ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກປະທ້ວງຊາວຮົງກົງ ປະເຊີນກັບ ສະເປໝາກເຜັດ ຂອງຕຳຫຼວດປາບຈະລາຈົນ


ພວກປະທ້ວງຢູ່ໃນຮົງກົງ ປະທະກັບ ຕຳຫຼວດປາບຈະລາຈົນ ໃນຂະນະທີ່ ຈັດພິທີຊັກທຸງ ເພື່ອເປັນຂີດໝາຍ ຂອງການ ມອບຮົງກົງ ຄືນໃຫ້ແກ່ຈີນ, ວັນທີ 1 ກໍລະກົດ 2019.
ພວກປະທ້ວງຢູ່ໃນຮົງກົງ ປະທະກັບ ຕຳຫຼວດປາບຈະລາຈົນ ໃນຂະນະທີ່ ຈັດພິທີຊັກທຸງ ເພື່ອເປັນຂີດໝາຍ ຂອງການ ມອບຮົງກົງ ຄືນໃຫ້ແກ່ຈີນ, ວັນທີ 1 ກໍລະກົດ 2019.

ພວກປະທ້ວງທັງຫຼາຍ ແລະຕຳຫຼວດປາບຈະລາຈົນ ກັບຄືນລົງສູ່ຖະໜົນສາຍຕ່າງໆ
ຂອງຮົງກົງ ເມື່ອຕອນເຊົ້າຂອງວັນຈັນມື້ນີ້ ຊຶ່ງເປັນຂີດໝາຍຂອງ ການຮວມຕົວເຂົ້າກັນ
ກັບຈີນແຜ່ນດິນໃຫຍ່ ຂອງເມືອງດັ່ງກ່າວ ຄົບຮອບ 22 ປີ.

ຫຼາຍພັນຄົນໄດ້ຕີວົງລ້ອມສະຖານທີ່ລັດຖະການຂອງເມືອງ ໃນຕອນບ່າຍ ຂະນະທີ່
ກຸ່ມຄົນຂະໜາດນ້ອຍກຸ່ມນຶ່ງ ໄດ້ພະຍາຍາມ ທີ່ຈະທັບມ້າງເຂົ້າໄປໃນຫ້ອງການສະພາ
ນິຕິບັນຍັດ ຊຶ່ງໃນຂະນະດຽວກັນ ຕຳຫຼວດກໍໄດ້ລໍຖ້າຢູ່ພາຍໃນ ແລະໄດ້ຍິງລູກໝາກ
ເພັດ ຜ່ານປະຕູທາງເຂົ້າໃສ່ພວກເຂົາເຈົ້າ.

ພວກປະທ້ວງ ໄດ້ໃຊ້ຄັນຮົ່ມ ແວນຕາ ໜ້າກາກ ແລະແຜ່ນປລາສຕິກພັນອ້ອມແຂນຂາ
ຂອງພວກເຂົາເຈົ້າ ເພື່ອປິດບັງໜ້າຕາຂອງພວກເຂົາ ເພື່ອບໍ່ໃຫ້ຕຳຫຼວດເຫັນ ແລະ
ເພື່ອປົກປ້ອງພວກເຂົາເຈົ້າເອງ ຈາກລູກໝາກເພັດຂອງຕຳຫຼວດ ຂະນະທີ່ພວກເຂົາ
ພະຍາຍາມພັງປະຕູ ແລະປ່ອງຢ້ຽມ ຂອງລັດຖະສະພາ ຢູ່ໃກ້ໆກັບທາງເຂົ້ານັ້ນ.

ສ່ວນຢູ່ທີ່ແຫ່ງອື່ນໆໃນຕົວເມືອງ ການເດີນຂະບວນປະທ້ວງຂະໜາດໃຫຍ່ ໄດ້ເລີ້ມຕົ້ນ
ຂຶ້ນ ໃນເວລາ 2 ໂມງ 30 ຕອນບ່າຍ ໂດຍທີ່ພວກປະທ້ວງທັງຫຼາຍ ເດີນຂະບວນຈາກ
Victoria Park ໄປຍັງບໍລິເວນສຳນັກງານໃຫຍ່ຕ່າງໆ ຂອງລັດຖະບານ ທີ່ຢູ່ໃກ້ຄຽງນັ້ນ.

ໃນຂະນະທີ່ ການປະທ້ວງດັ່ງກ່າວ ເກີດຂຶ້ນພ້ອມໆກັບ ວັນຄົບຮອບການມອບຮົງກົງ
ຄືນໃຫ້ຈີນນັ້ນ ການປະທ້ວງ ເກີດຂຶ້ນກໍຍ້ອນຮ່າງກົດໝາຍທີ່ເປັນບັນຫາຖົກຖຽງກັນ
ທີ່ຈະອະນຸຍາດໃຫ້ສົ່ງຄົນຮ້າຍໃນຄະດີອາຍາ ໄປໃຫ້ຈີນ.

ຮ່າງກົດໝາຍດັ່ງກ່າວ ໄດ້ຈຸດຂະນວນໃຫ້ເກີດການປະທ້ວງຂະໜາດໃຫຍ່ ໄລຍະເກືອບ
ເຕັມເດືອນມິຖຸນາ ແລະກໍໄດ້ສືບຕໍ່ ຫຼັງຈາກທີ່ ຜູ້ນຳຮົງກົງ ທ່ານນາງ ແຄຣີ ແລມ ໄດ້
ກ່າວ ກ່ອນໜ້ານີ້ ວ່າ ທ່ານນາງ ຈະຍົກເລີກຮ່າງກົດໝາຍສະບັບດັ່ງກ່າວ ແລະກໍໄດ້ຂໍ
ຄະມາໂທດ. ຮ່າງກົດໝາຍນີ້ ແມ່ນມີກຳນົດຈະໝົດອາຍຸລົງ ລະຫວ່າງກອງປະຊຸມ
ສະພາ ໃນປີໜ້ານີ້.

ໃນວັນຈັນມື້ນີ້ ທ່ານນາງແລມ ໄດ້ກ່າວໃນການໃຫ້ຄຳປາໄສ ວ່າ ທ່ານໄດ້ຮັບບົດຮຽນ
ວ່າ ໃຫ້ມີ “ຄວາມຕອບຮັບຕໍ່ ຄວາມມຸ້ງມາດປາດຖະໜາ ຄວາມຮູ້ສຶກ ແລະຄວາມຄິດ
ເຫັນຂອງປະຊາຄົມ” ຫຼາຍຂຶ້ນ.

ທ່ານນາງແລມ ກ່າວວ່າ “ອັນທີນຶ່ງ ແລະບາດກ້າວຂັ້ນພື້ນຖານທີ່ສຸດ ທີ່ຄວນເອົາ
ແມ່ນໃຫ້ປຽນແປງວິທີການປົກຄອງຂອງລັດຖະບານ ເພື່ອເຮັດໃຫ້ມັນ ເປີດຮັບ
ແລະຮອງຮັບເອົາຕາມປະຊາຊົນໃຫ້ຫຼາຍຂຶ້ນ.” ທ່ານນາງກ່າວຕໍ່ໄປວ່າ “ພວກເຮົາຍັງ
ຈະຕ້ອງ ປະຕິຮູບ ວິທີທີ່ພວກເຮົາຮັບຟັງຄວາມຄິດເຫັນຂອງມະຫາຊົນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG