ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫຸ່ນຍົນ ສາມາດເປີດໄຟ ແລະ ເຕືອນທ່ານ ໃຫ້ເຮັດວຽກເຮືອນ


Robot Can Turn On TV, Remind You to Do Errands
please wait

No media source currently available

0:00 0:01:32 0:00

ດັ່ງທີ່ທຸກຄົນຜູ້ທີ່ພະຍາຍາມຈັດການກັບວຽກງານ ແລະ ວິຖີ ຊີວິດຮູ້, ມັນມີບາງມື້ເມື່ອສິ່ງ ຕ່າງໆບໍ່ສາມາດເຮັດໃຫ້ແລ້ວ. ໃນອະນາ ຄົດ, ທ່ານອາດມີສະມາຊິກຄອບຄົວຄົນໃໝ່ ທີ່ຈະເຮັດໃຫ້ຊີວິດຂອງທ່ານງ່າຍຂຶ້ນ ໂດຍການເຮັດສິ່ງຕ່າງໆເຊັ່ນເປີດເຄື່ອງໃຊ້ໄຟຟ້າ ຂອງທ່ານ ຫຼື ເຕືອນໃຫ້ຄົນໃນສະມາຊິກຄອບຄົວເຮັດວຽກເຮືອນ. ຜູ້ຊ່ວຍໃນບ້ານຄົນນີ້ ບໍ່ແມ່ນມະນຸດ.. ແຕ່ແມ່ນຫຸ່ນຍົນທີ່ອາໄສຢູ່ໃນບ້ານຂອງທ່ານ. ນັກຂ່າວຂອງ ວີໂອເອ Debora Block ຈະບອກພວກເຮົາເພີ່ມເຕີມ ກ່ຽວກັບ ມັນ. ເຊິ່ງ ພຸດທະສອນ ຈະນຳລາຍ ລະອຽດມາສະເໜີທ່ານ.

ມັນເບິ່ງຄ້າຍຄືກັບຖັງຂີ້ເຫຍື້ອທີ່ເຄື່ອນໄປເຄື່ອນມາ, ແຕ່ມັນບໍ່ສາມາດເອົາຂີ້ເຫຍື້ອ ອອກ ໄດ້. ສິ່ງທີ່ຫຸ່ນຍົນ Big-I ສາມາດເຮັດໄດ້ແມ່ນສິ່ງຕ່າງໆຫຼາຍຢ່າງຄື ກົດປຸ່ມເປີດດອກໄຟ, ເປີດເພງ ແລະ ໂທລະພາບ ດ້ວຍການໃຊ້ສັນຍານເຊື່ອມຕໍ່ອິນເຕີແນັດ ຫຼື WiFi.

ທ່ານ Tin Lun Lam ຜູ້ບໍລິຫານບໍລິສັດ NXROBO ຈາກປະເທດ ຈີນ ກ່າວວ່າ “ທ່ານ ສາມາດບອກຫຸ່ນຍົນ ຖ້າອຸນຫະພູມໃນບ້ານແມ່ນສູງກວ່າ 30 ອົງສາວ່າ ກະລຸນາເປີດ ແອ ຫຼື ເຄື່ອງປັບອາກາດແດ່. ແລະ ຖ້າເຈົ້າເຫັນລູກຊາຍຂອງຂ້ອຍຢູ່ໃນເຮືອນຄົວ, ກະລຸນາບອກໃຫ້ລາວລ້າງມືຂອງລາວກ່ອນກິນຫຍັງເຂົ້າໄປ.”

ບໍລິສັດຜະລິດຫຸ່ນຍົນຂອງ ຈີນ ທີ່ໄດ້ພັດທະນາຫຸ່ນຍົນ Big-I ກ່າວວ່າ ມັນໄດ້ຖືກຕິດຕັ້ງ ໃຫ້ເຂົ້າໃຈຄຳສັ່ງທີ່ຊັບຊ້ອນ ແລະ ແມ່ນກະທັ້ງເວົ້າ ຕະຫຼົກໃນພາສາ ຈີນ ກາງ ແລະ ອັງ ກິດ. ມັນມີໂຊກຊະຕາເພື່ອມາເປັນສ່ວນໜຶ່ງຂອງຄອບຄົວ.

ທ່ານ Tin Lun Lam ກ່າວວ່າ “ທຸກໆໜ້າທີ່ ແລະ ການກະທຳຂອງຫຸ່ນຍົນແມ່ນຂຶ້ນກັບ ການຕັດສິນໃຈຂອງຜູ້ນຳໃຊ້, ດັ່ງນັ້ນມັນຈຶ່ງມີຄວາມເປັນສ່ວນຕົວຢ່າງສູງ.”

ຫຸ່ນຍົນ Big-I ມີ Software ຈື່ຈຳໃບໜ້າ, ແລະ ຜ່ານສິ່ງທີ່ຮູ້ຈັກດັ່ງກັບ “ເພື່ອນທີ່ຈົງຮັກ ພັກດີ,” ມັນສ້າງລະດັບຂອງສາຍພົວພັນຕ່າງໆກັບຄົນ. ເມື່ອເພື່ອນທີ່ຊື່ສັດນຳສະເໜີຫຸ່ນ ຍົນໃຫ້ກັບຄອບຄົວ, ມັນຈະຮຽນຮູ້ຈາກຊື່ ແລະ ຄວາມຕ້ອງການຂອງພວກເຂົາເຈົ້າ.

ທ່ານ Tin Lun Lam ກ່າວວ່າ “ພວກເຮົາຮູ້ວ່າໃນທຸກໆຄອບຄົວ ສິ່ງແວດລ້ອມ ແລະ ເຊັ່ນດຽວກັບສະມາຊິກແຕ່ລະຄົນຂອງຄອບຄົວແມ່ນແຕກຕ່າງກັນ. ແຕ່ລະຄົນອາດ ຈະມີຄວາມຮຽກຮ້ອງບາງຢ່າງທີ່ພິເສດ.”

ຫຸ່ນຍົນ Big-I ກໍຍັງສາມາດຖ່າຍຮູບ, ໃຫ້ການພະຍາກອນອາກາດ, ແລະ ບອກສູດອາ ຫານຕ່າງໆ. ພຽງແຕ່ຢ່າບອກໃຫ້ມັນ ເອົາຂີ້ເຫຍື້ອອອກເທົ່ານັ້ນ.

[[As anyone trying to juggle work and homelife knows, there are days when things just don't get done. In the future, you may have a new family member to make your life easier by doing things like turning on your appliances, or reminding family members to do chores. This home helper isn't human... but a robot that lives in your home. VOA's Deborah Block tells us about it.]]

((NARRATOR))
It kind of looks like a roaming garbage can, but it can't take out the trash. What the Big-i robot can do is lots of other things like turn on lights, music and the TV using a WiFi connection.

((TIN LUN LAM, CEO, NXROBO, CHINA))
"You can tell the robot if the temperature is higher than 30 degrees please help me turn on the air conditioner.And if you see my son in the kitchen, please remind him to wash his hands before eating something.'"

((NARRATOR))
The Chinese robotics company that developed Big-i says it has been programmed to understand complex commands and even tell jokes in Mandarin and English.It's meant to be part of the family.

((TIN LUN LAM, CEO, NXROBO, CHINA))
"Every function or action of the robot is decided by the user, so it is highly personalized."

((NARRATOR))
Big-i has facial recognition software, and through what's known as the "loyal friend," it establishes a hierarchy of relationships.Once the loyal friend presents the robot to the family, it will learn their names and preferences.

((TIN LUN LAM, CEO, NXROBO, CHINA))
"We know that in every family the environment and also each family member is different.Each person may have some unique requirement."

((NARRATOR))
Big-i can also take photos, give the weather forecast, and provide recipes.Just don't ask it to take out the trash.

XS
SM
MD
LG