ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ໄທຮັບຜ່ານ ມາດຕະການ ຕໍ່ຕ້ານການຄ້າມະນຸດ ທີ່ ເຂັ້ມງວດຂຶ້ນ


ຄົນງານຕ່າງດ້າວ ຈາກມຽນມາ ເຮັດວຽກປະມົງ ຢູ່ເທິງ ເຮືອຫາປາລຳນຶ່ງ ຫລັງຈາກກັບຈາກທເລ ທີ່ບ້ານ ນ້ຳເຄັມ. ປະເທດໄທ, ວັນທີ 14 ທັນວາ 2014.

ສະພາ​ແຫ່ງ​ຊາດ​ໄທ ​ໄດ້​ຮັບ​ຜ່ານ​ຂໍ້​ດັດ​ແປງ​ແກ້​ໄຂ ​ຕໍ່​ກົດໝາຍ
ຕໍ່ຕ້ານ​ການ​ລັກລອບ​ຄ້າມະນຸດ ດ້ວຍ​ການເພິ້ມລົງ​ໂທດ​ທີ່​ເຂັ້ມ​
ງວດ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Ron Corben ລາຍ​ງານ​ວ່າ ການ​ຮັບ
​ຜ່ານຂໍ້​ແກ້​ໄຂ​ດັ່ງກ່າວມີ​ຂຶ້ນ​ ໃນ​ຂະນະ​ທີ່​ສື່ມວນ​ຊົນ​ອາ​ເມຣິກັນ​
ອອກ​ລາຍ​ງານ​ຂ່າວ ທີ່​ເນັ້ນ​ເຖິງ​ສະພາບ​ການ​ປະຕິບັດ​ຕໍ່​ພວກ​
ແຮງ​ງານ​ໃນ​ເຮືອ​ປະມົງ​ໄທ ​ຄື​ກັນກັບ​ພວກ​ຂ້າ​ທາດ ຊຶ່ງ​ໄດ້​ກະ
​ຕຸ້ນໃຫ້​ມີ​ການ​ຮຽກຮ້ອງ​ໃຫ້​ໄທ ​ທຳ​ການ​ປາບ​ປາມ​ການ​ສວຍເອົາ​
ປະ​ໂຫຍ​ດຈາກພວກ​ແຮງງານ ​ໂດຍ​ສະ​ເພາະ​ໃນ​ວົງ​ການ​ອຸດສາ
ຫະກຳ​ອາຫານ​ທະ​ເລ​ນັ້ນ ຊຶ່ງ​ສິງມີ​ລາຍ​ລະອຽດ ມາສະ​ເໜີທ່ານ.

​ມາດ​ຕະການ​ໃໝ່​ທີ່​ເຂັ້ມ​ງວດ​ຂຶ້ນ​ຂອງ​ໄທ ​ເພື່ອ​ຕໍ່ຕ້ານ​ການ​ລັກລອບ​ຄ້າມະນຸດ ​ໄດ້ຖືກຮັບ
ຜ່ານ​ເອົາ​ຢ່າງ​ຖ້ວມ​ລົ້ນ​ ​ເມື່ອ​ທ້າຍ​ເດືອນ​ມີນາ​ຜ່ານ​ມາ​ນີ້ ​ໂດຍ​ສະພາ​ນິຕິບັນຍັດແຫ່ງ​ຊາດ
​ທີ່​ໄດ້​ຮັບການ​ສະໜັບສະໜຸນ​ຈາກ​ທະຫານ ຊຶ່ງ​ຈະອຳນວຍ​ໃຫ້​ພວກໄອ​ຍະ​ການ​ສາມາ​ດ
ຮ້ອງຂໍ​ເອົາ​ໂທດ​ຈຳ​ຄຸກ​ຕະຫຼອດ​ຊີວິດ ​ໃຫ້​ພວກ​ທີ່​ສານ​ເຫັນ​ວ່າ​ ມີ​ຄວາມ​ຜິດ​ໃນ​ການ​ລັກ
ລອບ​ຄ້າຂາຍ​ມະນຸດ​ນັ້ນ.

ຂໍ້​ດັດ​ແປງ​ແກ້​ໄຂ​ກົດໝາຍ​ຕໍ່ຕ້ານ​ການ​ລັກລອບ​ຄ້າມະນຸດ ​ແມ່ນຈະ​ເປີດ​ຊ່ອງ​ທາງ​ໃຫ້​ມີ​ການ​ກວດກາໂຮງງານ​ແລະ​ອຸດສາຫະກຳ ຢ່າງ​ແຂງແຮງຂຶ້ນ​ ​ໂດຍ​ສະ​ເພາະ​ໃນດ້ານ​ການ​ປະມົງ ​ແລະ​ອຸດສາຫະກຳ​ອາຫານ​ທະ​ເລ ທີ່​ອາດ​ສາມາດພາ​ໃຫ້​ມີ​ການ​ງົດ​ໃບ​ອະນຸຍາດ
ປະກອບ​ການ​ໄດ້ ນັ້ນ.

​ໄທ​ກຳລັງຕົກ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ​ຂອງ​ນາໆ​ຊາດ​ຢ່າງ​ເຄັ່ງ​ຄັດ ​ໂດຍ​ສະ​ເພາະ​ຈາກ
ສະຫະລັດ ​ເພື່ອໃຫ້ຍັບ​ຍັ້ງ​ການ​ລັກລອບ​ຄ້າ​ມະນຸດ ​ແລະການປະຕິບັດ​ເກີນ​ຂອບ​ເຂດ
ຕ່າງໆ ຕໍ່​ພວກ​ແຮງ​ງານຕ່າງ​ດ້າວ.

ທ່ານ​ດົນ ປຣະມຸດ​ວິ​ໄນ ຮອງ​ລັດຖະມົນຕີ​ຕ່າງປະ​ເທດ​ໄທ ກ່າວ​ວ່າ ລັດຖະບານ​ແມ່ນ​ເອົາ​ຈິງ​ເອົາ​ຈັງ ​ກ່ຽວ​ກັບ​ການ​ປາບ​ປາມ​ພວກ​ເຄືອ​ຂ່າຍຄ້າ​ມະນຸດ ໃນ​ວົງ​ເງິນ​ຫຼາຍ​ລ້ານ​ດອນ​ລານັ້ນ.

ທ່ານ​ດົນ​ ປຣະມຸດ​ວິ​ໄນ ກ່າວ​ວ່າ ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ທີ່​ສຸດວ່າ ຈາກ​
ເດືອນ​ທັນວາ​
ປີ​ກາຍ ມາ​ຮອດ​ປັດຈຸບັນນີ້ ພວກ​ເຮົາ​ໄດ້​ດຳ​ເນີນ​ການ​ມາ​ດີ​ຫຼາຍ
​ແລະ​ດີ​ພຽງພໍ. ບໍ່​ແມ່ນ​ພຽງ​ແຕ່
​ໄດ້​ປ່ຽນ​ແປງ​ໂຄງ​ສ້າງ​ເທົ່າ​ນັ້ນ ​ແຕ່ໃນກົດໝາຍ​
ໃໝ່
ນີ້​ກໍ​ເຊັ່ນ​ກັນ. ກົດໝາຍ​​ທີ່ປະກອບດ້ວຍມາດ​ຕະການ​ໃໝ່ນີ້ ​ແມ່ນສາມາດ
ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ກັງວົນ​ຕ່າງໆ​ຂອງ​ທຸກ​ພັກ​ຝ່າຍ​ໄດ້.”

ປະຊາກອນ​ແຮງ​ງານ​ຕ່າງ​ດ້າວ​ຂອງ​ໄທ ​ແມ່ນມີ​ຢູ່​ປະມານ 3 ລ້ານ​ຄົນ ​ໂດຍ​ສະ​ເພາະ​ໃນ​ພາກສ່ວນການ​ກໍ່ສ້າງ ການ​ກະ​ເສດ​ ແລະ​ການ​ຜະ​ລິດ ຫຼື​ໂຮງ​ຈັກໂຮງງານ ຊຶ່ງ​ຫລາຍ​ຄົນ
ເປັນ​ພວກ​ແຮງ​ງານ​ທີ່​ບໍ່​ມີ​ເອກະສານ​ເຮັດ​ວຽກ​ຢ່າງ​ຖືກຕ້ອງ​ຕາມກົດໝາຍ ຈາກ ມຽນມາ
ສປປ ລາວ ກຳປູ​ເຈຍ ​ແລະ​ຫວຽດນາມ.

ຄວາມ​ສົນ​ໃຈ​ຂອງ​ນາໆ​ຊາດ​ໄດ້​ເພ່ງ​ເລັງ​ໄປ​ໃສ່​ໄທ​ອີກ ​ໃນ​ທ້າຍ​ເດືອນ​ແລ້ວ​ນີ້ ພ້ອມ​ກັບ​ການ​ພິມເຜີຍ​ແຜ່ລາຍງານລະອຽດ​ຂອງ​ອົງ​ຂ່າວ AP ທີ່​ມີສຳນັກງານຢູ່ສະ​ຫະລັດ ທີ່​ເວົ້າ​ວ່າ ມີຜູ້​ຊາຍ​ຫຼາຍຮ້ອຍ​ຄົນເຮັດ​ວຽກ ​ໃນ​ສະພາບແບບ​ຂ້າ​ທາດ ​ໃນ​ວົງ​ການ​ອຸດສາຫະກຳ​ການ​ປະ​ມົງ ​ແລະ​ຖືກ​ກັກກັນໄວ້​ຢູ່​ໃນ​ເກາະດອນສອກຫຼີກ​ຫ່າງ​ໄກ​ແຫ່ງ​ໜຶ່ງ ຂອງ​ອິນໂດ​ເນ​ເຊຍ​. ​ໃນ​ເວລາຕໍ່​ມາ ອົງການ​ຂ່າວ​ AP ໄດ້​ຕິດຕາມ​ພວກ​ອາຫານ​ທະ​ເລ​ທີ່ຜູ້​ຊາຍພວກນັ້ນ​ຫາ​ມາ​ໄດ້ ​ແລະ​ພົບ​ວ່າ ມັນ​ມາ​ຈາກ​ພວກ​ບໍລິສັດ​ສົ່ງ​ອອກ​ ແລະ​ໂຮງງານ​ແປ​ຮູບ​ປາຂອງໄທ​. ຫຼັງ​ຈາກ​ມີ​ລາຍ​ງານ​ຂ່າວ​ນີ້​ ບໍລິສັດ​ຜະລິດ​ອາຫານ​ທະ​ເລໃຫຍ່​ທີ່​ສຸດ​ຂອງ​ໄທ ຄື​ບໍລິສັດ Thai Union Frozen Products ຊຶ່ງມີ​ຍອດ​ຂາຍ​ປະຈຳ​ປີ 3500 ລ້ານ​ດອນ​ລາ​ສະຫະລັດ ກໍ​ໄດ້​ອອກ​ມາປະກາດ​ວ່າ ຕົນໄດ້​ຕັດ​ສາຍ​ພົວພັນ​ກັບ​ບໍລິສັດ​ປ້ອນ​ອາຫານ​ທະ​ເລ​ໃຫ້​ຕົນ ທີ່​ມີ​ຊື່​ຢູ່​ໃນ​ຂ່າວ​ຂອງ AP ນັ້ນ​ແລ້ວ.

ຢ່າງ​ໃດ​ກໍ​ຕາມ ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ກ່າວ​ວ່າ ຍັງມີ​ຄວາມ​ສົງ​ໄສຢູ່​ວ່າ ມາດ​ຕະ
ການ​ໃໝ່​ທີ່​ຖືກ​ຮັບ​ຜ່ານ​ນັ້ນ ຈະສາມາດແກ້​ໄຂ​ບັນຫາ​ນີ້ ​ໄດ້​ສຳ​ເລັດ​ຫຼືບໍ່?

​ທ່ານ​ອານຸບ ສຸ​ກຸ​ພະຣັນ ຜູ້​ປະສານ​ງານ​ຂອງເຄືອ​ຂ່າຍສິດທິ​ຂອງ​ພວກ​ອົບ​ພະຍົບ​ໃນ​ເຂດ
ເອ​ເຊຍ​ປາຊີ​ຟິກ ກ່າວ​ວ່າ ກົດໝາຍ​ວ່າ​ດ້ວຍ​ການ​ຕໍ່ຕ້ານ​ການ​ລັກລອບ​ຄ້າຂາຍ​ມະນຸດ ​ມີ
ທາງ​ວ່າ ຈະ​ສົ່ງ​ຜົນ​ກະທົບຕໍ່​ ພວກ​ທີ່​ກຳລັງຖືກ​ລັກລອບ​ເຂົ້າ​ມາ​ໃນ​ປະ​ເທດ​ນັ້ນ ຫຼາຍ​ກ່ວາ.​

ທ່ານ​ອານຸບ ສຸ​ກຸ​ມະຣັນ ກ່າວ​ວ່າ “​ມີ​ຢູ່​ເລື້ອຍໆ ທີ່​ການ​ເຮັດ​ໃຫ້ການ​ຕໍ່ສູ້​ ກັບ​ພວກ​
ຄົນ​ລັກລອບ​ແລະ​ການຕໍ່ສູ້​ກັບ​
ການຄ້າ​ມະນຸ​ດ ມີ​ຄວາມ​ປອດ​ໄພ​ນັ້ນ ​​ໃນ​ທີ່​ສຸດ​ແລ້ວ ​ແມ່ນຍຸດຕິ​ລົງ​ດ້ວຍ​ການ​ເຮັດ​ໃຫ້​ພວກ​ທີ່​ຕົກ​ເປັນ​ຜູ້​ຮັບ​ເຄາະນັ້ນ ​ເຄາະ​ຮ້າຍ​ຍິ່ງ​ຂຶ້ນ
​ໄປ​ອີກ
ຫຼາຍ​ກວ່າ​ທີ່​ສາມາດ​ແກ້​ໄຂ​ສາຍ​ເຫດ​ ຫຼື​ພວກ​ຫົວ​ໂປ່ຂອງ​ພວກ​ທີ່​ລັກລອບ
ສົ່ງ​ຄົນ ​ແລະ​ພວກ​ຄລັກ​ຄ້າມະນຸດເອງ​ ທີ່ມັກ​ຈະ​ຖືກ​ປ່ອຍ​ໂຕ​ໄປໂດຍບໍ່​ໄດ້​ຖືກລົງ
​ໂທດ​
​ແຕ່​ຢ່າງໃດ​.

ສະມາຄົມອາ​ຊຽນ ​ໄດ້​ຍົກ​ເອົາ​ເລື້ອງ​ການ​ລັກລອບສົ່ງ​ແລະຄ້າມະນຸດ ​ຂຶ້ນ​ມາອະພິປາຍ​ກັນ
ແຕ່​ບັນດາ​ນັກ​ສັງ​ເກດ​ການ​ນາໆ​ຊາດ ກ່າວ​ວ່າ ຈຳ​ເປັນ​ຕ້ອງ​ມີການ​ຕົກລົງ​ໃຈ​ທາງ​ດ້ານ​ການ
ເມືອງ​ຫຼາຍ​ຂຶ້ນ ສຳ​ຫລັບການແກ້​ໄຂບັນຫາລະດັບ​ພາກ​ພື້ນ ໃນ​ຂອບ​ເຂດ​ທີ່ກວ້າງຂວາງ​ນັ້ນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG