ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເປີດທຸລະກິດ ກ່ຽວກັບ ຮ້ານສ້ອມແປງ ແລະປ່ຽນອາໄຫຼ່ ເຄື່ອງອີເລັກໂທຣນິກ


ເຄື່ອງໝາຍຂອງຮ້ານສ້ອມແປງເຄື່ອງອີເລັກໂທຣນິກ ທີ່ຕັ້ງຢູ່ເມືອງເມີຟຣີສໂບໂຣ, ລັດເທັນເນັສຊີ.
ເຄື່ອງໝາຍຂອງຮ້ານສ້ອມແປງເຄື່ອງອີເລັກໂທຣນິກ ທີ່ຕັ້ງຢູ່ເມືອງເມີຟຣີສໂບໂຣ, ລັດເທັນເນັສຊີ.

ການດໍາເນີນທຸລະກິດກ່ຽວກັບການບໍລິການສ້ອມແປງໂທລະສັບ ຫຼືປ່ຽນອາໄຫຼ່ ແລະຖ່ານໂທລະສັບ ພ້ອມທັງໄອແພັດ ແລະເຄື່ອງອີເລັກໂທຣນິກອື່ນໆຢູ່ໃນສະຫະລັດ ຈະດໍາເນີນການ ແລະບໍລິຫານໃນຮູບແບບໃດນັ້ນ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ການເປີດທຸລະກິດຮ້ານສ້ອມແປງໂທລະສັບ ຢູ່ໃນສະຫະລັດ ແມ່ນເປັນສິ່ງທີ່ສາ ມາດສະໜອງຕໍ່ຄວາມຕ້ອງການຂອງລູກຄ້າຫຼາຍຄົນໄດ້ໃນຍາມທີ່ມີບັນຫາກ່ຽວກັບໂທລະສັບ, ໄອແພັດ, ແລະອຸປະການອີເລັກໂທຣນິກອື່ນໆ.

ຮ້ານ iFix Wireless ເປີດບໍລິການມາໄດ້ 4 ປີ, ເຊິ່ງໃຊ້ທຶນໃນການເລີ້ມຕົ້ນທຸລະກິດຢູ່ລະຫວ່າງ 45 ຫາ 60 ພັນໂດລາ. ຕົ້ນທຶນໃນການເປີດຮ້ານແມ່ນສໍາຄັນຫຼາຍ ຖ້າຜູ້ທີ່ຈະດໍາເນີນການຫາກບໍ່ມີຕົ້ນທຶນທີ່ພຽງພໍ ແມ່ນສາມາດຢືນເງິນມາລົງທຶນຈາກທະນາຄານ ຫຼືກອງທຶນສໍາລັບການປະກອບທຸລະກິດຂະໜາດນ້ອຍຈາກທະນາຄານທົ່ວໄປ.

ກ່ອນຈະດໍາເນີນການກ່ຽວກັບທຸລະກິດດ້ານນີ້ ກໍບໍ່ຕ່າງຫຍັງກັບການດໍາເນີນທຸລະກິດໃນສະຫະລັດທົ່ວໄປ ທີ່ຕ້ອງມີໜັງສືການດໍາເນີນທຸລະກິດຄົບຖ້ວນ ເຊັ່ນໃບປະກອບການດໍາເນີນທຸລະກິດ, ເລກທະບຽນເສຍພາສີ ແລະອື່ນໆ.

“ທຸລະກິດລັກສະນະນີ້ ມັນຕ້ອງມີໃບອະນຸຍາດໃນການເປີດທຸລະກິດ, ເລກທະບຽນສໍາລັບການເສຍພາສີ (EIN), ເອກະສານ LLC ແລະອື່ນໆ ເຊິ່ງມັນກໍມີຫຼາຍແນວຫັ້ນນະ ແຕ່ກໍ່ຕ້ອງໝັ້ນໃຈວ່າເອກະສານຜ່ານໝົດແລ້ວ ຈາກນັ້ນເຈົ້າກໍເລີ້ມຕົ້ນດໍາເນີນທຸລະກິດຂອງເຈົ້າ.”

ສະຖານທີ່ຕັ້ງຂອງຮ້ານກໍສໍາຄັນ, ໂດຍເຮົາຈະເບິ່ງກ່ຽວກັບຄວາມເໝາະສົມໃນການຕັ້ງຮ້ານ ເພາະສະຖານທີ່ທີ່ຈະຕັ້ງຮ້ານ ຫຼືເຊົ່າຮ້ານເພື່ອເປີດບໍລິການນັ້ນ ເປັນເຂດຊຸມຊົນ ຫຼືຈະມີລູກຄ້າເຂົ້າມາໃຊ້ບໍລິການຫຼາຍບໍ.

ຄ່າເຊົ່າຮ້ານໃນແຕ່ລະເດືອນ ແມ່ນຂຶ້ນຢູ່ກັບສະພາບແວດລ້ອມ ຂອງແຕ່ລະຂົງ ເຂດ, ໂດຍສະເລ່ຍກໍຈະມີລາຄາລະຫວ່າງ 2,000 ຫາ 3,500 ໂດລາຕໍ່ເດືອນ, ແຕ່ສໍາລັບຮ້ານ iFix Wireless ເພິ່ນເສຍຄ່າເຊົ່າຢູ່ທີ່ 2,500 ໂດລາຕໍ່ເດືອນ.

ຄວາມຮູ້ດ້ານນີ້ກໍຈໍາເປັນ, ເພາະເວລາເຮົາຈະເຮັດທຸລະກິດດ້ານໃດນຶ່ງ ເຮົາກໍຕ້ອງມີພື້ນຖານໃນດ້ານນັ້ນ, ສະນັ້ນ ການມີໃບປະກາດເພື່ອຢັ້ງຢືນຄວາມສາ ມາດກ່ຽວກັບສິ່ງນີ້ ຈຶ່ງມີຄວາມສໍາຄັນໃນການນໍາໃຊ້ເອກະສານເພື່ອປະກອບເຂົ້າໃນການດໍາເນີນທຸລະກິດ. ອີກຢ່າງ ຜູ້ທີ່ຈະດໍາເນີນທຸລະກິດດ້ານນີ້ກໍຕ້ອງມີໃຈຮັກ ກ່ຽວກັບວິຊານີ້ເປັນຢ່າງດີ ຈຶ່ງຈະເຂົ້າໃຈໃນການດໍາເນີນງານ ເພາະມັນເປັນວຽກທີ່ລະອຽດ ແລະຕ້ອງການຄວາມອົດທົນ.

ອຸປະກອນທີ່ສະໜອງຢູ່ໃນຮ້ານກໍເປັນສິ່ງສໍາຄັນຫຼາຍ ໂດຍສະເພາະອຸປະກອນຕ່າງໆກ່ຽວກັບໂທລະສັບ, ໄອແພັດ ແລະອື່ນໆທີ່ໄດ້ເອົາມາປະກອບໃຫ້ລູກຄ້າ,ດັ່ງນັ້ນ ການສັ່ງເຄື່ອງເຂົ້າມາໃນຮ້ານ ແມ່ນມີບ່ອນສົ່ງ ຫຼືຮັບຊື້ມາເປັນລາຄາສົ່ງ ເພາະມັນຈະຊ່ວຍຫຼຸດຕົ້ນທຶນ, ເຊິ່ງຈະເປັນຜົນດີ ໃນການຫຼຸດລາຄາຄ່າບໍລິການ ນໍາລູກຄ້າລົງອີກດ້ວຍ.

“ພວກເຮົາຕ້ອງມີເຄື່ອງຕ່າງໆເຫຼົ່ານີ້ຢູ່ໃນຮ້ານຕະຫຼອດ ສໍາລັບໂທລະສັບໃນແບບຕ່າງໆ, ໄອແພັດ ແທັບແລັດ ຄອມພິວເຕີ້ ແລະອື່ນໆຕ້ອງມີພາກສ່ວນຕ່າງໆເຫຼົ່ານີ້ໄວ້ຢູ່ໃນຮ້ານຕະຫຼອດ ແລະເຄື່ອງຂອງອື່ນໆທີ່ຈໍາເປັນຕ້ອງໃຊ້, ເຊິ່ງພວກເຮົາຈະໄປເອົານໍາບໍລິສັດທີ່ເຂົາມີພາກສ່ວນຕ່າງໆເຫຼົ່ານັ້ນສະເພາະ. ຖ້າເຈົ້າເປັນເຈົ້າຂອງທຸລະກິດ ເຈົ້າສາມາດໄປຊື້ເຄື່ອງຂອງນໍາບໍລິສັດສົ່ງເຄື່ອງປະເພດນີ້ ໃນລັກສະນະຂອງການດໍາເນີນທຸລະກິດ ລະຫວ່າງທຸລະກິດນໍາກັນ.”

ລາຍລະອຽດການບໍລິການ ກໍຂຶ້ນຢູ່ກັບອຸປະກອນ ແລະອາໄຫຼ່ຂອງເຄື່ອງທີ່ນໍາໃຊ້, ຄວາມຍາກ ຄວາມງ່າຍຂອງວຽກ, ຕົວຢ່າງ ຖ້າລູກຄ້າຕ້ອງການປ່ຽນໜ້າໄອແພັດ ລາຄາລວມທັງຄ່າອຸປະກອນ ແລະຄ່າແຮງ ກໍ່ຢູ່ທີ່ 125 ໂດລາ.

ເວົ້າລວມແລ້ວ, ທຸລະກິດເປີດຮ້ານບໍລິການສ້ອມແປງໂທລະສັບ ແລະເຄື່ອງອິເລັກໂທຣນິກແມ່ນມີຫຼາຍ ແລະພວກເຮົາກໍຈະເຫັນໄດ້ໃນແຕ່ລະບ່ອນ ແຕ່ລະສະຖານທີ່, ແຕ່ ເທັກນິກໃນການບໍລິການລູກຄ້າຂອງແຕ່ລະຮ້ານແມ່ນຕ່າງກັນ. ທາງຮ້ານ iFix Wirless ເພ່ິນມີເທັກນິກໃນການບໍລິການລູກຄ້າຄື ໃຫ້ຄວາມສໍາຄັນ ເຮັດໃຫ້ລູກຄ້າເຊື່ອໝັ້ນ ແລະໝັ້ນໃຈ, ລາຄາເປັນກັນເອງ ແລະບໍລິ ການແບບຄອບຄົວ.

ສໍາລັບລູກຄ້າ ທີ່ເຂົ້າມາຮ້ານ ກໍມີຫຼາຍ-ໜ້ອຍ ແຕກຕ່າງກັນໃນແຕ່ລະມື້, ໂດຍ ລວມກໍເຂົ້າມາໃຊ້ບໍລິການໃນທຸກໆມື້ ເຊິ່ງສ່ວນໃຫຍ່ກໍແມ່ນລູກຄ້າເກົ່າໆທີ່ພວກເຂົາເຈົ້າເຄີຍໃຊ້ບໍລິການກັບທາງຮ້ານ ຫຼືເປັນລູກຄ້າທີ່ໄດ້ຮັບການແນະນໍາຕໍ່ຈາກລູກຄ້າເກົ່າຂອງທາງຮ້ານເອງເລີຍ.

ນອກຈາກບໍລິການປ່ຽນອາໄຫຼ່ ແລະສ້ອມແປງແລ້ວ, ທາງຮ້ານຍັງໄດ້ຂາຍ ເຄື່ອງອຸປະກອນ ແລະອາໄຫຼ່ ພ້ອມທັງເຄື່ອງໃຊ້ສໍາລັບໂທລະສັບ ຫຼືໄອແພັດ ແລະອື່ນໆໄວ້ຄອຍບໍລິການໃຫ້ລູກຄ້າໃນລາຄາທີ່ເປັນກັນເອງ.

ທາງເຈົ້າຂອງຮ້ານບອກວ່າ ຊ່ວງເປີດຮ້ານປີທໍາອິດກໍຫຍຸ້ງຍາກຢູ່, ແຕ່ຫຼັງຈາກຜ່ານເຂົ້າປີທີສອງ ທີສາມໄປ ກໍ່ເລີ້ມເຂົ້າທີ່ເຂົ້າທາງ, ແມ່ນໄດ້ເງິນທຶນຄືນມາຄົບແລ້ວ.

ການເປີດທຸລະກິດໃດໆກໍຕາມ, ສິ່ງນຶ່ງທີ່ຜູ້ປກອບການຕ້ອງໄດ້ຄໍານຶງສະເໝີວ່າ ພວກເຮົາຈະຍັງບໍ່ໄດ້ກໍາໄລ ແລະທຶນຄືນໃນຊ່ວງປີທໍາອິດເທື່ອ.

ຢ່າງໃດກໍດີ, ການເປີດບໍລິການກ່ຽວກັບການສ້ອມແປງ ແລະປ່ຽນອາໄຫຼ່ເຄື່ອງອີເລັກໂທຣນິກ ແມ່ນຕ້ອງມີຄວາມພາກພຽນ ແລະເອົາໃຈໃສ່ເປັນພິເສດ ເພາະສິ່ງເລັກໆນ້ອຍໆທີ່ລູກຄ້າມາໃຊ້ບໍລິການນໍາພວກເຮົາ ຄືຄວາມໄວ້ວາງໃຈ ແລະເຊື່ອໝັ້ນທີ່ດີ ທີ່ລູກຄ້າມອບໃຫ້.

XS
SM
MD
LG