ປະລິມານເຂົ້າໃນຄັງແຮ ຂອງນະຄອນວຽງຈັນໃນປັດຈຸບັນຫຼຸດລົງ ເຖິງ 10 ເທົ່າ ທຽບກັບ
ປີຜ່ານມາຊຶ່ງເຮັດໃຫ້ຈະຕ້ອງປູກເຂົ້ານາແຊງ 2019 ໄດ້ ຕາມແຜນການເທົ່ານັ້ນ ຈຶ່ງຈະມີ
ເຂົ້າກິນ ຢ່າງພຽງພໍ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານຫຼ້າສາຍ ນວນທະສິງ ຫົວໜ້າພະແນກກະສິກຳແລະປ່າໄມ້ ເຂດນະຄອນວຽງຈັນ
ຢືນຢັນວ່າ ຜົນຜະລິດດ້ານສະບຽງອາຫານ ໃນເຂດນະຄອນວຽງຈັນ ໃນປັດຈຸບັນນີ້
ຍັງຖືວ່າພຽງພໍກັບຄວາມຕ້ອງການບໍລິໂພກ ຂອງປະຊາຊົນ ເຊັ່ນ ສາມາດຕອບສະໜອງ
ເຂົ້າກິນ ໄດ້ທີ່ປະລິມານສະເລ່ຍ 257 ກິໂລກຣາມ ຕໍ່ຄົນ ຕໍ່ປີ ຕາມລຳດັບ.
ແຕ່ຢ່າງໃດກໍຕາມ ໄພນ້ຳຖ້ວມຄັ້ງໃຫຍ່ ໃນຊ່ວງເດືອນກໍລະກົດຫາກັນຍາ 2018 ກໍໄດ້
ສົ່ງຜົນກະທົບ ຕໍ່ການພະລິດດ້ານສະບຽງອາຫານ ໃນເຂດນະຄອນວຽງຈັນຢ່າງໜັກ
ໜ່ວງ ຄືກັບເຂດແຂວງຕ່າງໆ ໃນທົ່ວປະເທດ ໂດຍສະເພາະຜົນຜະລິດເຂົ້ານາປີ
ທີ່ ເຄີຍເຫຼືອແລະເກີນຄວາມຕ້ອງການບໍລິໂພກ ຄິດເປັນປະລິມານສະເລ່ຍ 50,000 -
60,000 ໂຕນ ໃນແຕ່ລະປີນັ້ນ ໄດ້ຫຼຸດລົງເຫຼືອພຽງ 5,000-6,000 ໂຕນເທົ່ານັ້ນ
ໃນປີ 2018 ທີ່ຜ່ານມາ ສະນັ້ນ ການທີ່ຈະສາມາດຮັບປະກັນໄດ້ຢ່າງຄັກແນ່ວ່າ ປະຊາ
ຊົນ ໃນເຂດນະຄອນວຽງຈັນ ຈະມີເຂົ້າກິນຢ່າງພຽງພໍ ໃນປີ 2019 ນີ້ ກໍຈະຕ້ອງຊຸກຍູ້
ການປູກເຂົ້ານາແຊງ ໃຫ້ໄດ້ ຕາມແຜນການທີ່ວາງໄວ້ຢ່າງຄົບຖ້ວນເທົ່ານັ້ນ ດັ່ງທີ່
ທ່ານຫຼ້າສາຍຢືນຢັນວ່າ:“ປົກກະຕິຈະເຫຼືອຢູ່ ໃນລະດັບ 50,000-60,000 ໂຕນ
ປີນີ້ ເຫຼືອແຕ່ປະມານ 5,000-6,000 ໂຕນ ຖືວ່າມັນໜ້ອຍ ສະນັ້ນ ເຮົາຈຶ່ງເວົ້າວ່າ
ຄັນຢາກຮັບປະກັນໃນປີ 2019 ຕ້ອງເລັ່ງນາແຊງນີ້ ໃຫ້ມັນໄດ້ຫຼາຍ ສະເພາະ
ການຜະລິດພືດຜັກນີ້ ເຮົາກະມາເບິ່ງຕົວເລກສະເລ່ຍ ແລ້ວເຮົາກະໄດ້ຫຼາຍກວ່າ
ປົກກະຕິເນາະ ມັນໄດ້ແສນກວ່າໂຕນ ແລະມາໄລ່ສະເລ່ຍ ກະໄດ້ 116 ກິໂລ ຕໍ່ຄົນ
ຕໍ່ປີ ບັດນີ້ ຄັນເບິ່ງໄມ້ໃຫ້ໝາກ ອັດຕາສະເລ່ຍນີ້ ຕ້ອງໄດ້ປະມານ 70 ກິໂລຕໍ່ຄົນ
ຕໍ່ປີ ທຽບໃສ່ຄວາມຕ້ອງການບໍລິໂພກ ແລ້ວກໍພໍສະໜອງໄດ້.”
ທັງນີ້ ອຳນາດການປົກຄອງເຂດນະຄອນວຽງຈັນ ກໍໄດ້ວາງແຜນທີ່ຈະຊຸກຍູ້ການ
ປູກເຂົ້ານາແຊງ ໃນປີ 2019 ໃຫ້ໄດ້ໃນເນື້ອທີ່ 15,900 ເຮັກຕາປູກພືດຜັກ ໃນເນື້ອທີ່
7,138 ເຮັກຕາ ແລະປູກພືດອຸດສາຫະກຳໃຫ້ໄດ້ ໃນເນື້ອທີ່ 1,625 ເຮັກຕາ
ຫາກແຕ່ວ່າ ນະຄອນວຽງຈັນກໍຍັງຕ້ອງປະເຊີນກັບບັນຫາພື້ນທີ່ກະສິກຳຫຼຸດລົງ
ຢ່າງຕໍ່ເນື່ອງ ໃນໄລຍະ 10 ປີ ມານີ້ ເນື່ອງຈາກການຫັນເອົາທີ່ດິນໄປນຳໃຊ້ໃນພາກ
ການຜະລິດອື່ນໆເພີ້ມຂຶ້ນ ເຊັ່ນ ເຂດເສດຖະກິດພິເສດເຂດເສດຖະກິດສະເພາະ
ແລະການຂະຫຍາຍເຂດຕົວເມືອງ ຮອງຮັບຈຳນວນປະຊາກອນ ທີ່ເພີ້ມຂຶ້ນນັບມື້
ຈຶ່ງເຮັດໃຫ້ທີ່ນາຫຼຸດຈາກ 72,160 ເຮັກຕາ ໃນປີ 2016 ເປັນ 71,990 ເຮັກຕາ
ໃນປີ 2017 ສ່ວນໃນປີ 2018 ກໍດຳນາປີ ໄດ້ 52,373 ເຮັກຕາ ເທົ່ານັ້ນ ໃນນີ້ຖືກ
ນ້ຳຖ້ວມ 11,000 ກວ່າເຮັກຕາ ຄິດເປັນຜົນຜະລິດເຂົ້າທີ່ເສຍຫາຍ 51,000 ກວ່າໂຕນ.
ແຕ່ຢ່າງໃດກໍຕາມ ເປົ້າໝາຍສຳຄັນໃນການພັດທະນາການຜະລິດດ້ານກະສິກຳ
ໃນນະຄອນວຽງຈັນ ນັບຈາກປັດຈະບັນນີ້ ໄປເຖິງປີ 2020 ກໍຄື ການກ້າວໄປສູ່ການ
ຜະລິດ ທີ່ທັນສະໄມ ດ້ວຍການນຳໃຊ້ເຄື່ອງກົນຈັກ ທີ່ທັນສະໄໝເຂົ້າໃນການຜະລິດ
ກະສິກຳຢ່າງກວ້າງແຂວງ ເພື່ອເພີ້ມປະສິດທິພາບການຜະລິດສູງຂຶ້ນ ກໍຄືການນຳໃຊ້
ເຄື່ອງກົນຈັກເພີ້ມຂຶ້ນ ເພື່ອຫຼຸດຈຳນວນກຳລັງແຮງງານໃນພາກກະສິກຳ ໃຫ້ໄດ້ປີລະ
10 ເປີເຊັນ ຊຶ່ງກໍຈະເຮັດໃຫ້ກຳລັງແຮງງານ ໃນພາກກະສິກຳ ໃນນະຄອນວຽງຈັນ
ຫຼຸດລົງ 40 - 50 ເປີເຊັນ ຂອງກຳລັງແຮງງານທັງໝົດ ໃນປັດຈຸບັນ ພາຍໃນ ປີ
2020 ອີກດ້ວຍ.
ນອກຈາກນີ້ ລັດຖະບານລາງ ຍັງໄດ້ກຳນົດ ໃຫ້ 10 ແຂວງ ເປັນເຂດຈຸດສຸມ ໃນການ
ປູກເຂົ້າຂອງຊາດ ທີ່ຮວມເຖິງນະຄອນວຽງຈັນດ້ວຍ ສ່ວນອີກ 9 ແຂວງ ຄື ແຂວງ
ຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ບໍລິຄຳໄຊ ວຽງຈັນ ໄຊຍະບຸລີ
ຫຼວງນ້ຳທາ ແລະບໍ່ແກ້ວ ຊຶ່ງຄາດວ່າ ຈະມີຜົນຜະລິດເຂົ້າຮວມກັນ ຄິດເປັນ 85
ເປີເຊັນ ຂອງຜົນຜະລິດເຂົ້າ ທັງໝົດໃນລາວ ຫາກແຕ່ວ່າ ທັງ 10 ແຂວງ ດັ່ງກ່າວນີ້
ກໍຕ້ອງປະເຊີນກັບໄພນ້ຳຖ້ວມຢ່າງໜັກ ໃນປີ 2018 ຜ່ານມາ ເຮັດໃຫ້ສາມາດຜະລິດ
ເຂົ້າໄດ້ພຽງແຕ່ 3 ລ້ານ 6 ແສນໂຕນ ໃນຂະນະທີ່ແຜນການໄດ້ວາງເອົາໄວ້ເຖິງ 4 ລ້ານ
2 ແສນໂຕນ ໃນທົ່ວປະເທດ.