ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ສປຊ ຮຽກຮ້ອງໃຫ້ ມອບສິດສິດ ພື້ນຖານ ການ ເປັນພົນລະເມືອງ ໃຫ້ແກ່ຄົນ ທີ່ບໍ່ມີປະເທດ


ອົບພະຍົບຊາວໂຣຮິງຢາ ທີ່ເດີນທາງໂດຍທາງເຮືອຈາກມຽນມາ ທີ່ຫລົ້ມຢູ່ໃກ້ຫາດຊາຍ Bailakhali, ຢູ່ໃກ້ກັບເຂດ Bazar ຂອງແຂວງ Cox ບັງກລາແດັສ ກໍາລັງລໍຖ້າໃຫ້ຄົນມາຮັບໄປຫາສູນອົບພະຍົບ ແຫ່ງນຶ່ງ ໃນວັນທີ 31 ຕຸລາ 2017 ທີ່ຜ່ານມານີ້.
ອົບພະຍົບຊາວໂຣຮິງຢາ ທີ່ເດີນທາງໂດຍທາງເຮືອຈາກມຽນມາ ທີ່ຫລົ້ມຢູ່ໃກ້ຫາດຊາຍ Bailakhali, ຢູ່ໃກ້ກັບເຂດ Bazar ຂອງແຂວງ Cox ບັງກລາແດັສ ກໍາລັງລໍຖ້າໃຫ້ຄົນມາຮັບໄປຫາສູນອົບພະຍົບ ແຫ່ງນຶ່ງ ໃນວັນທີ 31 ຕຸລາ 2017 ທີ່ຜ່ານມານີ້.

ອົງການອົບພະຍົບຂອງສະຫະປະຊາຊາດ ກໍາລັງຮຽກຮ້ອງໃຫ້ລັດຖະບານປະເທດ
ຕ່າງໆ ອະນຸດມັດສິດພື້ນຖານ ໃນການເປັນພົນລະເມືອງໃຫ້ແກ່ຄົນທີ່ບໍ່ມີປະເທດ
ຫລາຍໆລ້ານຄົນ ທີ່ທົນທຸກຕໍ່ການຖືກຈໍາແນກ, ກີດກັນ ແລະຂົ່ມເຫັງຢູ່ນັ້ນ.

ອົງການຂ້າຫລວງໃຫຍ່ສະຫະປະຊາຊາດວ່າດ້ວຍອົບພະຍົບ ຫລື UNHCR ກໍາ
ລັງທໍາການຮຽກຮ້ອງດັ່ງກ່າວຢູ່ ໃນງານສະຫລອງຄັ້ງທີສາມ ຂອງວັນຄົບຮອບ
ການປຸກລະດົມໃນລະດັບໂລກທີ່ມີໄລຍະເວລາ 10 ປີ ເພື່ອປ້ອງກັນ, ຫລຸດ
ຜ່ອນ ແລະລົບລ້າງການທີ່ບໍ່ມີປະເທດໃຫ້ໝົດໄປ.

ອົງການອົບພະຍົບຂອງສະຫະປະຊາຊາດ ລາຍງານວ່າ ມີຄົນທີ່ບໍ່ມີປະເທດຫລາຍ
ກວ່າ 3 ລ້ານຄົນໃນທົ່ວໂລກໂດຍທີ່ 75 ເປີເຊັນຂອງຈໍານວນນັ້ນແມ່ນເປັນພວກຊົນ
ກຸ່ມນ້ອຍ. ການ ປຸກລະດົມພາຍໃຕ້ຄໍາຂວັນທີ່ວ່າ "IBelong" ຫລື “ຂ້ອຍຂຶ້ນກັບ” ຂອງອົງການດັ່ງກ່າວເພື່ອຢຸດຕິການຂາດປະເທດຢູ່ຂອງຄົນນັ້ນ ແມ່ນເນັ້ນໃຫ້ເຫັນ
ຄວາມເປັນຈິງທີ່ວ່າ ຄົນກຸ່ມນີ້ ບໍ່ໄດ້ຂຶ້ນກັບບ່ອນໃດໝົດ.

ທ່ານນາງ Carol Batchelor ທີ່ເປັນຫົວໜ້າພະແນກໃຫ້ການປົກປ້ອງສາກົນຂອງ
ອົງການ UNHCR ເວົ້າວ່າ ພວກຄົນບໍ່ມີປະເທດ ແມ່ນນອນຢູ່ໃນຈໍານວນຄົນທີ່
ສູນເສຍຫລາຍທີ່ສຸດ. ທ່ານນາງກ່າວວ່າ "ຖ້າເຮົາຫາກດໍາລົງຊີວິດຢູ່ໃນໂລກໂດຍ
ບໍ່ມີສັນຊາດ ກໍຄືວ່າເຮົາບໍ່ມີຄວາມເປັນຕົວຕົນ. ເຮົາບໍ່ມີເອກະສານໃດໆ. ເຮົາບໍ່ມີສິດ
ແລະບໍ່ໄດ້ຮັບສິດ ທີ່ພວກເຮົາມອງຂ້າມທີ່ມາກັບມັນນັ້ນ, ບໍ່ມີສິດແມ່ນແຕ່ຈະມາ
ເຕົ້າໂຮມກັນຢູ່ບ່ອນໜີ້ໃນມື້ນີ້, ບໍ່ມີສິດປະກອບອາ ຊີບວຽກງານ, ບໍ່ມີສິດໄດ້ຮັບ
ການສຶກສາ, ບໍ່ຮູ້ໄດ້ວ່າ ລູກຂອງທ່ານ ຂຶ້ນກັບບ່ອນໃດ ບ່ອນນຶ່ງ."

ມີຄວາມກ້າວໜ້າໃນດ້ານການຫລຸດຜ່ອນການຂາດປະເທດຢູ່ ນັບຕັ້ງແຕ່ມີການ
ປຸກລະດົມພາຍໃຕ້ຄໍາຂວັນ "IBelong" ໄດ້ເລີ້ມຕົ້ນຂຶ້ນໃນສາມປີກ່ອນນັ້ນ. ຄົນທີ່ບໍ່ມີປະເທດຢູ່ຫລາຍພັນຄົນໄດ້ຮັບສັນຊາດຢູ່ໃນຫລາຍບ່ອນ ເຊັ່ນ ໄທ,
ເຂດເອເຊຍກາງ, ຣັດເຊຍ, ເຄນຢາ ແລະເຂດຕາເວັນຕົກຂອງທະວີບອາຟຣິກາ ແຕ່ວ່າພາລະກິດອັນນີ້ຍັງອີກໄກທີ່ຈະຈົບລົງໄດ້.

ຊາວໂຣຮິງຢາ ແມ່ນຕົວຢ່າງຂອງຊົນກຸ່ມນ້ອຍທີ່ຂາດປະເທດ ທີ່ມີຈໍານວນຫລາຍ
ທີ່ສຸດໃນໂລກ. ເຖິງແມ່ນວ່າພວກເຂົາເຈົ້າໄດ້ດໍາລົງຊີວິດຢູ່ມຽນມາໄດ້ຫລາຍຮຸ້ນ
ຄົນແລ້ວກໍຕາມ ແຕ່ລັດຖະບານບໍ່ໄດ້ຮັບຮູ້ວ່າ ເຂົາເຈົ້າເປັນພົນລະເມືອງຂອງປະ
ເທດນັ້ນເລີຍ. ເຂົາເຈົ້າຖືກບັງຄັບໃຫ້ຢູ່ໃນສ່ວນເກີນຂອງສັງຄົມ ແລະຖືກປະຕິ
ເສດບໍ່ໃຫ້ໄດ້ຮັບສິດພື້ນຖານທີ່ສຸດ ທີ່ຄົນສັນຊາດ ມຽນມາມີ. ຊາວໂຣຮິງຢາ ຫລາຍພັນຄົນໄດ້ຫລົບໜີຈາກການກໍ່ຄວາມຮຸນແຮງ ແລະຂົ່ມເຫັງ ໄປຢູ່ໃນບັງ
ກລາແດັສ ທີ່ເປັນປະເທດໃກ້ຄຽງນັ້ນ.

ອົງການ UNHCR ຂໍໃຫ້ທຸກປະເທດອໍານວຍຄວາມສະດວກໃນການໃຫ້ສັນຊາດ
ແກ່ພວກກຸ່ມຊົນເຜົ່າສ່ວນນ້ອຍທີ່ຂາດປະເທດ ທີ່ມີເງື່ອນໄຂໃດນຶ່ງຄົບຖ້ວນຕາມ
ຂໍ້ກໍານົດໃນການເປັນຄົນຢູ່ອາໄສໃນປະເທດນັ້ນໆ, ເອົາສັນຊາດໃຫ້ແກ່ລູກເຂົາ
ເຈົ້າທີ່ເກີດໃນປະເທດນັ້ນໆ ແລະລົບລ້າງກົດໝາຍ ແລະການປະຕິບັດ ທີ່ມີການ
ຈໍາແນກຕໍ່ຄົນ ໂດຍອີງຕາມຊົນຊາດ ແລະຊົນເຜົ່າຂອງເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG