ລິ້ງ ສຳຫລັບເຂົ້າຫາ

ບັນດາ ກຸ່ມປົກປ້ອງ ສິດທິມະນຸດ ຮຽກຮ້ອງໃຫ້ ປະຊາຄົມ ນາໆຊາດ ກົດດັນລາວ


ແຜນທີ່ ສະແດງໃຫ້ເຫັນປະເທດລາວ

ບັນດາ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ ຮຽກຮ້ອງ​ໃຫ້​ປະຊາ​ຄົມນາໆ​ຊາດ ກົດ​ດັນ​ທາງ​ການ
​ລາວ ​ໃຫ້​ປ່ອຍພວກ​ຄົນ​ງານ​ລາວ 3 ຄົນ​ທີ່ໄປ​ເຮັດ​ວຽກ​ຢູ່​ໄທ ຊຶ່ງໄດ້​ຕ້ອງ​ຕິລັດ​ຖະບານ
​ທາງ​ສື່​ສັງຄົມ​ ​ແລະ​ຖືກ​ຕັດສິນ​ຈຳ​ຄຸກ ​ເປັນ​ເວລາ​ດົນນານ​ນັ້ນ.​ ​Ron Corben ມີ​ລາຍ
​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງ ໄຊ​ຈະ​ເລີ​ນສຸກຈະນຳ​ເອົາ​ລາ​ຍລະອຽດ ມາສະ​ເໜີ​ທ່ານ ​
ໃນ​ອັນ​ດັບ​ຕໍ່​ໄປ.

ກຸ່ມປົກປ້ອງສິດທິມະນຸດທັງຫຼາຍ ກ່າວວ່າ ປະຊາຄົມນາໆຊາດ ຮວມທັງ ອົງການ
ສະຫະປະຊາຊາດ ຈຳເປັນຕ້ອງໄດ້ກົດດັນ ພວກເຈົ້າໜ້າທີ່ລາວ ເລື່ອງບັນຫາສິດທິ
ມະນຸດ.

ການຮຽກຮ້ອງດັ່ງກ່າວ ມີຂຶ້ນ ຖ້າມກາງການຕັດສິນລົງໂທດຢ່າງໜັກ ຂອງສານ
ຕ່າງໆຂອງລາວ ພວກຄົນທີ່ຕຳນິຕິຕຽນລັດຖະບານຄອມມິວນິສ ໃຫ້ຕິດຄຸກ ເປັນເວລາຍາວນານ.

ພວກກຸ່ມປົກປ້ອງສິດທິມະນຸດທັງຫຼາຍ ຊີ້ໃຫ້ເຫັນຄວາມບົກຜ່ອງຂອງທາງການລາວ
ໃນການບໍ່ເອົາ “ບາດກ້າວທີ່ສຳຄັນເພື່ອແກ້ໄຂ” ປະວັດບໍ່ດີເລື່ອງສິດທິມະນຸດ ແລະ
ການຈຳກັດທີ່ເຂັ້ມງວດຕ່າງໆ ກ່ຽວກັບສິດເສລີພາບໃນການປາກເວົ້າ ການຄົບຄ້າ
ສະມາຄົມ ແລະ ການໂຮມຊຸມນຸມ. ຄົນລາວ 3 ຄົນທີ່ໄປເຮັດວຽກຢູ່ຕ່າງແດນ ໄດ້ຖືກ
ສານຕັດສິນລົງໂທດຈຳຄຸກ ລະຫວ່າງ 12 ຫາ 20 ປີ ຍ້ອນຂຽນຄຳເຫັນລົງສື່ສັງຄົມ
ໃນເວລາໄປຢູ່ປະເທດໄທ ແລະ ຍ້ອນວ່າ ພວກເຂົາເຈົ້າ ໄດ້ເຂົ້າຮ່ວມ ໃນການ
ປະທ້ວງຢູ່ນອກສະຖານທູດລາວ ຢູ່ບາງກອກ.

