ການປູກຢາງພາລາໃນລາວໃນທົດສະວັດຜ່ານມານີ້ໄດ້ຮັບແຮງກະຕຸ້ນຈາກ ຄວາມຕ້ອງການຈາກຕະຫລາດຢາງພາລາ ໂດຍສະເພາະແມ່ນຕະຫລາດຈີນ ແຕ່ສໍາລັບຊາວກະສິກອນລາວ ເຫັນວ່າລາຍຮັບຈາກການຂາຍຢາງພາລາຍັງ ບໍ່ໝັ້ນຄົງ ເນື່ອງຈາກການເໜັງຕີງຂອງລາຄາຢາງດິບໃນຕະຫລາດສົ່ງອອກ, ໄຊຈະເລີນສຸກ, ນັກຂ່າວຂອງພວກເຮົາ ມີລາຍງານກ່ຽວກັບເລື້ອງ ນີ້ມາສະເໜີ ທ່ານໃນອັນດັບຕໍ່ໄປ.
ການປູກຢາງພາລາຢູ່ໃນລາວນັ້ນໄດ້ຖືກແນະນໍາໃນຕົ້ນຊຸມປີ 1900 ໂດຍຝຣັ່ງ, ແຕ່ບໍ່ເຄີຍບັນລຸຜົນສໍາເລັດອັນຍິ່ງໃຫຍ່. ການຂະຫຍາຍຕົວຂອງຢາງພາລາ ໃນປັດຈຸບັນກໍາລັງຖືກກະຕຸ້ນຈາກຄວາມຕ້ອງການຂອງຕະຫຼາດຢາງພາລາ (ໂດຍສະເພາະແມ່ນຕະຫລາດຈີນ), ຄວາມສົນໃຈຂອງນັກລົງທຶນ ແລະນະໂຍບາຍຂອງລັດຖະບານ, ອີງຕາມການບົດລາຍງານຄົ້ນຄວ້າໃນປີ 2010 ຂອງ ສະຖາບັນກະສິກໍາປ່າໄມ້ ຮ່ວມກັບຫລາຍອົງການສາກົນ. ໂດຍທົ່ວໄປແລ້ວການ ປູກຢາງພາລາໃນລາວແມ່ນດໍາເນີນໄປຕາມສາມແບບຄື:
1. ການປູກຝັງສ່ວນບຸກຄົນ: ຊາວກະສິກອນໂດຍສະເພາະໃນພາກເຫນືອ ແລະພາກກາງແມ່ນປູກຢາງພາລາດ້ວຍຕົນເອງ.
2. ການປູກຕາມແບບສັນຍາພັນທະ ຫລື Contract Farming ໄດ້ຮັບການ ສົ່ງເສີມໂດຍສະເພາະແມ່ນໃນເຂດພາກເຫນືອ ແລະພາກກາງ.
3. ການສໍາປະທານ: ການສໍາປະທານຂະຫນາດໃຫຍ່ໂດຍນັກລົງທຶນຕ່າງປະເທດ ຊຶ່ງສ່ວນຫຼາຍແມ່ນຢູ່ເຂດພາກໃຕ້.
ແຕ່ຢ່າງໃດກໍຕາມການປູກຢາງພາລາໃນລາວ ຍັງບໍ່ຍືນຍົງ ໂດຍສະເພາະແມ່ນ ການປູກໂດຍຜູ້ລົງທຶນຂະໜາດນ້ອຍ ທີ່ພົບຂໍ້ຫຍຸ້ງຍາກຫລາຍຢ່າງເຊັ່ນຊຶ່ງເຫັນ
ໄດ້ຈາກຄໍາເຫັນຂອງຜູ້ລົງທຶນປູກຢາງພາລາແບບສ່ວນບຸກຄົນໃນເຂດຫີນເຫີບ, ແຂວງວຽງຈັນ ທ່ານນຶ່ງ ຊຶ່ງທ່ານກ່າວດັ່ງນີ້:
(ຊາວສວນຜູ້ປູກຢາງພະລາເຂດເມືອງຫີນເຫີບ-ຄວາມລໍາບາກ)
“ກະສິ້ນເປືອງຫລາຍເຕີບຫັ້ນລະ ພວກບໍ່ເຄີຍເຮັດນີ້ໂອ້ຍ ຊິໄດ້ຊໍ່ານີ້ ລໍາບາກ ຊໍ່າໃດ. ໂອ້ຍເຂົາຢູ່ແຖວໃຕ້ເຂົາປູກແຕ່ກີ້ແຕ່ກອນ ແຕ່ສະໄໝຝຣັ່ງຫັ້ນລະ ໄມ້ ໃຫຍ່ໆພຸ້ນແຫລະ ໄມ້ເປັນຂອນໃຫຍ່ ເຂົາກໍານົດແທ້ໆວ່າ ບໍ່ເກີນ 50 ປີ”.
ທ່ານບອກອີກວ່າ ການມີຄວາມຮູ້ໃນການຈັດການໃນເລື້ອງປູກຕົ້ນຢາງພາລາ ແລະ ຂາດເຊື້ອພັນທີ່ດີ ເມື່ອປະກອບກັບດ້ານອື່ນໆ ແລ້ວແມ່ນບໍ່ງ່າຍ ເລີຍທີ່ຈະຂະຫຍາຍໂຕໄດ້ໃນການປູກຢາງພາລານີ້.
ນອກຈາກນັ້ນ ຊາວສວນທີ່ລົງທຶນປູກຢາງພາລາຂະໜາດນ້ອຍຍັງຂາດຄວາມຮູ້ ກ່ຽວກັບລາຄາຢາງດິບ ໃນຕະຫລາດຕ່າງປະເທດ ແລະກໍບໍ່ມີເຄືອຂ່າຍທີ່ເຊື່ອມ ຕໍ່ກັບຕະຫລາດສາກົນໄດ້ອີກດ້ວຍ ດັ່ງການໃຫ້ສໍາພາດຂອງຊາວສວນອີກທ່ານນຶ່ງ ທີ່ຢູ່ໃນເຂດຫີນເຫີບເຊັ່ນກັນວ່າ :
(ຊາວສວນຜູ້ປູກຢາງພະລາເຂດເມືອງຫີນເຫີບ-ກ່າວດີໃຈ)
“ປີກາຍປີກ່ອນລາຄາຕົກຕໍ່າຫລາຍໂອ້ຍ ປີນີ້ເຮົາກະດີໃຈວ່າ ເຮົາເຮັດໄດ້ ແລ້ວ”.
ສຳລັບຊາວສວນຢູ່ບ້ານຫົວຊຽງໃນເຂດນອກຂອງນະຄອນຫລວງວຽງຈັນ ກໍເວົ້າເຊັ່ນກັນວ່າ ການຂາຍແມ່ນຜ່ານພໍ່ຄ້າຄົນກາງເພາະເຂົາເຈົ້າບໍ່ສາມາດຕິດຕໍ່ກັບຜູ້ຊື້ໂດຍກົງທີ່ຕະຫລາດຈີນໄດ້ ຊຶ່ງທ່ານເວົ້າສູ່ຟັງວ່າ:
(ຊາວສວນຜູ້ປູກຢາງພາລາເຂດບ້ານຫົວຊຽງ km22)
“ປູກເຈັດພັນ ສິບປາຍເຮັກຕາ ຮ້ວຍເກືອບສິບປີລະໄດ໋ ພວກເຂົາມາຊື້ເລີຍ ພໍ່ຄ້າຄົນກາງ ສໍາຄັນແມ່ນລາຄາດີກະຂາຍ”.
ຄໍາເຫັນຂອງເຂົາເຈົ້າແມ່ນສອດຄ່ອງກັບຜົນການຄົ້ນຄວ້າຂອງອົງການຊ່ວຍ ເຫລືອລັດຖະບານອອສເຕຣເລຍ ແລະກະຊວງກະສິກໍາປ່າໄມ້ ທີ່ພິມເຜີຍແຜ່ໃນ ເດືອນມິຖຸນາ, 2020 ຊຶ່ງພໍສະຫລຸບຂໍ້ຫຍຸ້ງຍາກຫລັກໆໄດ້ດັ່ງນີ້:
1. ນະໂຍບາຍກ່ຽວກັບຂະແໜງຢາງພາລາໃນລາວຍັງບໍ່ຈະແຈ້ງ, ຍ້ອນມີການ ໂຈະການໃຫ້ສຳປະທານປູກຢາງພາລາຢ່າງຫລວງຫລາຍ.
2. ຄວາມສັບສົນໃນດ້ານການບໍລິຫານພາຍໃນ ແລະ ລະຫວ່າງກະຊວງ ແລະ ອົງການຕ່າງໆຂອງລັດ ຊຶ່ງສ້າງຄວາມບໍ່ແນ່ນອນໃຫ້ແກ່ນັກລົງທຶນ.
3. ຢາງພາລາໄດ້ປູກໂດຍຊາວກະສິກອນ ໂດຍຜ່ານສັນຍາລະຫວ່າງຊາວ ກະສິກອນກັບບໍລິສັດ ຊຶ່ງຢູ່ພາຍໃຕ້ການໃຫ້ສໍາປະທານຈາກລັດຖະບານ ໃນນັ້ນບໍລິສັດຕ່າງໆ ໄດ້ຮັບສຳປະທານ 210,700 ກວ່າເຮັກຕາ ແຕ່ກໍປູກໄດ້ພຽງ 128.800 ເຮັກຕາເທົ່ານັ້ນ ແລະຂໍ້ມູນລະອຽດກ່ຽວກັບການລົງທຶນ ເຫຼົ່ານີ້ ມີຄວາມຈຳກັດຊຶ່ງເປັນການຍາກໃນການວາງແຜນຍຸດທະສາດໃນໄລຍະຍາວຂອງຂະແໜງການນີ້ໄດ້.
4. ຕະຫຼາດຢາງພາລາແມ່ນມີການເໜັງຕີງຫລາຍ ຈຶ່ງເປັນການຍາກທີ່ຈະນໍາ ລາຍຮັບອັນໝັ້ນຄົງມາໃຫ້ຊາວກະສິກອນປູກຢາງໄດ້.
ແຕ່ຢ່າງໃດກໍຕາມລາຍງານນີ້ ຍັງໃຫ້ຂໍ້ສັງເກດອີກວ່າ:
1. ຢາງພາລາໄດ້ປູກຢູ່ລາວ ແຕ່ເໜືອຕະຫລອດໃຕ້, ແຕ່ວ່າສ່ວນໃຫຍ່ແມ່ນ ຢູ່ໃນພາກເໜືອ ແລະເປັນການລົງທຶນໂດຍຊາວກະສິກອນຂະໜາດນ້ອຍ ແລະ ສັນຍາຈ້າງ ໃນຂະນະທີ່ການລົງທຶນໃນພາກກາງ ແລະພາກໃຕ້ ແມ່ນອີງໃສ່ ການສໍາປະທານທີ່ປູກໃນເນື້ອທີ່ຂະໜາດໃຫຍ່. ນັກລົງທຶນຕ່າງປະເທດຕົ້ນຕໍ ແມ່ນມາຈາກຈີນ ແລະຫວຽດນາມ.
2. ປະມານ 44 ເປີເຊັນຂອງເນື້ອທີ່ປູກຢາງພາລາແມ່ນມີລໍາຕົ້ນໄມ້ ທີ່ແກ່ພໍ ທີ່ຈະເກັບກ່ຽວເອົາຢາງທໍາມະຊາດໄດ້ແລ້ວ ແລະຢາງພາລາເປັນອຸດສາຫະກຳ ທີ່ມີຄວາມສຳຄັນທາງດ້ານເສດຖະກິດ-ສັງຄົມທັງໃນລະດັບຊາດ ແລະ ທ້ອງຖິ່ນ ເພາະນອກຈາກການຂາຍຢາງທໍາມະຊາດແລ້ວ ຊາວສວນຍັງສາມາດ ຂາຍໄມ້ຢາງພາລາທີ່ແກ່ອີກດ້ວຍ. ຄວາມຕ້ອງການຂອງຕະຫຼາດຜະລິດຕະພັນໄມ້ຢາງພາລາເພີ່ມຂຶ້ນຢ່າງຫຼວງຫຼາຍ.
ສ່ວນການສົ່ງອອກຢາງພາລານັ້ນແມ່ນມີທ່າອ່ຽງເພີ້ມຂຶ້ນໃນຊຸມປີມໍ່ໆມານີ້ ຊຶ່ງກໍຄື ໃນ ປີ 2020 ແມ່ນ 700 ໂຕນ ແລະມູນຄ່າ 910 ລ້ານກີບ. ການສົ່ງ ອອກໃນທ້າຍ ປີ 2021 ແມ່ນເພີ້ມຂຶ້ນເປັນ 1,170 ໂຕນ ໂດຍມີມູນຄ່າ 7 ຕື້ 600 ລ້ານກີບ.
ສະຫລຸບແລ້ວ ໃນລາວທີ່ມີປະຊາກອນສ່ວນໃຫຍ່ເປັນຊາວນາ, ຊາວສວນນັ້ນ ມັນອາດຈະເປັນການຍອມຮັບໄດ້ ໃນດ້ານເສດຖະກິດ, ສັງຄົມ ແລະສະພາບ ແວດລ້ອມ. ການສົ່ງອອກຢາງພາລາໄປຕ່າງປະເທດກໍເລີ້ມມີທ່າອ່ຽງເພີ້ມຂຶ້ນ ໃນສອງປີຜ່ານມານີ້ ແຕ່ການພັດທະນາການປູກຢາງພາລາຂະໜາດນ້ອຍຢູ່ໃນ ລາວນັ້ນ ກໍຍັງພົບຂໍ້ຫຍຸ້ງຍາກຫລາຍດ້ານຢູ່.