ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສິດທິມະນຸດຊົນ ແລະພັນລະຍາ ທ່ານ ສົມບັດ ຂໍຮ້ອງສາກົນ ໃຫ້ກົດດັນລັດຖະບານ ລາວ


ກຸ່ມສິທິມະນຸດຊົນ ຊາວລາວ ແລະ ໄທ ພາກັນລົນນະລົງ ເພື່ອໃຫ້ລັດຖະບານລາວ ຊອກຫາ ທ່ານສົມບັດ ສົມພອນ.
ກຸ່ມສິທິມະນຸດຊົນ ຊາວລາວ ແລະ ໄທ ພາກັນລົນນະລົງ ເພື່ອໃຫ້ລັດຖະບານລາວ ຊອກຫາ ທ່ານສົມບັດ ສົມພອນ.

ບັນດາອົງການສິດທິມະນຸດຊົນ ໃນອາຊຽນ ແລະ ທ່ານນາງ ອຶ່ງ ສຸຍ ເໝັງ ພັນລະຍາ ຂອງ ທ່ານ ສົມບັດ ສົມພອນ ຮຽກຮ້ອງໃຫ້ສາກົນເພີ່ມການກົດດັນລັດຖະບານລາວໃຫ້ຄົ້ນຫາ ທ່ານສົມບັດ ຕໍ່ໄປ.

ທ່ານນາງສຸນທຣີ ຫັດຖີ ເລຂາທິການ ຄະນະກຳມະການປະສານງານ ອົງກອນພັດທະນາ ພາກເອກກະຊົນໃນໄທ ແລະພາກປະຊາສັງຄົມອາຊຽນ ໃຫ້ການຢືນຢັນວ່າ ໃນຖານະທີ່ ລັດຖະບານລາວ ເປັນປະທານວຽນຂອງອາຊຽນໃນປີ 2016 ພາກປະຊາສັງຄົມ ແລະ ປະຊາຊົນອາຊຽນ ໄດ້ທວງຖາມທາງການລາວ ໃນ 3 ບັນຫາທີ່ສຳຄັນດ້ວຍກັນ ຄື ກໍລະນີ ການຫາຍຕົວໄປ ຂອງທ່ານສົມບັດ ສົມພອນ ການລະເມີດສິດທິພົນລະເມືອງລາວ ແລະ ແຜນການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງໃນລາວ.

ນັກເຄື່ອນໄຫວ ເພື່ອສິດທິມະນຸດ ສາມຄົນ ກຳລັງ ເຊັນຊື່ລົງ ປ້າຍລົນນະລົງ ຮຽກຮ້ອງໃຫ້ ລັດຖະບານລາວ ຊອກຫາ ທ່ານສົມບັດ ສົມພອນ.
ນັກເຄື່ອນໄຫວ ເພື່ອສິດທິມະນຸດ ສາມຄົນ ກຳລັງ ເຊັນຊື່ລົງ ປ້າຍລົນນະລົງ ຮຽກຮ້ອງໃຫ້ ລັດຖະບານລາວ ຊອກຫາ ທ່ານສົມບັດ ສົມພອນ.

ໂດຍການທວງຖາມດັ່ງກ່າວ ກໍເພາະຢາກຈະຮູ້ເຖິງຄວາມຄືບໜ້າ ໃນການສືບສວນຫາ ຄວາມຈິງ ທີ່ຢູ່ເບື້ອງຫລັງ ຂອງການລັກພາຕົວທ່ານສົມບັດ ຊຶ່ງເປັນນັກພັດທະນາທາງ ສັງຄົມທີ່ດີເດັ່ນໃນລາວ ແລະອາຊຽນ ຫາກແຕ່ວ່າ ໃນຕະຫຼອດລະຍະເວລາ 3 ປີກວ່າ ມານີ້ ກັບຍັງບໍ່ມີຄວາມຄືບໜ້າໃດໆ ທີ່ໄດ້ຈາກການສືບສວນ-ສອບສວນ ຂອງທາງການ ຕຳຫຼວດລາວ ທັງໆ ທີ່ວ່າ ທ່ານສົມລັດ ໄດ້ຖືກລັກພາຕົວໄປຈາກປ້ອມຕຳຫຼວດ ໃນ ນະຄອນຫຼວງວຽງຈັນ ທັງກໍຍັງມີຫລັກຖານ ທີ່ບັນທຶກໄວ້ດ້ວຍລະບົບກ້ອງວົງຈອນປິດ ຂອງທາງການລາວອີກດ້ວຍ.

ຊຶ່ງຕໍ່ກໍລະນີດັ່ງກ່າວນີ້ ທ່ານນາງ Ng Shui Meng ພັນລະຍາຂອງທ່ານສົມບັດ ພ້ອມ ດ້ວຍບັນດາອົງການສິດທິມະນຸດຊົນ ໃນອາຊຽນ ກໍໄດ້ຮ່ວມກັນລົນນະລົງ ເພື່ອຮຽກຮ້ອງ ຂໍໃຫ້ນານາຊາດ ຮ່ວມມືກັນເຂົ້າໃນການກົດດັນຕໍ່ລັດຖະບານລາວ ໃຫ້ຫຼາຍຂຶ້ນເພື່ອເຮັດ ໃຫ້ລັດຖະບານລາວ ສະແດງຄວາມຮັບຜິດຊອບຕໍ່ການຫາຍຕົວໄປ ຂອງທ່ານສົມບັດ ດ້ວຍການສືບສວນ-ສອບສວນ ແລະຕາມຫາທ່ານສົມບັດ ຢ່າງຈິງຈັງ ເນື່ອງຈາກວ່າ ໃນຕະຫຼອດລະຍະກວ່າ 3 ປີ ທີ່ຜ່ານມາ ທາງການລາວ ບໍ່ໄດ້ສະແດງຄວາມຄືບໜ້າ ໃນການດຳເນີນການໃນກໍລະນີດັ່ງກ່າວນີ້ແຕ່ຢ່າງໃດ ດັ່ງທີ່ທ່ານນາງ ອຶ່ງ ສຸຍ ເໝັງ ໄດ້ ຢືນຢັນວ່າ:

“ມື້ນີ້ ຫຼັງຈາກ 3 ປີຜ່ານມາແລ້ວ ສົມບັດ ຍັງຫາຍສາບສູນຢູ່ ຂ້າພະເຈົ້າບໍ່ມີທາງເລືອກ ຂ້າພະເຈົ້າບໍ່ສາມາດມິດງຽບຢູ່ ຂ້າພະເຈົ້າບໍ່ຄວນໃຫ້ ວຽກງານທີ່ເປັນຊີວິດຈິດໃຈຂອງ ສົມບັດ ແລະ ຄວາມໄຝ່ຝັນ ຄວາມມຸ້ງຫວັງ ຂອງລາວ ເພື່ອສ້າງສາປະຊາຄົມໃຫ້ດີຂຶ້ນ ຢູ່ໃນລາວ ແລະ ສຳລັບປະຊາຊົນລາວ ການທີ່ລາວໄດ້ຫາຍສາບສູນໄປນີ້ ໂລກສາມາດ ປ່ອຍໃຫ້ ສົມບັດ ສົມພອນ ຫາຍສາບສູນໄປ ໄດ້ບໍ່? ພວກເຮົາຈະປ່ອຍໃຫ້ ການບໍ່ເອົາ ໂທດຜູ້ກະທຳຜິດ ມີຢູ່ຕໍ່ໄປ ບໍ່?”

ສ່ວນການທວງຖາມກ່ຽວກັບບັນຫາການລະເມີດສິດທິພົນລະເມືອງລາວນັ້ນ ກໍຍ້ອນວ່າ ປະຊາຊົນລາວຖືກຈຳກັດສິດທິໃນການປາກເວົ້າ ແລະສະແດງຄວາມຄິດເຫັນ ທາງການ ເມືອງ ທັງໆທີ່ວ່າ ໄດ້ມີການຮັບຮອງສິດທິດັ່ງກ່າວໄວ້ໃນລັດຖະທຳມະນູນ ແລະການທວງ ຖາມກ່ຽວກັບການສ້າງເຂື່ອນເທິງແມ່ນ້ຳຂອງນັ້ນ ກໍເພາະຢ້ານວ່າ ຈະສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມທຳມະຊາດ ໃນເຂດຕອນລ່າງຢ່າງກວ້າງຂວາງ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍບໍ່ໄດ້ຕອບຄຳຖາມເຫຼົ່ານີ້ ທັງກໍຍັງບໍ່ອະນຸຍາດໃຫ້ມີ ກອງປະຊຸມຂອງພາກປະຊາສັງຄົມ ແລະພາກປະຊາຊົນໃນໂອກາດທີ່ລັດຖະບານລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ຢູ່ນະຄອນຫຼວງວຽງຈັນ ເມື່ອວັນທີ 6-8 ກັນຍາ 2016 ທີ່ຜ່ານມາ.

ໂດຍທາງການລາວ ໄດ້ໃຫ້ເຫດຜົນກ່ຽວກັບຄວາມບໍ່ພ້ອມ ທັງໃນດ້ານງົບປະມານ ບຸກຄະ ລາກອນ ແລະສະຖານທີ່ ທັງຍັງບໍ່ຕ້ອງການໃຫ້ມີຄວາມວຸ້ນວາຍເກີດຂຶ້ນໃນລາວດ້ວຍ ຫາກແຕ່ການຕັດສິນໃຈດັ່ງກ່າວຂອງທາງການລາວ ກໍຖືເປັນການຈຳກັດສິດເສລີພາບ ຂອງພາກປະຊາສັງຄົມ ໃນອາຊຽນ ທີ່ມີສິດຈະສະແດງການຮຽກຮ້ອງຕ່າງໆ ເພື່ອປົກປ້ອງ ສິດຂອງພວກຕົນຕາມກົດບັດອາຊຽນ ຫຼື ASEAN Charter ຊຶ່ງລວມທັງສິດທາງການ ເມືອງດ້ວຍ.

ກ່ອນໜ້ານີ້ ກະຊວງປ້ອງກັນຄວາມສະຫງົບພາຍໃນ ກໍໄດ້ຈັບກຸມເຍົາວະຊົນລາວ 3 ຄົນ ດ້ວຍຂໍ້ຫາຮ່ວມກັນກະທຳຄວາມຜິດ ດ້ວຍການນຳໃຊ້ Facebook ໄປໃນທາງທີ່ເປັນ ການບິດເບືອນຂໍ້ມູນ ເພື່ອບ່ອນທຳລາຍອຳນາດການນຳຂອງພັກປະຊາຊົນປະຕິວັດລາວ ໂດຍພັນເອກຄຳແກ້ວ ມະໂນລາ ຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ໄດ້ຖະແຫລງ ຢືນຢັນວ່າ ການກະທຳຜິດດັ່ງກ່າວໄດ້ເກີດຈາກການຍຸຍົງໂດຍກຸ່ມຄົນບໍ່ດີ ໃນຕ່າງປະເທດ ທີ່ຕ້ອງການສ້າງສະຖານະການ ເພື່ອກໍ່ກວນກອງປະຊຸມສຸດຍອດອາຊຽນ ທີ່ນະຄອນຫຼວງ ວຽງຈັນ ເປັນສຳຄັນ.

XS
SM
MD
LG