ທາງການລາວ ໄດ້ຈັບກຸມຄົນລາວ 3 ຄົນ ທີ່ໄປເຮັດວຽກຢູ່ໄທ ໃນຂໍ້ຫາຂຽນຂໍ້ຄວາມຕຳນິລັດຖະບານ ຜ່ານທາງສື່ສັງຄົມ ເວລາອາໄສຢູ່ໃນໄທ.
ທາງການລາວ ໄດ້ຈັບກຸມຄົນລາວ 3 ຄົນ ທີ່ໄປເຮັດວຽກຢູ່ໄທ ໃນຂໍ້ຫາຂຽນຂໍ້ຄວາມຕຳນິລັດຖະບານ ຜ່ານທາງສື່ສັງຄົມ ເວລາອາໄສຢູ່ໃນໄທ.

ພວກທັງ 3 ມີ ຜູ້ຊາຍ 2 ຄົນ ຄື ທ້າວ ສົມພອນ ພິມມະສອນ ທ້າວ ສຸກັນ ໃຈທາດ
ແລະ ຜູ້ຍິງຄົນນຶ່ງ ຄື ນາງ ລົດຄຳ ທຳມະວົງ ໄດ້ຖືກຈັບ ເວລາພວກເຂົາເຈົ້າ ກັບຄືນ
ມາລາວ ຫຼັງຈາກໄດ້ໂພສຂໍ້ຄວາມທີ່ຕຳນິລັດຖະບານລາວ ລົງສື່ສັງຄົມ ຢູ່ໃນປະເທດ
ໄທ.

ສຳນັກງານອົງການສະຫະປະຊາຊາດ ເພື່ອສິດທິມະນຸດປະຈຳເອເຊຍຕາເວັນອອກ
ສຽງໃຕ້ ຫຼື OHCHR ໄດ້ໂຕ້ຕອບ ໃນຖະແຫລງການສະບັບນຶ່ງ ຫຼັງຈາກທີ່ໄດ້ຮັບແຈ້ງ
ຢ່າງເປັນທາງການ ໂດຍກ່າວວ່າ ທາງອົງການໄດ້ “ຕົກຕະລຶງ ຍ້ອນການຕັດສິນ
ລົງໂທດທີ່ໜັກໜ່ວງ”
ແລະ ໄດ້ຮຽກຮ້ອງໃຫ້ປ່ອຍໂຕພວກເຂົາເຈົ້າ.

ພວກຄົນງານທັງສາມ ໄດ້ຂຽນຂໍ້ຄວາມຕຳນິ ລັດຖະບານໃນວຽງຈັນ ລົງທາງສື່ສັງຄົມ
ກ່າວຫາວ່າ ສໍ້ລາດບັງຫລວງ ຕັດໄມ້ທຳລາຍປ່າ ແລະ ລະເມີດສິດທິມະນຸດ.

ໄດ້ມີການເອົາພວກເຂົາເຈົ້າທັງສາມຍ່າງແຫ່ຖ່າຍທອດອອກທາງໂທລະພາບຂອງ
ລັດ ໃນລະຫວ່າງຖືກຄວບຄຸມໂຕຢູ່ ທີ່ສຳນັກງານໃຫຍ່ຂອງກົມຕຳຫຼວດ ໃນນະຄອນ
ວຽງຈັນ. ໃນລາຍງານຂ່າວທາງການ ລັດຖະລານໄດ້ກ່າວວ່າ ທັງສາມ ໄດ້ຖືກຈັບ
ຍ້ອນເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງຊາດ “ໂດຍໃຊ້ສື່ສັງຄົມ ເພື່ອເຮັດໃຫ້ຊື່ສຽງ
ຂອງລັດຖະບານເສຍຫາຍ.”

ທ່ານ Laurent Meillan ວ່າການແທນ ອົງການ OHCHR ຂອງສະຫະປະຊາດ
ປະຈຳພາກພື້ນ ໄດ້ກ່າວວ່າ ການຕັດສິນລົງໂທດພວກຄົນງານດັ່ງກ່າວ ສະແດງໃຫ້
ເຫັນວ່າ ເປັນ “ການລົງໂທດທີ່ໜັກໜ່ວງຫຼາຍ ຊຶ່ງບໍ່ຈຳເປັນ ຫຼື ບໍ່ສົມເຫດສົມຜົນ
ແລະ ເປັນການລະເມີດຂໍ້ບັງຄັບຕໍ່ສິດທິມະນຸດສາກົນຂອງສປປ ລາວ”
.

