ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໂຣສເຊັນສໄຕນ໌ ເອີ້ນຂໍ້ກ່າວຫາ ຂອງ ໜັງສືພິມ ນິວຢອກໄທມສ໌ 'ບໍ່ຖືກຕ້ອງ ແລະ ບໍ່ມີມູນຄວາມຈິງ'


ຮອງລັດຖະມົນຕີ ວ່າການກະຊວງຍຸຕິທຳ ທ່ານ ຣອດ ໂຣສເຊັນສໄຕນ໌, ກາງ, ກຳລັງຟັງບັນດາສະມາຊິກສະພາ ກ່າວຖະແຫລງ ໃນລະຫວ່າງ ການພິຈາລະນາ ຮັບຮອງເອົາ ທ່ານ ແບຣັດ ຄາແວນໍ ຜູ້ຖືກສະເໜີ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ໂດຍຄະນະກຳມະການຕຸລາການສະພາສູງ, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 4 ກັນຍາ 2018.
ຮອງລັດຖະມົນຕີ ວ່າການກະຊວງຍຸຕິທຳ ທ່ານ ຣອດ ໂຣສເຊັນສໄຕນ໌, ກາງ, ກຳລັງຟັງບັນດາສະມາຊິກສະພາ ກ່າວຖະແຫລງ ໃນລະຫວ່າງ ການພິຈາລະນາ ຮັບຮອງເອົາ ທ່ານ ແບຣັດ ຄາແວນໍ ຜູ້ຖືກສະເໜີ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ໂດຍຄະນະກຳມະການຕຸລາການສະພາສູງ, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 4 ກັນຍາ 2018.

ຮອງລັດຖະມົນຕີ ວ່າການກະຊວງຍຸຕິທຳ ທ່ານ ຣອດ ໂຣສເຊັນສໄຕນ໌ ໄດ້ປະຕິເສດ ຕໍ່
ຂໍ້ກ່າວຫາ ໂດຍໜັງສືພິມ The New York Times ທີ່ວ່າ ທ່ານ ໄດ້ສະເໜີແນະໃຫ້ບັນ
ທຶກສຽງຂອງປະທານາທິບໍດີດໍໂນລ ທຣຳ ແບບປິດລັບ ຫຼືວ່າ ທ່ານໄດ້ປຶກສາຫາລື ກ່ຽວ
​ກັບ​ການ​ຍົກ​ເອົາ ​ບົດ​ແກ້​ໄຂລັດຖະທຳມະນູນ​ຂໍ້ທີ 25 ຂຶ້ນມາ ເພື່ອທີ່ຈະປົດທ່ານ ທຣຳ
ອອກຈາກຕຳແໜ່ງ ໃນຖານະທີ່ບໍ່ມີຄວາມເໝາະສົມ ປົກຄອງປະເທດ.

ທ່ານ ໂຣສເຊັນສໄຕນ໌ ໄດ້ເປີດເຜີຍຖະແຫລງການສະບັບນຶ່ງ ໃນວັນສຸກວານນີ້ ທີ່ໄດ້
ກ່າວວ່າ “ບົດລາຍງານ ຂອງໜັງສືພິມ The New York Times ນັ້ນ ແມ່ນບໍ່ຖືກຕ້ອງ
ແລະບໍ່ມີມູນຄວາມຈິງ. ຂ້າພະເຈົ້າຈະບໍ່ໃຫ້ຄຳເຫັນຕື່ມອີກ ກ່ຽວກັບບົດລາຍງານ ທີ່
ອ້າງອີງໃສ່ແຫລ່ງຂ່າວທີ່ຂໍສະຫງວນຊື່ ຜູ້ທີ່ເຫັນໄດ້ຢ່າງຊັດເຈນວ່າ ມີຄວາມລຳອຽງ
ຕໍ່ກະຊວງ ແລະກຳລັງເດີນໜ້າໃນເລື້ອງ ສ່ວນຕົວຂອງ ພວກເຂົາເຈົ້າເອງ. ແຕ່ຂ້າ
ພະເຈົ້າຢາກໃຫ້ຮັບຮູ້ ຢ່າງຈະແຈ້ງ ກ່ຽວກັບອັນນີ້ ທີ່ວ່າ ອີງຕາມ ການເຮັດວຽກກັບ
ທ່ານປະທານາທິບໍດີ ໂດຍສ່ວນຕົວຂ້າພະເຈົ້າເອງ, ບໍ່ມີພື້ນຖານເລີຍ ທີ່ຈະຍົກເອົາ
ບົ​ດ​ແກ້​ໄຂ​ລັດຖະທຳມະນູນ ຂໍ້ທີ 25 ຂຶ້ນມາ.”

ແຫລ່ງຂ່າວຄົນນຶ່ງ ຜູ້ທີ່ໄດ້ຢູ່ໃນຫ້ອງ ໃນລະຫວ່າງກອງປະຊຸມ ເມື່ອທ່ານໂຣສເຊັນສໄຕນ໌
ໄດ້ໃຫ້ຄຳເຫັນດັ່ງກ່າວ ກຽວກັບການບັນທຶກສຽງ ທ່ານປະທານາທິບໍດີ ນັ້ນ ໄດ້ກ່າວຕໍ່
ວີໂອເອ ວ່າ ຄຳເຫັນອັນນັ້ນ ແມ່ນເປັນການເວົ້າ ແບບເຍາະເຍີ້ຍ. ແຫລ່ງຂ່າວໄດ້ເວົ້າວ່າ
ມັນ “ບໍ່ເຄີຍໄດ້ຖືກນຳມາປຶກສາ ດ້ວຍເຈດຕະນາໃດໆເລີຍ ທີ່ຈະບັນທຶກການສົນທະ
ນາກັນ ກັບທ່ານປະທາ ນາທິບໍດີ.”

ຄຳເຫັນດັ່ງກ່າວມີຂຶ້ນ ໃນການຕອບໂຕ້ ຕໍ່ບົດລາຍງານ ທີ່ຖືກພິມເຜີຍແຜ່ ໃນວັນສຸກ
ວານນີ້ ໂດຍ ໜັງສືພິມ New York Times ທີ່ກ່າວວ່າ ທ່ານ ໂຣສເຊັນສໄຕນ໌ ໄດ້ໃຫ້
ຄຳເຫັນສະເໜີແນະ ໃນຊ່ວງລະດູບານໃໝ່ ຂອງປີ 2017 ໃນລະຫວ່າງ ການເກີດ
ຄວາມວຸ້ນວາຍ ໃນເລື້ອງຂອງການປົດຜູ້ອຳ ນວຍການ ອົງການສັນຕິບານກາງ ຫຼື FBI
ທ່ານເຈມສ໌ ໂຄມີ ນັ້ນ. ໜັງ ສືພິມດັ່ງກ່າວ ໄດ້ກ່າວວ່າ ທ່ານ ໂຣສເຊັນສໄຕນ໌ ໄດ້ມີຄຳ
ເຫັນ ຢູ່ໃນກອງປະຊຸມ ແລະ ໃນການສົນທະນາກັນ ກັບບັນດາເຈົ້າໜ້າທີ່ຂອງ ກະຊວງ
ຍຸຕິທຳ ແລະອົງ​ການ FBI.

ໜັງສືພິມ New York Times ໄດ້ອ້າງເຖິງ “ພວກຄົນຈຳນວນນຶ່ງ” ທີ່ໄດ້ບັນລະຍາຍ
ເຖິງເລື້ອງລາວ ໂດຍກ່າວວ່າ ພວກແຫລ່ງຂ່າວທັງຫຼາຍ ໄດ້ຂໍໃຫ້ຢືນຢັດ ກ່ຽວກັບເລື້ອງ ຂອງການສະຫງວນຊື່ຂອງພວກເຂົາເຈົ້າ. ໜັງສືພິມນີ້ ໄດ້ກ່າວວ່າ ພວກແຫລ່ງຂ່າວ
ເຫຼົ່ານັ້ນ ແມ່ນໄດ້ຖືກແຈ້ງໃຫ້ຊາບ ກ່ຽວກັບເຫດການຕ່າງໆ ຫຼື ກ່ຽວກັບເລື້ອງບົດບັນທຶກ
ທີ່ຂຽນເອົາໄວ້ ໂດຍບັນດາເຈົ້າໜ້າທີ່ ຂອງ FBI ໂດຍລວມມີ ທ່ານ ແອນດຣູ ແມັກເຄບ
ຮັກ​ສາ​ການ​ຊົ່ວ​ຄາວ ຜູ້ອຳນວຍການ ຂອງອົງການ FBI.

U.S. Deputy Attorney General Rod Rosenstein has denied allegations by The New York Times that he suggested that President Donald Trump be secretly recorded, or that he discussed invocation of the 25th Amendment to remove Trump from office for being unfit to govern.

Rosenstein released a statement Friday that said: "The New York Times's story is inaccurate and factually incorrect. I will not further comment on a story based on anonymous sources who are obviously biased against the Department and are advancing their own personal agenda. But let me be clear about this: based on my personal dealing with the President, there is no basis to invoke the 25th Amendment."

A source who was in the room during a meeting when Rosenstein made the remark about recording the president told VOA that the remark was made sarcastically. He said it "was never discussed with any intention of recording a conversation with the president."

The comments come in response to a story published Friday by The New York Times saying Rosenstein made the suggestions in the spring of 2017 during upheaval over the firing of FBI director James Comey. The Times said Rosenstein made the remarks in meetings and conversations with other Justice Department and FBI officials.

The Times cited "several people" as describing the episodes, adding that the sources insisted on anonymity. It said those sources were either briefed on the events themselves or on memos written by FBI officials, including Andrew McCabe, acting bureau director.

XS
SM
MD
LG