ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ນັກວິທະຍາສາດ ພາກັນປະທ້ວງ ຢູ່ ວໍຊິງຕັນ ແລະ 200 ກວ່າເມືອງ ໃນທົ່ວໂລກ


ຄົນຜູ້ນຶ່ງຖືປ້າຍທີ່ອ່ານວ່າ ໃຫ້ທຶນຄົ້ນຄວ້າ ສຳລັບການປ່ຽນແປງ ຂອງດິນຟ້າອາກາດ ລະຫວ່າງການປະທ້ວງ ທີ່ນະຄອນຫຼວງ ວໍຊິງຕັນ ວັນທີ 22 ເມສາ 2017.

ພວກ​ນັກວິທະຍາສາດ ຈະ​ພາກັນ​ອອກ​ຈາກ​ຫ້ອງ​ທົດ​ລອງ​ເຂົາ​ເຈົ້າ ​ແລະ​ພາກັນ​ເດີນ​ຂະ
​ບວນ​ຢູ່​ນະຄອນຫຼວງ​ວຊໍ​ງຕັນ ​ແລະ​ອີກ​ກວ່າ 200 ​ຫົວ​ເມືອງ ຢູ່ໃນ​ທົ່ວ​ໂລກ ​ໃນ​ວັນ​ເສົາ
​ມື້​ນີ້ ເພື່ອປະ​ທ້ວງ​ນະ​ໂຍບາຍຂອງ​ລັດຖະບານກ່ຽວກັບ​ບັນຫາ ຕ່າງໆ​ ນັບແຕ່ການ​ປ່ຽນ​
ແປງ​ຂອງດິນ​ຟ້າ​ອາກາດ​ໄປ​ຫາ​ຄວາມ​ຮຸນ​ແຮງທີ່ໃຊ້​ປືນ ທີ່​ເຂົາ​ເຈົ້າ​ກ່າວວ່າ ​ບໍ່ໃຫ້ຄວາມ
ສຳຄັນຕໍ່​ຫລັກ​ຖານທາງ​ດ້ານ​ວິທະຍາສາດ​ນັ້ນ.

​ການເດີນຂະບວນດັ່ງກ່າວ ມີຂຶ້ນ​ນຶ່ງ​ປີ ຫຼັງຈາກ​ການ​ເດີນ​ຂະ​ບວນ​ເພື່ອ​ວິທະຍາສາດເທື່ອ
ທຳອິດ ສາມ​ເດືອນ​ລຸນຫຼັງທີ່ລັດຖະບານ​ປະທານາທິບໍດີ​ດໍໂນລ ທຣໍາໄດ້ເຂົ້າກຳອຳນາດ
​ເວລາ​ບັນດາ​ນັກ​ຄົ້ນ​ຄວ້າມີຄວາມຢ້ານ​ກົວ​ວ່າ ວິທະຍາສາດ​ອາດຈະຖືກ​ປັດ​ປ່າຍ​ໄວ້​ຢູ່​
ທາງ​ຂ້າງ​ໃນຄວາ​ມກະຕືລືລົ້ນ​ໃໝ່​ຂອງ​ປະທານາທິບໍດີ ທີ່​ຈະ​ລົບ​ລ້າງ​ກົດ​ລະບຽບ​ຕ່າງໆ
ຂອງ​ລັດຖະບານ.

Rough Year in Science Policy Brings Researchers Back to March
please wait

No media source currently available

0:00 0:02:27 0:00

​ທ່ານ​ຄຣິສ ຊາບາ ​ທີ່​ໄດ້​ອອກກິນເບ້ຍບຳນານ​ໃນ​ເດືອນ​ກຸມພາ​ທີ່​ຜ່າ​ນມານີ້ ຈາກຕຳ
ແໜ່ງ ​ຫົວໜ້າຄະນະກຳມະການ ສະພາວິທະຍາສາດ ຂອງອົງການປົກ​ປ້ອງ​ສິ່ງ​ແວດ
​ລ້ອມ ກ່າວ​ວ່າ ປີ​ນີ້ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ຄວາມ​ຢ້ານ​ກົວ​ທີ່​ສຸດຂອງພວກ​ເຮົາແມ່ນໄດ້
ກາຍ​ມາ​ເປັນຄວາມ​ຈິງ.” ບັນດາ​ຄະນະ​ກຳມະການ​ເຫລົ່າ​ນັ້ນ​ ໄດ້​ຊັ່ງ ຊາ​ເບິ່ງຫລັກ​
ຖານ​ເພື່ອເຮັດ​ການ​ຕັດສິນ​ໃຈ​ກ່ຽວກັບກົດ​ລະບຽບ​ຕ່າງໆໃນດ້ານ​ສິ່ງ​ ແວດ​ລ້ອມຂອງ​ລັດຖະບານ.ໃນເດືອນ​ຕຸລາ​ປີ​ແລ້ວ​ນີ້ ຫົວໜ້າອົງການຄຸ້ມຄອງ​ສິ່ງ​ແວດ​ລ້ອມ ຫຼື EPA
ທ່ານສະກັອດ ພຣູອິຕ ​ໄດ້​ອອກ​ຄຳສັ່ງ ໃຫ້​ປ່ຽນ​ແປງ​ກົດ​ລະບຽບ​ ຄຸ້ມຄອງ​ສະມາຊິກ​
ຂອງບັນດາ​ກຳມະການ​ເຫລົ່າ​ນັ້ນ.

ການສັນຈອນລົດຕິດຢູ່ຖະໜົນຮາຍເວ 50 ໃນຕອນເຊົ້າມືດ ຢູ່ທີເມືອງອາກລິງຕັນ ພາກເໜືອຂອງລັດເວີເຈີເນຍ ວັນທີ 30 ກຸມພາ.
ການສັນຈອນລົດຕິດຢູ່ຖະໜົນຮາຍເວ 50 ໃນຕອນເຊົ້າມືດ ຢູ່ທີເມືອງອາກລິງຕັນ ພາກເໜືອຂອງລັດເວີເຈີເນຍ ວັນທີ 30 ກຸມພາ.

ທ່ານ​ພຣູອິຕ ​ໄດ້​ຫ້າມບໍ່ໃຫ້​ບັນດາ​ນັກ​ຄົ້ນຄວ້າ ​ທີ່​ໄດ້​ຮັບ​ທຶນຈາກອົງການ EPA. ທ່ານ​
ກ່າວ​ວ່າ ​ທຶນຂອງ​ອົງການ​ອາດ​ຈະຖືກນຳໄປໃຊ້ ຜິດກັບ​ຈຸດປະສົງ​ຂອງ​ມັນ.

ທ່ານ​ພຣູອິຕ ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ວ່າ “ບໍ່​ວ່າ​ວິທະຍາສາດແບບໃດກໍຕາມ ຈະ​ອອກ​
ມາ​ຈາກອົງການ EPA ກໍບໍ່​ຄວນ​ທີ່​ຈະ​ເປັນ ວິທະຍາສາດການ​ເມືອງ. ນັບ​ແຕ່​ມື້​ນີ້​ໄປ​
ໜ້າ ບັນດາ​ສະມາຊິກ​ ກຳມະການ​ທີ່​ປຶກສາ ຂອງອົງການ EPA ຈະ ເປັນອິດສະຫຼະ​ທາງດ້ານການເງິນ ຈາກ​ອົງການ EPA.

ໂຮງງານຖ່ານຫິນດັງໄຟ ທີ່ເປັນນຶ່ງຂອງບໍລິສັດ ທີ່ຜປ່ອຍເຊື້ອຄາບອນອອກ ຢູ່ເມືອງຈູລຽດ ລັດຈອດເຈຍ.
ໂຮງງານຖ່ານຫິນດັງໄຟ ທີ່ເປັນນຶ່ງຂອງບໍລິສັດ ທີ່ຜປ່ອຍເຊື້ອຄາບອນອອກ ຢູ່ເມືອງຈູລຽດ ລັດຈອດເຈຍ.

ທ່ານ​ຊາບາ ກ່າວ​ວ່າ ແຕ່​ພວກ​ນັກວິທະຍາສາດ​ທີ່​ໄດ້​ຮັບ​ທຶນຈາກ​ອຸດສາ​ຫະກຳຕ່າງໆ
ທີ່ອົງການ EPA ບໍ່ໄດ້ຄຸ້ມຄອງນັ້ນ ແມ່ນ​ບໍ່​ໄດ້​ຢູ່​ໃນມາດຕະຖານດຽວ​ກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG