ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຸ່ມສົ່ງເສີມສິດທິມະນຸດ ຮຽກຮ້ອງ ສປຊ ໃຫ້ນຳເອົາກຸ່ມຕາລີບານ ມາລົງໂທດ ສຳລັບການກໍ່ອາຊະຍະກຳ ໃນ ອັຟການິສຖານ


ແມ່ຍິງກຸ່ມນຶ່ງຈັດການປະທ້ວງຢູ່ຕາມຖະໜົນ ຮຽກຮ້ອງໃຫ້ກຸ່ມຕາລີບານ ປົກປ້ອງສິດທິຂອງເຂົາເຈົ້າ, ນະຄອນຫຼວວງ ກາບູລ, ອັຟການິສຖານ. 17 ສິງຫາ, 2021.
ແມ່ຍິງກຸ່ມນຶ່ງຈັດການປະທ້ວງຢູ່ຕາມຖະໜົນ ຮຽກຮ້ອງໃຫ້ກຸ່ມຕາລີບານ ປົກປ້ອງສິດທິຂອງເຂົາເຈົ້າ, ນະຄອນຫຼວວງ ກາບູລ, ອັຟການິສຖານ. 17 ສິງຫາ, 2021.

ບັນດາຜູ້ເຂົ້າຮ່ວມກອງປະຊຸມນັດພິເສດ ກ່ຽວກັບ ສະຖານະການສິດທິມະນຸດໃນ ອັຟການິສຖານ ໄດ້ຮຽກຮ້ອງສະພາສິດທິມະນຸດສະຫະປະຊາຊາດ ໃຫ້ພິຈາລະນາການລ່ວງລະເມີດຕ່າງໆ ໂດຍພວກຕາລີບານ ແລະ ນຳເອົາພວກເຂົາມາຮັບຜິດຊອບສຳລັບການກະທຳຜິດຂອງພວກເຂົາ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະ ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ຂ້າຫຼວງໃຫຍ່ ເພື່ອສິດທິມະນຸດ ສະຫະປະຊາຊາດ ທ່ານນາງ ມິແຊລ ບາເຊີເລ ໄດ້ໄຂກອງປະຊຸມຂຶ້ນ. ທ່ານນາງໄດ້ໃຫ້ລາຍງານທີ່ໜ້າຕົກໃຈ ກ່ຽວກັບ ລາຍງານທີ່ໜ້າເຊື່ອຖືໄດ້ຫຼາຍສະບັບທີ່ຫ້ອງ ການຂອງທ່ານນາງໄດ້ຮັບມາ ກ່ຽວກັບ ການລ່ວງລະເມີດທີ່ກະທຳໂດຍກຸ່ມຕາລີບານ ຕໍ່ປະຊາ ກອນພົນລະເຮືອນຂອງ ອັຟການິສຖານ, ລວມທັງການປະຫານຊີວິດແບບຮວບຮັດຕັດຕອນ ແລະ ການຈຳກັດຮັດແຄບຕໍ່ສິດທິຂອງແມ່ຍິງ.

ທ່ານນາງໄດ້ກ່າວຢໍ້າເຖິງຄຳໝັ້ນສັນຍາຂອງກຸ່ມຕາລີບານ ທີ່ຈະເຄົາລົບສິດທິຂອງແມ່ຍິງ, ຊົນ ເຜົ່າ ແລະ ສາສະໜາກຸ່ມນ້ອຍ. ທ່ານນາງໄດ້ກ່າວວ່າເຂົາເຈົ້າຍັງໄດ້ສັນຍາທີ່ຈະຢຸດການແກ້ແຄ້ນຕໍ່ຊາວ ອັຟການິສຖານ ຜູ້ທີ່ໄດ້ເຮັດວຽກກັບປະຊາຄົມສາກົນ. ທ່ານນາງໄດ້ກ່າວວ່າຄວາມຮັບຜິດ ຊອບໃນຕອນນີ້ແມ່ນຂຶ້ນຢູ່ກັບກຸ່ມຕາລີບານ ທີ່ຈະເຄົາລົບຕໍ່ຄຳໝັ້ນສັນຍາທີ່ວ່ານັ້ນ.

ທ່ານນາງ ບາເຊີເລ ໄດ້ກ່າວວ່າ “ຂ້າພະເຈົ້າຂໍຮຽກຮ້ອງຕໍ່ສະພາສິດທິມະນຸດນີ້ ໃຫ້ທຳການປະຕິ ບັດການທີ່ກ້າຫານ ແລະ ຂະຫຍັນຂັນແຂງ, ເທົ່າທຽມກັບຄວາມຮ້າຍແຮງຂອງວິກິດການນີ້, ດ້ວຍການສ້າງຕັ້ງກົນໄກຢ່າງເອົາໃຈໃສ່ ເພື່ອຕິດຕາມສະຖານະການສິດທິມະນຸດທີ່ກຳລັງປາກົດຂຶ້ນໃນ ອັຟການິສຖານ ຢ່າງໃກ້ຊິດ, ລວມທັງ, ໂດຍສະເພາະແມ່ນການປະຕິບັດຄຳສັນຍາຂອງກຸ່ມຕາລີບານ, ກັບເພັ່ງເລັງໃສ່ການປ້ອງກັນ.

ທ່ານນາງ ບາເຊີເລ ໄດ້ກ່າວວ່າການປະຕິບັດການຮ່ວມກັນໂດຍບັນດາປະເທດສະມາຊິກຈະເປັນສັນຍານທີ່ສຳຄັນ ຕໍ່ກຸ່ມຕາລີບານ ທີ່ວ່າການກັບໄປປະຕິບັດແບບເມື່ອກ່ອນແມ່ນຈະບໍ່ຖືກຍອມຮັບ ໂດຍປະຊາຄົມນານາຊາດ.

ທ່ານນາງ ຊາຊາດ ອັກບາ, ປະທານຂອງຄະນະກຳມາທິການສິດທິມະນຸດອິດສະຫຼະ ອັຟການິສຖານ ໄດ້ສະແດງຄວາມຜິດຫວັງຕໍ່ການບໍ່ສາມາດທີ່ຈະສ້າງໜ່ວຍປະຕິບັດການຊອກຫາຂໍ້ເທັດຈິງຂອງສະພາເພື່ອຕິດຕາມ, ລາຍງານ ແລະ ເກັບກຳຫຼັກຖານ ກ່ຽວກັບ ການລ່ວງລະເມີດ ແລະ ການກະທຳທີ່ບໍ່ຖືກຕ້ອງຂອງກຸ່ມຕາລີບານໃນອະດີດ.

ທ່ານນາງໄດ້ກ່າວວ່າສະພາບໍ່ສາມາດດຳເນີນວຽກງານຄືປົກກະຕິໂດຍພິຈາລະນາເຖິງການຄາດ ວ່າ ຈະມີການກະທຳທີ່ບໍ່ຖືກຕ້ອງເພີ່ມເຕີມໂດຍການປົກຄອງ ຕາລີບານ ໃນປະເທດຂອງພວກເຂົາ.

ທ່ານນາງ ອັກບາ ໄດ້ກ່າວວ່າ “ຢ່າງໜ້ອຍທີ່ສຸດທີ່ກອງປະຊຸມສາມາດເຮັດໄດ້ກໍແມ່ນອະທິບາຍຜ່ານການກະທຳຕ່າງໆຕໍ່ຊາວ ອັຟການິສຖານ ວ່າເຂົາເຈົ້າຈະບໍ່ຫັນໜີໄປບ່ອນອື່ນ, ວ່າໂລກແມ່ນມີຄວາມມຸ່ງໝັ້ນຕໍ່ກົນໄກທີ່ຢ່າງໜ້ອຍໜ້າເຊື່ອຖືໄດ້, ແຂງແກ່ນ ແລະ ເຕັມໄປດ້ວຍແຫຼ່ງຊັບພະຍາ ກອນເພື່ອບັນທຶກການລ່ວງລະເມີດຕ່າງໆ ແລະ ດຳເນີນການເພື່ອຍັບຢັ້ງ.”

ທ່ານ ອັກບາ ໄດ້ເອີ້ນຮ່າງມະຕິທີ່ຖືກເຮັດຂຶ້ນຢູ່ກອງປະຊຸມພິເສດວ່າ ການຮຽນແບບ ໂດຍພິຈາລະ ນາເຖິງການລ່ວງລະເມີດທີ່ຖືກບັນທຶກເປັນຢ່າງດີ ແລະ ອາຊະຍະກຳສົງຄາມທີ່ກະທຳໂດຍກຸ່ມຕາລີບານຕໍ່ແມ່ຍິງ ແລະ ເດັກຍິງ, ຜູ້ປົກປ້ອງສິດທິມະນຸດ ແລະ ນັກຂ່າວອື່ນໆ.

ທ່ານນາງໄດ້ກ່າວເພີ່ມເຕີມວ່າບັນດານັກເຄື່ອນໄຫວ ອັຟການິສຖານ ຢູ່ພາກພື້ນດິນຜູ້ທີ່ໄດ້ປະ ເຊີນກັບການຂົ່ມຂູ່ໂດຍກົງຕໍ່ຊີວິດຂອງເຂົາເຈົ້າໄດ້ຮຽກຮ້ອງ ແລະ ສົມຄວນໄດ້ຮັບສິ່ງທີ່ດີກວ່າການຕອບສະໜອງທີ່ບໍ່ກະຕືລືລົ້ນຂອງສະພານັ້ນ.

ທ່ານນາງ ອັກບາ ໄດ້ກ່າວວ່າ “ຈະເວົ້າຢ່າງຈິງໃຈກັບເຈົ້າ, ພວກເຈົ້າເຮັດໃຫ້ເຂົາເຈົ້າຜິດຫວັງ. ແຕ່ຕອນນີ້, ມື້ນີ້, ບໍ່ແມ່ນເດືອນໜ້າ, ບໍ່ແມ່ນເດືອນມີນາໜ້າ, ເຈົ້າມີໂອກາດທີ່ຈະແກ້ໂຕ. ກະລຸນາຮັບເອົາ. ກະລຸນາຮັບປະກັນວ່າກອງປະຊຸມນີ້ຈະມີຜົນອອກມາທີ່ໜ້າເຊື່ອຖື ແລະ ແຂງແກ່ນ.”

ອົງການປົກປ້ອງສິດທິມະນຸດໄດ້ເຫັນພ້ອມກັບສະພາບດັ່ງກ່າວ. ໃນຖະແຫຼງການສະບັບນຶ່ງ, ກຸ່ມປົກປ້ອງສິດທິມະນຸດສາກົນໄດ້ກ່າວວ່າ ມັນມີສັນຍານທີ່ເປັນລາງສັງຫອນວ່າບັນດາປະເທດສະມາ ຊິກສະຫະປະຊາຊາດ ອາດບໍ່ສາມາດທີ່ຈະສະແດງການນຳພາທີ່ມີຄວາມຕ້ອງການນັ້ນ.

ເຂົາເຈົ້າໄດ້ກ່າວວ່າເນື້ອຄວາມການແກ້ໄຂບັນຫາທີ່ຖືກຮ່າງຂຶ້ນໂດຍ ປາກິສຖານ ໃນຖານະທີ່ເປັນຜູ້ນຳຂອງອົງການການຮ່ວມມືອິສລາມນັ້ນໄດ້ແນະນຳການຕອບສະໜອງທີ່ອ່ອນແອທີ່ສຸດ ຕໍ່ການລ່ວງລະເມີດທີ່ຮ້າຍແຮງທີ່ສຸດທີ່ຖືກເປີດເຜີຍໃນປັດຈຸບັນນີ້. ເຂົາເຈົ້າໄດ້ກ່າວວ່າເນື້ອຄວາມດັ່ງກ່າວບໍ່ໄດ້ຮຽກຮ້ອງໃຫ້ຕັ້ງອົງການສືບສວນສອບສວນ ຫຼື ຕິດຕາມຂຶ້ນມາ, ມີແຕ່ການປຶກສາຫາລື ໃນອະນາຄົດ ແລະ ລາຍງານ ກ່ຽວກັບ ສະຖານະການສິດທິມະນຸດໃນປະເທດດັ່ງກ່າວ.

ເຂົາເຈົ້າໄດ້ເຕືອນວ່າການບໍ່ສາມາດທີ່ຈະດຳເນີນການໃນປັດຈຸບັນນີ້ຈະທຳລາຍ ຄວາມໜ້າເຊື່ອຖືຂອງສະພາບໍ່ແມ່ນພຽງແຕ່ໃນ ອັຟການິສຖານ ເທົ່ານັ້ນ, ແຕ່ໃນວິກິດການສິດທິມະນຸດອື່ນໆ.

ອົງການສະຫະປະຊາຊາດບໍ່ໄດ້ຮັບຮູ້ກຸ່ມຕາລີບານດັ່ງກັບຜູ້ປົກຄອງ ອັຟການິສຖານ ຢ່າງຖືກຕ້ອງຕາມກົດໝາຍ. ສະນັ້ນ, ເອກອັກຄະລັດຖະທູດປະຈຳອົງການສະຫະປະຊາຊາດໃນນະຄອນ ເຈນີວາ ຂອງອະດີດລັດຖະບານ ອັຟການິສຖານ ຈຶ່ງໄດ້ຂຶ້ນກ່າວຄຳປາໄສ.

ທ່ານ ນາເຊີ ອາມັດ ອານດີຊາ ໄດ້ອະທິບາຍເຖິງການເຄື່ອນໄຫວທີ່ໜ້າເປັນຫ່ວງໃນປັດຈຸບັນນີ້ ໃນປະເທດຂອງທ່ານ ແລະ ໄດ້ຮຽກຮ້ອງການສະໜັບສະໜູນຈາກສາກົນ. ທ່ານໄດ້ກ່າວວ່າປະເທດຂອງທ່ານຈະຕ້ອງບໍ່ຖືກປະຖິ້ມ ແລະ ຖືກລືມໂດຍໂລກ. ທ່ານໄດ້ກ່າວວ່າຊີວິດ, ສິດທິ ແລະ ກຽດສັກສີຂອງປະຊາຊົນຂອງທ່ານແມ່ນໄດ້ເພິ່ງພາອາໄສມັນ.

ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທີ່ຮັບຜິດຊອບດ້ານຄວາມປອດໄພຂອງພົນລະເຮືອນ, ປະຊາທິປະໄຕ ແລະສິດທິມະນຸດ ທ່ານນາງອຸສຣາ ເຊຢາ ໄດ້ສະແດງຄວາມຍິນດີ ກັບການເອົາໃຈໃສ່ອັນຮີບດ່ວນຂອງສະພາຕໍ່ສະຖານະການທີ່ຮ້າຍແຮງ ກ່ຽວກັບ ສິດທິມະນຸດໃນ ອັຟການິສຖານ. ທ່ານນາງ ໄດ້ກ່າວວ່າການປົກປ້ອງພົນລະເຮືອນຕ້ອງສຳຄັນອັນດັບນຶ່ງຄືເກົ່າ. ທ່ານນາງໄດ້ກ່າວປະນາມການໂຈມຕີຕໍ່ຊາວ ອັຟການິສຖານ ທີ່ໄດ້ພະຍາຍາມຊ່ວຍເຫຼືອ ສະຫະ ລັດ ແລະ ໄດ້ກ່າວວ່າຊາວ ອັຟການິສຖານ ທຸກຄົນ ແລະ ຄົນຕ່າງປະເທດຜູ້ທີ່ມີຄວາມປາຖະໜາຢາກໜີອອກມາຕ້ອງຖືກອະນຸຍາດໃຫ້ເຮັດຢ່າງປອດໄພ.

ສະຫະລັດ ໄດ້ເຂົ້າຮ່ວມກຸ່ມຂອງຫຼາຍກວ່າ 60 ປະເທດທີ່ໄດ້ຮຽກຮ້ອງໃຫ້ສິ້ນສຸດການສັງຫານຜູ້ປົກປ້ອງສິດທິຂອງແມ່ຍິງໃນທັນທີ. ກຸ່ມດັ່ງກ່າວຍັງໄດ້ຮຽກຮ້ອງຜູ້ທີ່ມີອຳນາດໃນ ອັຟການິສຖານ ໃຫ້ຮັບປະກັນສິດທິຂອງແມ່ຍິງ ແລະ ເດັກຍິງຕໍ່ການສຶກສາ, ວຽກງານ, ສຸຂະພາບ ແລະ ເສລີພາບ ໃນການເຄື່ອນໄຫວໄປມາ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG