ໃນປີ 2009 ອຸດສາຫະກຳລົດຍົນຂອງ ສະຫະລັດ ໄດ້ມີແນວໂນ້ມ ທີ່ຈະລົ້ມ ລະລາຍ, ໃນຂະນະທີ່ບັນດາຜູ້ບໍລິໂພກໄດ້ຢຸດຊື້ລົດໃໝ່ ໃນລະຫວ່າງທີ່ເສດຖະກິດ ຂະຫຍາຍຕົວຊ້າທີ່ສຸດ ນັບຕັ້ງແຕ່ໄດ້ເກີດພາວະເສດຖະກິດຕົກຕ່ຳຄັ້ງໃຫຍ່ສຸດເປັນຕົ້ນມາ. ການສະ ໜັບສະໜຸນດ້ານການເງິນຂອງລັດຖະບານ ໄດ້ຊ່ວຍເຫຼືອໃຫ້ຫຼາຍ ບໍລິສັດຜູ້ຜະລິດລົດຍົນ ລອດພົ້ນຈາກການຖືກປິດລົງ, ແລະ ຕອນ ນີ້ພາຍຫຼັງ 7 ປີຕໍ່ມາ, ອຸດສາຫະກຳລົດຍົນທີ່ໄດ້ຟື້ນຊີວິດຄືນໃໝ່ ນັ້ນ ພ້ອມກັບມີຄວາມແຂງແຮງຂຶ້ນ ແລະ ໄດ້ວາງສະແດງລົດຂອງ ຕົນ ທີ່ງານວາງສະແດງລົດຍົນນານາຊາດ ອາເມຣິກາເໜືອ ປີ 2016 ທີ່ນະຄອນ Detroit ລັດ Michigan. ແຕ່ດັ່ງທີ່ນັກຂ່າວວີໂອ ເອ Kane Farabaugh ລາຍງານຈາກສະຖານທີ່ວາງສະແດງ, ມັນຍັງມີສິ່ງອື່ນໆ ແລະ ສິ່ງທີ່ໃກ້ຈະເກີດຂຶ້ນໃນອະນາຄົດ ໄດ້ຖືກນຳມາວາງສະແດງບໍ່ພຽງແຕ່ ມີລົດເກງ ແລະ ລົດບັນທຸກເທົ່ານັ້ນ. ເຊິ່ງວ່າຈະມີຫຍັງແດ່ນັ້ນ ພຸດທະສອນ ຈະນຳລາຍລະ ອຽດມາສະເໜີທ່ານ.
ຂ່າວທີ່ໃຫຍ່ທີ່ສຸດໃນງານວາງສະແດງລົດຍົນນານາຊາດ ອາເມຣິກາເໜືອ ປີນີ້ໃນນະຄອນ Detroit ແມ່ນບໍ່ໄດ້ກ່ຽວກັບເລື່ອງຂອງລົດເລີຍ… ແຕ່ມັນແມ່ນສິ່ງທີ່ບັນດາບໍລິສັດຜູ້ຜະລິດລົດ ກຳລັງຈະເຮັດ.
ທ່ານ Michael Caudil ຜູ້ຊ່ຽວຊານເລື່ອງລົດຍົນແຫ່ງຊາດ ໄດ້ກ່າວວ່າ “ບັນດາຜູ້ຜະລິດລົດ ທຸກໆບໍລິສັດທີ່ເຂົ້າຮ່ວມໃນງານນີ້ ແມ່ນກຳລັງເປີດຕົວເທັກໂນໂລຈີ ທີ່ດີເລີດບາງຢ່າງຢູ່ໃນ ລົດ, ບໍ່ວ່າມັນຈະເປັນລະບົບການຄວາມຄຸມການບັງຄັບລົດແບບອັດຕະໂນມັດ ຫຼື ເທັກໂນ ໂລຈີການຢຸດລົດສະຫຼາດ, ຫຼືແມ່ນກະທັ້ງການ ໃຊ້ເຄື່ອງ ພິມ 3-D ເພື່ອພິມອອກ ຫຼືສ້າງອຸ ປະກອນດ້ານໃນຂອງລົດທ່ານ."
