ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລມຕ ການຄ້າ ສຫລ ພົບປະ ກັບ ຮອງນາຍົກ ລັດຖະມົນຕີ ຂອງຈີນ ທ່ານລິວ ຮີ້


US China Ross 1st UPD
please wait
Embed

No media source currently available

0:00 0:01:31 0:00

ລັດຖະມົນຕີ ກະຊວງການຄ້າ ສະຫະລັດ ທ່ານ ວີລເບີຣ ຣັອສ ແລະ ຮອງນາຍົກລັດຖະ
ມົນຕີ ຂອງຈີນ ທ່ານ ລິວ ຮີ້ (Liu He) ໄດ້ເລີ້ມຕົ້ນ ການເຈລະຈາຮອບໃໝ່ ຢູ່ປັກກິ່ງ
ໃນວັນອາທິດມື້ນີ້ ເພື່ອແນໃສ່ ການຕົກລົງກັນ ກ່ຽວກັບບັນຫາຂັດແຍ້ງດ້ານການຄ້າ
ທີ່ກຳລັງປັ່ນປ່ວນຢູ່.

ບໍ່ມີລາຍລະອຽດໃດໆ ທີ່ໄດ້ໃຫ້ມາ ກ່ຽວກັບການເຈລະຈາ ທີ່ ບ້ານພັກແຂກເມືອງ
ດຽວຢູໄຕ ຂອງທາງການຈີນ ແຕ່ບັນດາທູດພິເສດຂອງຈີນ ໄດ້ໃຫ້ຄຳໝັ້ນສັນຍາ ຫຼັງ
ຈາກ ການພົບປະລະດັບສູງຄັ້ງສຸດທ້າຍ ໃນວໍຊິງຕັນ ເມື່ອກາງເດືອນພຶດສະພາ ຜ່ານ
ມາແລ້ວ ວ່າຈະຊື້ສິນຄ້າກະສິກຳ ແລະຜະລິດຕະພັນ ດ້ານພະລັງງານ ຂອງອາເມຣິກາ
ຫຼາຍຂຶ້ນ.

ທ່ານ ຣັອສ ໄດ້ເດີນທາງໄປພ້ອມໆກັບ ບັນດາເຈົ້າໜ້າທີ່ຈາກກະຊວງກະສິກຳ ກະຊວງ
ການເງິນ ແລະ ກະຊວງການຄ້າ.

ຄະນະຜູ້ແທນ ຂອງທ່ານ ລິວ ປະກອບດ້ວຍ ຜູ້ປົກຄອງທະນາຄານກາງຂອງຈີນ ແລະ
ລັດຖະມົນຕີການຄ້າ.

ບໍ່ມີຂໍ້ສັງເກດໃດເລີຍວ່າ ການເຈລະຈາດັ່ງກ່າວ ຈະນຳເອົາເລື້ອງຂອງການທີ່ອາເມຣິກາ
ຈົ່ມວ່າ ປັກກິ່ງ ລັກຂະໂມຍ ຫຼື ກົດດັນ ພວກບໍລິສັດຕ່າງປະເທດ ຂຶ້ນມາ ຫຼືບໍ່.

ສ່ວນປະທານາທິບໍດີ ດໍໂນລ ທຣຳ ກໍຂົ່ມຂູ່ວ່າ ຈະຍົກພາສີຂຶ້ນຕື່ມ ໃນມູນຄ່າເຖິງ 150 ຕື້
ໂດລາ ຕໍ່ສິນຄ້ານຳເຂົ້າຂອງຈີນ.

ທຳນຽບຂາວ ຟື້ນຟູການຂົ່ມຂູ່ຄັ້ງໃໝ່ ເມື່ອສັບປະດາແລ້ວນີ້ ໃນການຍົກພາສີຂຶ້ນ ມູນຄ່າ
ເຖິງ 50 ຕື້ໂດລາ ຕໍ່ສິນຄ້າທີ່ກ່ຽວຂ້ອງ ກັບເທັກໂນໂລຈີຂອງຈີນ ຍ້ອນການຂັດແຍ້ງ
ດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

U.S. Commerce Secretary Wilbur Ross and Chinese Deputy Prime Minister Liu He began a new round of talks in Beijing on Sunday aimed at settling a simmering trade dispute.

No detail has been given about the talks at the Diaoyutai State Guesthouse, but Chinese envoys promised after the last high-level meeting in Washington in mid-May to buy more American farm goods and energy products.

Ross was accompanied by agricultural, treasury and trade officials.

Liu's delegation included China's central bank governor and commerce minister.

There was no indication whether the talks also would take up American complaints that Beijing steals or pressures foreign companies.

President Donald Trump is threatening to hike duties on up to $150 billion of Chinese imports.

The White House renewed a threat last week to hike duties on $50 billion of Chinese technology-related goods over that dispute.

XS
SM
MD
LG