ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເຮັດທຸລະກິດກ່ຽວກັບ ຮ້ານອາຫານຍີ່ປຸ່ນ


ຊູຊິ ປາເຊລມອລ. (Photo by Diaa Bekheet)
ຊູຊິ ປາເຊລມອລ. (Photo by Diaa Bekheet)

ຖ້າເວົ້າເຖິງອາຫານຍີ່ປຸ່ນແລ້ວ ຫຼາຍຄົນຮູ້ຈັກ ແລະລຶ້ງເຄີຍ ກັບຣົດຊາດຂອງອາຫານຍີ່ປຸ່ນ ເຊິ່ງຜູ້ໃດກໍມັກ, ແຕ່ທຸກຄົນຢາກຮູ້ຈັກ ແລະສົນໃຈວິທີການ ດໍາເນີນທຸລະກິດຮ້ານອາຫານຍີ່ປຸ່ນບໍ? ທິບສຸດາ ມີລາຍງານ ມາສະເໜີທ່ານໃນອັນດັບຕໍ່ໄປ.

ກ່ອນເລີ້ມຕົ້ນດໍາເນີນທຸລະກິດດ້ານນີ້ ຜູ້ປະກອບການຈະຕ້ອງຄໍານຶງເຖິງຫຼາຍໆຢ່າງຮອບດ້ານ ໂດຍສະເພາະວາງແຜນການໃຫ້ດີກ່ອນເລີ້ມຕົ້ນທຸລະກິດດ້ານນີ້ ເພາະມັນຈະເຮັດໃຫ້ທ່ານມີມູມມອງກວ້າງຂຶ້ນ.

ທຶນໃນການປະກອບທຸລະກິດ. ຖ້າຫາກຜູ້ປະກອບການຊື້ສະຖານທີ່ ແລະປຸກສ້າງອາຄານຮ້ານອາຫານຂອງຕົ້ນເອງ, ກໍໃຊ້ທຶນທີ່ສູງສົມຄວນ ເຊິ່ງມີຈໍານວນການລົງທຶນຢ່າງໜ້ອຍ 300,000 ໂດລາ, ໂດຍ 140,000 ໂດລາໃຊ້ເຂົ້າໃນການປຸກສ້າງອາຄານ, 75,000 ໂດລາໃຊ້ເຂົ້າພາຍໃນເຮືອນຄົວ ໂດຍຈະລວມມີອຸປະກອນ ແລະເຄື່ອງຄົວຕ່າງໆ, 20,000 ໂດລາເຟີນີເຈີພາຍໃນຮ້ານ, 12,000 ໂດລາ ນໍາໃຊ້ເຂົ້າໃນການດໍາເນີນເອກະສານຕ່າງໆກ່ອນເປີດຮ້ານ, ພ້ອມນັ້ນກໍຍັງມີເງິນທີ່ນໍາໃຊ້ເຂົ້າໃນພາກສ່ວນຍ່ອຍອື່ນໆເຊັ່ນ ຄ່າໄຟ, ຄ່າວັດຖຸດິບ ຄ່າພະນັກງານ ແລະຄ່າສຸກເສີນອື່ນໆ ທີ່ຈໍາເປັນໃນແຕ່ລະເດືອນ.

ແຟ້ມ-ຜູ້ຄົນພາກັນໄປກິນ ຊູຊິ ຢູ່ທີ່ຮ້ານອາຫານໃນນະຄອນຫຼວງເບຣຸດ, ປະເທດເລບານອນ, ວັນທີ 10 ພະຈິກ 2017.
ແຟ້ມ-ຜູ້ຄົນພາກັນໄປກິນ ຊູຊິ ຢູ່ທີ່ຮ້ານອາຫານໃນນະຄອນຫຼວງເບຣຸດ, ປະເທດເລບານອນ, ວັນທີ 10 ພະຈິກ 2017.

ສໍາລັບທຶນທີ່ຜູ້ປະກອບການ ຈະຕ້ອງໄດ້ເອົາມາລົງທຶນ ແມ່ນສາມາດຊອກຫາຈາກສະຖານທີ່ ທີ່ໃຫ້ກູ້ຢືມເພື່ອການເຮັດທຸລະກິດ, ໃນນັ້ນກໍປະກອບມີຈາກຫຼາຍແຫຼ່ງ, ແຕ່ພວກເຮົາຈະນໍາສະເໜີຈາກສອງແຫຼ່ງຫຼັກເຊັ່ນ ແຫຼ່ງທຶນຈາກສະມາ ຄົມທຸລະກິດຂະໜາດນ້ອຍຫຼື US Small Business Association (SBA), ແລະແຫຼ່ງເງິນກູ້ຈາກທະນາຄານທ້ອງຖິ່ນທົ່ວໄປ, ເຊິ່ງຜູ້ປະກອບການສ່ວນຫຼາຍ ນິຍົມໃຊ້ບໍລິການແຫຼ່ງເງິນກູ້ຈາກທະນາຄານຢູ່ໃນທ້ອງຖິ່ນ.

ຕໍ່ມາກໍແມ່ນເອກະສານທີ່ກ່ຽວຂ້ອງ, ໂດຍສະເພາະເອກະສານ LLC ສໍາລັບພາກສ່ວນການດໍາເນີນທຸລະກິດ, ເອກະສານ EIN ສໍາລັບການເສຍພາສີທາງທຸລະກິດ, ເອກະສານ CO ຫຼື Certificate of Occupancy ສໍາລັບຈໍານວນຂອງການບັນຈຸ, ໃຫ້ເອົາໃຈໃສ່ຈຸດນີ້ວ່າ ຖ້າທ່ານເຊົ່າອາຄານ ຫຼືສະຖານທີ່ຈາກຜູ້ໃຫ້ເຊົ່າ ທ່ານຕ້ອງໝັ້ນໃຈວ່າ ຜູ້ບໍລິການໃຫ້ເຊົ່າ ຕ້ອງມີເອກະສານ CO. ແຕ່ຖ້າທ່ານເປັນເຈົ້າຂອງອາຄານເອງ ທ່ານສາມາດພົວພັນນໍາ ພາກສ່ວນທີ່ກ່ຽວ ຂ້ອງດ້ວຍຕົນເອງ.

ເຊຟ ປຸງແຕ່ງອາຫານ ທ່ານບັນ ລາຍ ຂອງຮ້ານ ມິຢາ ຊູຊິ ຖ່າຍຮູບຢູ່ທີ່ຮ້ານອາຫານຂອງລາວ ໃນເມືອງນິວ ແຮັບເວິນ, ລັດຄອນເນັກຕີກັດ, ວັນທີ 28 ສິງຫາ 2018.
ເຊຟ ປຸງແຕ່ງອາຫານ ທ່ານບັນ ລາຍ ຂອງຮ້ານ ມິຢາ ຊູຊິ ຖ່າຍຮູບຢູ່ທີ່ຮ້ານອາຫານຂອງລາວ ໃນເມືອງນິວ ແຮັບເວິນ, ລັດຄອນເນັກຕີກັດ, ວັນທີ 28 ສິງຫາ 2018.

ທີ່ສໍາຄັນ ແລະຂາດບໍ່ໄດ້ເລີຍກໍແມ່ນ, ລາຍການອາຫານ ແລະສ່ວນປະກອບຂອງອາຫານທີ່ທ່ານຈະຕ້ອງລາຍງານໃຫ້ FDA ຮັບຮູ້, ພ້ອມກັນນັ້ນກໍແມ່ນ ເອກະສານຢັ້ງຢືນ ແລະໃບອະນຸຍາດ.

ໃນການຂາຍອາຫານຍີ່ປຸ່ນ ກໍໍ່ບໍ່ຕ່າງຫຍັງກັບຂາຍອາຫານປະເພດອື່ນໆ ທີ່ເຈົ້າຂອງກິດຈະການຈະຕ້ອງສ້າງຈຸດດຶງດູດໃຈໃຫ້ລູກຄ້າເຂົ້າມາຮ້ານ, ໂດຍສະເພາະ ຍິ່ງມີລາຍການອາຫານໃຫ້ເລືອກຫຼາຍ ຍິ່ງເປັນການດີ, ແຕ່ຈະຕ້ອງເປັນລາຍການອາຫານທີ່ແຕກຕ່າງຈາກຮ້ານອື່ນ. ຣົດຊາດຂອງອາຫານແຕ່ລະຈານທີ່ເປັນເອກະລັກ ແລະຄວາມສວຍງາມໃນການຈັດຈານທີ່ເປັນສິນລະປະ. ທັງໝົດນີ້ ຕ້ອງຢູ່ພາຍໃຕ້ພື້ນຖານຂອງເອກະລັກ ອາຫານຍີ່ປຸ່ນແທ້ໆ.

ຢ່າງໃດກໍຕາມ, ການຂາຍອາຫານຍີ່ປຸ່ນ ແມ່ນມີຫຼາຍແບບ ແລະຫຼາຍລັກສະນະ ດັ່ງທີ່ພວກເຮົາເຫັນຢູ່ຕາມຮ້ານຄ້າຂາຍອາຫານທົ່ວໄປກໍມີ.

ນາງຊີອາຣາ ວາເລັນຊາໂນ (ຂວາ), ຖ່າຍຮູບອາຫານຂອງລາວ ໃນຂະນະທີ່ລາວມາກິນເຂົ້າສວາຍກັບເພື່ອນຂອງລາວ ກິວເລຍ ເຕີຣາໂນວາ ຢູ່ທີ່ຮ້ານ 'ນີ້ບໍ່ແມ່ນຊູຊິບາ,' ໃນເມືອງມີລານ, ປະເທດອີຕາລີ, ວັນທີ 18 ຕຸລາ 2018.
ນາງຊີອາຣາ ວາເລັນຊາໂນ (ຂວາ), ຖ່າຍຮູບອາຫານຂອງລາວ ໃນຂະນະທີ່ລາວມາກິນເຂົ້າສວາຍກັບເພື່ອນຂອງລາວ ກິວເລຍ ເຕີຣາໂນວາ ຢູ່ທີ່ຮ້ານ 'ນີ້ບໍ່ແມ່ນຊູຊິບາ,' ໃນເມືອງມີລານ, ປະເທດອີຕາລີ, ວັນທີ 18 ຕຸລາ 2018.

ຍານາງຈັນທະລາ ພານຸວົງ, ນັກທຸລະກິດທີ່ດໍາເນີນທຸລະກິດຂາຍອາຫານຍີ່ປຸ່ນ ໃນລັກສະນະແບບເປັນສາຂາຍ່ອຍ ຈາກສາຂາຫຼັກ ຫຼືທີ່ພວກເຮົາຮ້ອງວ່າ ເຟຣັນຊາຍ ຢູ່ທີ່ນະຄອນມົງເຣອາລ ໃນປະເທດການາດາ ກ່າວໃຫ້ຟັງເຖິງລັກ ສະນະຂອງຮ້ານ ແລະຂັ້ນຕອນຕ່າງໆໃຫ້ຟັງດັ່ງນີ້:

“ຕຽມເຮັດເປັນເຄົ້າເຕີ້ເນາະ ແຕ່ລະຢ່າງແບບຊີ້ໜາ, ລູກຄ້າເຂົາກໍມາເອົາຕາມທີ່ເຂົາເຈົ້າມັກ, ທູນາບໍ ກໍແລ້ວແຕ່, ຮ້ານທີສາມກໍກໍາລັງຊິເປີດ. ຂາຍເອົາເປີເຊັນ, ເປີເຊັນຕາມລາຍຂາຍຂອງເຮົາ, ໃຊ້ສະຖານທີ່ເຮັດ ຈ່າຍເຂົາທັງໝົດ 22 ເປີເຊັນ ເຂົາເຈົ້າກໍໄປຝຶກໃຫ້ 5 ອາທິດ, ແບບເຮົາຊື້ເຟຣັນຊາຍນໍາເຂົາເຈົ້າ ເຂົາເຈົ້າກໍສົ່ງເຮົາໄປຮຽນຈັງຊີ້ນະ, ເຂົາເຈົ້າກໍກໍາລັງຂະຫຍາຍໄປ ຂະຫຍາຍໄປ.”

ຄ່າອາຫານຂອງແຕ່ລະຈານ, ປັດຈຸບັນ ເປັນຊ່ວງໄລຍະທີ່ເສດຖະກິດກໍາລັງພົບກັບບັນຫາ, ຖ້າຜູ້ປະກອບການມີອາຫານທີ່ຣົດຊາດດີ ແຕ່ຂາຍບໍ່ແພງ ຖືວ່າເປັນຈຸດຂາຍຂອງຮ້ານໄດ້ເລີຍ. ຢ່າງໃດກໍຕາມ ອາຫານທີ່ຂາຍໃນແຕ່ລະຈານຂອງແຕ່ລະຮ້ານ ແມ່ນມີລາຄາສະເລ່ຍເຊັ່ນ 7 ໂດລາຂຶ້ນໄປ, ແຕ່ໃນນີ້ ກໍຂຶ້ນຢູ່ກັບລາຍການຂອງອາຫານ, ສ່ວນປະກອບ, ຄຸນນະພາບ, ແລະສະຖານທີ່ຕັ້ງນໍາອີກດ້ວຍ.

ປະທານາທິບໍດີຂອງສະຫະລັດ ທ່ານດໍໂນລ ທຣໍາ, ພ້ອມດ້ວຍສະຕຣີໝາຍເລກນຶ່ງ ທ່ານນາງມີລາເນຍ ທຣໍາ, ຮັບເອົາຈານອາຫານຈາກເຊຟປຸງແຕ່ງອາຫານ ໃນລະຫວ່າງທີ່ພວກທ່ານ ພ້ອມດ້ວຍນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານຊິນໂຊະ ອາເບະ ແລະພັນລະຍາຂອງທ່ານ ທ່ານນາງອາກິ ອາເບະ, ຮັບປະທານອາຫານຄໍ່າເປັນຄູ່ໃນນະຄອນຫຼວງໂຕກຽວ, ເມື່ອວັນທີ 26 ພຶດສະພາ 2019.
ປະທານາທິບໍດີຂອງສະຫະລັດ ທ່ານດໍໂນລ ທຣໍາ, ພ້ອມດ້ວຍສະຕຣີໝາຍເລກນຶ່ງ ທ່ານນາງມີລາເນຍ ທຣໍາ, ຮັບເອົາຈານອາຫານຈາກເຊຟປຸງແຕ່ງອາຫານ ໃນລະຫວ່າງທີ່ພວກທ່ານ ພ້ອມດ້ວຍນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານຊິນໂຊະ ອາເບະ ແລະພັນລະຍາຂອງທ່ານ ທ່ານນາງອາກິ ອາເບະ, ຮັບປະທານອາຫານຄໍ່າເປັນຄູ່ໃນນະຄອນຫຼວງໂຕກຽວ, ເມື່ອວັນທີ 26 ພຶດສະພາ 2019.

ການເປີດຮ້ານ, ກໍຂຶ້ນຢູ່ກັບເຈົ້າຂອງກິດຈະການເອງທີ່ຈະກໍານົດເວລາໃນການເປີດຮ້ານ ແຕ່ໂມງໃດ ຫາ ໂມງໃດ, ເຂົ້າໄປບໍລິຫານເອງ ຫຼືມີຜູ້ກໍາກັບໃຫ້. ຖ້າທ່ານຫາກເປີດບໍລິການໃໝ່ ກໍຄວນກໍາກັບ ແລະບໍລິຫານດ້ວຍໂຕເອງຈະເປັນການດີທີ່ສຸດ ເພາະທ່ານສາມາດເຂົ້າໃຈ ແລະຮຽນຮູ້ເພື່ອປັບປຸງທຸລະກິດຂອງຕົນສໍາລັບອະນາຄົດອີກດ້ວຍ, ດັ່ງທີ່ຍານາງຈັນທະລາ ກ່າວວ່າ:

“ກໍໄປທຸກມື້ຫັ້ນລະ ເພາະເຮົາກໍຕ້ອງໄປເບິ່ງນໍາຄົນງານເດ, ຄວາມຮັບຜິດຊອບ ຈັກໜ້ອຍຂາດນັ້ນ ຈັກໜ້ອຍຂາດນີ້ເດ ແບບຕ້ອງການຈັງຊີ້ ຈັງຂັ້ນຫັ້ນໜາ, ເຮົາກໍຕ້ອງໄດ້ໄປກໍາກັບນໍາເຂົາເຈົ້າເນາະ. ເຮົາເອງກໍເຮັດນໍາແດ່ ແຕ່ກໍມີຄົນຊ່ວຍຢູ່ ສົມມຸດເຮົາຕ້ອງການສາມ-ສີ່ຄົນຈັງຊີ້, ເຮົາຕ້ອງການ 4 ຄົນສາສົມມຸດແບບຊີ້ນະ ມັນຊໍ້າພັດມີແຕ່ສອງຄົນເຮັດວຽກ ແທນທີ່ຊິເປັນ 4 ຄົນ.”

ເວົ້າລວມແລ້ວ, ການເປີດທຸລະກິດກ່ຽວກັບອາຫານຍີ່ປຸ່ນແມ່ນສ້າງລາຍໄດ້ທີ່ດີສົມຄວນ, ເພາະລູກຄ້າຫຼາຍເຊື້ອຊາດກໍຮູ້ຈັກອາຫານຍີ່ປຸ່ນດີ ແລະເປັນທີ່ນິຍົມ, ເຊິ່ງລາຍໄດ້ສະເລ່ຍຈາກການເຮັດທຸລະກິດຮ້ານອາຫານຍີ່ປຸ່ນແມ່ນມີຢ່າງໜ້ອຍ 4 ໝື່ນໂດລາຕໍ່ເດືອນ. ຖືວ່າເປັນການສ້າງລາຍຮັບໃຫ້ແກ່ຜູ້ປະກອບການໄດ້ດີສົມຄວນ

XS
SM
MD
LG