດືອນ ກໍຂຶ້ນຢູ່ກັບລາຄາທີ່ລູກຄ້າຊື້ໃນຈໍານວນທີ່ຈະໄດ້ຮັບຜົນປະໂຫຍດນັ້ນ ແລະລາຍລະອຽດກ່ຽວກັບໂຕຂອງຜູ້ຊື້ເຊັ່ນດຽວກັນ.

ໃນການດໍາເນີນທຸລະກິດດ້ານນີ້, ພະນັກງານຂອງບໍລິສັດກໍສໍາຄັນ ເພາະວ່າ ພະນັກງານຂອງບໍລິສັດຫຼາຍ ຍິ່ງເປັນການສ້າງໂອກາດໃຫ້ບໍລິສັດໃນການຫາລູກຄ້າຫຼາຍຂຶ້ນ. ພະນັກງານຂາຍປະກັນແມ່ນຈະໄດ້ຮັບເງິນເປັນເປີເຊັນໃນການຂາຍປະກັນ.

ສໍາລັບຂໍ້ຫຍຸ້ງຍາກກໍມີທົ່ວໄປເໝືອນດັ່ງວຽກງານ ແລະທຸລະກິດດ້ານອື່ນໆເຊັ່ນ ການເຂົ້າຫາລູກຄ້າ ແລ້ວລູກຄ້າປະຕິເສດ, ເຊິ່ງຖືວ່າເປັນເລື້ອງທໍາມະດາ ແລະຜູ້ປະກອບການດ້ານນີ້ບໍ່ຄວນຜິດຫວັງ ຫຼືເສຍໃຈ ເຊິ່ງຈະຖືເອົາມາເປັນບົດຮຽນ ແລະປັບປຸງທັດສະນະໃນການເຂົ້າຫາລູກຄ້າຂອງຕົນເອງໃຫ້ດີຂຶ້ນຕື່ມ.

ລິງໂດຍກົງ

ເວົ້າລວມແລ້ວ ການດໍາເນີນທຸລະກິດກ່ຽວກັບການຂາຍປະກັນໄພ ທຸກໆຄົນທີ່ສົນໃຈກໍສາມາດດໍາເນີນທຸລະກິດກ່ຽວກັບດ້ານນີ້ໂດຍຖືເປັນອາຊີບຫຼັກ ແລະເຮັດເປັນອາຊີບເສີມກໍໄດ້, ແຕ່ສິ່ງສໍາຄັນກໍຄື ຕ້ອງເຂົ້າໃຈກ່ຽວກັບວຽກງານດ້ານນີ້ໃຫ້ລະອຽດ ແລະສຶກສາໃຫ້ເຂົ້າໃຈເລິກເຊິ່ງກ່ຽວກັບລາຍລະອຽດຂອງວຽກ ກໍ່ສາມາດດໍາເນີນການຂາຍປະກັນໄພ ອັນເປັນການສ້າງລາຍໄດ້ອີກອັນນຶ່ງເຊັ່ນກັນ.

XS
SM
MD
LG