ທ່ານ Bill Ford JR., ປະທານຜູ້ບໍລິຫານບໍລິສັດລົດ FORD ໄດ້ກ່າວວ່າ “ພໍ່ຕູ້ ຂອງຂ້າພະ ເຈົ້າໄດ້ປ່ຽນແນວທາງການເຄື່ອນໄຫວຂອງໂລກ ດ້ວຍລົດລຸ້ນ T ໃນແນວທາງທີ່ເປັນພື້ນ ຖານຂອງການເດີນທາງ. ດັ່ງນັ້ນ ປະຈຸບັນນີ້ພວກເຮົາມີໂອກາດ ທີ່ຄືກັນໃນຍຸກສະໄໝໃໝ່ ພ້ອມກັບຄວາມທ້າທາຍທີ່ແຕກຕ່າງຫຼາຍຢູ່ຕໍ່ໜ້າພວກເຮົາ.”
ເທັກໂນໂລຈີ ແລະ “ການເຄື່ອນໄຫວໄປມາ” ແມ່ນຫົວຂໍ້ສຳລັບການນຳສະເໜີຂອງ ບໍລິສັດ FORD ໃນລະຫວ່າງການສະແດງເປີດໃຫ້ ນັກຂ່າວຊົມກ່ອນ ໃນປີນີ້.
ທ່ານ Mark Fields ຜູ້ບໍລິຫານລະດັບສູງ ແລະ ປະທານຂອງບໍລິສັດ FORD ໄດ້ກ່າວວ່າ “ການ ເຄື່ອນໄຫວໄປມາແບບສະຫຼາດຂອງບໍລິສັດ FORD ແມ່ນແຜນການຂອງພວກເຮົາທີ່ຈະເປັນຜູ້ນຳ ໃນການເຊື່ອມຕໍ່ ການເຄື່ອນໄຫວໄປມາ ລົດທີ່ຂັບດ້ວຍຕົນເອງ ປະສົບພະການຂອງຜູຸ້ບໍ ລິໂພກ ຂໍ້ມູນແລະການວິເຄາະ.”
ບໍລິສັດ FORD ແມ່ນກຳລັງທົດລອງຍານພາຫະນະ ໃນສະພາບອາກາດທີ່ແຕກຕ່າງກັນ ພ້ອມກັບຄວາມຫວັງໃນການມີລົດທີ່ບໍ່ມີຄົນຂັບຢູ່ເທິງທ້ອງຖະໜົນໃນປີ 2020. ພວກເຂົາເຈົ້າ ກຳລັງຈະເປີດຮ້ານຂາຍ ຍ່ອຍໃນທົ່ວໂລກ ເພື່ອລູກຄ້າຈະສາມາດພົວພັນກັບການສະໜອງ ເຕັກໂນໂລຈີໃໝ່ໄດ້, ລວມທັງໂປຣແກຣັມໃຊ້ວຽກຫຼືແອັປຕ່າງໆ ແລະໂຄງການຕອບແທນ ລູກຄ້າຜູ້ທີ່ໃຫ້ການສະໜັບສະໜູນ.
ຄວາມພະຍາຍາມຂອງບໍລິສັດ FORD ເພື່ອການຜູກມັດ ແລະ ເຮັດໃຫ້ລູກຄ້າກັບຄືນມາ, ໄດ້ ເກີດໃນເວລາທີ່ລວມຍອດການຂາຍໃນ ສະຫະລັດ ຂະຫຍາຍຕົວເຖິງຈຸດສູງສຸດໃນຮອບ 10 ປີໃນປີ 2015.
ທ່ານ Michael Caudil ໄດ້ກ່າວວ່າ “ຕົວເລກໄດ້ເພີ່ມສູງຂຶ້ນສຳລັບບັນດາຜູ້ຜະລິດ ລົດຍົນ. ຖ້າທ່ານຄິດກ່ຽວກັບມັນ ແທ້ຈິງແລ້ວ, ຕະຫຼາດຂາຍລົດ SUV ຂະໜາດນ້ອຍໄດ້ເພີ່ມຂຶ້ນ 11 ເປີເຊັນໃນປີທີ່ຜ່ານມາ, ແທ້ຈິງແລ້ວໄດ້ກາຍຕະຫຼາດລົດເກງ 4 ປະຕູ, ດັ່ງນັ້ນພວກລູກ ຄ້າແມ່ນກຳລັງຊອກຫາລົດທີ່ພໍສາມາດຊື້ໄດ້.”
ເພື່ອສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນນັ້ນ, ການຜະລິດລົດໃນ ສະຫະລັດ ກໍໄດ້ເພີ່ມຂຶ້ນ.
ທ່ານ Kevin Kerrigan ຈາກບໍລິສັດພັດທະນາເສດຖະກິດ ລັດມິຊິແກນ ໄດ້ກ່າວວ່າ ສຳລັບອາເມຣິກາເໜືອ ຈະແມ່ນ 17 ລ້ານເຄິ່ງໃນ ປີ 2015 ແລະເພີ້ມຂຶ້ນເປັນ 18 ລ້ານໃນປີ 2016.
ລົດຫຼາຍໆຄັນທີ່ລູກຄ້າຈະໄດ້ເຫັນໃນຫ້ອງວາງສະແດງຫຼືໂຊຣູມ ຂອງບໍລິສັດຕົວແທນຂາຍ ລົດນັ້ນ ແມ່ນມີວາງສະແດງຢູ່ໃນງານຄັ້ງນີ້, ລວມມີລົດທີ່ປະຢັດນ້ຳມັນຫຼາຍຂຶ້ນ ແຕ່ເປັນລົດທີ່ ມີຂະໜາດໃຫຍ່ກວ່າ.
ທ່ານ Michael Caudil ກ່າວວ່າ “ເຫດຜົນງ່າຍໆກໍແມ່ນການເພີ່ມໄລຍະທາງໃນການເດີນ ທາງໃຫ້ໄດ້ໄກສຸດ ຕໍ່ນ້ຳມັນໜຶ່ງຖັງ. ມັນເປັນພາກສ່ວນທີ່ໃຫຍ່ ຂອງສິ່ງທີ່ຜູ້ຜະລິດລົດ ກຳ ລັງເຮັດ ກ່ຽວກັບ ພາກສ່ວນນ້ຳມັນຂອງທຸລະກິດ. ແລະ ວ່າຂ້ອຍຈະຂັບລົດດ້ວຍນ້ຳມັນ ເຕັມຖັງໄດ້ໄກເທົ່າໃດ?"
ການຕື່ມນ້ຳມັນເຕັມຖັງໃນປະຈຸນີ້ແມ່ນມີລາຄາຖືກກວ່າ ຍ້ອນວ່າລາຄາ ນ້ຳມັນແມ່ນຖືກກວ່າ 2 ໂດລາຕໍ່ໜຶ່ງກາລອນ ໃນຫຼາຍພາກສ່ວນຂອງ ສະຫະລັດ. ເຖິງຢ່າງໃດກໍຕາມ, ລົດທີ່ປະ ຫຍັດນ້ຳມັນທີ່ສຸດ ແລະ ລົດໄຟຟ້າ ແມ່ນຍັງຄອບຄອງຫ້ອງວາງສະແດງຂອງງານຢູ່, ອີງຕາມ ທ່ານ Caudill, ບັນດາຜູ້ຜະລິດແມ່ນມີທາງເລືອກທີ່ໜ້ອຍຫຼາຍ.
ທ່ານ Michael Caudil ກ່າວວ່າ “ບັນດາຜູ້ຜະລິດລົດຍົນທຸກໆບໍລິສັດໃນປີ 2015 ຕ້ອງບັນ ລຸຂໍ້ກຳນົດການປ່ອຍຄວັນພິດ ແລະ ການປະຢັດນ້ຳມັນບາງຢ່າງ. ດັ່ງນັ້ນ ຈຶ່ງໄດ້ວາງເດີມພັນທີ່ຈະໄປເຖິງຈຸດໝາຍດັ່ງກ່າວໄວເທົ່າໃດຍິ່ງເປັນການດີ.
ງານວາງສະແດງລົດຍົນນານາຊາດ ອາເມຣິກາເໜືອ ຈະດຳເນີນຕໍ່ໄປຈົນຮອດວັນທີ 24 ມັງກອນ. ປະທານາທິບໍດີ ບາຣັກ ໂອບາມາ ມີແຜນການທີ່ຈະຢ້ຽມຢາມ ຫ້ອງວາງສະແດງ ຂອງງານ ໃນວັນທີ 20 ເດືອນມັງກອນນີ້.