ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຮັດທຸລະກິດ ກ່ຽວກັບລົດຂາຍອາຫານ ຫຼື Food Truck


ບັນດາລູກຄ້າ ພາກັນເຂົ້າມາສັ່ງຊື້ອາຫານ ຈາກລົດຂາຍອາຫານຊ້າງນ້ອຍ.
ບັນດາລູກຄ້າ ພາກັນເຂົ້າມາສັ່ງຊື້ອາຫານ ຈາກລົດຂາຍອາຫານຊ້າງນ້ອຍ.

ບາງຄັ້ງທ່ານອາດຈະຄິດວ່າ ທ່ານຕ້ອງການເປີດຮ້ານອາຫານ ແຕ່ທ່ານບໍ່ມີເວລາພຽງພໍ ທີ່ຈະຕ້ອງເປີດຮ້ານແຕ່ເຊົ້າຈົນຮອດເດິກ ແລະທ່ານອາດຈະບໍ່ຢາກໃຊ້ຕົ້ນທຶນຫຼາຍ ໃນການເປີດຮ້ານ, ແຕ່ທ່ານສາມາດເປີດຮ້ານອາຫານລົດ ຫຼື Food Truck ໄດ້ ເພາະທ່ານຈະໃຊ້ເວລາໜ້ອຍກວ່າແລະໃຊ້ຕົ້ນທຶນໜ້ອຍກວ່າ ໂດຍມີຂັ້ນຕອນໃນການດໍາເນີນງານ ແລະລາຍໄດ້ທີ່ບໍ່ຕ່າງຫຍັງກັບທ່ານເປີດຮ້ານອາຫານ, ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຖ້າທ່ານຕ້ອງການເປີດຮ້ານອາຫານ, ແຕ່ທ່ານບໍ່ມີເວລາຫຼາຍ ຫຼືທ່ານຕ້ອງການໃຊ້ຕົ້ນທຶນທີ່ໜ້ອຍລົງ ການຂາຍອາຫານຢູ່ເທິງລົດ ຫຼື Food Truck ກໍເປັນອີກທາງເລືອກນຶ່ງສໍາລັບຜູ້ທີ່ມັກທຸລະກິດດ້ານນີ້.

ກ່ອນທ່ານຊິດໍາເນີນກິດຈະການຂາຍອາຫານນໍາ Food Truck, ກ່ອນອື່ນທ່ານຕ້ອງມີເອກະສານ LLC, EIN ແລະ Food Permit ເຊິ່ງທັງໝົດທີ່ກ່າວມານີ້ທ່ານສາມາດໄປຂໍຈາກພາກສ່ວນທີ່ກ່ຽວຂ້ອງ ຫຼື ທ່ານສາມາດໃຊ້ບໍລິການຈາກ CPA (Certified Public Accountant) ເໝືອນດັ່ງເຈົ້າຂອງກິດຈະການ Food Truck ຊ້າງນ້ອຍ ຢູ່ເມືອງແອນທີອັອກສ໌ໃຊ້ບໍລິການ ໃນການດໍາເນີນເອກະສານຕ່າງໆຕາມກົດໝາຍ ໃນຄ່າບໍລິການພຽງແຕ່ປະມານ 525 ໂດລາ, ເມື່ອໄດ້ເອກະສານມາແລ້ວ ຈາກນັ້ນ ທ່ານຈຶ່ງໄປຂໍ Food Permit ຈາກ Health Department.

ຢ່າງໃດກໍຕາມ, ກ່ອນທ່ານຊິດໍາເນີນການຂໍເອກະສານທຸກຢ່າງ ໃນການຂາຍອາຫານນັ້ນ ກ່ອນອື່ນໝົດ ທ່ານຈະຕ້ອງມີລົດ ທີ່ທ່ານຈະນໍາໃຊ້ ສໍາລັບຂາຍອາຫານ Food Truck, ເຊິ່ງ Health Department ຈະສົ່ງຄົນມາກວດກາຕາມຂັ້ນຕອນທີ່ຖືກຕ້ອງ ກ່ອນທ່ານຈະປະກອບການຂາຍອາຫານໄດ້.

ລາຄາຂອງລົດຂາຍອາຫານ ຈະແຕກຕ່າງກັນ ຕາມຂະໜາດ, ສ່ວນປະກອບ ແລະສິ່ງອໍານວຍຄວາມສະດວກ. ປັດຈຸບັນ ຖ້າເປັນລົດໃໝ່ ກໍຈະມີລາຄາແຕ່ 50,000 ຫາ 120,000 ໂດ​ລາ, ແຕ່ສໍາລັບລົດຂາຍອາຫານຊ້າງນ້ອຍ ເພິ່ນ
ຊື້ລົດເກົ່າມາປະກອບການໃນລາຄາ 20,000 ໂດລາ, ດັ່ງທີ່ເຈົ້າຂອງລົດຂາຍອາຫານຊ້າງນ້ອຍ ທີ່ອາໄສຢູ່ເມືອງນາສວີລ ລັດເທັນເນັສຊີ ໄດ້ເລົ່າໃຫ້ຟັງວ່າ:

ເຄື່ອງໝາຍລົດຂາຍອາຫານ ຊ້າງນ້ອຍ.
ເຄື່ອງໝາຍລົດຂາຍອາຫານ ຊ້າງນ້ອຍ.

“ລົດຂອງຂະນ້ອຍຊື້ຕໍ່ເຂົາ ມັນເປັນ Food Truck ມາແລ້ວ, ແຕ່ວ່າມັນມີບໍລິສັດທີ່ເຂົາເຮັດໃຫ້ເຮົາພ້ອມໃດ ແຕ່ວ່າມັນແພງ, ດຽວນີ້ຫັ້ນຄ່າລົງທຶນໃໝ່ສຸດປະມານ 100,000 ໂດລາ ມີໝົດທຸກຢ່າງ. ພຣີໂອນຂອງຂະນ້ອຍຕອນນັ້ນໄປຊື້ລົດຂອງເຂົາເພແລ້ວດອກ ເອົາມາແປງເອົາ, ມັນຢູ່ທີ່ປະມານ 20,000 ຫາ 30,000.”

ຫຼາຍຄົນຜູ້ທີ່ຈະປະກອບການຂາຍອາຫານດ້ວຍ Food Truck, ຕ້ອງເຂົ້າໃຈເລື້ອງວິທີກໍາຈັດຂອງເສຍ ໂດຍສະເພາະນໍ້າເປື້ອນເພາະລົດຂາຍອາຫານຈະ
ບໍ່ສາມາດຖິ້ມນໍ້າເປື້ອນທົ່ວທີບໄດ້, ດັ່ງນັ້ນ ຜູ້ປະກອບການຈະຕ້ອງມີຖັງເພື່ອເກັບນໍ້າເປື້ອນທີ່ຈະເອົາໄປຖິ້ມ ໃຫ້ມີຂະໜາດສອງເທົ່າຂອງປະລິມານຖັງນໍ້າທີ່ນໍາໃຊ້ຢູ່ໃນລົດຂາຍອາຫານ.

ສະຖານທີ່ໃນການຈອດລົດຂາຍອາຫານ ແມ່ນແຕກຕ່າງກັນໃນແຕ່ລະຂົງເຂດ, ສໍາລັບລົດຂາຍອາຫານຊ້າງນ້ອຍ ແມ່ນຈອດຢູ່ສະຖານທີ່ຂອງຮ້ານອາຫານທີ່ເພິ່ນເຊົ່າປະຈໍາເດືືອນໃນລາຄາ 500 ໂດລາ, ແລະທີ່ນີ້ເອງເປັນບ່ອນທີ່ເພິ່ນຖິ້ມນໍ້າເປື້ອນ ແລະຂີ້ເຫຍື້ອອື່ນໆ. ໂດຍເຈົ້າຂອງລົດຂາຍອາຫານຊ້າງນ້ອຍອະທິບາຍໃຫ້ຟັງກ່ຽວກັບຂັ້ນຕອນນີ້ວ່າ:

“ແຕ່ລະເຂດມັນຊິມີແບບເປັນບ່ອນລົດ Food Truck ຈອດ, ໃນເຂດບ້ານເຮົານີ້ ຕ້ອງໄປຖິ້ມຢູ່ໃນຫັ້ນ. ຕຽມເຄື່ອງຂອງຂາຍກໍຢູ່ໃນຫັ້ນ ຄອມມິສຊາລີຄືກັນ, ມັນເປັນຄືບ້ານເຊົ່າ ສໍາລັບລົດຫັ້ນນະ ແບ່ງໂຊນໃຜໂຊນມັນ ເຂດໃຜເຂດມັນ, ຮ້ານອາຫານທຸກຮ້ານເປັນຄອມມິສຊາລີໄດ້ໝົດ ມີແຕ່ວ່າຮ້ານໃດເຂົາອະນຸຍາດໄດ້ແດ່.”

ທ່ານບຸນທະວີ ເສນບຸດຕະຣາດ, ເຈົ້າຂອງລົດຂາຍອາຫານ ຊ້າງນ້ອຍ.
ທ່ານບຸນທະວີ ເສນບຸດຕະຣາດ, ເຈົ້າຂອງລົດຂາຍອາຫານ ຊ້າງນ້ອຍ.

ເຈົ້າຂອງກິດຈະການລົດຂາຍອາຫານຊ້າງນ້ອຍຍັງໄດ້ບອກອີກວ່າ ເພິ່ນເປີດກິດ ຈະການມາໄດ້ 5 ປີ, ແລະລາຍໄດ້ກໍດີສົມຄວນ. ລົດຂາຍອາຫານຂອງເພິ່ນຍັງໄດ້ເຂົ້າຮ່ວມສະມາຄົມ Food Truck, ເຊິ່ງຈຸດດີກໍຄື ເວລາມີງານຮັບເໝົາຕ່າງໆ ລົດຂາຍອາຫານຂອງເພິ່ນສາມາດໄດ້ເຂົ້າຮ່ວມງານ ແລະຂາຍອາຫານໄດ້ ເຊິ່ງມີໂອກາດດີຫຼາຍກວ່າ.

ຢ່າງໃດກໍຕາມ, ແຕ່ລະເມືອງ ແຕ່ລະຂົງເຂດຈະບໍ່ຄືກັນ ດັ່ງນັ້ນຖ້າຜູ້ປະກອບການຕ້ອງການໄປຂາຍບ່ອນອື່ນໆ ທ່ານສາມາດໄປຂໍ Permit ຈາກເມືອງນັ້ນໆຕາມຂັ້ນຕອນທີ່ທາງການແຈ້ງໃຫ້ຮູ້ ເຊິ່ງຜູ້ປະກອບການຈະເສຍຄ່າ Permit 50 ໂດລາຕໍ່ປີເທົ່ານັ້ນ ໂດຍຕໍ່ເອກະສານ Permit ໄດ້ໃນທຸກໆປີ.

ເວົ້າລວມແລ້ວ, ການເຮັດກິດຈະການລົດຂາຍອາຫານ ກໍມີສ່ວນທີ່ດີຫຼາຍໆຢ່າງ ເພາະມີລາຍໄດ້ດີ ບໍ່ຕ້ອງໃຊ້ເວລາຫຼາຍ ແລະກໍບໍ່ຕ້ອງເສຍຄ່າເຊົ່າຮ້ານ, ຫຼືເຊົ່າສະຖານທີ່ ບໍ່ໄດ້ເສຍຄ່ານໍ້າຄ່າໄຟ, ເຊິ່ງເປັນກິດຈະການແບບຄອບຄົວນ້ອຍໆທີ່ສາມາດສ້າງລາຍຮັບທີ່ດີໃຫ້ແກ່ຄອບຄົວໄດ້.

XS
SM
MD
LG