ຊາວອາເມຣິກັນສ່ວນໃຫຍ່ເຊື່ອວ່າ ຈີນ ໃຊ້ແອັບ TikTok ເພື່ອກຳນົດຮູບແບບແນວຄວາມຄິດເຫັນຂອງປະຊາຊົນສະຫະລັດ, ອີງຕາມການສໍາຫຼວດຂອງອົງການຂ່າວ Reuters ແລະ ອິບຊອສ ໂພລ (Ipsos poll) ທີ່ດໍາເນີນການສຳຫຼວດໃນຂະນະທີ່ວໍຊິງຕັນ ອາດເປັນໄປໄດ້ວ່າ ພວມກ້າວເຂົ້າໃກ້ ການຫ້າມແອັບຯວີດີໂອສັ້ນ ທີ່ມີເຈົ້າຂອງເປັນຊາວຈີນນີ້, ອີງຕາມອົງການຂ່າວ ຣອຍເຕີສ໌.
ຜູ້ຕອບແບບສອບຖາມປະມານ 58 ເປີເຊັນຂອງການສຳຫຼວດຄວາມຄິດເຫັນທີ່ມີໄລຍະສອງມື້ ທີ່ໄດ້ປິດລົງໃນວັນອັງຄານທີ່ຜ່ານມາ, ເຫັນດີກັບຄຳຖະແຫຼງທີ່ວ່າ ລັດຖະບານຈີນໃຊ້ແອັບ TikTok, ເຊິ່ງ ບໍລິສັດ ByteDance ຂອງຈີນ ເປັນເຈົ້າຂອງ, ເພື່ອ "ຊັກຈູງຄວາມຄິດເຫັນຂອງປະຊາຊົນອາເມຣິກັນ." ໂດຍມີຜູ້ຕອບ 13 ເປີເຊັນ ບໍ່ເຫັນດີ, ແລະສ່ວນທີ່ເຫຼືອບໍ່ແນ່ໃຈ ຫຼືບໍ່ຕອບຄໍາຖາມ. ພັກຣີພັບບລີກັນ ມີແນວໂນ້ມຫຼາຍກວ່າພັກເດໂມແຄຣັດ ທີ່ຈະເບິ່ງວ່າຈີນໃຊ້ແອັບດັ່ງກ່າວ ເພື່ອສົ່ງຜົນກະທົບຕໍ່ຄວາມຄິດເຫັນຂອງສະຫະລັດ.
TikTok ກ່າວວ່າ ຕົນໄດ້ໃຊ້ເງິນຫຼາຍກວ່າ 1.5 ຕື້ໂດລາໃນຄວາມພະຍາຍາມດ້ານການຮັກສາຄວາມປອດໄພຂອງຂໍ້ມູນ ແລະຈະບໍ່ແບ່ງປັນຂໍ້ມູນກ່ຽວກັບຜູ້ໃຊ້ ຈຳນວນ 170 ລ້ານຄົນຂອງສະຫະລັດ ກັບລັດຖະບານຈີນ. ບໍລິສັດໄດ້ບອກກັບລັດຖະສະພາ ໃນປີກາຍນີ້ວ່າ ຕົນ "ບໍ່ສົ່ງເສີມ ຫຼືລຶບເນື້ອຫາຕາມຄໍາຮ້ອງຂໍຂອງລັດຖະບານຈີນ."
TikTok ບໍ່ໄດ້ໃຫ້ຄຳຕອບໃນທັນທີ ຕໍ່ການຂໍໃຫ້ມີຄໍາເຫັນ.
ປະທານາທິບໍດີ ໂຈ ໄບເດັນ ໃນອາທິດທີ່ຜ່ານມາໄດ້ລົງນາມໃນກົດຫມາຍ ໂດຍໃຫ້ເວລາ ບໍລິສັດ ByteDance 270 ວັນ ໃນການຂາຍຊັບສິນຂອງ TikTok ໃນສະຫະລັດ ຫຼືບໍ່ດັ່ງນັ້ນ ອາດປະເຊີນກັບການຖືກຫ້າມ.
TikTok ໄດ້ປະຕິຍານທີ່ຈະທ້າທາຍຄຳສັ່ງຫ້າມດັ່ງກ່າວທາງດ້ານກົດມາຍ ເນື່ອງຈາກເປັນການລ່ວງລະເມີດການຄຸ້ມຄອງການສະແດງອອກຢ່າງເສລີ ຕາມທີ່ໄດ້ລະບຸໄວ້ໃນບົດແກ້ໄຂຂໍ້ທີ່ນຶ່ງຂອງລັດຖະທໍາມະນູນສະຫະລັດ, ແລະຜູ້ໃຊ້ TikTok ຄາດວ່າ ຈະຕ້ອງດໍາເນີນການທາງກົດຫມາຍອີກຄັ້ງ. ໃນເດືອນພະຈິກ, ຜູ້ພິພາກສາສະຫະລັດຄົນນຶ່ງໃນລັດ ມອນທານາ (Montana) ໄດ້ຂັດຂວາງການຫ້າມ TikTok ຂອງລັດ, ໂດຍອ້າງເຖິງຄວາມເປັນຫ່ວງໃນເລື້ອງເສລີພາບໃນການປາກເວົ້າ.
ຟໍຣັມສະແດງຄວາມຄິດເຫັນ