ທ່ານ Meillan ໄດ້ຕຳນິ ລັດຖະບານລາວ ສຳລັບການຄວບຄຸມໂຕ ທັງສາມຄົນ
ໂດຍບໍ່ໃຫ້ມີການຕິດຕໍ່ກັບຜູ້ໃດ ແລ້ວ ບັງຄັບໃຫ້ພວກເຂົາເຈົ້າ ຂໍໂທດ ຜ່ານ
ໂທລະພາບຂອງລັດ ວ່າ “ເປັນພວກທໍລະຍົດ” ຕໍ່ການປົກຄອງຂອງພັກ
ລັດຖະບານ ແລະ ປະຊາຊົນລາວ.

ທ່ານໄດ້ກ່າວວ່າ ການສາລະພາບຜິດ ໂດຍຜ່ານໂທລະພາບແຫ່ງຊາດ ແມ່ນເປັນ
“ເປັນການລົບກວນຈິດໃຈ ແລະ ຂັດແຍ້ງກັບ ສິດທິໃນການໄດ້ຮັບການພິຈາ
ລະນາ ຄະດີດ້ວຍຄວາມເປັນທຳ.”

ບັນດານັກເຄື່ອນໄຫວເພື່ອສິດທິມະນຸດ ກ່າວວ່າ ພວກເຈົ້າໜ້າທີ່ ໄດ້ໃຫ້ລາຍ
ລະອຽດ ກ່ຽວກັບການຈັບກຸມ ແລະ ຄວບຄຸມໂຕ ຂອງບຸກຄົນທັງສາມ ທີ່ນຳໄປສູ່
ການຕັດສິນລົງໂທດ ແບບແຕກຕ່າງກັນໄປ.

ຄວາມເປັນຫ່ວງອື່ນໆອີກ ທີ່ໄດ້ຍົກຂຶ້ນມາໂດຍອົງການສິດທິຕ່າງໆ ກໍປະກອບດ້ວຍ
ການເຕືອນຂອງທາງການ ບໍ່ໃຫ້ຄອບຄົວທຳການຟ້ອງ ຫຼັງຈາກໄດ້ມີຄຳຕັດສິນ ຫຼື
ຊອກເອົາຜູ້ຕາງໜ້າ ທາງດ້ານກົດໝາຍມາເວົ້າແທນຍາດຕິພີ່ນ້ອງ ຂອງພວກເຂົາ
ເຈົ້າຢູ່ໃນສານ.

ທ່ານ Andrea Giorgetta ຜູ້ອຳນວຍການຫ້ອງການເອເຊຍ ຫຼື Asia Desk
ປະຈຳ ສະຫະພັນສາກົນເພື່ອສິດທິມະນຸດ ຫຼື FIDH ກ່າວວ່າ ຄຳຕັດສິນຕ່າງໆ
ໄດ້ກໍ່ໃຫ້ເກີດມີຄວາມເປັນຫ່ວງກ່ຽວກັບ ການດຳເນີນດ້ານຕຸລາການຂອງລາວ.

ທ່ານ Giorgetta ກ່າວວ່າ “ໂດຍພື້ນຖານແລ້ວ ລັດຖະບານລາວ ອ້າງວ່າ ຂັ້ນ
ຕອນຕ່າງໆ ທັງໝົດ ແມ່ນໄດ້ຖືກປະຕິບັດຕາມຢ່າງຖືກຕ້ອງ ແລະພວກເຮົາຮູ້
ດີວ່າ ອັນນັ້ນ ບໍ່ແມ່ນຄວາມຈິງ ແລະ ພວກເຮົາຮູ້ດີວ່າ ສິດທິໃນການໄດ້ຮັບ
ການພິຈາລະນາຄະດີ ແມ່ນບໍ່ໄດ້ຄວາມເຄົາລົບ ເລີ້ມຕົ້ນຕັ້ງແຕ່ເວລາ ທີ່ພວກ
ຕ້ອງຫາທັງສາມ ຖືກນຳໂຕໄປແຫ່ໃຫ້ຄົນເບິ່ງ ຢູ່ໃນກອງປະຊຸມຖະແຫລງຂ່າວ
ເປັນຕົ້ນມາ.”

ລາວໄດ້ປະເຊີນໜ້າກັບການຕຳນິຕິຕຽນ ສຳລັບຫຼາຍໆຄະດີ ທີ່ມີການຕັດສິນ
ລົງໂທດຢ່າງໜັກໜ່ວງ ພວກນັກເຄື່ອນໄຫວ ແລະ ບຸກຄົນຕ່າງໆ ໃນຫຼາຍໆປີ
ຜ່ານມາ. ໃນປີ 1999 ທາງການລາວ ໄດ້ກັກໂຕພວກນັກເຄື່ອນໄຫວ 3 ຄົນ ທີ່
ພະຍາຍາມຈັດການປະທ້ວງຢ່າງສັນຕິ. ພວກເຂົາເຈົ້າໄດ້ຖືກຕັດສິນລົງໂທດ
ຈຳຄຸກ 15 ປີ.

ໃນປີ 2003 ຊາວມົ້ງ ສອງຄົນ ໄດ້ຖືກຕັດສິນລົງໂທດ 12 ປີ ກັບ 20 ປີ ຫຼັງຈາກ
ເຂົາເຈົ້າໄດ້ຮັບໃຊ້ເປັນຄົນນຳທ່ຽວ ໃຫ້ພວກນັກຂ່າວຕ່າງປະເທດ ທີ່ຂຽນລາຍ
ງານກ່ຽວກັບຊົນເຜົ່າມົ້ງໃນລາວ. ທາງການລາວ ກ່າວວ່າ ພວກເຂົາເຈົ້າ ມີຄວາມ
ຜິດຖານ “ຂັດຂວາງຂະບວນການຍຸຕິທຳ”.

ຮອງຜູ້ອຳນວຍການເຂດເອເຊຍ ອົງການປົກປ້ອງສິດທິມະນຸດ ຫຼື HRW ທ່ານ
Phil Robertson ກ່າວວ່າ ປາກົດວ່າ ລັດຖະບານລາວ ຍັງຢືນຢັດຢູ່ກັບການ
ຕັດສິນລົງໂທດແບບໜັກໆນີ້ຢູ່ຕໍ່ໄປ ຍ້ອນວ່າບໍ່ໄດ້ມີປະຕິກິລິຍາທີ່ສຳຄັນພໍທໍ່ໃດ
ຈາກນາໆຊາດ ເມື່ອສົມທຽບໃສ່ກັບປະຕິກິລິຍາ ຕໍ່ກໍລະນີຕ່າງໆທີ່ຄ້າຍຄືກັນນີ້
ຢູ່ໃນປະເທດໄທ ແລະ ມຽນມາ.

ທ່ານ Robertson ກ່າວວ່າ “ປະເທດລາວ ເຊື່ອວ່າ ຕົນຈະສາມາດຫລີກມົ້ມ
ຈາກການຕັດສິນລົງໂທດ ທີ່ໜັກໜ່ວງນີ້ໄດ້ ຍ້ອນວ່າ ບໍ່ມີຜູ້ໃດສົນໃຈ. ປະເທດ
ລາວ ນ້ອຍໆ ບໍ່ແມ່ນເປັນບຸລິມະສິດລະດັບສູງ ຢູ່ໃນບັນຊີຂອງຜູ້ໃດ. ແລະ
ລະບົບຍຸຕິທຳ ແລະ ການຄຸມຂັງ ຢູ່ແຫ່ງນັ້ນ ກໍແມ່ນວ່າ ບໍ່ໂປ່ງໃສ ຊຶ່ງຈະບໍ່
ມີໃຜເລີຍ ຈະຮູ້ຈັກວ່າ ແມ່ນຫຍັງເກີດຂຶ້ນກັບພວກຄົນດັ່ງກ່າວ ເວລາພວກ
ເຂົາເຈົ້າ ຖືກສົ່ງເຂົ້າໄປຢູ່ໃນຄຸກ”
.

ບັນດານັກເຄື່ອນໄຫວເພື່ອສິດທິ ໄດ້ຍົກໃຫ້ເຫັນ ເຖິງຄວາມກະວົນກະວາຍໃຈ
ຂອງພວກເຂົາເຈົ້າ ກັບລັດຖະບານລະດັບພາກພື້ນ ແລະ ປະຊາຄົມນາໆຊາດ
ຮວມທັງ ອົງການສະຫະປະຊາຊາດນຳ ສຳລັບອັນທີ່ພວກເຂົາເຈົ້າ ກ່າວວ່າ
ເປັນຄວາມລົ້ມແຫລວ ທີ່ບໍ່ໄດ້ກົດດັນ ລາວ ໃຫ້ໜັກຂຶ້ນ ເພື່ອໃຫ້ປັບປຸງປະວັດ
ດ້ານສິດທິມະນຸດຂອງຕົນ.

ທ່ານນາງ Debbie Stothard ເລຂາທິການໃຫຍ່ ຂອງ ອົງການ FIDH ກ່າວວ່າ
ປະຊາຄົມນາໆຊາດ ຈຳເປັນຈະຕ້ອງໄດ້ເອົາມາດຕະການຫຼາຍຂຶ້ນ ເພື່ອຈະແກ້ໄຂ
ບັນຫາເລື່ອງສິດທິມະນຸດໃນລາວ.

ທ່ານນາງ Stothard ໄດ້ບອກວີໂອເອ ວ່າ “ມັນເຖິງເວລາແລ້ວ ທີ່ພວກເຮົາຈະ
ຕ້ອງເຮັດໄປເກີນກວ່າ ການອອກຖະແຫລງການຂອງຄວາມເປັນຫ່ວງເປັນໃຍ
ແລະ ການປະນາມ ຊື່ໆ ຕໍ່ນະໂຍບາຍຕ່າງໆ ທີ່ໄດ້ສົ່ງຜົນກະທົບຕໍ່ຮູບແບບຕ່າງໆ
ຂອງການພົວພັນ ກັບລະບອບການປົກຄອງຂອງລາວ. ລາວໄດ້ຮັບທຶນ ລາວໄດ້
ຮັບການຊ່ອຍເຫຼືອ ແລະ ລາວໄດ້ຮັບລາຍໄດ້ມາຢ່າງຫຼວງຫຼາຍ ລາຍຮັບຈາກ
ການລົງທຶນ ຂອງຕ່າງປະເທດ ແລະ ການຄ້າ ແລະ ມັນກໍເຖິງເວລາແລ້ວ ທີ່ ພວກເຮົາຈະເອົາເງິນລົງທຶນໃສ່ບ່ອນທີ່ພວກເຮົາຈະໄດ້ຮັບຜົນປະໂຫຽດ”
.

ໃນຄຳເຫັນຢູ່ໃນອີແມລ ທີ່ສົ່ງຫາວີໂອເອ ນັ້ນ ໂຄສົກ ຂອງຜູ້ປະສານງານ ສປຊ
ປະຈຳລາວ ກ່າວວ່າ ຫ້ອງການຂອງສະຫະປະຊາຊາດ ແທ້ຈິງແລ້ວ ແມ່ນກຳລັງ
ທຳງານ “ຢ່າງໃກ້ຊິດ ກັບ OHCHR ແລະ ອົງການຈັດຕັ້ງຕ່າງໆ ຂອງ ສປຊ
ເພື່ອສົ່ງເສີມສິດທິມະນຸດ”
ຢູ່ໃນລາວ.

ວຽກງານອັນນີ້ ປະກອບດ້ວຍ ການລົນນະລົງດ້ານສິດທິສາກົນ ດ້ານບັນທັດຖານ
ແລະ ມາດຕະຖານຕ່າງໆ. ໂຄສົກທ່ານນີ້ ກ່າວອີກວ່າ ອົງການສະຫະປະຊາຊາດ
ຍັງສືບຕໍ່ປຶກສາຫາລື ກັບລັດຖະບານລາວຢູ່ ມີຮວມທັງຄະດີເຈາະຈົງ ຂອງພວກ
ຄົນງານ 3 ຄົນນີ້ນຳດ້ວຍ.

ຫຼັງຈາກທີ່ໄດ້ເຈລະຈາກັບທາງການລາວ ໃນເດືອນກຸມພາສະຫະພາບຢູໂຣບ ຫຼື
EU ກໍໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ ຕົນໄດ້ກົດດັນ ເລື່ອງບັນຫາສິດທິ
ມະນຸດ ໃນແບບ “ກົງໄປກົງມາ ແລະ ບັນຍາກາດທີ່ເປີດອົກເປີດໃຈ” ໂດຍຮວມ
ມີຄະດີຕ່າງໆ ຂອງພວກຄົນ ຜູ້ທີ່ໄດ້ຖືກຄຸມຂັງມາ ຫຼື ພວກທີ່ຫາຍສາບສູນໄປນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG