ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່າ​ນຟ​ລິນ ອະ​ດີດ​ ທີ່​ປຶກ​ສາ​ ດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດ ​ສ​ຫລ ​ຈະ​ຖືກ​ຕັດ​ສິນ​ລົງ​ໂທດ


ທ່າ​ນໄມ​ໂກລ ຟ​ລິນ ອະ​ດີດ​ທີ່​ປຶກ​ສາ​ດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງສະ​ຫະ​ລັດ ເດີນ​ອອກ​ຈາກ​ສານ​ລັດ​ຖະ​ບານ​ກາງໃນ​ວໍ​​ຊິງ​ຕັນ, 1 ທັນ​ວາ 2017.
ທ່າ​ນໄມ​ໂກລ ຟ​ລິນ ອະ​ດີດ​ທີ່​ປຶກ​ສາ​ດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງສະ​ຫະ​ລັດ ເດີນ​ອອກ​ຈາກ​ສານ​ລັດ​ຖະ​ບານ​ກາງໃນ​ວໍ​​ຊິງ​ຕັນ, 1 ທັນ​ວາ 2017.

ທ່າ​ນໄມ​ໂກລ ຟ​ລິນ ອະ​ດີດ​ທີ່​ປຶກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງສະ​ຫະ​ລັດ
ແມ່ນ​ຈະ​ຖືກ​ຕັດ​ສິນ​ລົງ​ໂທດ ໃນ​ວັນ​ອັງ​ຄານ​ມື້​ນີ້ ຍ້ອນ​ໃຫ້​ການເທັດ ​ຕໍ່​ອົງ​ການ​
ສັນ​ຕິ​ບານ​ກາງ ຫຼື FBI ​ຂອງ​ສະ​ຫະ​ລັດ ກ່ຽວ​ກັບ​ການ​ຕິດ​ຕໍ່ກັບ​ຣັດ​ເຊຍ.

ມັນ​ຂຶ້ນ​ຢູ່ກັບ ຜູ້​ພິ​ພາກ​ສາ​ປະ​ຈຳ​ຂົງ​ເຂດ ຂອງສະ​ຫະ​ລັດ ທ່ານແອມ​ແມັດ ໂຊ​ລ​ລິ​ວັນ
(Emmet Sullivan) ​ທີ່​ຈະ​ຕັດ​ສິນ​ໃຫ້​ທ່ານ​ຟ​ລິນ ເຂົ້າ​ຄຸກ ຫຼື​ບໍ່, ແຕ່​ໄອ​ຍະ​ກາພິເສດ
ໂຣ​ເບີ​ຣ໌ດ ມັ​ລ​ເລີ (Robert Mueller) ໄດ້​ກ່າວ​ວ່າ ການ​ຕັດສິນ ​ໂທດ​ດັ່ງ​ກ່າວ​ນີ້
ບໍ່​ຄວ​ນ​ຈະ​ຮວມທັງໂທດ​ຈຳ​ຄຸກ ອີງ​ຕາມ ການ​ຮ່ວມ​ມື​ຂອງ​ທ່ານ​ຟ​ລິນ ກັບ​ຄະ​ນະ​
ໄອ​ຍະ​ການ ທີ່​ມີ “ຢ່າງ​ຫຼວງ​ຫຼາຍ” ນັ້ນ.

ທ່ານມັ​ລ​ເລີ (Mueller) ທຳ​ການ​ສືບ​ສວນ​ ກ່ຽວ​ກັບ​ການ​ເຂົ້າ​ແຊກ​ແຊງ​ຂອງ​ຣັດ​ເຊຍ
ເຂົ້າ​ໃນ​ການ​ເລືອກ​ຕັ້ງ ສະ​ຫະ​ລັດ ປີ 2016 ແລະ​ ອາດ​ເປັນ​ໄປ​ໄດ້ ໃນ​ການ​ສົມ​ຮູ້
​ຮ່ວມ​ຄິດ ລະ​ຫວ່າງ​ຣັດ​ເຊຍ ກັບຄະ​ນະໂຄ​ສະ​ນາ​ຫາ​ສຽງ​ຂອງປະ​ທາ​ນາ​ທິບໍ​ດີ​
ດໍ​ໂນ​ລ ທ​ຣຳ.

ທ່າ​ນຟ​ລິນ, ອະ​ດີດ​ນາ​ພົນ​ກ​ອງ​ທັບ​ບົກ​ແລະ​ຫົວໜ້າ​ອົງ​ການສືບ​ລັບ​ກະ​ຊວງປ້ອງ​ກັນ
​ປະ​ເທດ ຫຼື (Defense Intelligence Agency) ທີ່​ໄດ້​ກຳ​ໜ້າ​ທີ່​ເປັນ​ທີ່​ປຶກ​ສາ​ດ້ານ
​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ທ່ານ​ທ​ຣຳ. ແຕ່​ວ່າ ທ່ານ​ໄດ້​ລາ​ອອກ ​ນຶ່ງ ເດືອນ
ຫຼັງ​ຈາກ​ເຂົ້າ​ກຳ​ຕຳ​ແໜ່ງ ເວ​ລາ​ມີ​ຂ່າວນອງ​ນັນວ່າ ທ່ານ​ໄດ້ຕົວະ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ
ກ່ຽວ​ກັບ​ການ​ໂອ້​ລົມ​ສົນ​ທະ​ນາກັບທ່ານເຊີ​ຣ໌ເກ ຄ​ຣິ​ສ​ລີ​ຢັກ (Sergey Kislyak)
ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ ປະ​ຈຳ​ສະ​ຫະ​ລັດ ໃນ​ຕອນ​ນັ້ນ ຊຶ່ງ​ພວມ​ຢູ່​ໃນລະ​ຫວ່າງ
ການມອບ​ໂອນ​ອຳ​ນາດ ລະ​ຫວ່າງວັນ​ເລືອກ​ຕັ້ງ ແລະ​ການ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ
​ທ່ານ​ທ​ຣຳ.

ທ່ານ​ຟ​ລິນໄດ້​ຜ່ານ​ການກວດ​ສອບ​ດ້ານ​ຄວາມ​ປອດ​ໄພ​ມາ​ແລ້ວ ກ່ອນ​ໜ້າທີ່ທ່ານ
ເຂົ້າ​ຮັບ​ໜ້າ​ທີ່​ ກັບ​ອົງ​ການ​ສັນ​ຕິ​ບານ​ກາງ ໃນ​ເດືອນ​ມັງ​ກອນ​ 2017 ປີ​ກາຍ​ນີ້.
ໃນ​ຂະ​ນະ​ທີ່​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເປັນທີ່​ປຶກ​ສາ ​ໃຫ້​ກັບ ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ
​ຂອງທ່ານທ​ຣຳ ໃນ​ປີ 2016 ນັ້ນ, ທ່ານ​ໄດວິ້ງ​ເຕັ້ນຊ່ວຍ​ໃຫ້​ບໍ​ລິສັດ​ໂຮນ​ລັງໄດ້​ພົວ​ພັນ
​ກັບ​ລັດ​ຖະ​ບານ​ເທີ​ກີ ໂດຍ​ປາດ​ສະ​ຈາກ​ຈົດທະ​ບຽນໃນ​ຖາ​ນະ​ເປັນຜູ້​ຕາງໜ້າ​ໃຫ້​
ຕ່າງ​ປະ​ເທດ.

​ທ່ານ​ຟ​ລິນ ໄດ້​ຮ່ວມ​ມື​ກັບ​ໄອ​ຍະ​ການ​ພິ​ເສດ ຫຼັງ​ຈາກ ​ທີ່​ໄດ້​ຍອມ​ສາ​ລະ​ພາບຜິດ ​ທີ່​ໄດ້
​ໃຫ້​ການ​ເທັດ​ຕໍ່​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກາງ ກ່ຽວ​ກັບ​ການ​ໂອ້​ລົມ​ສະ​ນ​ທະ​ນາ​ກັບ
​ທ່ານຄ​ຣິ​ສລີ​ຢັກ. ທ່ານ​ໄດ້​ກາຍ​ມາ​ເປັນ​ຜູ້ທຳອິດໃນ​ຈຳ​ນວນອະ​ດີດ​ເຈົ້າ​ໜ້າ​ທີ່​ຫ້າຄົນ​
ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ທີ່​ໄດ້​ຍອມ​ຮັບ​ຜິດ ກັບ​ຫ້ອງ​ການໄອ​ຍະ​ການ​ພິ​ເສດ.

ທ່ານ​ພອ​ລ ມາ​ນາ​ຟອດ (Paul Manafort) ອະ​ດີດ​ຜູ້​ອຳ​ນ​ວຍ​ການ ຄະ​ນະໂຄ​ສະ​ນາ​ຫາ​ສຽງ ​ຂອງປະ​ທາ​ນາ​ທິບໍ​ດີ​ດໍ​ໂນ​ລ ທ​ຣຳ ເຂົ້າ​ຮັບ​ຟັງການ​ສັ່ງ​ຂອງ​ສານ ທີ່​ວໍ​ຊີງ​ຕັນ, 15 ມິ​ຖຸ​ນາ 2018.
ທ່ານ​ພອ​ລ ມາ​ນາ​ຟອດ (Paul Manafort) ອະ​ດີດ​ຜູ້​ອຳ​ນ​ວຍ​ການ ຄະ​ນະໂຄ​ສະ​ນາ​ຫາ​ສຽງ ​ຂອງປະ​ທາ​ນາ​ທິບໍ​ດີ​ດໍ​ໂນ​ລ ທ​ຣຳ ເຂົ້າ​ຮັບ​ຟັງການ​ສັ່ງ​ຂອງ​ສານ ທີ່​ວໍ​ຊີງ​ຕັນ, 15 ມິ​ຖຸ​ນາ 2018.

Former U.S. National Security Adviser Michael Flynn is due to be sentenced Tuesday for lying to the FBI about his contacts with Russia.

It is up to U.S. District Judge Emmet Sullivan to decide whether Flynn goes to prison, but special counsel Robert Mueller has said the sentence should not include imprisonment based on Flynn's "substantial" cooperation with prosecutors.

Mueller is investigating Russia's interference with the 2016 U.S. election and possible collusion between Russia and President Donald Trump's campaign.

Flynn, a former Army general and head of the Defense Intelligence Agency, served as Trump's first national security adviser. But he resigned after one month when news surfaced that he had lied to administration officials about his talks with then-Russian Ambassador to the U.S. Sergey Kislyak during the transition period between election day and Trump's inauguration.

Flynn had drawn investigators' scrutiny before he ran afoul of the FBI in January 2017. While serving as an adviser to the Trump campaign in 2016, he lobbied for a Dutch company linked to the Turkish government without registering as a foreign agent.

Flynn began cooperating with the special counsel after pleading guilty to lying to federal agents about his conversations with Kislyak. He became the first of five former Trump associates who have entered guilty pleas with the special counsel's office.

ອະດີດຜູ້ອຳນວຍການອົງການສັນຕິບານກາງ ຫຼື FBI ທ່ານແຈມສ໌ ໂຄມີ ກ່າວ ຕໍ່ພວກນັກຂ່າວ ໃນລັດຖະສະພາ, 17 ທັນວາ 2018.
ອະດີດຜູ້ອຳນວຍການອົງການສັນຕິບານກາງ ຫຼື FBI ທ່ານແຈມສ໌ ໂຄມີ ກ່າວ ຕໍ່ພວກນັກຂ່າວ ໃນລັດຖະສະພາ, 17 ທັນວາ 2018.

XS
SM
MD
LG