ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນຶ່ງປີ ພາຍຫຼັງທີ່ ຊາວໂຣຮິງຢາ ອົບພະຍົບ ໄປຢູ່ ບັງກລາແດັສ ເຂົາເຈົ້າ ຍັງເວົ້າວ່າ ມຽນມາ ບໍ່ປອດໄພ ທີ່ຈະກັບຄືນໄປຢູ່


ເດັກຊາຍອົບພະຍົບຊາວມຸສລິມໂຣຮິງຢາຄົນນຶ່ງຍ່າງອອກໄປ ພາຍຫລັງທີ່ໄດ້ຮັບຊີ້ນ ຈາກສູນບໍລິຈາກ ຢູ່ໃນສູນ ອົບພະຍົບ ບາລູຄາລີໃນ ເມືອງຄອກສ໌
ບາຊາ (Cox's Bazar), ປະເທດບັງກລາແດັສ ໃນວັນທີ 23 ສິງຫາ, 2018.
ເດັກຊາຍອົບພະຍົບຊາວມຸສລິມໂຣຮິງຢາຄົນນຶ່ງຍ່າງອອກໄປ ພາຍຫລັງທີ່ໄດ້ຮັບຊີ້ນ ຈາກສູນບໍລິຈາກ ຢູ່ໃນສູນ ອົບພະຍົບ ບາລູຄາລີໃນ ເມືອງຄອກສ໌ ບາຊາ (Cox's Bazar), ປະເທດບັງກລາແດັສ ໃນວັນທີ 23 ສິງຫາ, 2018.

ນຶ່ງປີພາຍຫລັງທີ່ພວກຊົນກຸ່ມນ້ອຍຊາວມຸສລິມໂຣຮິງຢາ ຂອງມຽນມາ ຫລາຍສິບ
ພັນຄົນ ເລີ້ມພາກັນຫລົບໜີຈາກການປາບປາມຂອງທະຫານ ໄປຢູ່ບັງກລາແດັສ,
ປະເທດເພື່ອບ້ານນັ້ນ ລັດຖບະບານມຽນມາເວົ້າວ່າ ມັນປອດໄພເພື່ອໃຫ້ພວກເຂົາ
ເຈົ້າເລີ້ມກັບຄືນບ້ານໄດ້ແລ້ວ. ຫາກແຕ່ວ່າ ພວກນັກສັງເກດການບາງທ່ານ ແມ່ນບໍ່
ເຫັນພ້ອມກັບຄໍາເວົ້ານັ້ນ.

ພວກທີ່ລອດຊີວິດຈາກການຈຸດຢ້າວເຜົາເຮືອນໃຫ້ເປັນເທົ່າຖ່ານໃນເດືອນສິງຫາປີກາຍ
ນີ້ ເລົ່າເລື້ອງການກໍ່ອາດຊະຍາກໍາ ທີ່ເໜືອຄໍາພັນລະນາ ໃຫ້ພວກພະນັກ ງານຂອງອົງ
ການຊ່ວຍເຫລືອຢູ່ໃນບັງກລາແດສຟັງ ຊຶ່ງລວມທັງການທົນເບິ່ງຄົນທີ່ຕົນຮັກຖືກຂົ່ມຂືນ
ແລະຂ້າຕາຍຕໍ່ໜ້າຕໍ່ຕາ ແລະເຫັນບ້ານເຮືອນຂອງຕົນຖືກເຜົາຢ່າງຮາບຄາບ ແລະການ
ວາງລະເບີດຝັງດິນເພື່ອຂັດຂວາງບໍ່ໃຫ້ພວກເຂົາເຈົ້າກັບຄືນບ້ານໄດ້.

ພຽງແຕ່ໃນເດືອນທໍາອິດຂອງເຫດການເທົ່ານັ້ນ ມີຊາວໂຣຮິງຢາ 5 ແສນຄົນ ພາກັນ
ຫລົບໜີໄປຍັງບັງກລາແດັສ. ໃນສອງສາມເດືອນຕໍ່ມາກໍມີອີກ 2 ແສນຄົນຕາມໄປ.ຈົນ
ຮອດທຸກວັນນີ້ ພວກເຂົາເຈົ້າຍັງພາກັນອາໄສຢູ່ໃນສູນອົບພະຍົບຢູ່ໃນເມືອງຄອກສ໌
ບາຊາ (Cox's Bazar) ນັ້ນຢູ່ ຊຶ່ງເປັນສູນອົບພະຍົບ ທີ່ໃຫຍ່ທີ່ສຸດຂອງໂລກໃນປັດ
ຈຸບັນນີ້.

"ອັນນີ້ເປັນສິ່ງໃດ ສິ່ງນຶ່ງທີ່ພວກເຮົາບໍ່ສາມາດເອີ້ນວ່າອັນໃດໄດ້ອີກ ນອກເໜືອໄປ
ຈາກຈະເອີ້ນວ່າ ຂ້າລ້າງເຜົ່າພັນ," ນັ້ນຄືຄໍາເວົ້າຂອງທ່ານ ອາດາມາ ດຽງ (Adama
Dieng), ທີ່ປຶກສາພິເສດຂອງອົງການສະຫະປະຊາຊາດ ດ້ານການປ້ອງກັນບໍ່ໃຫ້ມີ
ການດັບສູນເຊື້ອຊາດ. ຄໍາເວົ້າຂອງທ່ານແມ່ນອີງຕາມຄໍາເວົ້າຂອງຫົວໜ້າຂອງທ່ານ ຊຶ່ງກໍຄືເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ແອນໂຕນິໂອ ກູເທແຣສ
(António Guterres) ແລະຂ້າຫລວງໃຫຍ່ດ້ານສິດ ທິມະນຸດ, ທ່ານ ຊີດ ຣາອາດ
ອາລ ຮຸສເຊນ (Zeid Ra'ad Al Hussein).

ເດັກນ້ອຍອົບພະຍົບຊາວໂຣຮິງຢາພາກັນເຕະບານຫລິ້ນຢູ່ໃນສູນອົບພະຍົບບາລູຄາລີ ໃນເມືອງຄອກສ໌ ບາຊາ ໃນວັນທີ 23 ສິງຫາ, 2018
ເດັກນ້ອຍອົບພະຍົບຊາວໂຣຮິງຢາພາກັນເຕະບານຫລິ້ນຢູ່ໃນສູນອົບພະຍົບບາລູຄາລີ ໃນເມືອງຄອກສ໌ ບາຊາ ໃນວັນທີ 23 ສິງຫາ, 2018

ທ່ານ ດຽງ ໄດ້ໄປຢ້າມຢຽມສູນອົບພະຍົບດັ່ງກ່າວ ໃນເດືອນມີນາຜ່ານມາ ຊຶ່ງທ່ານ
ໄດ້ເວົ້າວ່າ "ພາຍຫລັງທີ່ໄດ້ໄປຢ້ຽມຢາມບັງກລາແດັສ, ເວົ້າຢ່າງຊັດເຈນແທ້ໆ ກໍຄືໄປຢ້ຽມຢາມເມືອງຄອກສ໌ ບາຊາ (Cox's Bazar) ທີ່ຂ້າພະເຈົ້າໄດ້ພົບກັບ
ພວກອົບພະຍົບ, ຂ້າພະເຈົ້າກໍສະຫລຸບໄດ້ວ່າ ກໍລະນີຂອງພວກເຂົາເຈົ້າ, ຖ້າຫາກ
ມີການນໍາຂຶ້ນໄປດໍາເນີນຄະດີຢູ່ສານ ອາດຈະເວົ້າໄດ້ວ່າ ເປັນການກໍ່ອາດຊະຍາ
ກໍາດັບສູນເຊື້ອຊາດໄດ້."

ພວກຜູ້ຍິງອົບພະຍົບຊາວໂຣຮິງຢາພາກັນແຂນອູ່ໃຫ້ລູກນອນຢູ່ໃນຜາມຂອງເຂົາເຈົ້າຢູ່ໃນສູນ ອົບພະຍົບບາລູຄາລີໃນ ເມືອງຄອກສ໌ ບາຊາ, ປະເທດບັງກລາແດັສ ໃນວັນທີ 23 ສິງຫາ, 2018
ພວກຜູ້ຍິງອົບພະຍົບຊາວໂຣຮິງຢາພາກັນແຂນອູ່ໃຫ້ລູກນອນຢູ່ໃນຜາມຂອງເຂົາເຈົ້າຢູ່ໃນສູນ ອົບພະຍົບບາລູຄາລີໃນ ເມືອງຄອກສ໌ ບາຊາ, ປະເທດບັງກລາແດັສ ໃນວັນທີ 23 ສິງຫາ, 2018

ສ່ວນທາງເຈົ້າໜ້າທີ່ມຽນມາ ແມ່ນໄດ້ຄັດຄ້ານ ຕໍ່ການກ່າວຫານັ້ນ ຢ່າງແຮງ. ທ່ານ
ຮາວ ໂດ ຊວນ (Hau Do Suan) ເອກອັກຄະລັດຖະທູດມຽນມາກ່າວຕໍ່ວີໂອເອວ່າ
"ບໍ່ມີຫລັກຖານໃດໆທັງນັ້ນ ທີ່ສະແດງໃຫ້ເຫັນວ່າ ນີ້ເປັນການຂ້າລ້າງເຜົ່າພັນ, ຍັງ
ບໍ່ຕ້ອງເວົ້າເຖິງການດັບສູນເຊື້ອຊາດເລີຍ". ທ່ານກ່າວເພີ້ມວ່າ "ການຕັ້ງຊື່ໃຫ້ ແລະ
ການກ່າວຫາປະເພດນີ້ ຕ້ອງມີຫຼັກຖານອັນໜັກແໜ້ນ. ມັນຈະຕ້ອງມີຫລັກຖານ
ທາງກົດໝາຍນໍາອີກດ້ວຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG