ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນ​ຫຍັງ​ຫວຽດ​ນາມ ຈຶ່ງ​ບໍ່​ສາ​ມາດຍຸ​ຕິ ​ຄົນໄປ​ຫາເຮັດ​ວຽກ ​ຢູ່​ຕ່າງ​ປະ​ເທດ ທີ່​ເຕັ​ມ​ໄປ​ດ້ວຍ​ການ​ສ່ຽງ​ໄພ​ໄດ້?


ແມ່​ຍິງ​ຊາວ​ຫວຽດ​ນາມ​ຄົນ​ນຶ່ງ ຢືນ​ຢູ່​ໜ້າ​ເຮືອນ​ຂອງ​ນາງ​ ຢູ່​ໃນ​ເມືອງ ອຽນ​ແທັງ (Yen Thanh), ແຂວງ​ເຫງະ​ອ່ານ ຂອງ​ຫວຽດ​ນາມ, ວັນ​ທີ 27 ຕຸ​ລາ, 2019.
ແມ່​ຍິງ​ຊາວ​ຫວຽດ​ນາມ​ຄົນ​ນຶ່ງ ຢືນ​ຢູ່​ໜ້າ​ເຮືອນ​ຂອງ​ນາງ​ ຢູ່​ໃນ​ເມືອງ ອຽນ​ແທັງ (Yen Thanh), ແຂວງ​ເຫງະ​ອ່ານ ຂອງ​ຫວຽດ​ນາມ, ວັນ​ທີ 27 ຕຸ​ລາ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທຳ​ການ​ສືບ​ສວນວ່າ 39 ​ຄົນ​ທີ່​ຖືກ​ພົບ​ເຫັນ​ວ່າ​ເສຍ​ຊີ​ວິດ​ຢູ່​ໃນ​ລົດ​ບັນ​ທຸກ​ໃນສະ​ຫະ​ລາດ​ຊະ​ອາ​ນາ​ຈັກ​ອັງ​ກິດໃນ​ເດືອນ​ແລ້ວນີ້ນັ້ນ ໄດ້​ຖືກ​ຫລອກ​ລວງ​ໄປ​ຈາກ​ປະ​ເທດ​ຂອງ​ທ່ານ​ຢ່າງ​ຜິດ​ກົດ​ໝາຍ​ຫລືບໍ່.

​ເຖິງ​ແມ່ນ​ວ່າ​ຄຳ​ສັ່ງ​ດັ່ງ​ກ່າວ ອາດ​ຈະ​ປອບ​ໃຈ​ປະ​ຊາ​ຊົນ​ຫວຽດ​ນາມທີ່​ກຳ​ລັງ​ໂກດ​ແຄ້ນ​ຢູ່ນັ້ນ​ໄດ້​ກໍ​ຕາມ ແຕ່​ບັນ​ດາ​ນັກ​ຊ່ຽວ​ຊານ​ກໍ​ຢ້ານວ່າ ມັນ​ຈະ​ເປັນ​ການ​ປິດ​ບັງ ສະ​ພາບ​ທີ່​ຂາດ​ອຳ​ນາດ​ຂອງ​ລັດ​ຖະ​ບານ ​ທີ່​ມີ​ມາ​ແຕ່​ດົນ​ນານ​ໃນ​ການ​ຍຸ​ຕິບໍ່​ໃຫ້​ຄົນ​ຖືກລັກ​ລອບ​ເອົາ​ໄປ​ຍັງ​ປະ​ເທດ​ອື່ນ​ທີ່​ຮັ່ງ​ມີກວ່າ ເພື່ອໄປ​ຫາ​ເງິນ.

ການ​ຄົ້ນ​ພົບ​ໂດຍ​ຕຳ​ຫລວດ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ອັງ​ກິດ ໄດ້​ເຮັດ​ໃຫ້​ມີ​ຈຸດ​ສົນ​ໃຈ​ຕໍ່​ການ​ລັກ​ລອບ​ຄ້າ​ມະ​ນຸດມາຈາກ​ຫວຽດ​ນາມ​ໄປ​ຍັງ​ທະ​ວີບຢູ​ໂຣບ ບ່ອນ​ທີ່​ມີ​ລາຍ​ໄດ້​ສູງກວ່ານັ້ນ ໃນ​ທັນ​ທີ​ທັນ​ໃດ​ໂລດ. ໄດ້​ມີການ​ຈັບ​ກຸມ​ຫລາຍ​ຄັ້ງ ຢູ່​ໃນສະ​ຫະ​ລາດ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ​ມີ​ຊາຍ​ຄົນ​ນຶ່ງ​ທີ່​ຖື​ກ່າວ​ຫາ​ວ່າ ມີ​ການ​ສົມ​ຮູ້​ຮ່ວມ​ຄິດ​ທຳ​ການ​ລັກ​ລອບ​ມະ​ນຸດເຂົ້າ​ປະ​ເທດ.

ແຕ່​ວ່າ ຄວາມ​ສະ​ຫລັບ​ຊັບ​ຊ້ອນ​ຂອງຕ່ອງ​ໂສ້-ຄຳ​ສັ່ງ​ສາ​ກົນໃຫ້​ເອົາ​ຄົນຈາກ​ຫວຽດ​ນາມ​ໄປ​ເຮັດ​ວຽກ​ຫາ​ເງິນ​ຢູ່​ຕ່າງ​ປະ​ເທດນັ້ນ ​ໄດ້​ມີ​ການ​ເຕີບ​ໂຕ​ຫລາຍ​ແລ້ວ ຊຶ່ງ​ສືບ​ເນື່ອງມາ​ແຕ່ຕອນ​ທີ່​ຫວຽດ​ນາມ​ເປັນ​ປະ​ເທດທີ່​ທຸກ​ຈົນ​ກວ່າ​ດຽວນີ້, ຈົນ​ເຖິງ​ຂັ້ນວ່າ​ລັດ​ຖະ​ບານຈະ​ເຫັນ​ວ່າ​ມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ຈະ​ຍຸ​ຕິ​ມັນ​ໄດ້, ອີງ​ຕາມ​ນັກ​ຊ່ຽວ​ຊານ.

"ນີ້​ເປັນ​ການ​ຕໍ່​ສູ້​ທີ່ບໍ່​ສິ້ນ​ສຸດ​ຈັກ​ເທື່ອ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ຄາ​ລ ເທ​ເຢີ (Carl Thayer), ອາ​ຈານກ​ອອ​ກິນ​ເບ້ຍ​ບຳ​ນານດ້ານ​ການ​ເມືອງ ທີ່​ຊ່ຽວ​ຊານ​ດ້ານ​ວຽກ​ງານເຂດ​ເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ New South Wales ໃນ​ອອ​ສ​ເຕ​ຣ​ເລຍ. ທ່ານ​ກ່າວ​ອີກວ່າ "ຄ່າ​ຕອບ​ແທນ​ຂອງ​ພວກ​ລັກ​ລອບແມ່ນ​ດີ​ຫລາຍ ອ​ລະ​ມີແບບ​ແຜນ​ດຳ​ລົງ​ຊີ​ວິດ​ທີ່ສະ​ບາຍປານ​ຢູ່​ສະ​ຫວັນ ໄວ້​ສ​ະ​ໜອງ​ໃຫ້​ແກ່​ຄົນ​ທີ່ຢູ່​ໃນ​ສະ​ພາບ​ທີ່ຕ້ອງ​ການມັນ​ຫລາຍ​ທີ່​ສຸດ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG