ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ ກ່າວວ່າ ກຳປູເຈຍ ຕ້ອງຢຸດການໂຈມຕີ ທາງກົດໝາຍ ຕໍ່ສື່ມວນຊົນ


ທ້າວ ອວນ ຈິນ ແລະ ທ້າວ ແຢງ ໂຊແທຣິນ, ອະດີດນັກຂ່າວຂອງວິທະຍຸເອເຊຍເສລີ (RFA), ໃຫ້ຄຳເຫັນຕໍ່ສື່ມວນຊົນຢູ່ຕໍ່ໜ້າສານເທດສະບານເມືອງໃນນະຄອນຫຼວງ ພະນົມເປັນ, 3 ຕຸລາ, 2019.
ທ້າວ ອວນ ຈິນ ແລະ ທ້າວ ແຢງ ໂຊແທຣິນ, ອະດີດນັກຂ່າວຂອງວິທະຍຸເອເຊຍເສລີ (RFA), ໃຫ້ຄຳເຫັນຕໍ່ສື່ມວນຊົນຢູ່ຕໍ່ໜ້າສານເທດສະບານເມືອງໃນນະຄອນຫຼວງ ພະນົມເປັນ, 3 ຕຸລາ, 2019.

ລັດຖະບານ ກຳປູເຈຍ ໄດ້ຕົກຢູ່ພາຍໃຕ້ການວິພາກວິຈານໂດຍກຸ່ມປົກປ້ອງສິດທິມະນຸດ ກ່ຽວກັບ ສິ່ງທີ່ເຂົາເຈົ້າອະທິບາຍວ່າເປັນການ “ໂຈມຕີຢ່າງບໍ່ລົດລະ” ຕໍ່ເສລີພາບໃນດ້ານການຂ່າວ ຊຶ່ງລວມມີການຈັບກຸມ, ກົດໝາຍປາບປາມ ແລະ ການຖອນໃບອະນຸຍາດສື່ມວນຊົນ.

ຖະແຫຼງການສະບັບນຶ່ງທີ່ຖືກເປີດເຜີຍໃນວັນທີ 2 ພະຈິກ ເຊິ່ງແມ່ນວັນສິ້ນສຸດ ການຄຸ້ມກັນອາຊະ ຍາກຳຕໍ່ນັກຂ່າວສາກົນ ແລະ ຖືກເຊັນໂດຍກຸ່ມປົກປ້ອງສິດ ທິມະນຸດ 57 ກຸ່ມ ແລະ ຊຸມຊົນນັ້ນ, ໄດ້ຮຽກຮ້ອງ ໃຫ້ຍຸຕິການໂຈມຕີຕໍ່ສິດທິ ຂອງເສລີພາບໃນການປາກເວົ້າ ແລະ ພວກນັກຂ່າວທີ່ຕຳໜິຕິຕຽນລັດຖະບານ ກຳປູເຈຍ.

ອົງການຂ່າວທີ່ມີຫ້ອງການຕັ້ງຢູ່ ກຳປູເຈຍ ໄດ້ປະເຊີນກັບການໂຈມຕີທາງກົດໝາຍຫຼາຍຂຶ້ນນັບຕັ້ງແຕ່ປີ 2017 ເປັນຕົ້ນມາ, ເມື່ອລັດຖະບານໄດ້ຍຸບພັກຝ່າຍຄ້ານພຽງພັກດຽວຂອງປະເທດ, ຮາວີລົບກວນກຸ່ມທີ່ບໍ່ຂຶ້ນກັບລັດຖະບານ, ແລະ ໄດ້ບັງຄັບໃຫ້ປິດ ອົງການສື່ມວນຊົນອິດສະຫຼະ. ນັບຕັ້ງແຕ່ນັ້ນມາ, ບັນດານັກຂ່າວແມ່ນໄດ້ຖືກຈັບໃນການລາຍງານຂ່າວຂອງເຂົາເຈົ້າ ຫຼື ຖືກກ່າວຫາ ກ່ຽວກັບ ການສອດແນມ ແລະ ການຍຸແຍ່.

ຖະແຫຼງການດັ່ງກ່າວໄດ້ລະບຸນັກຂ່າວຢ່າງໜ້ອຍ 13 ຄົນຜູ້ໄດ້ປະເຊີນກັບການຟ້ອງຮ້ອງຈາກສານ ສຳລັບການລາຍງານຂ່າວຂອງເຂົາເຈົ້າ ແລະ ການຖອນໃບອະນຸຍາດສື່ມວນຊົນ 4 ອົງການຂ່າວໃນລະຫວ່າງໂຣກລະບາດໄວຣັສໂຄໂຣນາ ໃນຂໍ້ກ່າວຫາວ່າເຜີຍແຜ່ຂ່າວປອມ.

ຖະແຫຼງການໄດ້ຂຽນ, ໂດຍອ້າງເຖິງປະມວນກົດໝາຍອາຍາ ກ່ຽວກັບ ການຍຸ ແຍ່ວ່າ “ໃນຫຼາຍປີທີ່ຜ່ານມາ, ລັດຖະບານ ກຳປູເຈຍ ໄດ້ຮັບຮອງເອົາກົດໝາຍປາບປາມຫຼາຍສະບັບທີ່ໄດ້ອະນຸຍາດໃຫ້ມີການປາບປາມສື່ມວນຊົນອິດສະຫຼະ ແລະ ສື່ສັງຄົມ ແລະ ໄດ້ພະຍາຍາມທີ່ຈະຕັ້ງຂໍ້ກຳນົດໃນບົດລົງໂທດໂດຍສະເພາະກົດໝາຍຂໍ້ທີ 494 ແລະ 495 ເພື່ອປົກປິດການລາຍງານວິພາກວິຈານ ແລະ ນັກຂ່າວຂອງເຂົາເຈົ້າ.”

ທ່ານ ນົບ ວີ, ຜູ້ທີ່ໄດ້ດຳເນີນອົງການພັນທະມິດ ນັກຂ່າວ ກຳປູເຈຍ ຫຼື CamboJa ໄດ້ກ່າວວ່າມັນໄດ້ມີການໂຈມຕີ, ການກັກຂັງ ແລະ ການຕັ້ງຂໍ້ ກ່າວຫາຕໍ່ນັກຂ່າວຫຼາຍຂຶ້ນ, ໂດຍສະເພາະຜູ້ທີ່ບໍ່ສົ່ງເສີມຂ່າວທີ່ສະໜັບສະໜູນລັດຖະບານ.

ອົງການ CamboJa ແລະ ອົງການອື່ນໆສາມອົງການ ໄດ້ເປີດເຜີຍອີກຖະແຫຼງການນຶ່ງທີ່ຮຽກຮ້ອງໃຫ້ຍຸຕິການກໍ່ອາຊະຍາກຳຕໍ່ບັນດານັກຂ່າວ ແລະ ໃຫ້ລັດຖະບານສືບສວນສອບສວນຄະດີ ທີ່ຖືກເລື່ອນເວລາດົນນານແລ້ວນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG