ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ ກ່າວຫາ ພວກເຈົ້າໜ້າທີ່ ເບລາຣຸສ ກ່ຽວກັບ ການທໍລະມານ ຄົນທີ່ຖືກຈັບ ຈຳນວນຫຼວງຫຼາຍ


ຕຳຫຼວດປາບປາມຈະລາຈົນ ຄວບຄຸມຕົວຜູ້ປະທ້ວງຄົນນຶ່ງໃນລະຫວ່າງ ການຊຸມນຸມປະທ້ວງຕໍ່ຜົນການເລືອກຕັ້ງປະທານາທິບໍດີຢ່າງເປັນທາງການ, ນະຄອນຫຼວງ ມິງສ໌, ເບລາຣຸສ. 13 ກັນຍາ, 2020.
ຕຳຫຼວດປາບປາມຈະລາຈົນ ຄວບຄຸມຕົວຜູ້ປະທ້ວງຄົນນຶ່ງໃນລະຫວ່າງ ການຊຸມນຸມປະທ້ວງຕໍ່ຜົນການເລືອກຕັ້ງປະທານາທິບໍດີຢ່າງເປັນທາງການ, ນະຄອນຫຼວງ ມິງສ໌, ເບລາຣຸສ. 13 ກັນຍາ, 2020.

ອົງການສິ້ງຊອມສິດທິມະນຸດ Human Rights Watch ຫຼື HRW ໄດ້ກ່າວຫາກອງກຳລັງຮັກສາຄວາມປອດໄພ ເບລາຣຸສ ກ່ຽວກັບ ການກັກຂັງປະຊາຊົນຫຼາຍພັນຄົນ ແລະ ທໍລະມານອີກຫຼາຍຮ້ອຍຄົນໃນໄລຍະຫຼາຍວັນ ຫຼັງຈາກການເລືອກຕັ້ງທີ່ເປັນບັນຫາຂັດແຍ້ງໃນວັນທີ 9 ສິງຫາ ທີ່ໄດ້ເຮັດໃຫ້ປະທານາທິບໍດີຜະເດັດການທ່ານ ອາເລັກແຊນເດີ ລູຄາເຊັນໂກ ດຳລົງຕຳແໜ່ງເປັນສະ ໄໝທີ 6.

ການປາບປາມທີ່ໂຫດຮ້າຍຂອງລັດຖະບານບໍ່ດົນຫຼັງຈາກຜົນການເລືອກຕັ້ງໄດ້ສົ່ງຜົນໃຫ້ມີການກັກຂັງປະຊາຊົນເກືອບ 7,000​ ຄົນ. ຢ່າງໜ້ອຍສາມຄົນຖືກຂ້າຕາຍໃນລະຫວ່າງການປະທ້ວງ, ແລະ ອີກຫຼາຍຮ້ອຍຄົນໄດ້ຮັບບາດເຈັບ ໂດຍຕຳຫຼວດໄດ້ທຳການສະຫຼາຍຜູ້ປະທ້ວງທີ່ສະຫງົບຢ່າງດຸຮ້າຍດ້ວຍລູກປືນຢາງ, ໄມ້ຄ້ອນ ແລະ ລະເບີດທີ່ເຮັດໃຫ້ຫູອື້. ທ່ານ ລູຄາເຊັນໂກ ໄດ້ກ່າວ ຫາມະຫາອຳນາດຕ່າງປະເທດວ່າ ເປັນຜູ້ຢູ່ເບື້ອງຫຼັງການປະທ້ວງ ແລະ ໄດ້ປະຕິເສດການສໍ້ໂກງການເລືອກຕັ້ງ.

ອົງການສິ້ງຊອມສິດທິມະນຸດ HRW ໄດ້ກ່າວວ່າການຄົ້ນພົບຂອງເຂົາເຈົ້າແມ່ນອີງໃສ່ການສຳ ພາດອະດີດຜູ້ຖືກຄວບຄຸມຕົວ 27 ຄົນ, ສ່ວນໃຫຍ່ຖືກຈັບໃນລະຫວ່າງວັນທີ 8 ຫາ 12 ສິງຫາ, 14 ຄົນທີ່ຮູ້ ກ່ຽວກັບ ການຈັບກຸມຕ່າງໆ, ການກວດເບິ່ງວິດີໂອ 67 ຕອນ ແລະ ການຂຽນເລົ່າເຫດການຈາກອະດີດຜູ້ຖືກຄຸມຂັງ ແລະ ພີ່ນ້ອງຂອງເຂົາເຈົ້າ.

ອະດີດຜູ້ຖືກຄຸມຂັງບາງຄົນໄດ້ກ່າວວ່າ ເຂົາເຈົ້າຖືກຈັບຢູ່ນະຄອນຫຼວງ ມິງສ໌, ເມືອງ ຮຣອດນາ, ແລະ ໂຮເມລ ໃນເວລາທີ່ເຂົາເຈົ້າໄດ້ເຂົ້າຮ່ວມການປະທ້ວງທີ່ສະຫງົບ. ຄົນອື່ນໆໄດ້ກ່າວຫາວ່າ ກອງກຳລັງຮັກສາຄວາມປອດໄພໄດ້ດຶງເຂົາເຈົ້າອອກຈາກຖະໜົນ ຫຼື ຈາກລົດຂອງເຂົາເຈົ້າດ້ວຍ “ຄວາມແຮງຢ່າງສຸດຂີດ.”

ພວກຜູ້ຖືກຄວບຄຸມຕົວເວົ້າວ່າເຂົາເຈົ້າຖືກຕີ, ຖືກໄຟຟ້າຊັອດ ແລະ ການທໍ ລະມານຮູບແບບອື່ນ ໆ, ທີ່ສົ່ງຜົນເຮັດໃຫ້ບາດເຈັບເຊັ່ນ ກະດູກຫັກ, ແຜໄໝ້ ຈາກໄຟຟ້າ, ການກະທົບກະເທືອນສະ ໝອງລະດັບເບົາ, ຄວາມເສຍຫາຍຕໍ່ໝາກໄຂ່ຫຼັງ ແລະ ແຂ້ວແຕກ. ຜູ້ຖືກຄຸມຂັງຢ່າງໜ້ອຍຄົນນຶ່ງໄດ້ກ່າວວ່າ ລາວຖືກຂົ່ມຂືນ.

ການຈັບກຸມຄົນຢ່າງຫຼວງຫຼາຍໄດ້ສືບຕໍ່ໃນອາທິດທຳອິດຂອງເດືອນກັນຍາ, ໂດຍກະຊວງພາຍໃນໄດ້ລາຍງານວ່າ 600 ຄົນໄດ້ຖືກຈັບໃນວັນທີ 6 ກັນຍາພຽງມື້ດຽວ. ກະຊວງດັ່ງກ່າວໄດ້ເວົ້າວ່າ ອີກ 774 ​ຄົນໄດ້ຖືກຈັບໃນນະຄອນຫຼວງ ມິງສ໌ ແລະ ເມືອງອື່ນໆສຳລັບການຈັດການປະທ້ວງທີ່ບໍ່ໄດ້ຮັບອະນຸຍາດໃນວັນອາທິດທີ່ຜ່ານມາ.

ບັນດາເຈົ້າໜ້າທີ່ ເບລາຣຸສ ໄດ້ແນເປົ້າໃສ່ນັກຂ່າວຕ່າງປະເທດ ແລະ ນັກຂ່າວ ພາຍໃນທ້ອງຖິ່ນ ທີ່ເຮັດວຽກໃຫ້ອົງການສື່ມວນຊົນຕ່າງປະເທດ ແລະ ອົງການຂ່າວອິດສະຫຼະ. ອົງການສິ້ງຊອມສິດທິ ມະນຸດ HRW ໄດ້ກ່າວວ່າ ນັກຂ່າວຫຼາຍສິບຄົນໄດ້ຖືກຖອນທະບຽນສື່ມວນຊົນຂອງເຂົາເຈົ້າ, ຖືກຂັບໄລ່ອອກຈາກປະເທດ ຫຼື ຖືກຮາວີລົບກວນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG