ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມປົກ​ປ້ອງສິດທິມະນຸດ ທຳການກວດສອບ ກ່ຽວກັບ ການປາບປາມ ການປະທ້ວງປີ 2019 ຂອງ ອີຣ່ານ


ແມ່ຍິງ ອີຣ່ານ ຄົນນຶ່ງທີ່ໃສ່ໜ້າກາກ ແລະ ແວ່ນຕາເພື່ອເຊື່ອງລັກສະນະໜ້າຕາຂອງລາວ ໃຫ້ຄຳໃຫ້ການທາງວິດີໂອຈາກປະເທດ ອີຣ່ານ. 10 ພະຈິກ, 2021, (VOA Persian/Ramin Haghjoo)
ແມ່ຍິງ ອີຣ່ານ ຄົນນຶ່ງທີ່ໃສ່ໜ້າກາກ ແລະ ແວ່ນຕາເພື່ອເຊື່ອງລັກສະນະໜ້າຕາຂອງລາວ ໃຫ້ຄຳໃຫ້ການທາງວິດີໂອຈາກປະເທດ ອີຣ່ານ. 10 ພະຈິກ, 2021, (VOA Persian/Ramin Haghjoo)

ອີຣ່ານ ແມ່ນກຳລັງປະເຊີນກັບການກວດສອບຄັ້ງໃໝ່ສຳລັບການປາບປາມການປະທ້ວງທົ່ວປະ ເທດໃນປີ 2019, ໃນຂະນະທີ່ສານຍຸຕິທຳໃນນະຄອນຫຼວງ ລອນດອນ ທີ່ຖືກຈັດຕັ້ງໂດຍກຸ່ມສິດທິມະນຸດຕ່າງໆໄດ້ເລີ່ມການຟັງຄຳໃຫ້ການໃນວັນພຸດວານນີ້ ຈາກບັນດາພີ່ນ້ອງຂອງຜູ້ທີ່ຖືກຂ້າຕາຍ ແລະ ຄົນອື່ນໆ ກ່ຽວກັບ ການກໍ່ອາຊະຍະກຳໃນການປາບປາມນັ້ນ.

ເຫດ​ການດັ່ງກ່າວ​ແມ່ນເປັນທີ່ຮູ້ຈັກ​ກັນໃນ​ຊື່ການກວດສອບຂອງສານປະຊາຊົນສາກົນ ໄດ້ໄຂຂຶ້ນໃນສູນກອງປະຊຸມໂບດຂອງນະຄອນຫຼວງ ລອນດອນ. ເປົ້າໝາຍຂອງເຂົາເຈົ້າແມ່ນເພື່ອສືບສວນສອບສວນການກ່າວຫາການກະທຳທີ່ຊົ່ວຮ້າຍຂອງ ອີຣ່ານ, ລວມທັງການກ່າວຫາຂ້າຜູ້ປະທ້ວງຫຼາຍຮ້ອຍຄົນດ້ວຍກອງກຳລັງຮັກສາຄວາມປອດໄພ ແລະ ເຮັດໃຫ້ອີກຫຼາຍພັນຄົນໄດ້ຮັບບາດເຈັບໃນລະຫວ່າງການປະທ້ວງເມື່ອເດືອນພະຈິກປີ 2019 ນັ້ນ.

ຄະນະກຳມະການກົດໝາຍສິດທິມະນຸດ ແລະ ບັນດາຜູ້ຊ່ຽວຊານການພົວພັນຕ່າງປະເທດຈາກ ອັງກິດ, ອິນໂດເນເຊຍ, ລີເບຍ, ອາຟຣິກາໃຕ້ ແລະ ສະ ຫະລັດ ໄດ້ນຳໜ້າວັນທຳອິດຂອງການກວດສອບນັ້ນ, ເຊິ່ງມີກຳນົດຈະແກ່ຍາວໄປຈົນຮອດວັນອາທິດນີ້. ການໃຫ້ການດັ່ງກ່າວໄດ້ຖືກຈັດໂດຍສາມກຸ່ມສິດທິມະນຸດລວມມີ ອົງການສິດທິມະນຸດ Justice for Iran ທີ່ມີຫ້ອງການຕັ້ງຢູ່ນະ ຄອນຫຼວງ ລອນດອນ, ອົງການສິດທິມະນຸດ ອີຣ່ານ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ອອສໂລ ປະເທດ ນໍເວ ແລະ ອົງການຮ່ວມກັນຕໍ່ຕ້ານການປະຫານຊີວິດ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ປາຣີ ປະເທດ ຝຣັ່ງ.

ໃນການສຳພາດໃນໂທລະພາບກັບວີໂອເອພາກພາສາ ເປີເຊຍ ຈາກສະຖານທີ່ນັ້ນ, ທີ່ປຶກສາຮ່ວມຂອງສານດັ່ງກ່າວ ທ່ານ ຮາມິດ ຊາບີ ໄດ້ກ່າວວ່າ ບັນດາສະມາຊິກຂອງຄະນະກຳມະການຈະຟັງຄຳໃຫ້ການຈາກຜູ້ເຫັນເຫດການປະມານ 160 ຄົນທີ່ຖືກປະເມີນຢ່າງລະມັດລະວັງໂດຍທ່ານ ແລະ ເພື່ອນຮ່ວມທີ່ປຶກສາທ່ານນາງ ເຣຈິນາ ປາວໂລເຊ ໃນລະຫວ່າງການກວດສອບ 5 ວັນນັ້ນ.

ບົດບາດຂອງທີ່ປຶກສາແມ່ນເພື່ອຮວບຮວມຫຼັກຖານຈາກຜູ້ເຫັນເຫດການ ແລະ ສະໜອງມັນໃຫ້ສະມາຊິກຄະນະກຳມະການສານ.

ທ່ານ ຊາບີ ໄດ້ກ່າວວ່າ “ພວກເຮົາໃຫ້ບູລະມະສິດສູງສຸດຕໍ່ບັນດາຄອບຄົວຜູ້ທີ່ຄົນຮັກຂອງເຂົາເຈົ້າຖືກຂ້າຕາຍ, ໄດ້ຮັບບາດເຈັບ ຫຼື ຖືກຂັງຄຸກ.” ທ່ານໄດ້ກ່າວຕື່ມາ “ພວກເຮົາຍັງໃຫ້ບູລິມະສິດສູງສຸດ ສຳລັບການໃຫ້ການຈາກຜູ້ເຫັນເຫດການໃນການປາບປາມນັ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG